ອົງການອະນາໄມໂລກ ຫຼື WHO ກະປະມານວ່າ 3 ພັນ 4 ຮ້ອຍ
ລ້ານຄົນ ມີຄວາມສ່ຽງຕໍ່ການເປັນໂຣກມາລາເຣຍ ໂດຍສ່ວນໃຫຍ່
ແລ້ວ ພວກເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ພວກແມ່ຍິງ ທີ່ກຳລັງ
ຖືພາ ແມ່ນເປັນພວກທີ່ມີຄວາມສ່ຽງຫຼາຍທີ່ສຸດ. ໃນຂະນະທີ່ ວັນທີ
25 ເມສາ ຊຶ່ງເປັນວັນມາລາເຣຍໂລກ ມາຮອດແລ້ວ ອັດຕາຂອງ
ການເສຍຊີວິດ ແມ່ນໄດ້ຫລຸດລົງ ແລະ ການກວດສອບໃໝ່ ທີ່
ກຳລັງຢູ່ໃນຂັ້ນຕອນສຸດທ້າຍ ຂອງການທົດລອງ ໃນຫຼາຍໆດ້ານ
ຢູ່ທີ່ປະເທດເຄັນຢານັ້ນ ແມ່ນມີຜົນອອກມາໃນທາງບວກ.
Lenny Ruvaga ຜູ້ສື່ຂ່າວວີໂອເອ ລາຍງານຈາກນະຄອນຫລວງ
ໄນໂຣບີ ຂອງເຄັນຢາ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ນາງ Fatuma Chaunga ມີລູກສອງຄົນ ອາໄສຢູ່ເຂດຊາຍຝັ່ງທະເລ Likoni ຂອງ
ເມືອງ Mombasa. ເມື່ອສອງປີກ່ອນ ລາຍໄດ້ສ່ວນໃຫຍ່ ຈາກການຂາຍມັນຝຣັ່ງ ແລະ
ຂະໜົມປັງຈືນ ຂອງນາງ Chaunga ໄດ້ຖືກນຳມາໃຊ້ຈ່າຍ ໃນຄ່າໂຮງໝໍ ເພື່ອປິ່ນປົວໂຣກ
ມາລາເຣຍ. ເມືອງ Mombasa ເປັນຂົງເຂດທີ່ມັກມີໂຣກມາລາເຣຍລະບາດ. ຫຼາຍກວ່າ
60 ເປີເຊັນ ຂອງພົນລະເມືອງເຄັນຢາ ແມ່ນມີຄວາມສ່ຽງ ຕໍ່ການເປັນໂຣກມາລາເຣຍ ບ່ອນ
ທີ່ພວກເດັກນ້ອຍເກືອບ 36,000 ຄົນ ໄດ້ເສຍຊີວິດ ໃນແຕ່ລະປີ ຈາກພະຍາດ ດັ່ງກ່າວນັ້ນ.
ອົງການທີ່ບໍ່ຂຶ້ນກັບລັດຖະບານ ທີ່ເອີ້ນວ່າ “ອົງການ ບໍລິການ ພົນລະເມືອງເຄັນຢາ ຫຼື
Population Services Kenya” ແຈກຍາຍມຸ້ງ ທີ່ຍ້ອມຢາກັນແມງໄມ້ ໃຫ້ແກ່ພວກ
ແມ່ຍິງ ທີ່ຖືພາ ແລະ ພວກແມ່ຍິງ ທີ່ມີລູກນ້ອຍ ອາຍຸຕ່ຳກວ່າ ນຶ່ງປີ. ນາງ Chaunga ກໍ
ແມ່ນຜູ້ນຶ່ງ ທີ່ໄດ້ຮັບການຊ່ວຍເຫລືອ ໃນເລື້ອງນີ້.
ນາງ Chaunga ເວົ້າວ່າ “ຖ້າຂ້ອຍບໍ່ໃຊ້ມຸ້ງນີ້ ພວກລູກຂອງຂ້ອຍ ຈະເປັນໂຣກມາລາເຣຍ ແລະ ຂ້ອຍຈະຕ້ອງໄດ້ໄປໂຮງໝໍ ຫຼື ໃຊ້ຢາພື້ນເມືອງ ອັນນັ້ນແມ່ນກ່ອນຂ້ອຍ ຈະຮູ້ຈັກກັບ MRDT. ດຽວນີ້ຂ້ອຍຮູ້ຈັກມັນແລ້ວ ຂ້ອຍເຫັນຄວາມສຳຄັນ ຂອງການນຳໃຊ້ມຸ້ງ ເພື່ອທີ່ຈະໄດ້ປະຢັດ ຄ່າໃຊ້ຈ່າຍ ສຳຫລັບການປິ່ນປົວ ແລະ ໃຊ້ເງິນ ທີ່ເຫຼືອຢູ່ພຽງເລັກນ້ອຍ ເພື່ອລ້ຽງດູຄອບຄົວ ຂອງຂ້ອຍ.”
MRDT ທີ່ນາງ Chaunga ໄດ້ກ່າວມານັ້ນ ແມ່ນ ອຸປະກອນກວດສອບ ທີ່ວິນິດໄສ ໂຣກ
ມາລາເຣຍ ຢ່າງວ່ອງໄວ ຫຼື Malaria Rapid Diagnostic Test. ໃນປີ 2010 ອົງການ
ອະນາໄມໂລກ ໄດ້ແນະນຳ ໃຫ້ຢັ້ງຢືນທຸກໆກໍລະນີ ທີ່ສົງໄສວ່າເປັນໂຣກມາລາເຣຍ ໂດຍ
ໃຊ້ວິທີກວດສອບຫາກາຝາກ. ອົງການບໍລິການພົນລະເມືອງເຄັນຢາ ຫຼື PS Kenya ສະໜອງ ອຸປະກອນກວດສອບດັ່ງກ່າວ ໃຫ້ແກ່ ສຸກສາລາແລະ ໂຮງໝໍລັດຖະບານ ຫຼາຍ
ກວ່າ 4,000 ແຫ່ງ.
MRDT ໃຫ້ຜົນກວດສອບໄດ້ ພາຍໃນ 20 ນາທີ ແລະ ມີລາຄາພຽງ ນຶ່ງດອນລາ ຊຶ່ງແມ່ນ
ສາມາດຊື້ມາໃຊ້ໄດ້ ແມ່ນກະທັງ ຢູ່ໃນຊຸມຊົນ ທີ່ອາໄສຢູ່ຕາມຊົນນະບົດ. ນາຍແພດ
Dismas Osoro ກ່າວວ່າ ມັນໄດ້ຊ່ວຍໃຫ້ຫລຸດຜ່ອນ ການໃຊ້ຢາຕ້ານເຊື້ອ ຫຼາຍເກີນໄປ
ຢ່າງຊະຊາຍ.
ນາຍແພດ Osoro ເວົ້າວ່າ “ຍ້ອນວ່າ ກ່ອນໜ້ານີ້ ພວກຄົນທັງຫຼາຍ ມີແຕ່ກິນຢາຕ້ານ
ໂຣກມາລາເຣຍ ໂດຍປາສະຈາກການກວດສອບເສຍ ກ່ອນ. ເວລານີ້ ພວກເຮົາ
ໄດ້ເອົາຄວາມສຳຄັນອັນນັ້ນ. ພວກເຮົາກວດສອບເບິ່ງເສຍກ່ອນ ແລ້ວຈຶ່ງໃຫ້ກິນ
ຢາຕ້ານໂຣກມາລາເຣຍ ສະນັ້ນ ການໃຊ້ຢາຕ້ານໂຣກມາລາເຣຍ ຢ່າງຊະຊາຍ
ໄດ້ຖືກຄວບຄຸມໄວ້ ໄດ້ແລ້ວ.”
WHO ກະປະມານວ່າ ມີ 198 ລ້ານ ກໍລະນີຂອງມາລາເຣຍ ໃນປີ 2013 ຊຶ່ງໄດ້ສົ່ງຜົນ
ເຮັດໃຫ້ 584,000 ຄົນເສຍຊີວິດ ໃນທົ່ວໂລກ ໂດຍສ່ວນໃຫຍ່ ລວມຢູ່ໃນຈຳນວນດັ່ງກ່າວ
ແມ່ນພວກເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຢູ່ໃນອາຟຣິກາ.
ອັນນັ້ນ ແມ່ນໄດ້ເຮັດໃຫ້ການແຈກຢາຍ ມຸ້ງຍ້ອມຢາ ຢູ່ໃນຂົງເຂດທີ່ ມີການລະບາດຂອງ
ໂຣກມາລາເຣຍນັ້ນ ແມ່ນມີຄວາມສຳຄັນຫຼາຍ.
ແຕ່ ອີງຕາມ ຜູ້ປະສານງານໂຄງການໃນພາກພື້ນ ຂອງອົງການ PS Kenya ທ່ານ James Makiri ບັນຫາທ້າທາຍອັນໃຫຍ່ສຸດ ກໍແມ່ນ ການປ່ຽນແປງແນວຄິດຕ່າງໆຂອງຄົນນັ້ນ.
ທ່ານ Makiri ເວົ້າວ່າ “ພວກຄົນຢູ່ພາກພື້ນນີ້ ມັກຈະນອນຢູ່ໃນມຸ້ງ ໃນລະຫວ່າງ
ລະດູຝົນ. ແຕ່ໃນລະຫວ່າງ ລະດູແລ້ງ ເວລາອາກາດຮ້ອນເອົ້າ ພວກເຂົາເຈົ້າ ຈະ
ບໍ່ນອນຢູ່ໃນມຸ້ງ ເພາະວ່າມັນຮ້ອນເກີນໄປ. ສະນັ້ນ ອັນທີ່ພວກເຮົາ ກຳລັງພະຍາ
ຍາມເຮັດ ກໍແມ່ນຊຸກຍູ້ ໃຫ້ພວກເຂົາເຈົ້າ ນອນຢູ່ໃນມຸ້ງ ທຸກໆເວລາ ໃນແຕ່ລະປີ.”
ນັບເປັນເວລາ 30 ປີ ຜ່ານມາແລ້ວ ສູນກາງຄວບຄຸມ ແລະປ້ອງກັນພະຍາດ ສະຫະລັດ
ໄດ້ປະສານງານຮ່ວມມື ກັບ ສະຖາບັນຄົ້ນຄວ້າ ທາງການແພດເຄັນຢາ ເພື່ອຕໍ່ສູ້ກັບ
ໂຣກມາລາເຣຍ. ການຮ່ວມໄມ້ຮ່ວມມືນັ້ນ ແມ່ນເພື່ອຜະລິດຢາວັກຊີນອັນນຶ່ງຂຶ້ນມາ ທີ່
ກຳລັງທຳການທົດລອງຢູ່ ຕໍ່ພວກເດັກນ້ອຍ ຈຳນວນ 16,000 ຄົນ.
ອາຈານສອນ Francis Kimani ກ່າວວ່າ ຜົນຕ່າງໆຂອງການທົດລອງ ແມ່ນມີຄວາມຫວັງ ແຕ່ມັນເປັນພຽງສ່ວນນຶ່ງເທົ່ານັ້ນ ຂອງຄວາມພະຍາຍາມໃນຫຼາຍໆດ້ານ.
ອາຈານ Kimani ເວົ້າວ່າ “ພວກເຮົາຄິດຄົ້ນຂຶ້ນມາທິດທາງອັນໃໝ່ຂຶ້ນ ໃນວິທີການຄວບຄຸມຕ່າງໆ. ພວກເຮົາຄິດຄົ້ນຂຶ້ນມາ ຢາອັນໃໝ່ໆ. ພວກເຮົາ ຕິດຕາມເບິ່ງ ພວກຢາທີ່ກຳລັງນຳໃຊ້ຢູ່ ເພື່ອເຮັດໃຫ້ແນ່ໃຈວ່າ ພວກຢານັ້ນ ເຮັດວຽກໄດ້ດີ ແລະ ບັນດາຜູ້ຊົມໃຊ້ ໃຊ້ໄດ້ດີ. ແລະ ພວກເຮົາຍັງ ຈະໄດ້ຄິດຄົ້ນຂຶ້ນມາ ຍຸດທະສາດໃໝ່ໆຕື່ມອີກ ເພື່ອປົກປ້ອງຜູ້ຕິດເຊື້ອ. ແລະ ໃນເມື່ອ ເຈົ້າໄດ້ເຮັດທຸກຢ່າງເຫຼົ່ານັ້ນ ໃນແບບອັນນຶ່ງອັນດຽວກັນແລ້ວ ພວກເຮົາຫວັງວ່າ ໃນທີ່ສຸດ ພວກເຮົາຈະເອົາຊະນະ ໂຣກມາລາເຣຍໄດ້.”
ນາງ Chaunga ກ່າວວ່າ ນາງມີຄວາມຫວັງວ່າ ອີກຫຼາຍໆຄົນ ຈະສະໜັບສະໜູນຕໍ່
ໂຄງການແຈກຢາຍມຸ້ງຍ້ອມຢາ ແລະ ຮັບເອົາວິທີທີ່ທັນສະໄໝຕ່າງໆ ໃນການກວດສອບ
ໂຣກມາລາເຣຍ ທີ່ຈະຫລຸດຜ່ອນ ອັດຕາຂອງການເສຍຊີວິດລົງຕື່ມອີກ ທີ່ WHO ກ່າວວ່າ
ຢູ່ທີ່ລະດັບ 47 ເປີເຊັນໃນທົ່ວໂລກ ແລະ 54 ເປີເຊັນໃນອາຟຣິການັ້ນ.