ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຊຸດໃໝ່ ຂອງສະຫະລັດ ຈະໄຂກອງປະຊຸມຂຶ້ນ ໃນວັນອັງຄານ ມື້ອື່ນ


ສະມາຊິກສະພາສູງ Mitch McConnell ສັງກັດັກຣີພັບບລິກັນ ທີ່ຈະເປັນຜູ້ນຳສຽງຂ້າງຫຼາຍ ໃນສະພາສູງສະຫະລັດ.
ສະມາຊິກສະພາສູງ Mitch McConnell ສັງກັດັກຣີພັບບລິກັນ ທີ່ຈະເປັນຜູ້ນຳສຽງຂ້າງຫຼາຍ ໃນສະພາສູງສະຫະລັດ.

ລັດຖະສະພາ​ຊຸດ​ໃໝ່​ຂອງສະຫະລັດ​ ຈະ​ໄຂ​ກອງ​ປະຊຸມ​ຂຶ້ນ
​ໃນ​ວັນ​ອັງ ຄານມື້​ອື່ນນີ້ ຊຶ່ງ​ບັນດາ​ສະມາຊິກ​ພັກ Republican
ຈະ​ເຂົ້າ​ຄວບ​ຄຸມ​ທັງ​ສະພາ​ຕໍ່າແລະ​ສະພາ​ສູງ ​ແລະ​ພວກ​ຫົວ
ນິຍົມ​ແນວທາງ​ເດີມ ມີ​ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ຕ່າວ​ປີ້ນນະ​ໂຍ
ບາຍ​ບາງ​ຢ່າງ​ຂອງ​ປະທານາທິ ບໍດີ ບາຣັກ ​ໂອ​ບາ​ມາ.

ທ່ານ Mitch McConnell ຜູ້​ທີ່​ຈະ​ເປັນ​ຜູ້ນຳ​ສຽງ​ຂ້າງ​ຫຼາຍ​ໃນ​ສະພາ​ສູງ ກ່າວ​ຕໍ່​ໂທລະພາບ
CNN ​ໃນ​ວັນ​ອາທິດ​ວານ​ນີ້ ​ວ່າການ​ທີ່​ຊາວ​ອາ​ເມຣິກັນ​ພຽງ​ແຕ່ປ່ອນ​ບັດ​ເລືອກຕັ້ງ​ເອົາ​ ລັດ
ຖະບານ​ທີ່ແບ່ງ​ແຍກ​ກັນ ຄື ລັດຖະສະພາທີ່ຄວບ​ຄຸມ​ໂດຍ​ພັກ Republican ​ແລະ​ປະທາ
ນາທິ ບໍດີ​ທີ່ສັງກັດ​ພັກ​ເດ​ໂມແກຣັດ​ນັ້ນ​ບໍ່​ໄດ້ໝາຍ​ຄວາມ​ວ່າ ສະຖານະ​ການ​ຈະຕ້ອງ​ຕົກ​ຢູ່​
ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ສະ​ເໝີ​ໄປ. ທ່ານ McConnell ກ່າວ​ວ່າ ບັນດາ​ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ ຢາກ​ໃຫ້​ມີການ​ປະນີປະນອມ​ກັນ ​ແລະມີ​ຄວາມ​ຄືບ​ໜ້າ​ໃນ​ເລື້ອງ​ສຳຄັນໆ​ຕ່າງໆ.

ຜູ້ນຳ​ພັກ Republican ກ່າວ​ວ່າ ພາລະກິດ​ສຳຄັນທຳ​ອິດ​ຂອງສະພາ​ສູງ ຈະ​ແມ່ນ​ການ​ຮັບຮອງ​ເອົາ​ຮ່າງ​ຍັດຕິ​ວ່າ​ດ້ວຍ​ການ​ສ້າງ​ທໍ່​ລຳລຽງ​ນ້ຳມັນ Keystone. ບັນດາ​ຜູ້​ສະໜັບ
ສະ​ໜຸນຮ່າງ​ຍັດຕິດັ່ງກ່າວ ​ເວົ້າ​ວ່າ ມັນຈະ​ສ້າງ​ໜ້າ​ວຽກຫຼາຍ​ຂຶ້ນ ​ແລະ​ເຮັດ​ໃຫ້​ສະຫະລັດ
​ເປັນ​ເອກະລາດ ໃນ​ດ້ານ​ພະລັງງານ ​ແຕ່​ພວກ​ສະມາຊິກ​ພັກ​ເດ​ໂມ​ແ​ກຣັດຝ່າຍ​ຄ້ານ ​ເອີ້ນວ່າ ​ເປັນ​ໄພ​ຫາ​ຍະ​ນະ​ດ້ານ​ສິ່ງ​ແວດ​ລ້ອມ ທີ່​ກຳລັງ​ຄອຍ​ຖ້າ​ຈະ​ເກີດ​ຂຶ້ນ ​ແລະ​ວ່າ​
ໜ້າ​ວຽກ​ທັງ​ໝົດ​ທີ່​ຈະ​ສ້າງຂຶ້ນ​ນັ້ນ ​ແມ່ນ​ເປັນ​ວຽກ​ຊົ່ວຄາວ​ຍົກ​ເວັ້ນ​ຈຳນວນ​ນ້ອຍໆ​ເທົ່ານັ້ນ.

ພວກ​ສະມາຊິກ​ພັກ Republican ຢູ່​ໃນທັງ​ສອງ​ສະພາ​ຈະ​ພະຍາຍາມ​ຕ່າວປີ້ນ​ການ​ປະຕິ​
ຮູບ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສຸຂະພາບ​ທີ່ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ເປັນ​ກົດໝາຍ​ບັງຄັບ​ໃຊ້ ​ແລະ​ຈະ​ຂັດຂວາງ ​ຄຳ​ສັ່ງ​ດ້ານ​ບໍລິຫານ​ຂອງ​ທ່ານ​ກ່ຽວ​ກັບ​ເລື້ອງ
ພວກ​ຄົນເຂົ້າ​ເມືອງ​ຜີ​ດກົດໝາຍນັ້ນ.

ວີດີໂອ ກ່ຽວກັບ ລັດຖະສະພາຊຸດໃໝ່ ຂອງສະຫະລັດ:

Republicans Set to Flex Muscles on Capitol Hill
please wait

No media source currently available

0:00 0:02:27 0:00

(( TITLE: CONGRESS OBAMA 2nd UPD
HEAD: New Republican-Controlled Congress Opens This Week
DATE: 01/04/2015
PUBLISHED AT: Sunday, January 04, 2015 4:23:33 PM
NUMBER: 9711522


The new U.S. Congress convenes Tuesday with Republicans controlling both the House of Representatives and the Senate, and conservatives determined to reverse some of President Barack Obama's policies.

Incoming Senate Majority Leader Mitch McConnell, speaking on CNN television Sunday, said just because Americans voted for a divided government (a Republican-controlled Congress and a Democratic president) it does not have to mean gridlock. McConnell said voters want compromise and progress on key issues.

The Republican leader has said the Senate's first major task will be approving the Keystone oil pipeline. Supporters say it will create jobs and energy independence for the U.S. Democratic opponents call it an environmental disaster waiting to happen, and that all but a few of those jobs would be temporary.

((rest opt))

Republicans in both chambers also will seek to overturn President Barack Obama's signature health care reform and block his executive order on immigration.

Mr. Obama has said he will veto Republican bills he does not like. Even with majorities in both hoses, Republicans may not have enough votes to overturn any vetoes.

But the president has said he looks forward to working with the new Congress and believes there is enough common ground on many issues.
XS
SM
MD
LG