ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການກວດຄົ້ນ ແລະ ຄວບຄຸມຕົວຄົນ ຄັ້ງໃໝ່ ໃນການສອບສວນ ການໂຈມຕີ ລອນດອນ


ຄົນທີ່ເດີນທາງໄປເຮັດວຽກຍ່າງຜ່ານຕຳຫຼວດ ຢູ່ຂົວ ລອນດອນ ໃນນະຄອນຫຼວງ ລອນດອນ, ອັງກິດ. 5 ມິຖຸນາ, 2017.
ຄົນທີ່ເດີນທາງໄປເຮັດວຽກຍ່າງຜ່ານຕຳຫຼວດ ຢູ່ຂົວ ລອນດອນ ໃນນະຄອນຫຼວງ ລອນດອນ, ອັງກິດ. 5 ມິຖຸນາ, 2017.

ຕຳຫຼວດ ລອນດອນ ໄດ້ດຳເນີນການກວດຄົ້ນເພີ່ມເຕີມ ໃນວັນຈັນມື້ນີ້ ທີ່ເຊື່ອມໂຍງກັບ ການສືບສວນສອບສວນຂອງພວກເຂົາເຈົ້າ ກ່ຽວກັບ ການໂຈມຕີ ທີ່ໄດ້ເຮັດໃຫ້ປະຊາ
ຊົນເສຍຊີວິດ 7 ຄົນ ແລະ ບາດເຈັບຫຼາຍກວ່າ 50 ຄົນເມື່ອວັນເສົາທີ່ຜ່ານມາ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ກອງບັນຊາການປາບປາມລັດທິກໍ່ການຮ້າຍ ໄດ້ຄວບຄຸມ
ຕົວ “ຫຼາຍຄົນ” ໃນລະຫວ່າງການກວດຄົ້ນ ຢູ່ສະຖານທີ່ແຫ່ງຕ່າງໆ ໃນຂົງເຂດ
Newham ແລະ Barking.

ການຄວບຄຸມຕົວຄັ້ງໃໝ່ ໄດ້ເພີ່ມຕົວເລກເປັນ 12 ຄົນ ທີ່ຕຳຫຼວດໄດ້ກ່າວວ່າ ຖືກຈັບ
ກຸມ ໃນຕອນຄໍ່າຂອງວັນອາທິດວານນີ້.

ເຈົ້າໜ້າທີ່ຕຳຫຼວດນະຄອນບານທ່ານນາງ Cressida Dick ໄດ້ກ່າວຕໍ່ໂທລະພາບ
Sky News ວ່າ ບັນດານັກສືບສວນສອບສວນເຊື່ອວ່າພວກເຂົາເຈົ້າຮູ້ເອກະລັກຂອງ ຜູ້ຊາຍສາມຄົນ ຢູ່ໃນລົດຕູ້ທີ່ຂັບຢຽບຜູ້ຄົນຢູ່ຂົວ ລອນດອນ, ແລ້ວອອກໄປແທງປະຊາ
ຊົນຫຼາຍຄົນ ຢູ່ຕະຫຼາດທີ່ຢູ່ໃນບໍລິເວນໃກ້ຄຽງ ກ່ອນຖືກຕຳຫຼວດຍິງຕາຍ. ແຕ່ທ່ານນາງ
ໄດ້ກ່າວເພີ່ມເຕີມວ່າ ມັນຍັງບໍ່ເຖິງເວລາທີ່ຈະໃຫ້ຄຳເຫັນ ກ່ຽວກັບ ຊື່ຂອງພວກເຂົາຢ່າງ
ເປີດເຜີຍ.

ທ່ານນາງ Dick ກ່າວວ່າ “ພວກເຮົາໄດ້ພະຍາຍາມທີ່ຈະຊອກຫາວ່າ ມີຄົນອື່ນອີກບໍ່
ທີ່ພະຍາຍາມຊ່ວຍເຫຼືອພວກເຂົາ ແລະ ເຂົ້າໃຈເບື້ອງຫຼັງຂອງການໂຈມຕີນີ້ໃຫ້ຫຼາຍ
ເທົ່າທີ່ພວກເຮົາຈະສາມາດເຮັດໄດ້.”

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີ ຜ່ານອົງການຂ່າວ
Amaq.

ນາຍົກລັດຖະມົນຕີ ທ່ານນາງ Theresa May ໄດ້ກ່າວໃນວັນອາທິດວານນີ້ວ່າ ການ
ໂຈມຕີກໍ່ການຮ້າຍໃນ ອັງກິດ ສາມຄັ້ງໃນສາມເດືອນທີ່ຜ່ານມາແມ່ນ “ເຊື່ອມໂຍງກັບ ອຸດົມຄະຕິອັນຊົ່ວຮ້າຍຂອງລັດທິກໍ່ການຮ້າຍ ອິສລາມ.”

ທ່ານນາງ ໄດ້ກ່າວວ່າ ມັນມີ “ການອົດກັ້ນສຳລັບລັດທິກໍ່ການຮ້າຍໃນປະເທດຂອງ ພວກເຮົາຫຼາຍໂພດ,” “ພວກເຮົາຕ້ອງເຂັ້ມແຂງໃນການລະບຸ ແລະ ກຳຈັດລັດທິກໍ່ ການຮ້າຍໃນການບໍລິການສັງຄົມ ແລະ ສັງຄົມທົ່ວປະເທດ.” “ມັນເຖິງແລ້ວທີ່ຈະ
ເວົ້າວ່າ ພໍແລ້ວ ພໍທໍ່ນີ້.”

ທ່ານນາງ May ໄດ້ກ່າວວ່າ ການໂຈມຕີໃນວັນເສົາທີ່ຜ່ານມາວ່າບໍ່ປາກົດວ່າຈະເຊື່ອມ
ໂຍງກັບການລະເບີດສະຫຼະຊີບ ທີ່ໄດ້ເຮັດໃຫ້ປະຊາຊົນ 22 ຄົນເສຍຊີວິດໃນສັບປະດາ
ທີ່ຜ່ານມາ ຫຼັງຈາກຄອນເສີດຂອງນາງ Ariana Grande ໃນເມືອງ Manchester ຫຼື ການໂຈມຕີຄົນຍ່າງຕາມຖະໜົນອີກຄັ້ງໜຶ່ງຢູ່ຂົວ Westminster ໃນເດືອນມີນາທີ່ຜ່ານ
ມາ.

London police carried out more raids Monday in connection with their investigation into Saturday's attack that killed seven people and wounded more than 50 others.

Authorities said the Counter Terrorism Command detained "a number" of people during searches at locations in the Newham and Barking areas.

The new detentions add to the 12 people police said had been arrested as of late Sunday.

Metropolitan Police Commissioner Cressida Dick told Sky News that investigators believe they know the identities of the three men who were inside a van that struck pedestrians on London Bridge, then got out and stabbed numerous people at a nearby market area before being shot dead by police.But she added it was not time to comment on the names publicly.

"We are trying to find out whether anybody was helping them and to understand the background to this attack as best as we possibly can," Dick said.

The Islamic State group claimed responsibility for the attack through its Amaq news agency.

Prime Minister Theresa May said Sunday that three terrorist attacks in Britain in the last three months are "bound together by the evil ideology of Islamist extremism."

There is "far too much tolerance for extremism in our country," May said. "We need to be more robust in identifying and stamping out extremism in public service and across society...it's time to say enough is enough."

May said Saturday's attack does not appear to be connected to the a suicide bombing last month that killed 22 people after an Ariana Grande concert in Manchester or another attack on pedestrians on Westminster Bridge in March.

After Three Terror Attacks in Three Months, Britain Rethinks Its Future
please wait

No media source currently available

0:00 0:02:42 0:00

World Condemns London Terror Attack, But Life to Go On As Usual
please wait

No media source currently available

0:00 0:01:48 0:00
XS
SM
MD
LG