ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້​ສະ​ໝັກ​​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ປີ 2020 ຈາກ​ພັກ​ເດ​ໂມ​ແຄ​ຣັດ ກຳ​ລັງ​ຫາ​ສຽງ ຢ່າງ​ຫ້າວ​ຫັນ ໃນລັດ ນິວແຮມ​ເຊີ


ລັດນິວແຮມ​ເຊີ (New Hampshire)ເປັນ​ລັດ​ທຳ​ອິດ​ທີ່​ຈະ​ປ່ອນ​ບັດ​ເລືອກ​ເອົາ​ຜູ້​​ຖືກ​ແຕ່ງ​ຕັ້ງ​ໃຫ້ຕາງ​ໜ້າ​ພັກ ເຂົ້າແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.
ລັດນິວແຮມ​ເຊີ (New Hampshire)ເປັນ​ລັດ​ທຳ​ອິດ​ທີ່​ຈະ​ປ່ອນ​ບັດ​ເລືອກ​ເອົາ​ຜູ້​​ຖືກ​ແຕ່ງ​ຕັ້ງ​ໃຫ້ຕາງ​ໜ້າ​ພັກ ເຂົ້າແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ບັນ​ດາຜູ້​ທີ່​ມີ​ຄວາມ​ຫວັງ​ຈະ​ໄດ້​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2020 ພາ​ກັນ​ພ້ອມແລ້ວ​ທີ່​ຈະ​ທຳ​ການໂຄ​ສະ​ນາຫາ​ສຽງ​ຢ່າງ​ໜັກ ຢູ່​ໃນ​ລັດນິວແຮມ​ເຊຍ (New Hampshire) ທີ່​ເປັນ​ລັດ​ຫລັກ ຫລື ເປັນ​ລັດນຶ່ງ​ໃນ​ບັນ​ດາລັດ​ທຳ​ອິດ​ທີ່​ຈະ​ປ່ອນ​ບັດ​ເລືອກ​ເອົາ​ຜູ້ຖືກ​ແຕ່ງ​ຕັ້ງ​ໃຫ້ຕາງ​ໜ້າ​ພັກ​ເດ​ໂມ​ແຄ​ຣັດ ເຂົ້າແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ. ດັ່ງ​ທີ່ Esha Sarai, ນັກ​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ຈາກທີ່​ແຂງ​ແກ່ນ​ເໝືອນ​ຫີນ, ເວ​ທີ​ສຳ​ລັບ​ຜູ້​ລົງ​ສະ​ໝັກເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ໃຫຍ່ ແລະ​ມີ​ຄົນເຂົ້າ​ໄປເພີ້ມ​ຂຶ້ນ​ເລື້ອຍໆ ແລະ​ການ​ແຂ່ງ​ຂັນ​ກໍ​ເປີດກວ້າງ​ຫລາຍ, ບົວ​ສະ​ຫວັນມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ຍັງ​ເວ​ລາເກືອບ 1 ປີ ກ່ອນທີ່​ປະ​ຊາ​ຊົນ​ຈະ​ພາ​ກັນ​ໄປ​ຫາ​ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ ເທື່ອ​ທຳ​ອິດ​ຂອງ​ປະ​ເທດນັ້ນ, ລັດ​ນິວ​ແຮມ​ເຊຍ (New Hampshire) ກຳ​ລັງ​ກະ​ກຽ​ມສຳ​ລັບ​ສິ່ງ​ທີ່​ລັດ​ນັ້ນ​ເອີ້ນ​ວ່າ ​ກິ​ລາ​ຂອງ​ລັດ​ຕົນ-ຊຶ່ງ​ກໍ​ຄື​ການ​ເມືອງນັ້ນ​ເອງ. ແລະ​ຜູ້​ປ່ອນ​ບັດແມ່ນ​ມີ​ຜູ້​ທີ່​ໃຫ້​ເລືອກ​ຫລາຍໆຄົນ.

ລູ​ຊີ ສະ​ເປັນ​ເຊີ (Lucy Spencer), ປະ​ຊາ​ຊົນ​ໃນ​ລັດ​ນິວ​ແຮມ​ເຊຍ​ຄົນ​ນຶ່ງ ເວົ້າ​ວ່າ: "​ມີຄວາມ​ຫ້າວ​ຫັນສູງ. ເຈົ້າ​ມີ​ທ່ານ ຄໍ​ຣີ ບຸກ​ເຄີ (Cory Booker) ທີ່​ຈະ​ມາ​ເມືອງນີ້ໃນມື້​ອື່ນ​ໜີ້, ແລ້ວກໍ​ມີ​ຜູ້​ສະ​ໝັກ​ແຂ່​ງຂັນຄົນ​ອື່ນໆອີກ, ສະ​ນັ້ນ​ຂ້ອຍ​ມີ​ຄວາມ​ລຳ​ບາ​ກ​ໃຈ​ທີ່​ຈະ​ເລືອກ​ເອົາ​ທາງ​ໃດດີ!"

ຜູ້​ແທນ​ສະ​ພາ​ສູງ ຄີ​ລ​ສ໌​ເທັນ ກີ​ລ​ລີ​ແບ​ຣນຈາກ​ລັດ​ນິວຢອກ (ຢືນ​ກ່າວ​ຄຳ​ປາ​ໄສ), ເປັນ​ຜູ້​ສະ​ໝັກ​ແຂ່ງ​ຂັນ​ຄົນ​ນຶ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ພະ​ຍາ​ຍາມ​ໃຫ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃຫ້​ຕາງ​ໜ້າ​ພັກ ເພື່ອ​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ລົງ​ຈາກ​ຕຳ​ແໜ່ງ​ໄດ້
ຜູ້​ແທນ​ສະ​ພາ​ສູງ ຄີ​ລ​ສ໌​ເທັນ ກີ​ລ​ລີ​ແບ​ຣນຈາກ​ລັດ​ນິວຢອກ (ຢືນ​ກ່າວ​ຄຳ​ປາ​ໄສ), ເປັນ​ຜູ້​ສະ​ໝັກ​ແຂ່ງ​ຂັນ​ຄົນ​ນຶ່ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ພະ​ຍາ​ຍາມ​ໃຫ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃຫ້​ຕາງ​ໜ້າ​ພັກ ເພື່ອ​ເຮັດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ລົງ​ຈາກ​ຕຳ​ແໜ່ງ​ໄດ້

ໃນ​ວັນ​ທ້າຍ​ສັບ​ປະ​ດາມໍ່ໆ​ມາ​ນີ້, ທ່ານ ຄໍ​ຣີ ບຸກ​ເຄີ (Cory Booker), ທ່າ​ນ​ນາງ ຄີ​ລ​ສ໌​ເທັນ ກີ​ລ​ລີ​ແບ​ຣນ (Kirsten Gillibrand) ແລະ ທ່ານ ພີ​ເຕີ ບູເດີ​ເຈດ (Pete Buttigieg) ໄດ້​ຈັດ​ງານ​ໂຮມ​ຊຸມ​ນຸມ​ຂຶ້ນ​ຫລາຍ​ງານ ຢູ່​ໃນ​ລັດດັ່ງ​ກ່າວ ຊຶ່ງໄດ້​ພະ​ຍາ​ຍາມ​ຢ່າງ​ໜັກ ເພື່ອເຮັດ​ໃຫ້ຄົນ​ອື່ນ​ເຫັນ​ຄວາມ​ແຕກ​ຕ່າງ​ຂອງ​ເຂົາ​ເຈົ້າວ່າແຕ່​ລະ​ຄົນຕ່າງ​ກັນແນວ​ໃດ.

ເບິ່ງວີ​ດິ​ໂອ​: ຜູ້​ຫວັງ​ຈະ​ໄດ້ ເປັນ​ປະ​ທາ​ນາ​ທິ​ບໍ​ດີ 2020 ກຳ​ລັງ​ຫາ​ສຽງ ເພື່ອ​ໃຫ້ຜູ້​ປ່ອນ​ບັດ​ໃນ ໃນລັດນິວແຮມ​ເຊຍເລືອກ​ເອົາ​ຕົນ​ເອງ

2020 Presidential Hopefuls Woo New Hampshire Voters
please wait

No media source currently available

0:00 0:02:33 0:00

ທ່ານ ເສດ ເຟດ​ຊີ (Seth Facey), ປະ​ຊາ​ຊົນ​ຜູ້​ນຶ່ງ​ອາ​ໄສ​ໃນ​ລັດ​ນິວ​ແຮມ​ເຊຍ ເວົ້າ​ວ່າ: "ພວກ​ເຮົາ​ເປັນ​ລັດ​ທີ່​ນ້ອຍໆ, ພວກ​ເຮົາຮູ້​ວຶກວ່າ ພວກ​ຕົນ​ບໍ່​ມີ​ຄວາມ​ສຳ​ຄັນ​ໃນ​ຫລາຍໆ​ເລື້ອງ ແຕ່​ວ່າ ມັນ​ເປັນ​ເລື້ອງ​ດີ​ຫລາຍ​ທີ່​ພວກ​ເຮົາ​ມີ​ຄວາມ​ສຳ​ຄັນ​ຫລາຍໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ການ​ເລືອກ​ຕັ້ງ​ຕ່າງໆ ໂດຍ​ທົ່ວ​ໄປ. ສະ​ນັ້ນ ຂ້າ​ພະ​ເຈົ້າຄິດ​ວ່າ ພວກ​ເຮົາ​ແມ່ນ​ພາ​ກັນ​ເຮັດ​ໜ້າ​ທີ່ຮັບຜິດ​ຊອບ​ອັນ​ນັ້ນ ຢ່າງ​ຈິງ​ຈັງ."

ທ່ານ ຄໍ​ຣີ ບຸກ​ເຄີ (Cory Booker), ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ຄົນ​ນຶ່ງ​ກ່າວ​ວ່າ: "ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ແຕກ​ຕ່າງ​ຈາກ​ເ​ກືອບ​ໝົດ​ທຸກ​ຄົນ ທີ່ຢູ່ໃນການ​ໂຄ​ສະ​ນາ​ຫາ​ສຽງໃນຄັ້ງ​ນີ້​ຫລາຍ; ທີ່​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ບໍ່​ຮູ້ເລີຍ​ວ່າ ​ມີ​ໃຜແດ່ທີ່​ໄດ້​ບໍລິ​ຫານຕົວ​ເມືອງ​ໃຫ​ຍ່ ແລະ​ມີ​ຜົນ​ສຳ​ເລັດ​ໃນ​ການ​ເຮັດໃຫ້​ມີ​ການ​ພັດ​ທະ​ນາທາງ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດຂອງ​ຕົວ​ເມືອງຟື້ນກັບ​ຄືນມາ​ອີກ​ໃນ​ຮອບ 60 ປີຜ່ານ​ມານີ້..."

​ທ່ານນາງ ຄີ​ລ​ສ໌​ເທັນ ກີ​ລ​ລີ​ແບ​ຣນ (Kirsten Gillibrand) ຜູ້​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອີກຄົນ​ນຶ່ງ​ກໍເວົ້າ​ວ່າ:
"ເລື້ອງ​ລາວ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ແຕກ​ຕ່າງ​ຈາກ​ຄົນ​ອື່ນຫລາຍ. ຂ້າ​ພະ​ເຈົ້າ​ມາ​ຈາກ​ເຂດຊົນ​ນະ​ບົດ​ຂອງ​ລັດ​ນິວຢອກ; ຂົງ​ເຂດ​ເລືອກ​ຕັ້ງ​ສະ​ມາ​ຊິກສະ​ພາ​ຕ່ຳ​ແຫ່ງ​ທຳ​ອິດຂອງຂ້າ​ພະ​ເຈົ້າ ​ແມ່ນເມືອງ​ທີ່​ມີ​ຄົນ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ​ໃນ​ອັດ​ຕາ​ສ່ວນ 2 ຕໍ່ 1. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ເມືອງ​ດັ່ງ​ກ່າວສອງ​ຄັ້ງແລ້ວ-ຊຶ່ງ​ຄັ້ງ​ທີ​ສອງ ແມ່ນ​ໄດ້​ຮັບ​ຄະແນນສຽງ 24 ສຽງ​ລື່ນ​ຄູ່​ແຂ່ງ..."

​ສະ​ມາ​ຊິກ​ສະ​ພາ​ສູງ ຄໍຣີ ບຸກ​ເຄີ (Cory Booker) ຈາກ​ລັດ​ນິວ​ເຈີ​ຊີ ຖ່າຍ​ຮູບ​ແບບ​ແຊ​ລ​ຟີ​ກັບ ຜູ້​ຜ່ອນ​ບັດ ຢູ່​ໃນ​ລັດ​ນິວ​ແຮມ​ເຊຍ
​ສະ​ມາ​ຊິກ​ສະ​ພາ​ສູງ ຄໍຣີ ບຸກ​ເຄີ (Cory Booker) ຈາກ​ລັດ​ນິວ​ເຈີ​ຊີ ຖ່າຍ​ຮູບ​ແບບ​ແຊ​ລ​ຟີ​ກັບ ຜູ້​ຜ່ອນ​ບັດ ຢູ່​ໃນ​ລັດ​ນິວ​ແຮມ​ເຊຍ

​ສ່ວນທ່ານ ພີ​ເຕີ ບູເດີ​ເຈດ (Pete Buttigieg)​ ຜູ້ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອີກຄົນ​ນຶ່ງ​ເວົ້າ​ວ່າກໍ​ເວົ້າ​ວ່າ:
"ພວກ​ເຮົາ​ແນ່ນອນ​ແມ່ນ​ຕາງ​ໜ້າ​ໃຫ້​ແກ່​ສິ່ງ​ໃດ ສິ່ງ​ນຶ່ງທີ່ບໍ່​ເໝືອນ​ກັນ ແລະ ທ່ານ ​ກໍ​ສາ​ມາດ​ເຫັນ​ວ່າ ​ມີພະ​ລັງຈາກ​ປະ​ຊາ​ຊົນໃນ​ທຸກ​ລຸ້ນ​ຄົນ ​ເຕົ້າ​ໂຮມ​ກັນ​ປິ່ນອ້ອມຄວາມ​ຄິດໃນ​ການ​ໂຄ​ສະ​ນາ​ຫາ​ສຽງທີ່​ເພັ່ງ​ເລັງ​ໃສ່ອະ​ນາ​ຄົດ ..."ພວກປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ລັດ​ນິວ​ແຮມ​ເຊຍ ມີ​ຄວາມ​ຄຸ້ນ​ເຄີຍ​ໃນ​ການ​ທີ່ໄດ້ເຫັນ ພວກ​ລົງ​ສະ​ໝັກ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເກືອບ​ໝົດ​ທຸກ​ຄົນ​ພາ​ກັນ​ມາ​ເມືອງ ຂອງ​ພວກ​ເຂົາ​ເຈົ້າ​ກ່ອນ​ຈະ​ທຳ​ການ​ຕັດ​ສິນ​ໃຈ​ ໃນ​ການ​ສະ​ໝັກ ແລະ ຜູ້​ສະ​ໝັກ​ແຂ່ງ​ຂັນບາງ​ຄົນ ​ກໍຕ້ອງ​ໄດ້​ໄປ​ປາ​ກົດ​ໂຕ​ຕໍ່​ໜ້າ​ກຸ່ມ​ນ້ອຍໆ​ຫລາຍ​ກຸ່ມ ເພື່ອ​ເຮັດ​ໃຫ້​ເກີດການ​ກະ​ທົບຕໍ່​ຜົນ​ການ​ເລືອກ​ຕັ້ງໄດ້.

ທ່ານ ພີ​ເຕີ ບູເດີ​ເຈດ (Pete Buttigieg)​ ເຈົ້າ​ເມືອງ South Bend ໃນ​ລັດ​ອິນ​ເດຍ​ນາ ທີ່​ມີ​ອາ​ຍຸ 37 ປີ, ຖ້າ​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈະ​ກາຍ​ເປັນປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທີ່​ໜຸ່ມ​ທີ່​ສຸດ
ທ່ານ ພີ​ເຕີ ບູເດີ​ເຈດ (Pete Buttigieg)​ ເຈົ້າ​ເມືອງ South Bend ໃນ​ລັດ​ອິນ​ເດຍ​ນາ ທີ່​ມີ​ອາ​ຍຸ 37 ປີ, ຖ້າ​ໄດ້​ຮັບ​ການ​ເລືອກ​ຕັ້ງ ຈະ​ກາຍ​ເປັນປະ​ທາ​ນາ​ທິ​ບໍ​ດີ ສ​ຫລ ທີ່​ໜຸ່ມ​ທີ່​ສຸດ

ທ່ານ ນີ​ລ ລີ​ເວັ​ສ​ເກິ (Neil Levesque), ນັກ​ວິ​ທະ​ຍາສາດ​ດ້ານ​ການ​ເມືອງ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ເຊັນ​ທ໌ ແອນ​ແຊ​ລ​ມ໌ (St. Anselm College) ໃຫ້​ຄຳ​ເຫັນ​ວ່າ​: “ສະ​ນັ້ນ ເມື່ອ​ພວກ​ເຂົາ​ເຈົ້າ​ທຳ​ການ​ສູ້​ຢັນ​ກັນ ແລະ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້ມີ​ຄວາມ​ແຕກ​ຕ່າງ​ ແລະ​ປຽບ​ທຽບ​ໃຫ້​ເຫັນເຖິງຄວາມ​ແຕກ​ຕ່າງ​ຈາກກັນ ແລະ​ກັນຢ່າງ​ຊັດ​ເຈນໄດ້ນັ້ນ ທີ່​ຈິງ​ແລ້ວ​ ແມ່ນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ດີ. ແລະ ມັນ​ກໍ​ເປັນ​ການ​ດີ​ສຳ​ລັບ​ຜູ້​ໄປ​ປ່ອນ​ບັດ ​ທີ່​ສາ​ມາດ​ເຫັນ​ເປັນເຊັ່ນ​ນັ້ນໄດ້. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ ດຽວນີ້ ທ່ານ​ຮູ້ບໍ່ ພວກ​ເຂົາ​ເຈົ້າ​ພາ​ກັນ​ມາ​ລັດນິວ​ແຮມ​ເຊຍ ແຕ່​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໃຫ້​ຄົນ​ຖາມ​ຄຳ​ຖາມ​ເທົ່າ​ນັ້ນ​, ​ເຂົາ​ເຈົ້າ​ຍັງ​ຕອບ​ຄຳ​ຖາມ​ທີ່​ຕາມ​ມາ​ອີກ​ດ້ວຍ."

ທ່ານ ວອ​ລ​ເຕີ ຄິງ (Walter King), ຄະ​ນະ​ກຳ​ມະ​ການ​ພັກ​ເດ​ໂມ​ແຄ​ຣັ​ດ ໃນ​ເມືອງໂດບ​ເວີ (Dover Democratic Committee) ກ່າ​ວ​ວ່າ: "ໃນ​ການ​ທີ່​ພວກ​ເຂົາ​ເຈົ້າ​ສາ​ມາດ​ຕອບ​ຄຳ​ຖາມ​ໄດ້ ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ເລື້ອງ​ທີ່​ສຳ​ຄັນ​ຫລາຍອີ່​ຫລີ ເພາະ​ເຈົ້າ​ສາ​ມາດ​ມີ​ຮູ້ໄດ້ ເມື່ອ​ຜູ້​ໃດ​ທີ່ ຊັກ​ຊວນ​ໃຫ້​ໄປ​ປ່ອນ​ບັດ ແລະ​ພະ​ຍາ​ຍາມ​ທີ່​ຈະ​ເວົ້າ​ຄຳ​ເວົ້າທີ່​ຖືກ​ໃຈ ແທນ​ທີ່​ຈະ​ເວົ້າ ສິ່ງ​ໃດ​ສິ່ງ​ນຶ່ງ​ທີ່​ເປັນ​ເລື້ອງ​ເປັນ​ລາວ​ທີ່​ສຳ​ຄັນ."

ພວກ​ປ່ອນ​ບັດແມ່ນ​ເຮັດ​ໜ້າ​ທີ່​ຂອງ​ຕົນ ​ໃນການ​ພິ​ຈາ​ລະ​ນາເບິ່ງ​ຜູ້​ສະ​ໝັກ​ແຂ່ງ​ຂັນຢ່າງ​ເອົາ​ຈິງ​ເອົາ​ຈັງ.

ນາງງ ຄໍ​ລີ ແມັກ​ໄບ​ຣ​ດ໌ (Callie McBride), ປະ​ຊາ​ຊົນ​ຜູ້​ນຶ່ງ​ອາ​ໄສ​ໃນ​ລັດ​ນິວ​ແຮມ​ເຊຍອີກ​ຄົນ​ນຶ່ງ ເວົ້າ​ວ່າ:"ຂ້ອຍ​ພະ​ຍາຍາມ​ທີ່​ຈະ​ເຮັດ​ທຸກ​ສິ່ງ ທຸກ​ຢ່າງ​ທີ່​ເປັນ​ເລື້ອງ​ໃນ​ທ້ອງ​ຖິ່ນ, ເອີ້, ປີນີ້ ຈະ​ເປັນ​ປີ​ທຳ​ອິດທີ່​ຂ້ອຍສາ​ມາດ​ໄປ​ປ່ອນ​ບັດ​ໄດ້, ສະ​ນັ້ນ ຂ້ອຍ​ຄິດ​ວ່າ ການ​ເຮັດສຽງ​ຂອງ​ຂ້ອຍຖືກ​ຮັບ​ຮູ້ຫລາຍ​ເທົ່າ​ກັນ​ກັບສຽງ​ຂອງ​ຄົນ​ທີ່​ຢູ່​ຂ້າງ​ຂ້ອຍ ແມ່ນ​ເປັນ​ເລື້ອງທີ່​ສຳ​ຄັນ​ຫລາຍ."

ຜູ້​ສະ​ໝັກ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ມີ​ເວ​ລາ​ຮອດ​ເດືອນ​ກຸມ​ພາ​ໜ້າ ທີ່​ຈະ​ມີ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ລັດ​ຂຶ້ນ ເພື່ອ​ເຮັດ​ໃຫ້​ຜູ້​ປ່ນ​ບັດ​ໃນ​ລັດນິວ​ແຮ​ມ​ເຊຍເຊື່ອ​ໝັ້ນ​ໄດ້​ວ່າ ພວກ​ເຂົາ​ເຈົ້າ​ມີ​ສິ່ງ​ທີ່​ຈະ​ເຮັດ​ໃຫ້ປະ​ທາ​ນາ​ທິ​ບໍ​ດີ ​ດໍ​ໂນ​ລ ທຣຳ ທີ່​ມາ​ຈາກ​ພັກ​ຣີ​ພັບ​ບ​ລິ​ກັນ​ລົງ​ຈາກ​ຕຳ​ແໜ່ງ​ໄດ້.

ອ່ານ​ຂ່າວ​ເພີ້ມນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດຢູ່​ຂ້າງ​ລຸ່ມນີ້

Twenty-twenty presidential hopefuls are already campaigning heavily in the key U.S. state of New Hampshire - among the first states that will vote to choose a Democratic nominee. As VOA's Esha Sarai reports from the Granite State, the field of candidates is huge and growing, and the race is wide open.

Nearly a year before residents go to the polls in the first primary in the nation, New Hampshire is gearing up for what it calls its state sport - politics. And voters have a lot of options.

Lucy Spencer, New Hampshire Resident:
"The energy is great. You have got Cory Booker around town tomorrow, other candidates, so I am having a hard time choosing where to go!"

On a recent weekend, presidential hopefuls Cory Booker, Kirsten Gillibrand and Pete Buttigieg held multiple events in the state, working hard to distinguish themselves from one another.

Cory Booker, Presidential Candidate: "My experiences are very different than most of the people in this campaign; in fact I do not know of anybody who has run a large city and succeeded in creating its biggest economic development resurgence in 60 years..."

Kirsten Gillibrand, Presidential Candidate: "My story is very different. I come from a rural part of New York state; my first House district was a two-to-one Republican district. I won that district twice - the second time by a 24-point margin..."

Pete Buttigieg, Presidential Candidate: "We certainly represent something that is not like the others and you can see the energy from people from all generations around the idea of a campaign that is focused on the future ..."

New Hampshire voters are used to seeing most presidential contenders come to their towns before making a decision, and the candidates must make frequent appearances before small groups to have an impact.

Neil Levesque, Political Scientist, St. Anselm College: "So when they challenge each other and try to create differences, and contrast with each other, that is actually good for campaigns. And it is good for voters to see that. So I think right now, it is, you know, they are coming into New Hampshire, but they are not only taking questions, they are taking the follow-up questions."

Walter King, Dover Democratic Committee: "The way they can answer a question I think that is really important because you can kind of sense when someone is pandering for votes and trying to say the right thing versus saying anything substantive."

Voters take their job of vetting the candidates seriously.

Seth Facey, New Hampshire Resident: "We are a very small state, we feel like we do not matter in a lot of things, but it is cool that we do matter a lot in the presidential election and elections in general. So I think we really do take this responsibility seriously."

Callie McBride, New Hampshire Resident: "I try to do anything that is local because, well, this year is going to be my first year being able to vote, so I think it is very important that my voice matters as much as the person next to me."

Democratic candidates have until the state's primary election next February to convince New Hampshire voters that they have what it takes to unseat Republican President Donald Trump.

XS
SM
MD
LG