ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການຄົ້ນພົບ ຄັ້ງໃໝ່ ໃນທົ່ງໄຫຫີນ ຂອງ ລາວ ຊ່ວຍ ໃນການແກ້ໄຂ ບັນຫາ ລີ້ລັບ


ໄຫຖືກຝັງໄວ້ຢູ່ທົ່ງໄຫຫີນ ທາງພາກກາງຂອງ ລາວ.
ໄຫຖືກຝັງໄວ້ຢູ່ທົ່ງໄຫຫີນ ທາງພາກກາງຂອງ ລາວ.

ກຸ່ມນັກຄົ້ນຄວ້າຮ່ວມ ອັອສເຕຣເລຍ ກັບ ລາວ ໄດ້ຄົ້ນພົບຊາກກະ ດູກຄົນໃໝ່ອີິກຊຸດໜຶ່ງ ທີ່ສະຖານທີ່ທ່ອງທ່ຽວທົ່ງໄຫຫີນ, ເຊື່ອວ່າ ຈະມີອາຍຸຢ້ອນກັບຄືນໄປຫາຍຸກເຫຼັກ, ປະມານ 2,500 ປີຜ່ານມາ. ບັນດານັກວິທະຍາສາດກ່າວວ່າ ການປະຕິບັດວຽກໃນສະໜາມ ໄດ້ເພີ່ມຄວາມຮູ້ຢ່າງຫຼວງຫຼາຍ ຕໍ່ການເປີດເຜີຍເຖິງຄວາມລີ້ລັບ ຂອງໄຫຫີນ ແລະ ສະຖານທີ່ຝັງສົບທີ່ກະຈາຍໄປທົ່ວພື້ນທີ່ປະ ມານ 100 ແຫ່ງ.

ທົ່ງໄຫຫີນ, ຕັ້ງຢູ່ແຂວງຊຽງຂວາງ ທາງພາກກາງຂອງ ລາວ, ຍັງຄົງ ເປັນປິດສະໜາຕໍ່ບັນດານັກບູຮານະຄະດີຢູ່.

ນັກບັນຍາຍວິທຍາທີ່ມະຫາວິທະຍາໄລແຫ່ງຊາດ ອັອສເຕຣເລຍ ສາຂາບູຮານະຄະດີ ທ່ານ Dougald O’Reilly ຜູ້ທີ່ໄດ້ນຳພາການປະຕິບັດວຽກງານຢູ່ໃນສະໜາມກ່າວວ່າ “ນີ້ແມ່ນ ປິດສະໜາ ທີ່ມີຄວາມສຳຄັນຫຼາຍຂອງທົ່ງໄຫຫີນ. ໄຫຫີນທີ່ໃຫຍ່ໂຕພວກນີ້ ບາງໜ່ວຍມີ ນ້ຳໜັກເຖິງ 10,000 ໂຕນ, ເຊິ່ງມັນໄດ້ຖືກແກ່ລາກໄກເຖິງ 8 ຫາ 10 ກິໂລແມັດຈາກສະ ຖານທີ່ເຈາະຫີນ ແລະ ເອົາມາຕັ້ງເປັນກຸ່ມຄືແນວນີ້."

ບໍ່ມີໃຜຮູ້ກ່ຽວກັບຄົນພວກທີ່ເຈາະຂວັດໄຫຫີນນີ້ຫຼາຍທໍ່ໃດ ຈາກສະຖານທີ່ເຈາະຫີນ ຫຼື ແມ່ນ ແຕ່ບ່ອນທີ່ມາຕົ້ນຕໍ ແລະ ວ່າທຳອິດທຳອໍແມ່ນເຮັດໄຫເຫຼົ່ານິ້ຂຶ້ນມາໃສ່ຫຍັງກັນແທ້.

ໂຄງກະດູກທີ່ຖືກຄົ້ນພົບທຳອິດ ໃນທົ່ງໄຫຫີນທາງພາກກາງຂອງ ລາວ.
ໂຄງກະດູກທີ່ຖືກຄົ້ນພົບທຳອິດ ໃນທົ່ງໄຫຫີນທາງພາກກາງຂອງ ລາວ.

XS
SM
MD
LG