ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຍັງມີການສົງໄສ ກ່ຽວກັບອະນາຄົດ ຂອງຂໍ້ຕົກລົງ ສະຫະລັດ ກັບກຸ່ມຕາລິບານ


ທ່່ານຊາລເມ ຄາລິຊາດ ທູດສັນຕິພາບພິເສດ ສະຫະລັດ ແລະມູລລາອັຟດູລ ການີ ບາຣາດາ ຫົວໜ້າເຈລະຈາຂອງກຸ່ມຕາລິບານ.
ທ່່ານຊາລເມ ຄາລິຊາດ ທູດສັນຕິພາບພິເສດ ສະຫະລັດ ແລະມູລລາອັຟດູລ ການີ ບາຣາດາ ຫົວໜ້າເຈລະຈາຂອງກຸ່ມຕາລິບານ.

ການເກັບກຳດ້ານຂ່າວກອງຂອງອົງການສະຫະປະຊາຊາດ ສະແດງໃຫ້ເຫັນວ່າ ບັນດາ
ປະເທດສະມາຊິກ ມີຄວາມສົງໄສເພີ້ມຂຶ້ນກ່ຽວກັບຄວາມຕັ້ງໃຈ ຂອງກຸ່ມຕາລິບານ ທີ່ຈະ
ປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງທີ່ສຳຄັນກັບສະຫະລັດ ຊຶ່ງຄວນຈະແຜ້ວທາງໄປສູ່
ການສິ້ນສຸດລົງ ຂອງສົງຄາມຢູ່ໃນອັຟການິສຖານ ທີ່ຍືດເຍື້ອຍາວນານມາເກືອບສອງທົດ
ສະວັດແລ້ວນັ້ນ.

ການຊັ່ງຊາຢູ່ໃນລາຍງານສະບັບຫລ້າສຸດ ຈາກຄະນະສິ້ງຊອມເບິ່ງການລົງໂທດຂອງອົງ
ການສະຫະປະຊາຊາດ ຊີ້ໃສ່ບໍ່ພຽງແຕ່ເປັນການເພີ້ມຂຶ້ນຢ່າງສະໝໍ່າສະເໝີໃນການໂຈມ
ຕີຂອງກຸ່ມຕາລິບານຕໍ່ກໍາລັງອັຟການິສຖານ ແຕ່ຍັງສະແດງໃຫ້ ຮູ້ເຖິງຄວາມຕັ້ງໃຈຂອງ
ພາຍໃນກຸ່ມ ທີ່ຍັງຈະຮັກສາແນວທາງ ແບບ “ຫົວແຂງ ກະດ້າງ” ຢູ່.

ລາຍງານທີ່ໄດ້ນຳອອກເຜີຍແຜ່ໃນວັນຈັນວານນີ້ກ່າວວ່າ “ກຸ່ມຕາລິບານຍັງໝັ້ນໃຈຢູ່ວ່າ
ເຂົາເຈົ້າສາມາດເອົາຍຶດອຳນາດໂດຍການໃຊ້ກຳລັງ. ຄວາມສ່ຽງຍັງມີ ຢູ່ທີ່ເຂົາເຈົ້າຈະ
ແກ່ຍາວຊອກຫາເຫດຜົນໃຫ້ຊັກຊ້າ ໃນການເຈລະຈາລະຫວ່າງ ພັກຝ່າຍຂອງອັຟການິສ
ຖານໃນຂະນະທີ່ກຳລັງນາໆຊາດໃຫ້ການສະໜັບສະໜູນ ລັດຖະບານອັຟການິສຖານ
ສືບຕໍ່ຖອນອອກຈາກປະເທດ.”

ລາຍງານອົງການສະຫະປະຊາຊາດ ກ່າວວ່າ ການສະໜັບສະໜູນຂອງສາກົນຕໍ່ ອັຟກາ
ນິສຖານ ໂດຍສະເພາະຢ່າງຍິ່ງ “ໃຫ້ການສະໜັບສະໜູນທາງອາກາດ ຢ່າງໃກ້ສິດ” ຈາກ
ພວກແນວໂຮມທີ່ນຳພາໂດຍສະຫະລັດ ແມ່ນມີຄວາມສຳຄັນ ໃນການສະກັດກັ້ນກຸ່ມຕາ
ລິບານ.

ລາຍງານໄດ້ໃຫ້ຂໍ້ສັງເກດວ່າ “ການຖອນກຳລັງໃນທັນທີ ຫຼືແບບບໍ່ຄາດຄິດ ຕໍ່ການສະໜັບ
ສະໜຸນ ອາດຈະເປັນອັນຕະລາຍຕໍ່ຫຼາຍໆແຂວງ” ແລະເຕືອນວ່າ 21 ເມືອງຢູ່ໃນອັຟກາ
ນິສຖານແມ່ນຢູ່ພາຍໃຕ້ການຄວບຄຸມຂອງກຸາມຕາລິບານ ແລ້ວ ໃນຂະນະທີ່ເທົ່າກັບ
60 ເປີເຊັນ ຂອງດິນແດນອັຟານິສຖານ ແມ່ນພວມ ຢູ່ໃນລະຫວ່າງການຍາດແຍ່ງກັນ.

ພວກເຈົ້າໜ້າທີ່ສະຫະລັດ ໄດ້ຢຸດການແບ່ງປັນຂໍ້ມູນໃນອັນທີ່ຮ້ອງວ່າ ການຊັ່ງຊາລະດັບ
ເມືອງໃນປີ 2019 ໂດຍໂຕ້ຖຽງວ່າ “ມັນມີຄຸນຄ່າແບບຈໍາກັດໃນການ ຕັດສິນໃຈ.”

ແຕ່ຂໍ້ມູນຂອງອົງການສະຫະປະຊາຊາດປາກົດວ່າ ຕິດຕາມເບິ່ງການຊັ່ງຊາ ທີ່ແບ່ງປັນ
ກັບຜູ້ກວດກາພິເສດທົ່ວໄປຂອງສະຫະລັດ ໃນການບູລະນະສ້າງສາອັຟການິສຖານຄືນ
ໃໝ່ ໃນທ້າຍປີ 2018 ແລະຕົ້ນປີ 2019 ຊຶ່ງໄດ້ສະແດງໃຫ້ ເຫັນວ່າ ກໍາລັງອັຟການິສາ
ຖານພວມສູນເສຍການຄວບຄຸມຫົວເມືອງຕ່າງໆໄປ

ອ່່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG