ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍໃໝ່ ຂອງກະຊວງຍຸຕິທໍາ ສຫລ ຫ້າມໄອຍະການລັດຖະບານກາງ ບໍ່ໃຫ້ຍຶດເອົາບັນທຶກຂອງພວກນັກຂ່າວ


ພວກນັກຂ່າວພາກັນໄປປະະຕິງານໃນນະຄອນຫລວງວໍຊິງຕັນ ໃນວັນທີ 16 ພຶດສະພາ, 2019
ພວກນັກຂ່າວພາກັນໄປປະະຕິງານໃນນະຄອນຫລວງວໍຊິງຕັນ ໃນວັນທີ 16 ພຶດສະພາ, 2019

ທ່ານເມຣິກ ກາແລນ, ລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ ໃນວັນຈັນວານນີ້ໄດ້ປະກາດນະໂຍບາຍຂອງກະຊວງຍຸຕິທໍາສະບັບໃໝ່ ທີ່ຫ້າມໄອຍະການລັດຖະບານກາງ ບໍ່ໃຫ້ຍຶດເອົາບັນທຶກໃນໂທລະສັບ ແລະອີເມລຂອງນັກຂ່າວໃນການສືບສວນການຮົ່ວໄຫຼ.

ການປະກາດນີ້ມີຂຶ້ນຫລັງຈາກມີການເປີດເຜີຍທັງໝົດວ່າກະຊວງຍຸຕິທຳ ພາຍໃຕ້ອະດີດປະທານາທິບໍດີ ດໍໂນລ ທຣຳ ໄດ້ນໍາໃຊ້ຄໍາສັ່ງຮຽກເອົາເພື່ອໃຫ້ໄດ້ບັນທຶກ ການສື່ສານຂອງນັກຂ່າວ ແລະສິ່ງອື່ນໆ ເພື່ອດໍາເນີນຄະດີ ແລະຊອກຫາຜູ້ເຮັດໃຫ້ຂໍ້ມູນຂອງລັດຖະບານຮົ່ວໄຫລ. ລັດຖະບານຂອງທ່ານໄບເດັນກ່າວວ່າ ເຂົາເຈົ້າຈະຍຸຕິການປະຕິບັດທີ່ເປັນເລື້ອງໂຕ້ແຍ້ງກັນຢ່າງແຮງນີ້.

"ກະຊວງຍຸຕິທຳ ຈະບໍ່ນຳໃຊ້ຂັ້ນຕອນທາງກົດໝາຍແບບບັງຄັບ ເພື່ອຈຸດປະສົງໃຫ້ຈະໄດ້ຮັບຂໍ້ມູນຈາກ ຫຼືບັນທຶກຂອງສະມາຊິກວົງການຂ່າວ ທີ່ປະຕິບັດງານໃນຂອບເຂດການເຄື່ອນໄຫວເພື່ອເກັບກຳຂ່າວອີກຕໍ່ໄປແລ້ວ," ນັ້ນຄືຄໍາເວົ້າ ຂອງທ່ານກາແລນ, ທີ່ຂຽນຢູ່ໃນຈົດໝາຍວຽນ ທີ່ຄາດກັນໄວ້ແລ້ວວ່າ ຈະສົ່ງ ໄປໃຫ້ການນໍາຂອງກະຊວງທ່ານ ແລະບັນດາໄອຍະການລັດຖະບານກາງຢ່າງ ກວ້າງຂວາງ.

ການປະກາດນະໂຍບາຍນີ້ໝາຍຄວາມວ່າ ກະຊວງຍຸຕິທຳຈະບໍ່ອອກຄໍາສັ່ງຮຽກເອົາ, ໜັງສືໝາຍຈັບ ແລະຄຳສັ່ງຂອງສານຕໍ່ນັກຂ່າວ, ບໍລິສັດຈັດພິມ ແລະຜູ້ໃຫ້ບໍຣິການທີ່ເປັນຝ່າຍທີສາມເພື່ອໃຫ້ໄດ້ເອກະສານບັນທຶກຂອງນັກຂ່າວ.

ເຖິງຢ່າງໃດກໍ່ຕາມກໍຍັງມີຂໍ້ຍົກເວັ້ນ. ທ່ານ ກາແລນໄດ້ຂຽນໃນຖະແຫຼງການທີ່ມີສາມໜ້າວ່າ, ການຫ້າມດັ່ງກ່າວບໍ່ໄດ້ນຳໃຊ້ກັບການໄດ້ຮັບຂໍ້ມູນກ່ຽວກັບນັກຂ່າວທີ່ກຳລັງຖືກສືບສວນຄະດີອາດຊະຍນກໍາຫລືນັກຂ່າວທີ່ “ໄດ້ໃຊ້ວິທີທາງອາດຊະຍາກໍາເພື່ອໃຫ້ໄດ້ຂໍ້ມູນມາ.”

ທ່ານ ກາແລນ ກ່າວວ່າ “ຂໍ້ຫ້າມດັ່ງກ່າວແມ່ນມີຜົນບັງຄັບໃຊ້ໃນເວລາທີ່ສະມາ ຊິກຂອງວົງການຂ່າວ ໃນຂະນະທີ່ເກັບກຳຂ່າວຢູ່ນັ້ນ, ພຽງແຕ່ມີ ຫລືເຜີຍແຜ່ຂໍ້ມູນຂອງລັດຖະບານ, ລວມທັງຂໍ້ມູນຂ່າວສານທີ່ເປັນເລື້ອງຮັກສາໄວ້ເປັນຄວາມ ລັບອີກດ້ວຍ,”.

ການປະກາດດັ່ງກ່າວມີຂຶ້ນສອງເດືອນຫລັງຈາກກະຊວງຍຸຕິທຳໄດ້ແຈ້ງໃຫ້ນັກຂ່າວຈາກ ໜັງສືພິມວໍຊິງຕັນໂພສ (Washington Post), ນິວຢອກໄທມສ໌ (New York Times) ແລະຊີແອນແອນ (CNN) ເວົ້າວ່າກະຊວງດັ່ງກ່າວ ທີ່ຢູ່ພາຍໃຕ້ທ່ານທຣໍາ ໄດ້ລັກຮັບບັນທຶກໃນໂທລະສັບ ແລະອີເມລຂອງພວກເຂົາເຈົ້າຢ່າງລັບໆ. ໃນຖານະເປັນສ່ວນນຶ່ງຂອງການສືບສວນກ່ຽວກັບການຮົ່ວໄຫລ, ມີລາຍງານວ່າກະຊວງຍຸຕິທຳໄດ້ອອກຄໍາສັ່ງຮຽກໃຫ້ບໍລິສັດ Apple ເອົາບັນທຶກຂອງສະມາຊິກສະພັກເດໂມແຄຣັດສອງຄົນ, ຂອງຜູ້ຊ່ວຍ ແລະຂອງສະມາຊິກຄອບຄົວຂອງພວກເຂົາເຈົ້ານໍາອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG