ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການ​ປະ​ທ້ວງ ຕໍ່​ຕ້ານ ກົດ​ໝາຍ​ການ​ໃຫ້​ສັນ​ຊາດ ໃນ​ ອິນ​ເດຍ ກາຍ​ເປັນ​ຄວາມ​ຮຸນ​ແຮງ


ລົ​ດ​ເມ​ໂດຍ​ສານ​ຄັນ​ນຶ່ງ ຖືກ​ໄຟ​ໃໝ້ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ. ນະ​ຄອນຫຼວງ ນິວ ເດ​ລີ, ປະ​ເທດ ອິນ​ເດຍ. 15 ກັນ​ຍາ, 2019.
ລົ​ດ​ເມ​ໂດຍ​ສານ​ຄັນ​ນຶ່ງ ຖືກ​ໄຟ​ໃໝ້ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ກົດ​ໝາຍ​ໃຫ້​ສັນ​ຊາດ. ນະ​ຄອນຫຼວງ ນິວ ເດ​ລີ, ປະ​ເທດ ອິນ​ເດຍ. 15 ກັນ​ຍາ, 2019.

ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ ປະ​ເທດ ອິນ​ເດຍ ຕໍ່​ກົດ​ໝາຍ​ການ​ໃຫ້​ສັນ​ຊາດ​ທີ່​ເປັນ​ບັນ​ຫາ ໄດ້​ກາຍ​ເປັນ​ຄວາມ​ຮຸນ​ແຮງ​ໃນ​ວັນ​ອາ​ທິດ​ວານນີ້ ເມື່ອ​ຕຳຫຼວດ​ໄດ້​ເຂົ້າ​ໄປ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ນຶ່ງ ແລະ ໃຊ້​ແກັ​ສ​ນ້ຳ​ຕາ​ຕໍ່ນັກ​ສຶກ​ສາ​ທີ່​ກຳ​ລັງ​ປະ​ທ້ວງ​ຢູ່.

ນັກ​ສຶກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈ​າ​ເມຍ ມິ​ລ​ເລຍ ໄດ້​ລາຍ​ງານ​ວ່າ ຕຳຫຼວດ​ໄດ້​ຍິງ​ແກັ​ສ​ນ້ຳ​ຕາຢູ່​ໃນ​ຫໍ​ສະ​ໝຸດ​ຂອງ​ເຂົາ​ເຈົ້າ ແລະ ທຸ​ບ​ຕີ​ນັກ​ສຶກ​ສາ​ດ້ວຍ​ໄມ້​ຄ້ອນ ກ່ອນ​ທີ່​ຈະ​ປິດ​ປະ​ຕູ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ໄວ້. ​ນັກສຶກ​ສາ​ຢ່າງ​ໜ້ອຍ​ຊາວ​ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ.

ຜູ້​ຈັດ​ການ​ປະ​ທ້ວງ​ທີ່​ເປັນ​ນັກ​ສຶກ​ສາ​ ໄດ້​ກ່າວ​ຫາ​ຄົນ​ພາຍ​ນອກ​ສຳ​ລັບ​ຄວາມ​ຮຸນ​ແຮງ, ໂດຍ​ເວົ້າ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເຂົາ​ເຈົ້າ​ມີ​ແຕ່​ສະ​ໜັບ​ສະ​ໜູນ​ການ​ປະ​ທ້ວງ​ທີ່ສະ​ຫງົບ ແລະ ບໍ່​ໃຊ້​ຄວາມ​ຮຸນ​ແຮງ.

ໃນ​ຕອນ​ເຊົ້າ​ຂອງວັນ​ດັ່ງ​ກ່າວ, ລົດ​ເມ​ສາມ​ຄັນ​ໄດ້​ຖືກ​ຈູດ​ໃນ​ນະ​ຄອນຫຼວງ ນິວ​ເດ​ລີ, ຕຳຫຼວດ​ໄດ້​ກ່າວ​ວ່າ ເຈົ້າ​ໜ້າ​ທີ່ 6 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ຕໍ່​ສູ້​ກັນນັ້ນ.

ສະ​ຖາ​ນີ​ລົດ​ໄຟ​ຢ່າງ​ໜ້ອຍ 5 ແຫ່ງ​ໃນ​ນະ​ຄອນຫຼວງ ນິວ ເດ​ລີ ໄດ້​ຖືກ​ປິດ​ໃນ​ວັນ​ອາ​ທິດ​ວານນີ້ ​ຍ້ອນ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ​ນັ້ນ. ບັນ​ດາ​ນັກ​ເຄື່ອນ​ໄຫວ​ໄດ້​ທຳ​ການ​ຮຽກ​ຮ້ອງ​ໃນ ທວິດ​ເຕີ ສຳ​ລັບ​ການ​ປະ​ທ້ວງ​ຢູ່ນອກ​ສະ​ຖາ​ນີ​ຕຳ​ຫຼວດ, ເຜີຍ​ແຜ່​ຂໍ້​ມູນ ກ່ຽວ​ກັບ ວິ​ທີ​ການ​ເດີນ​ທາງ ເຖິງ​ແມ່ນ​ຈະ​ມີ​ການ​ປິ​ດ​ຖະ​ໜົນ​ກໍ​ຕາມ. ຜູ້​ປະ​ທ້ວງຫຼາຍ​ພັນ​ຄົນ​ມີ​ລາຍ​ງານ​ວ່າ​ ໄດ້​ອອກ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ຖະ​ໜົນ​ໃນ​ຕອນ​ແລງ​ຂອງວັນ​ອາ​ທິດ​ວານນີ້.

ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ລັດ ອາ​ຊຳ ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ນັ້ນ ໄດ້​ສືບ​ຕໍ່​ປະ​ທ້ວງ​ກົດ​ໝາຍ​ດັ່ງ​ກ່າວ​ເຊັ່ນ​ກັນ ຍ້ອນ​ຄວາມ​ຢ້ານ​ກົວ​ວ່າ ເຂົາ​ເຈົ້າ​ຈະ​ມອບ​ສັນ​ຊາດ​ໃຫ້​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຊາວ ຮິນ​ດູ ຫຼາຍ​ສິບ​ພັນ​ຄົນ ທີ່​ອາ​ໄສ​ຢູ່​ໃນ​ພາກ​ພື້ນ​ຂອງ​ເຂົາ​ເຈົ້າ​ຢ່າງ​ຜິດ​ກົດ​ໝາຍ.

ການ​ຮັບ​ຜ່ານ​ກົດ​ໝາຍ​ທີ່​ວ່າ​ນັ້ນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ເປັນ​ຂີດ​ໝາຍ​ຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ໄດ້​ນຳ​ສະ​ເໜີ​ສາ​ສະ​ໜາ​ເປັນກົດ​ເກນ​ສຳ​ລັບ​ການ​ໃຫ້​ສັນ​ຊາດ. ເຂົາ​ເຈົ້າ​ເອົາ​ສາ​ສະ​ໜາ​ຫົກ​ກຸ່ມ​ຄື, ຮິນ​ດູ, ຊິກ, ຄ​ຣິ​ສ​ຕຽນ, ເຈນ​ສ໌, ປາ​ຊິ​ສ ແລະ ພຸດ ຜູ້​ທີ່​ໄດ້ຫຼົບ​ໜີ​ການ​ລົງ​ໂທດ​ທາງ​ສາ​ສະ​ໜາ​ໃນ​ ປາ​ກິ​ສ​ຖານ, ບັງ​ກ​ລາ​ແດັ​ສ ແລະ ອັ​ຟ​ກາ​ນິ​ສ​ຖານ ກ່ອນ​ປີ 2015, ເປັນ​ຜູ້​ທີ່​ມີ​ຄຸນ​ສົມ​ບັດ​ເໝາ​ສົມ​ທີ່​ຈະ​ໄດ້​ກາຍ​ເປັນ​ຄົນ​ສັນ​ຊາດ​ ອິນ​ເດຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG