ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄາດ​ວ່າ ລັດຖະບານຊຸດ​ໃໝ່​ຂອງສາ​ທາ​ລະ​ນະ​ລັດເຊັກ ຈະ​ເອົາທ່າ​ທີ​ທີ່​ເຂັ້ມ​ແຂງຫລາຍ​ຂຶ້ນຕໍ່​ຈີນ ແລະ​ຣັດ​ເຊຍ  


ທ່ານ Petr Fiala ຜູ້​ນຳ​ພັກພົນ​ລະ​ເມືອງພັກປະຊາທິປະໄຕໃຫ້​ການ​ສຳ​ພາດ​ຕໍ່​ນັກ​ຂ່າວ​ພາຍ​ຫລັງ​ທີ່ ມີ​ການ​ເລືອກ​ຕັ້ງ​ໃນ​ນະ​ຄອນ​ຫລວງ​ປ​ຣາກ​ຂອງ ສ. ເຊັກ​ ​ແລ້ວ, ວັນ​ທີ 9 ຕຸ​ລາ, 2021
ທ່ານ Petr Fiala ຜູ້​ນຳ​ພັກພົນ​ລະ​ເມືອງພັກປະຊາທິປະໄຕໃຫ້​ການ​ສຳ​ພາດ​ຕໍ່​ນັກ​ຂ່າວ​ພາຍ​ຫລັງ​ທີ່ ມີ​ການ​ເລືອກ​ຕັ້ງ​ໃນ​ນະ​ຄອນ​ຫລວງ​ປ​ຣາກ​ຂອງ ສ. ເຊັກ​ ​ແລ້ວ, ວັນ​ທີ 9 ຕຸ​ລາ, 2021

ການປະສົມຂອງພັກຕ່າງໆ ທີ່ກຳ​ລັງ​ດຳ​ເນີນການສ້າງຕັ້ງລັດຖະບານເຊັກ​ຊຸດ​ຕໍ່​ໄປ ໄດ້ຂະຫຍາຍຂອບເຂດອອກ​ຈາກພວກ​ຫົວອະນຸລັກນິຍົມໄປສູ່ກຸ່ມ​ຫົວ​ເສ​ລີ, ແຕ່ທັງຫມົດນີ້ເບິ່ງຄືວ່າ ຈະມີຄວາມ​ຢຶດຫມັ້ນຢູ່​ກັບຫຼັກການ ປະຊາທິປະໄຕທີ່​ນຳ​ເອົາ​ມາ​ໃຊ້​ໂດຍປະທານາທິບໍດີວາສ​ລາບ​ ຮາແວ​ລ (Vaclav Havel) ທີ່​ເປັນຜູ້ກໍ່ຕັ້ງປະ​ເທດນັ້ນ. ແລະອະດີດຜູ້ຊ່ວຍທ່ານ​ຮາ​ແວ​ລ (Havel) ກ່າວວ່າ ອາດຈະເປັນຂ່າວບໍ່​ດີສໍາລັບຈີນ ແລະຣັດເຊຍ.

ທ່ານ​ຮາ​ແວ​ລ (Havel), ນັກຂຽນບົດລະຄອນທີ່ເກັ່ງ ທີ່ມີບົດຂຽນ ແລະການເຄື່ອນໄຫວຕໍ່​ຕ້ານ​ລັດ​ຖະ​ບານໄດ້ຊ່ວຍທໍາລາຍລັດທິຄອມມິວນິສ ຢູ່ໃນຢູ​ໂຣບ, "ຈະດີໃຈຫຼາຍ" ກັບສະຖານະຂອງປະເທດຂອງທ່ານ ຫຼັງຈາກມີການເລືອກຕັ້ງສະພາແຫ່ງຊາດໃນເດືອນແລ້ວນີ້, ອີງ​ຕາມທ່ານຈີ​ຣີ ເພ​ເຮ (Jiri Pehe), ຜູ້ທີ່ເປັນ​ທີ່​ປຶກ​ສາ ໃຫ້​ແກ່ອະດີດປະທານາທິບໍດີເຊັກ ໃນທ້າຍຊຸມປີ 1990 ກ່າວ. ທ່ານ​ຮັບ​ແວ​ລໄດ້ເສຍຊີວິດໄປໃນປີ 2011.

ການ​ເລືອກ​ຕັ້ງ​ໄດ້​ປົດ​ມະຫາ​ເສດຖີ​ທີ່​ມີ​ຊື່​ສຽງ, ທ່ານອານ​ເດ​ຣ ບາ​ບີ​ສ (Andrej Babis) ອອກຈາກ​ຕຳ​ແໜ່ງນາຍົກລັດຖະມົນຕີ ​ແລະ​ກໍໄດ້ເຮັດ​ໃຫ້​ບັນດາ​ຄູ່​ຮ່ວມໃນ​ລັດ​ຖະ​ບານ​ປະ​ສົມຂອງ​ທ່ານ, ກໍ​ຄືພັກ​ປະຊາທິປະ​ໄຕ​ສັງຄົມ ​ແລະ​ພັກ​ຄອມ​ມູນິສ ອອກ​ຈາກ​ສະພາທັງ​ໝົດໄປ. ທ່ານບ​າ​ບິ​ສ (Babis) ໄດ້ຍື່ນໃບລາອອກຢ່າງເປັນທາງການຕໍ່ປະທານາທິບໍດີມີ​ໂລ​ສ໌ ຊີ​ແມນ (Milos Zeman) ໃນວັນ ພະຫັດວານນີ້, ໂດຍໄດ້ເປີດຊ່ອງທາງໃຫ້ແກ່ທ່ານ​ພີ​ເຕີ ເຟຍ​ລາ (Petr Fiala), ຫົວໜ້າພັກພົນ​ລະ​ເມືອງພັກປະຊາທິປະໄຕ ແລະເປັນຜູ້ນຳໃນລັດ​ຖະ​ບານປະ​ສົມ​ຂອງ 5 ພັກທີ່ຊະນະການ​ເລືອກ​ຕັ້ງ ເພື່ອເລີ່ມຕົ້ນການສ້າງຕັ້ງລັດຖະບານຊຸດໃໝ່ຂຶ້ນ.

ທ່ານ​ເພ​ເຮ (Pehe) ກ່າວວ່າ ທ່ານຄາດຫວັງວ່າ ລັດ​ຖະ​ບານ​ປະ​ສົມທີ່ກຳ​ລັງ​ສ້າງ​ຂຶ້ນມານີ້ຈະຮັບຮອງເອົານະໂຍບາຍຕ່າງປະເທດທີ່ສອດຄ່ອງກັບການ​ສົ່ງ​ເສີມສິດທິມະນຸດ, ອຸດົມການສົ່ງ​ເສີມປະຊາທິປະໄຕອັນແຂງແຮງ ຂອງອະດີດເຈົ້ານາຍຂອງທ່ານ ເຖິງວ່າຈະມີຄວາມແຕກຕ່າງທາງດ້ານປັດຊະຍາຂອງ​ມັນ​ກໍ​ຕາມ.

ທ່ານ Milos Vystrcil ປະ​ທານ​ສະ​ພາ​ສູງ​ຂອງ​ເຊັກ​ສ໌ມ​ອບ​ຫລຽນ​ເງິນ​ທີ່​ລະ​ນຶກ​ຂອງສະ​ພາ​ສາ​ທາ​ລະ​ນະ​ລັດ ເຊັກ​ສ໌ໃຫ້​ແກ່​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ໄຕ້​ຫວັນ, ທ່ານ Joseph Wu, 2 ຕຸ​ລາ, 2021
ທ່ານ Milos Vystrcil ປະ​ທານ​ສະ​ພາ​ສູງ​ຂອງ​ເຊັກ​ສ໌ມ​ອບ​ຫລຽນ​ເງິນ​ທີ່​ລະ​ນຶກ​ຂອງສະ​ພາ​ສາ​ທາ​ລະ​ນະ​ລັດ ເຊັກ​ສ໌ໃຫ້​ແກ່​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ໄຕ້​ຫວັນ, ທ່ານ Joseph Wu, 2 ຕຸ​ລາ, 2021

ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ການ​ໃຫ້​ສຳພາດວ່າ "ຢ່າງ​ໜ້ອຍ​ໃນ​ສີ່​ປີ​ຂ້າງ​ໜ້າ", ປັກ​ກິ່ງ​ແລະ​ມົສກູ ​ຈະ​ບໍ່​ມີຊ່ວງ​ເວລາທີ່​ເຮັດ​ໄດ້​ງ່າຍ​ຄື​ດັ່ງ​ທີ່​ເຂົາ​ເຈົ້າເຄີຍ​ໄດ້​ເຮັດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.

ການຄາດຄະເນກ່ຽວກັບສິ່ງທີ່ອາດຈະຢູ່ຂ້າງຫນ້າ ໄດ້ສະຫນອງໃຫ້ ໃນປີກາຍນີ້ ໃນການຢ້ຽມຢາມໄຕ້ຫວັນຂອງ​ຜູ້​ນຳລະດັບສູງ ທີ່ນໍາພາໂດຍປະທານ​ສະ​ພາ​ສູງ, ໄມ​ລົ​ສ ວິ​ສ​ທ​ຊີ​ລ (Milos Vystrcil), ຊຶ່ງ​ເປັນສະມາຊິກທີ່​ດົນ​ນານຂອງພັກ ພົນ​ລະ​ເມືອງປະຊາທິປະໄຕ ທີ່​ເປັນກາງ​ອຽງຂວາຂອງທ່ານເຟຍ​ລາ (Fiala), ເຊິ່ງຮູ້ຈັກໂດຍຊື່ຫຍໍ້ວ່າ ODS ໃນພາສາເຊັກນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG