ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ກຳ​ປູ​ເຈຍ ຊື່ນ​ຊົມ​ກັ​ບ​ໄລ​ຍະ​ຜ່ອນ​ຜັນ​ຂອງ​ຕຳ​ແໜ່ງ​ໃໝ່ ທັງໆ​ທີ່​ປະ​ຕິ​ບັດ​ຕາມ ນະ​ໂຍ​ບາຍ​ການ​ປົກ​ຄອງຫົວ​ແຂງ​ກະ​ດ້າງ ຂອງ​ບິ​ດາ​ທ່ານ


​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ຂວາ, ​ຂະ​ຫຍິບ​ຕາ​ຂະ​ນະ​ທີ່​ທ່ານ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ທີ່​ປາ​ຣີ ເມື່ອ​ວັນ​ທີ 18 ມັງ​ກອນ 2024.
​ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ທ່ານ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ຂວາ, ​ຂະ​ຫຍິບ​ຕາ​ຂະ​ນະ​ທີ່​ທ່ານ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ທີ່​ປາ​ຣີ ເມື່ອ​ວັນ​ທີ 18 ມັງ​ກອນ 2024.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ກຳ​ປູ​ເຈຍ ທ່ານ​ຮຸນ ມາ​ເນດ ໄດ້​ຊື່ນ​ຊົມ​ກັບ​ຄວາມ​ສຳ​ພັນ​ທີ່​ອົບ​ອຸ່ນ​ຂຶ້ນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ ໃນ​ລະ​ຫວ່າງ​ການ​ເຂົ້າ​ຮັບ​ຕຳ​ແໜ່ງ 6 ເດືອນ​ທຳ​ອິດ​ຂອງ​ທ່ານ ​ຂະ​ນະ​ດຽວ​ກັນ ກໍ​ໃຫ້​ການ​ຢືນ​ຢັນ​ໃນ​ຄວາມ​ສຳ​ພັນ​ຂອງ​ພະ​ນົມ​ເປັນ​ກັບ​ປັກ​ກິ່ງ ແລະຍັງ​ຮັກ​ສາ​ກົນ​ລະ​ຍຸດ​ແບບຫົວ​ແຂງ​ກະ​ດ້າງ​ຂອງ​ບິ​ດາ​ທ່ານ ​ແລະ​ຜູ້​ນຳ​ຄົນ​ກ່ອນ​ຂອງ​ປະ​ເທດ ທ່ານ​ຮຸນ ​ເຊນ ເອົາ​ໄວ້.

ແນວ​ຄິດ​ທັງ​ສອງ​ຢ່າງນັ້ນ​ໄດ້​ສ້າງ​ຄວ​າມ​ໂກດ​ແຄ້​ນ​ໃຫ້​ແກ່​ພວກ​ສະ​ໜັບ​ສະ​ໜຸນ​ສິດ​ທິ​ມະ​ນຸດແລະ​ປະ​ຊາ​ທິ​ປະ​ໄຕ ທີ່​ຕ້ອງ​ການ​ຢາກ​ໃຫ້​ສະ​ຫະ​ລັດ ຍີ່​ປຸ່ນ ສະ​ຫະ​ພາບ​ຢູ​ໂຣບ ​ແລະ​ບັນ​ດາ​ຜູ້​ໃຫ້​ບໍ​ລິ​ຈາກ​ປະ​ຊາ​ທິ​ປະ​ໄຕ​ອື່ນໆ ເພີ້ມ​ຄວາມ​ກົດ​ດັນ​ຕໍ່​ລັດ​ຖະ​ບານຊຸດ​ໃໝ່ໃຫ້​ດຳ​ເນີນ​ການ​ປະ​ຕິ​ຮູບ ​ແລະ​ເປີດ​ພື້ນ​ທີ່​ຫຼາຍ​ຂຶ້ນ ​ໃຫ້​ແກ່​ອິດ​ສະ​ຫຼະ​ພາບທາງ​ດ້ານ​ການ​ເມືອງ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ເລືອກ​ຕັ້ງ ​ໂດຍ​ພັກ​ການ​ເມືອງ​ພຽງ​ພັກ​ດຽວ​ເທົ່າ​ນັ້ນ ໃນ​ເດືອນ​ກໍ​ລະ​ກົດ.

ທ່ານມວນ ໂທ​ລາ (Moeun Tola) ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ສູນ​ກາງ​ພັນ​ທະ​ມິດ​ເພື່ອ​ແຮງ​ງານ​ແລະ​ສິດ​ທິ​ມະ​ນຸດ ຢູ່​ພະ​ນົມ​ເປັນ ກ່າວ​ຕໍ່​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ຂະແມ ໃນ​ລະ​ຫວ່າງ​ການ​ໃຫ້​ສຳ​ພາດ​ທາງ​ໂທ​ລະ​ສັບ ເມື່ອ​ອາ​ທິດ​ແລ້ວນີ້​ວ່າ “ບໍ່​ມີ​ຫຍັງ​ປ່ຽນ​ແປງ” ພາຍ​ໃຕ້​ທ່ານ​ຮຸນ ມາ​ເນດ ເມື່ອ​ເວົ້າ​ເຖິງ​ຄວາມ​ສາ​ມາດ​ຂອງ​ລັດ​ຖະ​ບານ ທີ່​ມີ​ຕໍ່​ການ​ປ່ຽນ​ແປງ​ໄປ​ໃນ​ທາງບວກ ຫຼື​ວ່າ​ປັບ​ປຸງ​ ການ​ບໍ​ລິ​ການ​ສາ​ທາ​ລະ​ນະ.

“ສານ​ຍັງ​ສືບ​ຕໍ່ ​ຖືກ​ໃຊ້​ເປັນ​ເຄື່ອງ​ມື​ຂອງ​ຜູ້​ມີ​ອິດ​ທິ​ພົນ ​ແລະ​ນັກ​ການ​ເມືອງ” ທ່ານ​ກ່າວ. “ສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ພາຍ​ໃຕ້​ລັດ​ຖະ​ບານ​ຊຸດ​ໃໝ່ ແມ່ນ​ຂີ້​ຮ້າຍ ກວ່າ​ລັດ​ຖະ​ບານ​ຊຸດ​ກ່ອນ​ຊ້ຳ​ ສິດ​ທິ​ຂອງພົນ​ເຮືອນ ​ແລະ ​ສິດ​ທິ​ທາງ​ການ​ເມືອງ​ແມ່ນ​ຂີ້​ຮ້າຍ​ລົງຫຼາຍ.

ທ່ານ​ຟິ​ລ ໂຣ​ເບີດ​ສັນ (Phil Robertson) ຜູ້​ອຳ​ນວຍ​ການ​ຝ່າຍ​ເອ​ເຊຍ​ຂອງ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Right Watch ເອີ້ນ​ທ່ານ​ຮຸນ​ ມາ​ເນດ ວ່າ “ເຫຼົ້າ​ເກົ່າ​ຢູ່​ໃນ​ແກ້ວ​ໃໝ່.”

“ລາວ​ແມ່ນ​ກາງ​ຕໍ່​ບິ​ດາ​ຂອງ​ລາວ​ທັງ​ໝົດ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ດັ່ງ​ນັ້ນ​ລາວ​ບໍ່​ກ້າ​ທີ່​ຈະ​ປ່ຽນ​ຫຍັງ ໂດຍ​ສະ​ເພາະ​ແລ້ວ​ ບັນ​ຫາ​ທີ່​ສຳ​ຄັນໆ​ເຊັ່ນ​ເລື້ອງ​ສິດ​ທິ​ມະ​ນຸດ” ທ່ານ​ກ່າວ​ຕໍ່​ວີ​ໂອ​ເອ​ໂດຍ​ທາງ​ອີ​ເມ​ລ​ເມື່ອ​ວັນ​ທີ 15 ມັງ​ກອນ​ຜ່ານ​ມາ. “ມີ​ຢູ່​ຫຼາຍ​ຊ່ອງ​ທາງ ​ທີ່​ທ່ານ​ມາ​ເນດ ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ວ່າ ລາວ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ ຖ້າ​ລາວ​ຫາກ​ຕ້ອງ​ການ​ຢາກ​ເຮັດ ແຕ່​ລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG