ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການໃໝ່ ຢູ່ໃນອອສເຕຣເລຍ ກໍາລັງດໍາເນີນການປະສານງານ ເພື່ອຫັນປ່ຽນໄປສູ່ພະລັງງານ​ໝູນວຽນ


ຫຼັກຮົ້ວທີ່ເຫັນຢູ່ຕໍ່ໜ້າກັງຫັນລົມ ເຊິ່ງເປັນສ່ວນນຶ່ງຂອງຟາມກັງຫັນລົມ ທີ່ເປັນບ່ອນສະໜອງພະລັງງານຫຼັກ, ຕັ້ງຢູ່ຈ້າຍພູ ທີ່ອ້ອມຮອບດ້ວຍທະເລສາບຈອດຈ໌, ໃກ້ນະຄອນຫຼວງແຄນເບີຣາຂອງອອສເຕຣເລຍ, ປະເທດອອສເຕຣເລຍ, ວັນທີ 21 ກຸມພາ 2018.
ຫຼັກຮົ້ວທີ່ເຫັນຢູ່ຕໍ່ໜ້າກັງຫັນລົມ ເຊິ່ງເປັນສ່ວນນຶ່ງຂອງຟາມກັງຫັນລົມ ທີ່ເປັນບ່ອນສະໜອງພະລັງງານຫຼັກ, ຕັ້ງຢູ່ຈ້າຍພູ ທີ່ອ້ອມຮອບດ້ວຍທະເລສາບຈອດຈ໌, ໃກ້ນະຄອນຫຼວງແຄນເບີຣາຂອງອອສເຕຣເລຍ, ປະເທດອອສເຕຣເລຍ, ວັນທີ 21 ກຸມພາ 2018.

ອອສເຕຣເລຍກ່າວວ່າ ອົງການໃໝ່ຂອງລັດຖະບານຈະຊີ້ນໍາອຸດ​ສາ​ຫະ​ກຳ​ທີ່ຄອບ​ງຳ​ໂດຍຖ່ານຫິນ ຈາກການນໍາໃຊ້ພະລັງງານເຊື້ອໄຟ ຊາກສັດແລະ ພືດດຶກດໍາບັນ ໄປສູ່ພະລັງງານໝູນວຽນ ເຊິ່ງຈະໄດ້ເລີ້ມດໍາເນີນງານໃນເດືອນກໍລະກົດທີ່ຈະມາເຖິງນີ້. ອົງ​ການ Net Zero Authority ຈະສະໜັບສະໜູນບັນດາພະນັກງານ ໂດຍການຫາວຽກໃໝ່ ແລະໃຫ້ການຝຶກແອບຕ່າງໆໃຫ້ພວກເຂົາເຈົ້າ, ພ້ອມທັງການ​ປະ​ສານ​ງານ​ກັບນະໂຍບາຍ​ຂອງທາງການ ແລະໃຫ້ຄໍາແນະນໍາແກ່ທຸລະກິດຕ່າງໆ. ຟີລ ເມີເຊີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອອສເຕຣເລຍ, ເປັນປະເທດທີ່ມີອັດຕາການປ່ອຍ​ແກັ​ສເຮືອນແກ້ວ​ໂດຍ​ສະ​ເລ່ຍຫຼາຍທີ່ສຸດ ສໍາລັບປະເທດທີ່ໄດ້ຮັບການພັດທະນາແລ້ວ ຢູ່ໃນໂລກ.

ລັດຖະບານກ່າວວ່າ ອົງ​ການ Net Zero Authority ຈະ “ດໍາເນີນງານ​ເພື່ອ ໃຫ້​ການຄຸ້ມ​ຄອງ​ ກ່ຽວ​ກັບ​ການ​ຫັນ​ປ່ຽນ ໄປສູ່​ເສດ​ຖະ​ກິດ ​ທີ່​ໃຊ້ພະລັງງານສະ ອາດ,” ແລະກ່າວເພີ້ມເຕີມວ່າ “ການຫັນປ່ຽນລະດັບໂລກ ໄປສູ່ລະບົບເສດຖະ ກິດທີ່​ປ່ອຍ​ແກັ​ສ​ເຮືອນ​ແກ້ວເປັນສູນ ແມ່ນໂອກາດຂອງການສະໜອງຊັບພະຍາ ກອນຂະໜາດໃຫຍ່ສໍາລັບອອສເຕຣເລຍ.”

ກຸ່ມທຸລະກິດຕ່າງໆ, ບັນດານັກອະນຸລັກນິຍົມ ແລະນັກວິຊາການທັງຫຼາຍ ໄດ້ພາກັນຮຽກຮ້ອງ ໃຫ້ອົງການຕ່າງໆທີ່ມີອໍານາດສູງກວ່າ ເຂົ້າມາຊ່ວຍປະສານງານ ເພື່ອດໍາເນີນການຫັນປ່ຽນດ້ານພະລັງງານຢູ່ໃນອອສເຕຣເລຍ.

ອົງການໃໝ່ນີ້ ແມ່ນໄດ້ຮັບການສະໜັບສະໜຸນຈາກສະຫະ​ພັນ​ກຳ​ມະ​ບານ, ເຊິ່ງມີຄວາມກະຕືລືລົ້ນ ສໍາລັບສະມາຊິກຂອງພວກເຂົາເຈົ້າ ຢູ່ໃນພາກສ່ວນບໍ່ແຮ່ ແລະພະລັງງານ ເພື່ອໃຫ້ໄດ້ຮັບການຝຶກອົບ​ຮົມ ໄປສູ່ລະບົບເສດຖະກິດໃໝ່ສີຂຽວ.

ທ່ານນາງແອນນາ ສກາເບັກ (Anna Skarbek), ປະທານຜູ້ບໍລິຫານໃຫຍ່ (CEO) ຂອງສູນດໍາເນີນງານສໍາລັບການປ່ຽນແປງທາງສະພາບອາກາດ, ເຊິ່ງເປັນອົງການອິດສະຫຼະ ທີ່ບໍ່ຫວັງຜົນກໍາໄລ.

ທ່ານນາງກ່າວກັບສະຖານີໂທລະພາບຂອງອອສເຕຣເລຍ ໃນວັນອັງຄານວານນີ້ວ່າ ອົງ​ການ Net Zero Authority ຈະໄດ້ຮັບຜົນໃນທາງບວກ, ເຊິ່ງ ທ່ານນາງກ່າວວ່າ:

“ມັນຖືກແລ້ວທີ່ລັດຖະບານແຫ່ງຊາດຈະຕ້ອງຈັດຕັ້ງສິ່ງນີ້ຂຶ້ນມາ ໂດຍສະເພາະຢູ່ໃນປະເທດທີ່ມີລະບົບເສດຖະກິດຄືອອສເຕຣເລຍ ທີ່ມີລັດຖະບານກາງ ແລະລັດຖະບານທ້ອງຖິ່ນ. ແຕ່, ມັນກໍມີຄວາມຖືກຕ້ອງທີ່ຈະຕ້ອງເອົາໃຈໃສ່ໃນສາມດ້ານເຊັ່ນກັນ ແລະກໍເພື່ອສະໜັບສະໜຸນບັນດາຄົນງານ ຢູ່ໃນຂົງເຂດ ທີ່ປ່ອຍອາຍພິດຢ່າ​ງ​ຫຼວງ​ຫຼາຍ, ພ້ອມກັນນັ້ນກໍຕ້ອງມີການປະສານງານກັບນະໂຍບາຍ ຂອງລັດຖະບານ, ໂຄງການຕ່າງໆໃນທົ່ວລັດຖະບານ, ນອກຈາກນັ້ນ ກໍຕ້ອງປະສານງານກັບບັນດານັກລົງທຶນ ແລະບໍລິສັດຕ່າງໆ ທີ່ຈະເປັນຜູ້ດໍາເນີນການລົງທຶນ.”

ອອສເຕຣເລຍ ມີເປົ້າໝາຍທີ່ຈະຕັດການ​ປ່ອຍອາຍພິດຄາບອນລົງ 43 ເປີເຊັນ ຈາກລະດັບປີ 2005 ໃຫ້ໄດ້ພາຍໃນປີ 2030 ແລະບັນລຸເປົ້າໝາຍການປ່ອຍອາຍພິດເປັນສູນ ພາຍໃນປີ 2050.

ການຜະລິດກະແສໄຟຟ້າຢູ່ໃນອອສເຕຣເລຍ ຍັງຄົງຖືກຄອບງໍາໂດຍການໃຊ້ຖ່ານຫິນ ແລະອາຍແກັສ.

ແນວໃດກໍຕາມ, ການ​ຫັນ​ປ່ຽນໄປສູ່ແຫຼ່ງພະລັງງານໝູນວຽນຢູ່ໃນອອສເຕຣເລຍ ເບິ່ງຄືວ່າ ຍັງບໍ່ສາມາດບັນລຸໄດ້.

ໃນບົດລາຍງານຂອງເດືອນເມສາ ປີ 2023 ໂດຍສະພາພະລັງງານສະອາດ, ເຊິ່ງເປັນສະມາຄົມອຸດສາຫະກໍາ ໄດ້ລາຍງານວ່າ ມີການນໍາໃຊ້ພະລັງງານສະອາດນັບເປັນຈໍານວນ 35.9 ເປີເຊັນ ເພື່ອຜະລິດໄຟຟ້າໂດຍລວມ ຢູ່ໃນ ອອສເຕຣເລຍ ສໍາລັບປີ 2022.

ເຊິ່ງມັນໄດ້ເພີ້ມຂຶ້ນຈາກ 32.5 ເປີເຊັນ ໃນປີ 2021.

ບົດລາຍງານກ່າວວ່າ “ຍັງຄົງເປັນທິດທາງທີ່ສໍາຄັນ ຖ້າອອສເຕຣເລຍຫາກບັນ ລຸເປົ້າໝາຍໃນຄວາມທະເຍີທະຍານຂອງຕົນ ທີ່ຈະໃຊ້ພະລັງງານໝູນວຽນ 82 ເປີເຊັນ ພາຍໃນປີ 2030” ແຕ່ “ຢ່າງໃດກໍຕາມ ກໍຍັງມີຄວາມກ້າວໜ້າທີ່ໜ້າສະໜັບສະໜຸນ.”

ພະລັງງານແສງຕາເວັນ ແລະພະລັງງານລົມ ແມ່ນຄວບງຳແຫຼ່ງພະລັງງານສີຂຽວຂອງອອສເຕຣເລຍ.

ສະພາພະລັງງານສະອາດໄດ້ຄາດການວ່າ ປັດຈຸບັນນີ້ ປະມານ 3 ລ້ານ 4 ແສນຄົວເຮືອນຢູ່ໃນອອສເຕຣເລຍ ມີຫຼັງຄາທີ່ຕິດຕັ້ງລະບົບພະລັງງານແສງຕາເວັນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG