ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອິສຣາແອລ ເດີນທາງຢ້ຽມຢາມ ຢູໂຣບ ເພື່ອສະແຫວງຫາ ການໃຊ້ຄວາມກົດດັນ ຕໍ່ ອີຣ່ານ


ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ
ເມີເກິລ, ຊ້າຍ, ແລະ ນາຍົກລັດຖະມົນຕີ ອິສຣາແອລ
ທ່ານ ເບັນຈາມິນ ເນຕັນຢາຮູ, ຂວາ, ຢືນຕັ້ງທ່າ ກັບບັນ
ດາສະມາຊິກ ເປັນກຸ່ມ ໃນລະຫວ່າງ ການປະຊຸມຂັ້ນ
ລັດຖະບານ ລະຫວ່າງ ເຢຍຣະມັນ ກັບ ອິສຣາແອລ
ນຶ່ງວັນ ຢູ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ເບີລິນຂອງເຢຍຣະມັນ, ວັນທີ 16 ກຸມພາ 2016.
ນາຍົກ ລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີເກິລ, ຊ້າຍ, ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ, ຂວາ, ຢືນຕັ້ງທ່າ ກັບບັນ ດາສະມາຊິກ ເປັນກຸ່ມ ໃນລະຫວ່າງ ການປະຊຸມຂັ້ນ ລັດຖະບານ ລະຫວ່າງ ເຢຍຣະມັນ ກັບ ອິສຣາແອລ ນຶ່ງວັນ ຢູ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ເບີລິນຂອງເຢຍຣະມັນ, ວັນທີ 16 ກຸມພາ 2016.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ໄດ້ເລີ່ມການເດີນທາງ
ຢ້ຽມຢາມ ສາມປະເທດ ໃນທະວີບ ຢູໂຣບ ໃນວັນຈັນມື້ນີ້ ໃນຂະນະທີ່ທ່ານ ພະຍາຍາມ
ຊອກຫາການສະໜັບສະໜູນ ເພື່ອການແກ້ໄຂຂໍ້ຕົກລົງນິວເຄລຍສາກົນ ກັບ ອີຣ່ານ.

ທ່ານ ເນຕັນຢາຮູ ໄດ້ເລີ່ມຕົ້ນການຢ້ຽມຢາມຂອງທ່ານໃນປະເທດ ເຢຍຣະມັນ ເຊິ່ງເປັນ
ບ່ອນທີ່ທ່ານຈະຈັດການເຈລະຈາ ກັບນາຍົກ ລັດຖະມົນຕີ ທ່ານນາງ ແອນເຈີລາ
ເມີເຄິລ ກ່ອນທີ່ຈະເດີນທາງໄປພົບປະກັບບັນດາຜູ້ນຳຂອງປະເທດ ຝຣັ່ງ ແລະ ອັງກິດ.

ອັງກິດ, ຝຣັ່ງ ແລະ ເຢຍຣະມັນ ໄດ້ເຫັນດີໃນຂໍ້ຕົກລົງກັບ ອີຣ່ານ ໃນປີ 2015 ພ້ອມກັບ
ຣັດເຊຍ, ຈີນ ແລະ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດໃນເດືອນທີ່ຜ່ານມາວ່າ
ສະຫະລັດ ໄດ້ຖອນຕົວອອກຈາກສິ່ງທີ່ທ່ານເອີ້ນວ່າ “ຂີ້ຮ້າຍ, ເປັນຂໍ້ຕົກລົງຝ່າຍດຽວ,”
ໃນຂະນະທີ່ທ່ານໄດ້ເວົ້າວ່າ ທ່ານຢາກຕັ້ງຂໍ້ຫ້າມເພີ່ມເຕີມ ໃນໂຄງການລູກສອນໄຟ
ຂີປະນາວຸດ ຂອງ ອີຣ່ານ ແລະ ສິ່ງທີ່ທ່ານເອີ້ນວ່າ “ການເຄື່ອນໄຫວສ້າງຄວາມບໍ່
ໝັ້ນຄົງ ໃນພາກພື້ນຕາເວັນອອກກາງ.”

ລັດຖະມົນຕີວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ (ຂວາ) ພົບປະກັບ ລັດຖະມົນຕີ ດ້ານພະ ລັງງານ ຂອງ ສະຫະພາບ ຢູໂຣບ ທ່ານ ມິແກລ ອາຣີອັສ ກາເນເຕ, ໃນນະຄອນຫຼວງ ເຕຫຣ່ານ ຂອງອີຣ່ານ, ວັນທີ 20 ພຶດສະພາ 2018.
ລັດຖະມົນຕີວ່າການຕ່າງປະເທດ ຂອງອີຣ່ານ ທ່ານ ໂມຮາມັດ ຈາວາດ ຊາຣີຟ (ຂວາ) ພົບປະກັບ ລັດຖະມົນຕີ ດ້ານພະ ລັງງານ ຂອງ ສະຫະພາບ ຢູໂຣບ ທ່ານ ມິແກລ ອາຣີອັສ ກາເນເຕ, ໃນນະຄອນຫຼວງ ເຕຫຣ່ານ ຂອງອີຣ່ານ, ວັນທີ 20 ພຶດສະພາ 2018.

ຜູ້ລົງນາມປະເທດອື່ນໆໄດ້ສະແດງຄວາມປາຖະໜາທີ່ຈະຮັກສາຂໍ້ຕົກລົງນິວເຄລຍໄວ້
ຄືເກົ່າ, ໂດຍເວົ້າວ່າມັນໄດ້ຜົນ. ອັງກິດ, ຝຣັ່ງ ແລະ ເຢຍຣະມັນ ໄດ້ສະເໜີການແກ້ໄຂ
ບັນຫາອື່ນໆ ກ່ຽວກັບ ອີຣ່ານ ຜ່ານຂໍ້ຕົກລົງເພີ່ມເຕີມ.

ຄືກັນກັບ ທ່ານ ທຣຳ, ທ່ານ ເນຕັນຢາຮູ ກໍໄດ້ເປັນຜູ້ວິພາກວິຈານຢ່າງຮຸນແຮງ ກ່ຽວກັບ
ຂໍ້ຕົກລົງນິວເຄລຍດັ່ງກ່າວ, ໂດຍເວົ້າວ່າ ຂໍ້ຕົກລົງຂອງເຂົາເຈົ້າໄດ້ເຮັດໃຫ້ ອີຣ່ານ ມີ
ໂອກາດທີ່ຈະພັດທະນາອາວຸດນິວເຄລຍ ໄດ້ຢ່າງວ່ອງໄວ ໃນເວລາທີ່ເງື່ອນໄຂຕ່າງໆ
ໝົດອາຍຸລົງ.

ອີຣ່ານ, ເຊິ່ງໄດ້ຮັບການຜ່ອນຄາຍມາດຕະການລົງໂທດໃນການແລກປ່ຽນ ສຳລັບ
ການຈຳກັດໂຄງການນິວເຄລຍ ຂອງເຂົາເຈົ້ານັ້ນ, ໄດ້ເວົ້າຢ່າງຊໍ້າແລ້ວຊໍ້າອີກວ່າ
ກິດຈະກຳນິວເຄລຍຂອງເຂົາເຈົ້າ ໃນທາງສັນຕິ.

ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ໂມຮຳມັດ ຈາວາດ ຊາຣີຟ ໄດ້ກ່າວໃນວັນ
ອາທິດວານນີ້ວ່າ ການຕັດສິນໃຈຖອນໂຕຂອງ ສະຫະລັດ ອອກຈາກຂໍ້ຕົກລົງນັ້ນ
ແມ່ນຜິດກົດໝາຍ ແລະ ທ່ານໄດ້ຮຽກຮ້ອງໃຫ້ຝ່າຍອື່ນໆ ທີ່ລົງນາມໃນສັນຍານັ້ນ ບໍ່
ປະຕິບັດຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG