ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ຕັນ​ຢາ​ຮູ ສະ​ແຫວງ​ ຂໍ​ສິດ​ພິ​ເສດ​ຈາກ​ການ​ຖືກ​ຟ້ອງ​ຮ້ອງ ໃນ​ຄະ​ດີ​ ສໍ້​ລາດ​ບັງຫຼວງ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ກ່ຽວ​ກັບເຈດ​ຕະ​ນາ​ຂອງ​ທ່ານ ທີ່​ຈະ​ຍື່ນ​ຄຳ​ຮ້ອງ​ຕໍ່​ສະ​ພາ ​ເພື່ອ​ຂໍ​ສິດ​ພິ​ເສດ​ຈາກ​ການ​ຖືກ​​ຟ້ອງ​ຮ້ອງ, ​ໃນ​​ເຈ​ຣູ​ເຊ​ແລັມ ​ເມື່ອ​ວັນ​ທີ​ 1 ມັງ​ກອນ 2020. (Photo by GIL COHEN-MAGEN / AFP)
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ທີ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ກ່ຽວ​ກັບເຈດ​ຕະ​ນາ​ຂອງ​ທ່ານ ທີ່​ຈະ​ຍື່ນ​ຄຳ​ຮ້ອງ​ຕໍ່​ສະ​ພາ ​ເພື່ອ​ຂໍ​ສິດ​ພິ​ເສດ​ຈາກ​ການ​ຖືກ​​ຟ້ອງ​ຮ້ອງ, ​ໃນ​​ເຈ​ຣູ​ເຊ​ແລັມ ​ເມື່ອ​ວັນ​ທີ​ 1 ມັງ​ກອນ 2020. (Photo by GIL COHEN-MAGEN / AFP)

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ວ່າ ທ່ານ​ຈະ​ຂໍ​ຮ້ອງ​ສະ​ພາ ອະ​ນຸ​ມັດສິດ​ພິ​ເສດ​ຈາກ​ການ​ຖືກຟ້ອງ​ຮ້ອງ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງຫຼວງ ອັນ​ເປັນ​ການ​ເຄື່ອນ​ໄຫວ ທີ່​ອາດ​ຢຸດເຊົາ​ການ​ດຳ​ເນີນ​ຄະ​ດີ​ໄວ້​ກ່ອນຈົນ​ກວ່​າ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ມີ​ນານີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ໃນ​ພາ​ສາ​ຮີບ​ຣູ ວ່າ “ມັນ​ເປັນເຈດ​ຕະ​ນາ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຈະໄປ​ຂຶ້ນສານ ເພື່ອລົບ​ລ້າງ​ຂໍ້​ກ່າວ​ຫາ​ທັງຫຼາຍ​ທີ່​ເສກສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ຕໍ່​ຂ້າ​ພ​ະ​ເຈົ້າ​ນັ້ນ. ພົນ​ລະ​ເມືອງ​ຂອງ​ອິ​ສ​ຣາ​ແອ​ລ​ທັງຫຼາຍ​ເອີ້ຍ ກົດ​ໝາຍ​ວ່າ​ດ້ວຍ​ສິດ​ພິ​ເສດ​ຕໍ່​ການ​ຖືກ​ຟ້ອງ​ຮ້ອງນັ້ນ ​ແມ່ນ​ໝາຍ​ຄວາມ​ວ່າ​ ​ເພື່ອ​ປົກ​ປ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ຖືກ​ເລືອກ​ມາ ຈາກ​ການ​ຟ້ອງ​ຮ້ອງ​ຕ່າງໆ​ທີ່ເສ​ກ​ສັນ​ປັ້ນ​ແຕ່ງ​ຂຶ້ນ ຈາກ​ກໍ​ລະ​ນີຜົນ​ປະ​ໂຫຍດທາງດ້ານ​ການ​ເມືອງ ​ຊຶ່ງເປົ້າ​ໝາຍ​ຂອງ​ພວກ​ເຂົາ ແມ່ນ​ເພື່ອ​ທຳ​ລາຍ​ຄວາມ​ປະ​ສົງ​ຂອງ​ປະ​ຊາ​ຊົນ. ຄວາມ​ໝາຍ​ຂອງກົດ​ໝາຍ​ດັ່ງ​ກ່າວ ​ເພື່ອ​ຮັບ​ປະ​ກັນ​ວ່າ ບັນ​ດາ​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ຖືກ​ເລືອກ​ມາ ສາ​ມາດ​ຮັບ​ໃຊ້​ປະ​ຊາ​ຊົນ ອີງ​ຕາມ​ຄວາມ​ປະ​ສົງ​ຂອງ​ປະ​ຊາ​ຊົນ.”

ສ່​ວນຜູ້​ນຳ​ພັກ​ຝ່າຍ​ຄ້ານ​ຂອງ​ອິ​ສ​ຣາ​ແອ​ລ ​ທ່ານເບັນ​ນີ ແກັນ​ສ໌ ໄດ້​ຕ້ອງ​ຕິ ການ​ຮ້ອງ​ຂໍ​ສິດ​ພິ​ເສດ​ຈາກການ​ຖືກ​ຟ້ອງ​ຮ້ອງ​ໃນ​ຂໍ້​ຫາ​ການ​ສໍ້​ລາດ​ບັງຫຼວງ ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ນັ້ນ ໂດຍ​ເອີ້ນ​ຍຸດ​ທະ​ສາດ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ ວ່າ ເພື່ອ​ຫລີກ​ລ່ຽງ​ລະ​ບົບ​ຍຸ​ຕິ​ທຳ ຊຶ່ງ​ເປັນ​ວັນ​ແຫ່ງ​ຄວາມ​ໂສກ​ເສົ້າ.

ທ່ານ​ແກັນ​ສ໌ ແລະ​ທ່ານ​ເນ​ຕັນ​ຢາ​ຮູ ຈະ​ປະ​ເຊີນ​ໜ້າ​ກັນ ເປັນ​ຄັ້ງ​ທີ​ສາມ ໃນ​ການ​ເລືອກ​ຕັ້ງ ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມີ​ນາ ຫຼັງ​ຈາກ​ທີ່​ທັງ​ສອງ​ຝ່າຍ ບໍ່​ສາ​ມາດໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜຸນຢ່າງພຽງ​ພໍຈາກ​ສະ​ພາ ເພື່ອ​ຈັດ​ຕັ້ງ​ລັດ​ຖະ​ບານ ຫຼັງ​ຈາກ​ໄດ້​ມີການ​ເລືອງ​ຕັ້ງ​ສອງ​ຄັ້ງ​ກ່ອນ​ໜ້ານີ້ແລ້ວ.

Israeli Prime Minister Benjamin Netanyahu says he will ask parliament to grant him immunity from prosecution for alleged corruption -- a move that could put off a trial until after the March elections.

(Benjamin Netanyahu, Israeli Prime Minister state in Hebrew)

"It's my intention to stand before the court to shatter all the fabricated accusations against me. Dear citizens of Israel, the immunity law is meant to protect elected officials from tailored lawsuits, from serving political cases whose aim is to harm the will of the people. The law is meant to ensure that elected officials can serve the people according to the will of the people."

The leader of Israel's opposition party, Benny Gantz criticized Netanyahu's plea for immunity from corruption charges, calling his strategy to avoid the justice system, a sad day.

Gantz and Netanyahu will face off for a third time in March election after neither was able to get enough support from parliament after two previous elections.

XS
SM
MD
LG