ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອິສຣາແອລ ຈະກົດດັນໃຫ້ ອັງກິດ ອອກຈາກ ຂໍ້ຕົກລົງ ນິວເຄລຍ ອີຣ່ານ


ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ຕ້ອນຮັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ທີ່ທຳນຽບ ຖະໜົນ ດາວນິງ, ນະຄອນຫຼວງ ລອນດອນ. 6 ກຸມພາ, 2017.
ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ຕ້ອນຮັບນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ທີ່ທຳນຽບ ຖະໜົນ ດາວນິງ, ນະຄອນຫຼວງ ລອນດອນ. 6 ກຸມພາ, 2017.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ ເບັນຈາມິນ ເນຕັນຢາຮູ ຈະພົບປະກັບນາຍົກ
ລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ໃນນະຄອນຫຼວງ ລອນດອນ ວັນພຸດມື້ນີ້,
ເປັນການສະຫຼຸບຮອບສຸດທ້າຍຂອງການເດີນທາງຢ້ຽມຢາມທະວີບ ຢູໂຣບ ສາມວັນ,
ທີ່ເພັ່ງເລັງໃສ່ການຊັກຊວນບັນດາຜູ້ນຳ ຢູໂຣບ ໃຫ້ແກ້ໄຂຂໍ້ຕົກລົງນິວເຄລຍສາກົນ
ກັບ ອີຣ່ານ.

ທ່ານ ເນຕັນຢາຮູ ໄດ້ເລີ່ມການເດີນທາງຢ້ຽມຢາມທະວີບ ຢູໂຣບ ສາມວັນຂອງທ່ານ
ເມື່ອວັນຈັນທີ່ຜ່ານມາໃນປະເທດ ເຢຍຣະມັນ, ເຊິ່ງທ່ານໄດ້ເຕືອນນາຍົກລັດຖະມົນ
ຕີ ທ່ານນາງ ແອນເກີລາ ເມີແຄລ ວ່າ ການແຊກແຊງຂອງ ອີຣ່ານ ໃນພາກພື້ນຕາ
ເວັນອອກກາງ ອາດກໍ່ໃຫ້ ເກີດການຫຼັ່ງໄຫຼຄັ້ງໃຫຍ່ຂອງພວກອົບພະຍົບໄປສູ່ຢູໂຣບ.
ໃນປະເທດ ຝຣັ່ງ ເມື່ອວັນອັງຄານວານນີ້, ຜູ້ນຳ ອິສຣາແອລ ໄດ້ກ່າວວ່າ ຄວາມສົນ
ໃຈຂອງທ່ານແມ່ນ “ການເຮັດໃຫ້ແນ່ໃຈວ່າ ອີຣ່ານ ບໍ່ມີອາວຸດນິວເຄລຍ.”

ທ່ານ ເນຕັນຢາຮູ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຮ່ວມກັບປະທາ ນາທິບໍດີ ຝຣັ່ງ
ເອັມມານູແອລ ມາກຣົງ ວ່າ “ຂ້າພະເຈົ້າມີຄວາມຍຶດໝັ້ນ ກ່ຽວກັບ ການຄັດຄ້ານຂອງ
ຂ້າພະເຈົ້າຕໍ່ຂໍ້ຕົກລົງນິວເຄລຍນີ້, ເພາະວ່າ ຂ້າພະເຈົ້າໄດ້ເວົ້າວ່າ ເຈົ້າບໍ່ສາມາດຕັດ
ຂາດເລື່ອງນີ້ຈາກການຮຸກຮານຂອງ ອີຣ່ານ ຢູ່ໃນພາກພື້ນໄດ້.”

ທ່ານ ມາກຣົງ ໄດ້ກ່າວວ່າ ຝຣັ່ງ ຈະສືບຕໍ່ເຮັດວຽກກັບແຜນປະຕິບັດການຮ່ວມຮອບ
ດ້ານ ຫຼື JCPOA, ເຊິ່ງເຂົາເຈົ້າໄດ້ພິຈາລະນາວ່າເປັນວິທີທີ່ດີທີ່ສຸດ ທີ່ຈະຄວບຄຸມ
ກິດຈະກຳດ້ານນິວເຄລຍຂອງ ອີຣ່ານ.

ທ່ານ ມາກຣົງ ໄດ້ເວົ້າວ່າ ແຜນການ JCPOA ແມ່ນບໍ່ພຽງພໍ, ແລະ ຂ້າພະເຈົ້າກໍເຫັນ
ດີຢ່າງຍິ່ງ, ແຕ່ວ່າ, ມັນຍັງດີກວ່າສິ່ງທີ່ພວກເຮົາມີໃນເມື່ອກ່ອນ.” ທ່ານເວົ້າວ່າ ທ່ານບໍ່
ເຫັນວ່າ ການອອກຈາກຂໍ້ຕົກລົງນິວເຄລຍ ຈະເປັນການຊ່ວຍເຫຼືອໃນການປັບປຸງ
ຄວາມໝັ້ນຄົງໃນພາກພື້ນ.

ອັງກິດ, ຝຣັ່ງ ແລະ ເຢຍຣະມັນ ໄດ້ເຫັນດີກັນຕໍ່ຂໍ້ຕົກລົງກັບ ອີຣ່ານ ໃນປີ 2015
ພ້ອມກັບ ຣັດເຊຍ, ຈີນ ແລະ ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປະກາດໃນເດືອນແລ້ວນີ້ວ່າ ສະ
ຫະລັດ ໄດ້ຖອນຕົວອອກຈາກສິ່ງທີ່ທ່ານເອີ້ນວ່າ “ຂໍ້ຕົກລົງທີ່ຂີ້ຮ້າຍ, ເຂົ້າຂ້າງຝ່າຍ
ດຽວ,” ໃນຂະນະທີ່ທ່ານເວົ້າວ່າ ທ່ານຢາກໃຫ້ເພີ່ມຂໍ້ຫ້າມຕື່ມອີກ ກ່ຽວກັບ ໂຄງການ
ລູກສອນໄຟຂີປະນາວຸດຂອງ ອີຣ່ານ ແລະ ສິ່ງທີ່ທ່ານໄດ້ເອີ້ນວ່າ “ວຽກງານການ
ສ້າງຄວາມວຸ້ນວາຍ ໃນພາກຕາເວັນອອກກາງ.”

ຜູ້ລົງນາມປະເທດອື່ນໆ ໄດ້ສະແດງຄວາມປາຖະໜາທີ່ຈະຮັກສາຂໍ້ຕົກລົງນິວເຄລຍ
ໄວ້ຄືເກົ່າ, ໂດຍເວົ້າວ່າມັນໄດ້ຜົນ. ອັງກິດ, ຝຣັ່ງ ແລະ ເຢຍຣະມັນ ໄດ້ສະເໜີໃຫ້ແກ້
ໄຂບັນຫາອື່ນໆກ່ຽວກັບ ອີຣ່ານ ຜ່ານຂໍ້ຕົກລົງສະບັບພິເສດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG