ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານເນຕັນຢາຮູ ກ່າວວ່າ ຈີນ ໄດ້ເຊື້ອເຊີນທ່ານ ໃຫ້ໄປຢ້ຽມຢາມ ຢ່າງເປັນທາງການ


ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ກ່າວຕໍ່ອົງການຂ່າວ ໃນລະຫວ່າງການຖະແຫຼງຂ່າວ, ໃນ Tel Aviv, ອິສຣາແອລ, ວັນທີ 10 ເມສາ 2023.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈະມິນ ເນຕັນຢາຮູ ກ່າວຕໍ່ອົງການຂ່າວ ໃນລະຫວ່າງການຖະແຫຼງຂ່າວ, ໃນ Tel Aviv, ອິສຣາແອລ, ວັນທີ 10 ເມສາ 2023.

ນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວວ່າ ທ່ານໄດ້ຮັບການເຊີນຢ່າງເປັນທາງການ ເພື່ອໄປຢ້ຽມຢາມຈີນ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດ ຫຼື ວ່າມື້ໃດທີ່ຈະມີການເດີນທາງດັ່ງກ່າວ, ອີງຕາມລາຍງານຂອງອົງການຂ່າວ AP.

ຜູ້ນໍາຂອງປະເທດອິສຣາແອລ ໄດ້ປະກາດໃຫ້​ຊາບໃນລະຫວ່າງການປະຊຸມກັບບັນດາສະມາຊິກສະພາຂອງສະຫະລັດ ທີ່ເດີນທາງໄປຢ້ຽມຢາມ.

ການເຊີນດັ່ງກ່າວນີ້ ມີຂຶ້ນລຸນຫຼັງມີການສະ​ເໜີຫວ່າງບໍ່ດົນມານີ້ໂດຍລັດຖະບານ ປັກກິ່ງ ເພື່ອເສີມຂະຫຍາຍຄວາມໝັ້ນຄົງທາງດ້ານການທູດຂອງພວກເຂົາຢູ່ໃນພູມິພາກແຫ່ງນີ້ ແລະມີຂຶ້ນໃນຊ່ວງເວລາທີ່ຄວາມຂັດແຍ້ງເພີ້ມສູງຂຶ້ນລະຫວ່າງ ລັດຖະບານຂອງທ່ານໄບເດັນ ກັບ ຜູ້ນໍາລັດຖະບານຫົວ​ຊາດ​ນິ​ຍົມ​ຈັດ ແລະ ນິ​ຍົມ​ສາ​ສະ​ໜາ​ຢິວຈັດ ຂອງທ່ານເນຕັນຢາຮູ.

ສໍານັກງານຂອງທ່ານເນຕັນຢາຮູກ່າວວ່າ “ໂຄງການຢ້ຽມຢາມ” ຈີນໃນຄັ້ງນີ້ ຈະເປັນການຢ້ຽມຢາມຄັ້ງທີ 4 ໃນຖານະນາຍົກລັດຖະມົນຕີຂອງທ່ານ. ພວກເຂົາກ່າວວ່າ ພວກເຂົາໄດ້ແຈ້ງໃຫ້ລັດຖະບານຂອງທ່ານໄບເດັນ ເຊິ່ງມີຄວາມສໍາພັນທີ່ບໍ່ຄ່ອຍ​ລາບ​ລື້ນ​ປານ​ໃດກັບຈີນ ກ່ຽວກັບການ​ເຊື້ອເຊີນໃນເດືອນແລ້ວນີ້, ໂດຍ ພວກເຂົາໄດ້ປະຕິເສດທີ່ຈະຕອບ ກ່ຽວກັບຄວາມເປັນໄປໄດ້ ໃນວັນເວ​ລາຂອງການເດີນທາງ.

Israeli Prime Minister Benjamin Netanyahu says he has received an invitation for an official visit to China but didn't disclose whether or when the trip would take place. The Israeli leader made the announcement during a meeting with visiting members of the U.S. Congress. The invitation follows several recent overtures by Beijing to increase its diplomatic footprint in the region and comes at a time of heightened friction between the Biden administration and Netanyahu's ultranationalist and ultra-Orthodox government. Netanyahu's office says the "projected visit" to China would be his fourth as prime minister. It says it notified the Biden administration, which has a rocky relationship with China, about the invitation last month. It declined to comment on possible dates for the trip.

XS
SM
MD
LG