ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ນາ​ຍົກ ​ອິ​ສ​ຣາ​ແອ​ລ ທ​. ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ​ບໍ່​ສາ​ມາດ ຈັດ​ຕັ້ງ​ລັດ​ຖະ​ບານ ຊຸດ​ໃໝ່ ຂຶ້ນ​ໄດ້


ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມພັກ​ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ທ່ານ ​ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, ​ວັນ​ທີ 3 ຕຸ​ລາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມພັກ​ ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ທ່ານ ​ໃນ​ນະ​ຄອນ ເຈ​ຣູ​ຊາ​ແລັມ, ​ວັນ​ທີ 3 ຕຸ​ລາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ໃນ​ວັນ​ຈັນວານນີ້ ວ່າ ທ່ານບໍ່​ສາ​ມາດ​ຈັດ​ຕັ້ງ ລັດ​ຖະ​ບານ​ຊຸດ​ໃໝ່​ໄດ້ ຫຼັງ​ຈາກ ການ​ເລືອກ​ຕັ້ງ​ສະ​ພາ​ທີ່ບໍ່​ມີ​ພັກ​ໃດ​ກຳ​ຄະ​ແນນ​ສຽງ​ໄດ້​ຢ່າງ​ເດັດ​ຂາດເມື່ອ​ເດືອນ​ແລ້ວນີ້ ຊຶ່ງ​ເປີດ​ຊ່ອງ​ທາງ​ໃຫ້ແກ່​ ທ່ານ​ເບັນ​ນີ ແກັນ​ສ໌ ​ຄູ່​ແຂ່ງ​ທີ່​ນິ​ຍົມ​ແນວ​ທາງປານ​ກາງ ​ຈະ​ພະ​ຍາ​ຍາມເຕົ້າ​ໂຮມ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ມາ​ເຂົ້າ​ຮ່ວມ​ເປັນສຽງ​ສ່ວນຫຼາຍ ແລະ​ກໍ​ຈະ​ກາຍ​ເປັນ​ຜູ້​ນຳ​ປະ​ເທດ​ຄົນ​ໃໝ່.

ທ່ານ​ເນ​ຕັນ​ຢາ​ຮູ ໄດ້​ເປັນ​ນາ​ຍົກ​ຂອງ​ປະ​ເທດ​ຊາວ​ຢິວ ​ທີ່​ຍາວ​ນານ​ທີ່​ສຸດ​ຢູ່​ແລ້ວ ໄດ້​ພະ​ຍາ​ຍາມ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ໄໝ​ທີ 5. ແຕ່ທ່ານ​ເນ​ຕັນ​ຢາ​ຮູ ເປັນ​ຫົວ​ໜ້າ​ພັກອະ​ນຸ​ລັກ​ນິ​ຍົມ Likud ​ ​ໄດ້​ກ່າວ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ຂອງ​ອິ​ສ​ຣາ​ແອ​ລ ທ່ານເຣີ​ເວັນ ຣີວ​ລິນ (Reuven Rivlin) ວ່າ ທ່ານບໍ່​ສາ​ມາດຊອກ​ຫາ​ຄະ​ແນນສຽງ 61 ບ່ອນ​ນັ່ງ ໃນ​ສະ​ພາ Knesset ທີ່​ເປັນ​ສຽງ​ສ່ວນ​ຫຼາຍ​ໄດ້ ໂດຍ​ການ ເຂົ້າ​ຮ່ວມ​ໃນ​ລັດ​ຖະ​ບານສາ​ມັກ​ຄີຊາດ ກັບ​ພັກ​ສີ​ຟ້າ​ແລະ​ສີ​ຂາວ​ນິ​ຍົມ​ແນວ​ທາງ​ປານ​ກາງ​ຂອງ​ທ່ານ​ແກັນ​ສ໌.

ທ່ານ​ຣີວ​ລິນ ໄດ້​ກ່າວ​ວ່າ ​ບັດ​ນີ້ ທ່ານຈະ​ໃຫ້​ທ່ານ​ແກັນ​ສ໌ ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ 28 ວັນ ເພື່ອ​ພະ​ຍາ​ຍາມ​ຈັດ​ຕັ້ງ​ລັດ​ຖະ​ບານ ຫາກ​ແຕ່​ວ່າ ທ່ານ​ເອງ ກໍ​ຈະ​ປະ​ເ​ຊີນ​ກັບຄວາມ​ເປັນ​ຫ່ວງຫຼາຍ​ຢ່າງ. ຕາມ​ກົດ​ໝາຍ​ແລ້ວ ຖ້າ​ທ່ານ​ແກັ​ນ​ສ໌ ບໍ່​ສາ​ມາດ​ຈັດ​ຕັ້ງ​ລັດ​ຖະ​ບານ​ໄດ້ ພາຍ​ໃນ 28 ວັນ ສະ​ມາ​ຊິກ​ສະ​ພາ ​ຄົນ​ໃດ​ຄົນ​ນຶ່ງ​ກໍສາ​ມາດ​ພະ​ຍາ​ຍາມ​ຈັດ​ຕັ້ງ​ລັດ​ຖະ​ບານ​ ໃນ​ເວ​ລາ 21 ​ວັນຕໍ່​ມາ ຫຼັງ​ຈາກນັ້ນ ໄດ້.

ແຕ່​ຖ້າ​ຫາກ​ອັນ​ນັ້ນ ກໍ​ຍັງລົ້​ມ​ແຫຼວຢູ່ ​ອິ​ສ​ຣາ​ແອ​ລ ຈະ​ຖືກ​ກົດ​ດັນ ໃຫ້​ຈັດ​ການ​ເລືອກ​ຕັ້ງສະ​ພາ ເປັນ​ຄັ້ງ​ທີ 3 ຂຶ້ນ ນັບ​ຕັ້ງ​ແຕ່​ເດືອນ​ເມ​ສາ​ຜ່ານ​ມາ.

​ພັກ​ຂອງ​ທ່ານ​ແກັ​ນ​ສ໌ ໄດ້​ຊະ​ນະ​ບ່ອນ​ນັ່ງ​ໃນ​ສະ​ພາ 33 ບ່ອນ ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ​ກັນ​ຍາ ແລະ​ພັກ​ລີ​ຄູດ ໄດ້​ 32 ບ່ອນ​ນັ່ງ ທັງ​ສອງ ແມ່ນ​ໄກ​ຈາກ​ການ​ມີ​ສຽງ​ສ່ວນຫຼາຍ ແລະ​ບັງ​ຄັບ​ໃຫ້​ແຕ່​ລະ​ຝ່າຍ ພະ​ຍາ​ຍາມ​ເກັບ​ກຳ​ເອົາ​ການ​ສະ​ໜັບ​ສະ​ໜຸນ ຈາກ​ພັກ​ທີ່​ນ້ອຍກວ່າ​ທັງຫຼາຍ ທີ່​ໄດ້​ມີ​ຜູ້​ແທນ ໃນ​ການ​ເລືອກ​ຕັ້ງສະ​ພາ​ໃໝ່ໆ​ມານີ້.

ທ່ານ​ເນ​ຕັນ​ຢາ​ຮູ ກາງ​ຕໍ່ ພວກ​ຊາວ​ຢິວ​ນິ​ຍົມ​ແນວ​ທາງ​ເດີມ ແລະ​ພັກ​ຕ່າງໆ ທີ່​ນິ​ຍົມ​ຂວາ​ຈັດ ຊຶ່ງ​ໃຫ້​ການ​ຊຸກ​ຍູ້​ທ່ານ​ເກືອບ​ຮອດ​ສຽງ​ສ່ວນຫຼາຍ. ສ່ວນ​ທ່າ​ນ​ແກັນ​ສ໌ ກໍ​ກາງ​ຕໍ່​ການ​ສະ​ໜັບ​ສະ​ໜຸນ ຈາກ​ກຸ່ມພັນ​ທະ​ມິດ​ອາ​ຣັບ Joint List ແລະ ພັກ​ອື່ນໆ​ຂອງ​ອິ​ສ​ຣາ​ແອ​ລ ທີ່ມີຫົວ​ເສ​ລີ​ນິ​ຍົມຫຼາຍກວ່າ ຊຶ່ງ​ຍັງ​ອາດ​ຈະ​ຊຸກ​ຍູ້​ໃຫ້​ທ່ານ ໃກ້​ເຂົ້າ​ເປັນ​ສຽງ​ສ່ວນຫຼາຍ​ໄດ້.

ສິ່ງ​ທີ່​ສຳ​ຄັນ ອີກ​ຄັ້ງ​ນຶ່ງ ອາດ​ເປັນ​ພັກ​ Yisrael Beiteinu ທີ່​ນຳ​ພາ​ໂດຍ ທ່ານ​ອາ​ວິກ​ດໍ ​ລີ​ເບີ​ແມ​ນຜູ້​ທີ່​ໄດ້​ຮຽກ​ຮ້ອງໃຫ້ມີ​ການ​ເກນ​ເຂົ້າ​ເປັນ​ທະ​ຫານອິ​ສ​ຣາ​ແອ​ລ ​ທົ່ວ​ໄປ ອັນ​ເປັນ​ທ່າ​ທີ ທີ່​ຄັດ​ຄ້ານ​ໂດຍ ບັນ​ດາ​ພັກ​ຊາວ​ຢິວ​ທີ່​ເປັນນິ​ຍົມ​ປານ​ກາງ ແລະ​ນະ​ໂຍ​ບາຍດ້ານ​ສາ​ສະ​ໜານິ​ກາຍ​ອື່ນ​ອີກ. ​ທ່ານ​ລີ​ເບີ​ແມນບໍ່​ໄດ້​ໃຫ້​ການ​ສະໜັບ​ສະ​ໜຸນ​ແກ່​ຜູ້​ທີ່​ຖືກ​ສະ​ເໜີ​ໃຫ້​ເປັນ​ນາ​ຍົກ​ຄົນ​ໃດ​ເລີຍ ແຕ່​ພັກ​ຂອງ​ທ່ານມີ​ບ່ອນ ​ນັ່ງ​ໃນ​ສະ​ພາ Knesset 8 ບ່ອນ ທີ່​ອາດ​ເປັນການຕັດ​ສິນ​ຊີ້​ຂາດ​ໄດ້.

ທ່ນ​ເນ​ຕັນ​ຢາ​ຮູ ໄດ້​ກ່າວ​ຫາ​ທ່ານ​ແກັນ​ສ໌ ແລະ ບັນ​ດາ​ຄູ່​ພາ​ຄີ​ພັນ​ທະ​ມິດ​ຂອງ​ທ່ານ ວ່າ “ພຽງ​ແຕ່​ເວົ້າ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ. ໃນ​ຜົນ​ທີ່​ສຸດ ພວກ​ເຂົາ​ເຈົ້າ ເຮັດ​ໄປ​ໃນ​ທາງ​ກົງ​ກັນ​ຂ້າມ ຊຸກ​ຍູ້​ໃຫ້​ເກີດ​ການ​ແບ່ງ​ແຍກ​ທາງ​ສາ​ສະ​ໜາ” ດ້ວຍ​ການບໍ່ຍອມເຂົ້າ​ຮ່ວມ​ລັດ​ຖະ​ບານ ກັບ ບັນ​ດາ​ພັກ​ທີ່​ນັບ​ຖື​ສາ​ສະ​ໜາຢ່າງເຄັ່ງ​ຄັດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG