ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ດິນ​ເຈື່​ອນ ​ລົງມາຕັນແມ່ນ້ຳ ໃນ​ປະ​​ເທດ ​ເນ​ປານ


NEPAL LANDSLIDE VO
please wait
Embed

No media source currently available

0:00 0:00:34 0:00

ຊົມ​ວິ​ດີ​ໂອ​ ກ່ຽວ​ກັບ ດິ​ນ​ເຈື່ອນ​ໃນ​ປະ​ເທດ ​ເນ​ປານ

ປະຊາຊົນ​ຫຼາຍ​ພັນ​ຄົນ​ ໄດ້​ພາກັນຫຼົບ​ໜີ​ ອອກຈາກ​ພວກໝູ່​ບ້ານ ​ແລະ ​ເມືອງ ຢູ່​ຕາ​ມ​ແມ່ນ້ຳ​ເທິງພູສາຍ​ໜຶ່ງ ​ໃນ​ທາ​ງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະ​ເທດ ​ເນ​ປານ​ ໃນ​ວັນ​ອາ​ທິດ​ວານ​ນີ້ ຫຼັງ​ຈາກ​ທີ່​ເກີດ​ເຫດ ​ດິນ​ເຈື່​ອນ ລົງ​ມາ​ຕັນ​ແມ່​ນ້ຳ​ສາຍ​ນັ້ນ.

ດິນທີ່​ເຈື່ອນ​ໄດ້​ເຮັດ​ໃຫ້​ເກີດ​ມີ​ເຂື່ອນ ​ແລະ ໜອງ​ນ້ຳ ຍາວເຖິງ
2 ກິໂລ​ແມັດ​ ຢູ່​ແມ່​ນ້ຳ Kaligandaki.

ປະ​ຊາຊົນ​ທີ່​ອາ​ໄສ​ຢູ່​ຕາມແຄມ​ຝັ່ງ​ແມ່​ນ້ຳ​ ໄດ້​ຖືກ​ເຄື່ອນຍ້າຍ​ຂຶ້ນ​ໄປ​ຢູ່​ບ່ອນ​ທີ່​ສູງ​ ຍ້ອນ​ຢ້ານ​ວ່າ​ເຂື່ອນ​ອາດ​ຈະ​ແຕກ ​ແລະ ​ເຮັດໃຫ້​ເກີດ​ນ້ຳ​ຖ້ວມ​ກະທັນຫັນ​ ຜ່ານ​ເຂດ ທີ່ຢູ່​ທາງ​ກ້ຳ​ເໜືອ​ຂອງ​ເມືອງ Beni Bazaar ປະ​ມານ 20​0 ກິ​ໂລ​ແມັດ​ ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ ນະຄອນຫຼວງ Kathmandu ​.

​ແຜ່ນ​ດິນ​ໄ​ຫວ​ໃຫຍ່​ສອງ​ຄັ້ງ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ໃຫ້​ແກ່ ປະ​ເທດ ​ເນ​ປານ​ ໃນ​ວັນ​ທີ 25 ​ເມສາ ​ແລະ 12 ​ພຶດສະພາ, ​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ເກື​ອບ 8700 ຄົນ ​ແລະ ບາດ​ເຈັບອີກ 16,800 ຄົນ.

​ໃນ​ປີ 2002, ​ຫຼາຍ​ສິບ​ຄົນ​ໄດ້ເສຍຊີວິດ ​ເວລາເກີດຫິມະ​ຖະ​ລົ່ມ​ລົງ​ໄປ ກັ້ນ​ ແມ່​ນ້ຳ Seti ​ເຊິ່ງຕໍ່​ມາ​ໄດ້​ແຕກທະລຸ​ຫິມະ ​ແລະ ສົ່ງ​ນ້ຳ​ໄຫລ ​ທະ​ລັກ ​ຜ່ານ​ໝູ່​ບ້ານ​ຕາ​ມຊາຍ​ຝັ່ງ​ຂອງ​ມັນ.

Thousands of people fled villages and towns along a mountain river in northwest Nepal Sunday after it was blocked by a landslide.


The landslide created a dam and a lake 2 kilometers long on the Kaligandaki River.

Residents living on the banks of the river were moved to higher ground for fear the dam could burst and send flash floods through the area north of Beni Bazaar, about 200 kilometers northwest of the capital, Kathmandu.

Two powerful earthquakes devastated Nepal on 25 April and 12 May, killing nearly 8,700 people and injuring 16,800 others.

In 2002, dozens of people were killed when an avalanche held back the nearby Seti River, which then burst through the snow blockage and sent water gushing through villages along its banks.

XS
SM
MD
LG