ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປັບປຸງ ໂຄງການ ນິວເຄລຍ ຂອງຕົນ ອີງຕາມເຈົ້າໜ້າທີ່ ສຫຣ.


ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກວດແຖວໜ່ວຍ1524 ຂອງກອງທັບປົກປະຊາຊົນ ເກົາຫຼີ ໃນຮູບ ເຊິ່ງຖືກເປີດ
ເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ. 30 ມິຖຸນາ, 2018.
ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກວດແຖວໜ່ວຍ1524 ຂອງກອງທັບປົກປະຊາຊົນ ເກົາຫຼີ ໃນຮູບ ເຊິ່ງຖືກເປີດ ເຜີຍໂດຍອົງການສູນກາງຂ່າວ ເກົາຫຼີ ຂອງ ເກົາຫຼີເໜືອ. 30 ມິຖຸນາ, 2018.

ກຸ່ມຕິດຕາມສິ້ງຊອມກຸ່ມນຶ່ງກ່າວວ່າ ໄດ້ມີຮູບພາບຈາກດາວທຽມສະແດງອອກມາໃຫ້
ເຫັນວ່າ ມີການພັດທະນາຢ່າງ “ວ່ອງໄວ” ວ່າງສອງສາມເດືອນຜ່ານມານີ້ ຢູ່ໃນສະ
ຖານທີ່ຄົ້ນຄວ້າດ້ານນິວເຄຼຍແຫ່ງນຶ່ງຂອງ ເກົາຫຼີເໜືອ.

ກຸ່ມ 38 North ຊຶ່ງຕິດຕາມເບິ່ງເລື້ອງທະຫານ ເສດຖະກິດ ສັງຄົມ ແລະຄວາມກ້າວ
ໜ້າ ໃນທາງອື່ນໆ ຢູ່ໃນເກົາຫຼີເໜືອ ໄດ້ກ່າວຢູ່ໃນລາຍງານນຶ່ງ ໃນວັນພຸດຜ່ານມາວ່າ
ຮູບພາບທີ່ໄດ້ຖ່າຍ ຈາກອະວະກາດໃນວັນທີ 21 ມິຖຸນາ ໄດ້ສະແດງໃຫ້ເຫັນວ່າ ເກົາ
ຫຼີເໜືອ ໄດ້ມີການພັດທະນາຢູ່ໃນສູນການ ຢົງບິອົງ ຄົ້ນຄວ້າດ້ານວິທະຍາສາດນິວເຄຼຍ.

ລາຍງານດັ່ງກ່າວ ໄດ້ນຳອອກເຜີຍແຜ່ພຽງສອງອາທິດ ລຸນຫຼັງຜູ້ນຳ ເກົາຫຼີເໜືອ ທ່ານ
ກິມ ຈົງ ອຶນ ໄດ້ເຊັນຄຳປະກາດວ່າ ຈະ “ຍົກເລີກນິວເຄຼຍ” ລຸນຫຼັງກອງປະຊຸມສຸດຍອດ
ທີ່ ສິງກະໂປ ກັບປະທານາທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ. ລາຍງານດັ່ງ
ກ່າວໄດ້ຕັ້ງຄຳຖາມຂຶ້ນມາ ກ່ຽວກັບວ່າທ່ານ ກິມ ໄດ້ເອົາບາດກ້າວແນວໃດຫຼືບໍ່ ວ່າຈະ
ຫາທາງປັບປຸງໂຄງການນິວເຄຼຍ ໃນພຽງຢາງ ລຸນຫຼັງກອງປະຊຸມສຸດຍອດ ໃນວັນທີ
12 ມິຖຸນາເປັນຕົ້ນມາ.

ຂ່າວສານ NBC ທີ່ອ້າງອີງຕາມພວກເຈົ້າໜ້າທີ່ ສະຫະລັດ ຫ້າທ່ານ ທີ່ບໍ່ບອກຊື່ ໄດ້
ລາຍງານ ໃນວັນສຸກຜ່ານມາວ່າ ອົງການສືບລັບຂອງ ສະຫະລັດ ເຊື່ອວ່າ ເກົາຫຼີເໜືອ
ໄດ້ປັບປຸງການຜະລິດແລະເພີ້ມພູນ ທາດຢູເຣນຽມ ສຳລັບອາວຸດນິວເຄຼຍ ຢູ່ແຫ່ງເລິກ
ລັບບ່ອນຕ່າງໆ ໃນເດືອນຫຼັງໆນີ້. ອົງການຂ່າວດັ່ງກ່າວລາຍງານວ່າ ພຽງຢາງ ອາດ
ພະຍາຍາມປິດບັງໂຄງການເພີ້ມພູນຜະລິດຜົນ ທີ່ຕົນຊອກຄົ້ນນັ້ນໄວ້ໃນຂະນະທີ່ສະ
ແຫວງຫາການຕົກລົງດ້ານນິວເຄຼຍ ກັບ ສະຫະລັດ ນັ້ນ.

ທ່ານນຶ່ງໃນຈຳນວນເຈົ້າໜ້າທີ່ ສະຫະລັດ ດັ່ງກ່າວໄດ້ບອກNBC ວ່າ “ບໍ່ໄດ້ມີຫຼັກຖານ
ໃດໆ ຢ່າງເດັດຂາດວ່າ ພວກເຂົາ ຈະບໍ່ພະຍາຍາມຕົບຕາ ສະຫະລັດ.”

A monitoring group says satellite images show "rapid" improvements have been made in recent months at one of North Korea's nuclear research sites.

38 North, which monitors military, economic, social and other developments in North Korea, said in a report Wednesday that images taken from space on June 21 showed North Korea had made improvements to its Yongbyon Nuclear Scientific Research Center.

The report was released just two weeks after North Korean leader Kim Jong Un signed a declaration to "denuclearize" following the Singapore summit with U.S. President Donald Trump. The report raises questions about whether Kim has taken steps to rein in Pyongyang's nuclear program since the June 12 summit.

NBC News, quoting five unidentified U.S. officials, reported Friday that U.S. intelligence agencies believe North Korea has boosted production of enriched uranium for nuclear weapons at numerous secret sites in recent months. The network reported Pyongyang may try to hide the enhanced production program as it seeks concessions in nuclear talks with the U.S.

One of the U.S. officials told NBC, "There is absolutely unequivocal evidence that they are trying to deceive the U.S."

The CIA declined to comment on the report and the State Department said it did not comment on intelligence matters. The White House did not respond to a request for comment.

XS
SM
MD
LG