ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ອາ​ວຸດ​ໃໝ່​ຊະ​ນິດ​ໃດ​ແດ່ ແກ່​ຢູ​ເຄ​ຣນ ທີ່ກອງ​ປະ​ຊຸມ​ສຸດຍອດ ​ຂອງ​ອົງ​ການ​ເນ​ໂຕ້


ແຟ້ມ - ທະ​ຫານຢ​ູ​ເຄ​ຣນ​ຍິງ​ລະ​ບົບ​ຈະ​ຫຼວດ​ຫຼາຍ​ລຳ​ກ້ອງ ໃກ້​ເມືອງ​ລີ​ຊີ​ຈານ ໃນ​ເຂດ​ລູ​ຮານ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ທ່າມ​ກາງ​ການ​ບຸກ​ໂຈມ​ຕີ​ຢ່​າງ​ໜັກ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2022.
ແຟ້ມ - ທະ​ຫານຢ​ູ​ເຄ​ຣນ​ຍິງ​ລະ​ບົບ​ຈະ​ຫຼວດ​ຫຼາຍ​ລຳ​ກ້ອງ ໃກ້​ເມືອງ​ລີ​ຊີ​ຈານ ໃນ​ເຂດ​ລູ​ຮານ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ທ່າມ​ກາງ​ການ​ບຸກ​ໂຈມ​ຕີ​ຢ່​າງ​ໜັກ​ຂອງ​ຣັດ​ເຊຍ ເມື່ອ​ວັນ​ທີ 12 ມິ​ຖຸ​ນາ 2022.

ໃນ​ຂະ​ນະ​ທີ່ພວກ​ຜູ້​ນຳ​ຂອງ​ອົງ​ການ​ເນ​ໂຕ້​ ​ພົບ​ປະ​ກັນ​ຢູ່ນະ​ຄອນ​ມາ​ດຣິດ ໃນ​ອາ​ທິດນີ້ ຢູ​ເຄ​ຣນ​ກໍ​ໄດ້​ຮ້ອງ ​ຂໍ​ອາ​ວຸດ​ຊະ​ນິດ​ໃໝ່ ເພື່ອ​ເອົາ​ຊະ​ນະ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ. ພວກ​ເຮົາ​ມາສຳ​ຫຼວດ​ເບິ່ງ​ວ່າ​ ຢູ​ເຄ​ຣນໄດ້​ຮ້ອງ​ຂໍ​ຫຍັງ​ແດ່ ແລະ​ມີ​ຫຍັງ​ແດ່​ທີ່​ປະ​ເທດ​ຕ່າງໆ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ແລະ​ໄດ້​ຈັດ​ສົ່ງ​ໄປ​ໃຫ້​ແລ້ວ.

ໃນ​ການ​ຖະ​ແຫຼງ​ຕໍ່​ບັນ​ດາ​ຜູ້​ນຳ​ຂອງ​ອົງ​ການ​ເນ​ໂຕ້​ ຜ່ານ​ທາງວີ​ດີ​ໂອ ໃນ​ວັນ​ພຸດ​ທີ່​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ທ່ານ​ຕ້ອງ​ການ​ອາ​ວຸດ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ຕື່ມ​ອີກ.

ທ່ານ​ເວົ້າ​ວ່າ “ໂດຍສະ​ໜອງ​ອາ​ວຸດ​ເຫຼົ່າ​ນີ້​ໃຫ້​ແກ່​ພວກ​ເຮົາ ພວກ​ທ່ານ​ສາ​ມາດ​ທັບ​ມ້າງ​ກົນ​ລະ​ຍຸດ​ຂອງ​ຣັດ​ເຊຍ​ໄດ້​ຢ່າງ​ສິ້ນ​ເຊີງໃນ​ການ​ທຳ​ລາຍ​ຫົວ​ເມືອງ​ຕ່າງໆ ແລະ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ພົນ​ລະ​ເຮືອນ​ຊາວ​ຢູ​ເຄ​ຣນນັ້ນ.”

ຢູ​ເຄ​ຣນ​ກ່າວ​ວ່າ ຕົນຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ສະ​ໜອງ​ອາ​ວຸດ​ເພີ້ມ​ຂຶ້ນສິບ​ເທົ່າ​ເພື່ອ​ຮັບ​ມື​ກັບ​ຄັງ​ປືນ​ໃຫຍ່​ຈຳ​ນວນ​ມະ​ຫາ​ສານ​ຂອງ​ຣັດ​ເຊຍ.

ອົງ​ການ​ເນ​ໂຕ້​ຍັງ​ບໍ່​ທັນ​ສະ​ໜອງ​ອາ​ວຸດ​ຂະ​ໜາດ​ໜັກ​ໃ​ຫ້​ແກ່​ຢູ​ເຄ​ຣນ​ເທື່ອ ນັ້ນ​ຄື​ຄຳ​ອະ​ທິ​ບາຍ​ຂອ​ງ​ທ່ານ​ຈິມ ທາວ​ເຊັນ ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ​ສະ​ຫະ​ລັດ ຮັບ​ຜິດ​ຊອບ​ໃນ​ດ້ານ​ນະ​ໂຍ​ບາຍ​ຢູ​ໂຣບ​ແລະ​ອົງ​ການ​ເນ​ໂຕ້.

ທ່ານ​ທາວ​ເຊັນ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ນັ້ນ​ບໍ່​ແມ່ນ​ໂດຍ​ອົງ​ການເນ​ໂຕ້​ເອງ ໃນ​ຖາ​ນະ​ທີ່​ເປັນ​ສະ​ຖາ​ບັນ ເພື່ອສະ​ໜອງ​ສິ່​ງ​ຂອງເຫຼົ່າ​ນີ້. ມັນ​ບໍ່​ມີ​ສິ່ງ​ເຫຼົ່າ​ນີ້​ເລີຍ. ແຕ່​ພັນ​ທະ​ມິດ​ຂອງ​ເນ​ໂຕ້​ມີ ແລະ​ດ້ວຍ​ເຫດນີ້ ທາງ​ອົງ​ການ​ເນ​ໂຕ້​ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ພັນ​ທະ​ມິດ ສະ​ໜອງ​ການ​ຊ່ວຍ​ເຫຼືອນັ້ນ ຖ້າ​ເຂົາ​ເຈົ້າ​ຫາກ​ສາ​ມາດ​ເຮັດ​ໄດ້. ມັນ​ມີ​ອັດ​ຕາ​ວັດ​ແທກ​ກ່ຽວ​ກັບ​ອຸບ​ປະ​ສົງ​ແລະ​ອຸບ​ປະ​ທານ ແລະ​ອັດ​ຕ​າ​ການ​ຝຶກ​ແອບ​ທີ່​ຈະ​ຕ້ອງ​ໄດ້​ມີ​ການ​ບັນ​ລຸ​ເຊັ່ນ​ດຽວ​ກັນ ເມື່ອ​ເວົ້າ​ເຖິງ​ເລື້ອງ​ໄລ​ຍະ​ເວ​ລາ.”

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ​ ໄບ​ເດັນ ກ່າວ​ວ່າ ແຜນ​ການ​ຊ່ວຍ​ເຫຼືອ​ໃໝ່​ທາງ​ທະ​ຫານ​ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ພວມ​ຖືກ​ສົ່ງ​ໄປ​ຍັງ​ປະ​ເທດ​ຢູ​ເຄ​ຣນ.

ທ່ານ​ໄບ​ເດັນ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ມາດ​ຣິດ ໃນ​ວັນ​ພະ​ຫັດ​ມື້ວານນີ້​ວ່າ
“ອີກ​ເທື່ອ​ນຶ່ງ ສະ​ຫະ​ລັດ​ພວມເປັນ​ຜູ້ນຳ​ທາງ. ພວກ​ເຮົາ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ໝັ້ນ​ຄົງ​ເກືອບ 7 ຕື້​ໂດ​ລາ ນັບ​ແຕ່​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ. ໃນ​ໄລ​ຍະ​ສອງ​ສາມມື້​ຂ້າງ​ໜ້ານີ້ ພວກ​ເຮົາ​ຕັ້ງ​ໃຈ​ທີ່​ຈະ​ປະ​ກາດ ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ 800 ລ້ານ​ໂດ​ລາ ຮວມ​ທັງ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ຊະ​ນິດ​ໃໝ່​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ໃຫ້​ແກ່​ຢູ​ເຄ​ຣນ ປືນ​ໃຫຍ່​ໃນ​ຈຳ​ນວນ​ເພີ້ມ​ຕື່ມ​ພ້ອມ​ດ້ວຍ​ລູກ​ກະ​ສຸນ ເຣ​ດ້າ​ທີ່​ຕິດ​ຕາມ​ເບິ່ງ​ການ​ຍິງ​ປືນ​ໃຫຍ່ ລູກ​ຈະ​ຫຼວດ​ໃນ​ຈຳ​ນວນ​ເພີ້ມ​ຕື່ມ​ສຳ​ລັບ ລະ​ບົບ​ຈະ​ຫຼວດ​ຫຼາຍ​ລຳ​ກ້ອງ HIMARS ​ທີ່​ພວກ​ເຮົາ​ໄດ້​ໃຫ້​ແກ່​ຢູ​ເຄ​ຣນ​ໄປ​ແລ້ວນັ້ນ ແລະ​ລະ​ບົບ​ຈະ​ຫຼວດ HIMARS ຈາກ​ປະ​ເທດ​ອື່ນໆ​ອີກ​ເຊັ່ນ​ດຽວ​ກັນ.”

ສະ​ຫະ​ລັດ ແລະ​ອັງ​ກິດ​ຍັງ​ໄດ້​ສະ​ໜອງ​ລະ​ບົບ​ຈະ​ຫຼວດ​ທີ່​ຍິງ​ໄດ້​ຫຼາຍ​ລູກ​ພ້ອມ​ກັນ ຫຼື MLRS ໃຫ້​ແກ່​ຢູ​ເຄ​ຣນ. ​ຢູ່​ທີ່​ປະ​ເທດ​ອັງ​ກິດໃນ​ອາ​ທິດນີ້ ມີ​ທະ​ຫານ​ຢູ​ເຄ​ຣນ​ຫຼາຍກວ່າ 400 ຄົນ​ໄດ້​ຈົບ​ຫຼັກ​ສູດ​ການ​ຝຶກ​ແອບ​ໃນ​ການ​ນຳ​ໃຊ້​ລະ​ບົບ​ດັ່ງ​ກ່າວ ຊຶ່ງ​ຖື​ວ່າ ມີ​ຄວາມ​ສຳ​ຄັນ ໃນ​ການ​ຕອບ​ໂຕ້​ຕໍ່​ປືນ​ໃຫຍ່​ຂອງ​ຣັດ​ເຊຍ.

ນອກນັ້ນ ອັງ​ກິດ​ຍັງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ພິ​ເສດທາງ​ທະ​ຫານ 1.3 ຕື້​ໂດ​ລາ​ແກ່​ຢູ​ເຄ​ຣນ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ຊຶ່ງ​ຮວມ​ກັນ​
ແລ້ວ ​ມີ​ຍອດ​ທັງ​ໝົດ​ຢູ່ 2.8 ຕື້​ໂດ​ລາ ອັນ​ດັບ 2 ຮອງ​ຈາກ​ສະ​ຫະ​ລັດ​ເທົ່າ​ນັ້ນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ບໍ​ຣິ​ສ ຈອນ​ສັນ ກ່າວ​ວ່າ ມັນ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ທີ່​ປະ​ເທດພາ​ຄີຕາ​ເວັນ​ຕົກ​ອື່ນໆ ໃຫ້​ການ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ​ແກ່​ຢູ​ເຄ​ຣນ.

ສຳ​ລັບ​ປະ​ເທດ​ຝ​ຣັ່ງ​ກໍ​ໄດ້​ປະ​ກາດ​ແຜນ​ການ ທີ່​ຈະ​ສົ່ງ​ລະ​ບົບ​ປືນ​ໃຫຍ່​ຊີ​ຊາ​ທີ່​ຍິງ​ໄດ້​ໃນ​ໄລ​ຍະ​ໄກ​ໄປ​ໃຫ້​ຢູ​ເຄ​ຣນ​ຕື່ມ​ອີກ. ມີ​ລາຍ​ງານ​ວ່າ ຢູ​ເຄ​ຣນ​ໄດ້​ນຳ​ໃຊ້​ອາ​ວຸດ​ເຫຼົ່າ​ນີ້​ຢູ່​ເຂດ​ແຄມ​ຝັ່ງ​ຂອງ​ທະ​ເລ​ດຳ​ໃກ້​ກັບ​ເກາະ​ງູ ຊຶ່ງ​ກຳ​ລັງ​ຣັດ​ເຊຍ​ໄດ້​ຖອນ​ອອກ​ໄປ​ໃນ​ວັນ​ພະ​ຫັດ​ວານນີ້ ຫຼັງ​ຈາກ​ຢູ​ເຄ​ຣນ​ໄດ້​ທຳ​ການ​ໂຈມ​ຕີ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ເຢຍ​ຣະ​ມັນ​ໄດ້​ສັນ​ຍາ​ທີ່​ຈະ​ຈັດ​ສົ່ງ​ລົດ​ຖັງ​ຕໍ່​ຕ້ານ​ເຮືອ​ບິນ 15 ຄັນ​ໄປ​ໃຫ້​ໃນ​ເດືອນ​ກໍ​ລ​ະ​ກົດ ຫຼັງ​ຈາກ​ໄດ້​ມີ​ການ​ຊັກ​ຊ້າ​ມາ​ຫຼາຍໆ​ເທື່ອ. ສະ​ເປນ​ກໍ​ກຳ​ລັງ​ພິ​ຈາ​ລະ​ນາ​ທີ່​ຈະ​ສົ່ງ​ລົດ​ຖັງ​ລຽວ​ປາດ ທີ່​ເຮັດ​ໂດຍ​ເຢຍ​ຣະ​ມັນ 40 ຄັນ ໄປ​ໃຫ້ ແຕ່​ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ເຢຍ​ຣະ​ມັນ​ກ່ອນ.

ສ່ວນ​ໂປ​ແລນ​ກ່າວ​ວ່າ ຕົນ​ໄດ້​ສະ​ໜອງ​ອາ​ວຸດ​ແລະ​ອຸບ​ປະ​ກອນ​ທາງ​ທະ​ຫານ​ໃຫ້​ແກ່​ຢູ​ເຄ​ຣນ​ໄປ​ແລ້ວ ໃນ​ມູນ​ຄ່າ 1.7 ຕື້​ໂດ​ລາ ຮວມ​ທັງ​ລົດ​ຖັງສະ​ໄໝ​ໂຊ​ຫວຽດ T-72 ​ປືນ​ໃຫຍ່​ຮາວ​ວິດ​ເຊີ​ແລະ​ລູກ​ສອນ​ໄຟ​ຍິງ​ຈາກ​ພື້ນ​ດິນ​ຫາ​ອາ​ກາດ. ສະ​ໂລ​ວາ​ເກຍ​ໄດ້​ບໍ​ລິ​ຈາກ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ S-300 ໃຫ້​ແກ່​ຢູ​ເຄ​ຣນ​ໃນ​ເດືອນ​ເມ​ສາ​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG