ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ເນໂຕ້ໝາຍໝັ້ນ ຕໍ່ການຫັນປ່ຽນອັຟການິສຖານ ໃຫ້ຮັບຜິດຊອບຕົນເອງ (ເບິ່ງວີດີໂອ)


ບັນດາ​ຜູ້​ນໍາຂອງ 28 ປະ​ເທດ​ສະມາຊິກ​ຂອງ​ອົງການເນ​ໂຕ້ ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ສຸດຍອດ ຂອງ​ພວກ​ເຂົາ​ເຈົ້າ​ ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້ ທີ່​ນະຄອນ Chicago ລັດ​ອິລລີ​ນອຍ​ສ໌ ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າຈະ​ບໍ່​ມີ​ການ​ຕ່າວ​ປິ້ນ​ໄດ້​ ໃນ​ຄວາມ​ມຸ້ງ​ໝັ້ນຂອງ​ພວກ​ຕົນ​ຕໍ່ການ​ຜັນ​ປ່ຽນ​ຢູ່​ໃນ ​ ອັ​ຟກາ​ນີສຖານນັ້ນ. Dan Robinson ຜູ້​ສື່​ຂ່າວ​ອາວຸ​ໂສຂອງ​ວີ​ໂອ​ເອປະ​ຈໍາ​ທໍານຽບຂາວ ລາຍ​ງານ​ວ່າ ບັນດາ​ຜູ້​ນໍາດັ່ງ​ກ່າວມີ​ຄວາມ​ມຸ້ງ​ໝັ້ນ ​ຕໍ່​ການ​ບັນລຸ​ປະສິດທິ​ຜົນທີ່​ຍິ່ງ​ໃຫຍ່​ກວ່າ​ເກົ່າ ​ ​ພ້ອມ​ກັບ​ຢືນຢັນຄືນ​ໃໝ່​ໃນຄວາມ​ໝັ້ນ​ໝາຍ​​ຂອງ​ພັນທະ​ມິດ​ທາງ​ດ້ານ​ການ​ປ້ອງ​ກັນນັ້ນ. ທອງ​ປານ ມີ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ເບິ່ງວີດີໂອລາຍງານພາສາອັງກິດ:

ທ່ານ​ຮາ​ມິດ ກາ​ຊາຍ ປະທານາທິບໍດີ​ອັຟກາ​ນີສຖານ ​ໄດ້​ຮ່ວມ​ປະຊຸມກັບບັນດາ​ຜູ້​ນໍາ​ 28 ຄົນ
​ຂອງ​ກຸ່ມ​ເນ​ໂຕ້ແລະ​ຜູ້​ຕາງໜ້າຂອງ​ປະ​ເທດ​ອື່ນໆ ທີ່ອັຟກາ​ນີສຖານຈະ​ຕ້ອງການການ​ສະໜັບ
ສະໜຸນ​ຈາກ​ເຂົາ​ເຈົ້າ​ ຖ້າ​ຫາກ​ອັຟກາ​ນີສຖານຈະ​ຜັນ​ປ່ຽນ​ຈາກ​ສົງ​ຄາມ​ ໄປ​ສູ່​ການ​ມີ​ສະຖຽນ
​ລະ​ພາບ.

ຜູ້​ນໍາ​ກຸ່ມ​ເນ​ໂຕ້ ​ໄດ້ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ ​ແຜນການທີ່​ຈະ​ໂອນຄວາມ​ຮັບຜິ​ດຊອບ
​ຫລັກ ສໍາລັບ​ວຽກ​ງານ​ການ​ສູ້​ລົບນັ້ນ ​ໄປ​ໃຫ້​ກໍາລັງ​ຮັກສາຄວາມ​ປອດ​ໄພຂອງ​ອັຟກາ​ນີສຖານ​
ພາຍ​ໃນ​ກາງປີໜ້າ​.

ທ່ານ ບາ​ຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ກ່າວ​ວ່າ ນີ້​ເປັນ​ສ່ວນ​ນຶ່ງຂອງ​ແຜນ​ທີ່​ຫົນ
ທາງໄປ​ສູ່​ການ​ຍຸດຕິ​ສົງ​ຄາມ ​ແລະ​ເຄຶ່ອນ​ໄຫວ​ໄປ​ສູ່ແຜນການຖອນ​ກໍາລັງ​ໜ່ວຍ​ລົບ​ຂອງ​ຕ່າງ
ປະ​ເທດ ອອກ​ໄປ​ໃຫ້​ສໍາ​ເລັດ​ພາຍ​ໃນ​ທ້າຍປີ 2014. ທ່ານ​ໂອ​ບາ​ມາ​ກ່າວ​ວ່າ

“​ເປັນ​ທີ່​ແຈ້ງ​ຂາວ​ວ່າ ນີ້​ຈະ​ບໍ່ເປັນ​ຂີດ​ໝາຍ​ຂອງ​ການ​ສິ້ນ​ສຸດ​ລົງ​ຂອງ​ສິ່ງ​ທ້າ​ທາຍ​ຕ່າງໆ
ສໍາລັບອັຟກາ​ນີສຖານ​ແຕ່​ຢ່າງ​ໃດ ຫລືວ່າ ຂອງ​ຄວາມ​ເປັນ​ພາຄີຂອງ​ພວກ​ເຮົາ​ກັບ​ປະ​
ເທດທີ່​ສໍາຄັນ​ແຫ່ງ​ນັ້ນ​ເລີຍ. ​ແຕ່​ພວກ​ເຮົາ​ກໍກໍາລັງທໍາ​ຄວາມ​ກ້າວໜ້າ​ທີ່​ສໍາຄັນໃນ​ດ້ານ​
ວັດຖຸ​ປະສົງ​ຫຼັກ​ຂອງພວກ​ເຮົາ ຄື​ການ​ເອົາ​ຊະນະ​ກຸ່ມອາລຄາ​ອີ​ດາ ​ແລະ​ບໍ່​ຍອມ​ໃຫ້​ພວກ
​ເຂົາ​ມີ​ບ່ອນ​ລີ້​ຊ່ອນ ​ແລະ​ຊ່ວຍ​ເຫຼື​ອຊາວອັຟກາ​ນີສຖານ​ໃຫ້​ສາມາ​ດຢືນ​ຢັດ​ດ້ວຍ​ຕົນ​ເອງ​ໄດ້.”

ກຸ່ມ​ເນ​ໂຕ້​ກໍາລັງ​ເກັບ​ກໍາ​ເອົາ​ຄໍາ​ໝັ້ນ​ສັນຍາ​ຈາກ​ສະມາຊິກ ກ່ຽວ​ກັບ​ທຶນ​ປະກອບ​ສ່ວນ​ໃນ
​ການ​ຈ່າຍ​ຄ່າໂຄງການ​ເຝິກ​ອົບ​ລົມ​ໄລຍະ​ຍາວ ສໍາລັບກອງທັບອັຟກາ​ນີສຖານ. ຄ່າ​ໃຊ້​ຈ່າຍ
​ປະ​ຈໍາປີ ຫຼັງ​ຈາກ​ປີ 2014 ​ໄປ ​ແມ່ນ​ກະ​ປະມານ​ວ່າ ຈະ​ຕົກ​ເ​ປັນ 4000 ​ລ້ານ​ໂດ​ລາ ປາຍ
​ໜ້ອຍ​ນຶ່ງ ​ແລະ​ກໍ​ຈະ​ຖືກ​ທົບ​ທວນ​ຄືນ​ເບິ່ງເປັນ​ປະ​ຈໍາ ​ໂດຍຂຶ້ນຢູ່​ກັບ​ສະຖານະການ​ຄວາມ
​ປອດ​ໄພ.

ປະທານາທິບໍດີ ໂອບາມາ ພົບປະເປັນເວລາສັ້ນໆ ກັບປະທານາທິບໍດີປາກິສຖານ ທ່ານຊາດາຣີ ນອກກອງປະຊຸມສຸດຍອດເນໂຕ ທີ່ຊີຄາໂກ, ວັນທີ 22 ພຶດສະພາ 2012.
ປະທານາທິບໍດີ ໂອບາມາ ພົບປະເປັນເວລາສັ້ນໆ ກັບປະທານາທິບໍດີປາກິສຖານ ທ່ານຊາດາຣີ ນອກກອງປະຊຸມສຸດຍອດເນໂຕ ທີ່ຊີຄາໂກ, ວັນທີ 22 ພຶດສະພາ 2012.

ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້ສົນທະນາ
​ຫາລື​ເປັນ​ເວລາ​ສັ້ນໆ​ກັບ​ປະທານາທິບໍດີ
ປາ​ກີ​ສຖານ ທ່ານ Asif Ali Zardari ທີ່
​ໄດ້​ຮັບ​ການເຊື້ອ​ເຊີນ ຈາກກຸ່ມ​ເນ​ໂຕ້ ໃຫ້
ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ທີ່​ Chicago ນັ້ນ.
ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ມີ
​ຄວາມ​ກ້າວໜ້າ​ໃນ​ການ​ແກ້​ໄຂ​ບັນຫາ​
ຄວາມ​ເຄັ່ງ​ຕຶງ ​ກ່ຽວ​ກັບ​ເສັ້ນທາງ​ລໍາລຽງ
​ສະບຽງ​ຂອງ​ກຸ່ມ​ເນ​ໂຕ້ ທີ່ປາກີສຖານ​ໄດ້
​ປິດ​ລົງ​ເມື່ອ​ປີຜ່ານມາ​ນີ້.

ເຖິງ​ແມ່ນ​ໄດ້​ມີ​ໃນ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ມີການ
​ປັບປຸງ​ທີ່​ດີ​ຂຶ້ນຢ່າງ​ແທ້​ຈິງ” ​ຈາກການທັບ
​ມ້າງ​ທີ່​ໝັ້ນ​ຕ່າງໆ​ຂອງ​ກຸ່ມ​ຕາ​ລິ​ບານນັ້ນ​ກໍ
​ຕາມ ​ທ່ານ​ໂອ​ບາ​ມາ​ກໍເອີ້ນຜົນ​ຮັບ​ທີ່​ໄດ້ມາ
​ໃນ​ອັຟກາ​ນີສຖານ​ນັ້ນວ່າ ເປັນ​ຜົນ​ຮັບ​ທີ່​ແຕກ​ຫັກ​ໄດ້​ງ່າຍ​ຢູ່ ​ແຕ່​ທ່ານໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ​ຍຸດ
​ທະ​ສາດທີ່​ເນ​ໂຕ້​ຮັບຮອງ​ເອົາ​ນີ້ ໃນ​ທີ່​ສຸດ​ແລ້ວ ກໍ​ແມ່ນ​ຈະເອື້ອ​ອໍານວຍໃຫ້​ສະຫະລັດໄດ້​ຫັນ​ເຫ
ຊັບພະຍາກອນ ​ມາ​ໃສ່ການ​ລົງທຶນທີ່​ຈໍາ​ເປັນ ຢູ່ພາຍ​ໃນ​ປະ​ເທດ​ ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

“ມັນ​ເປັນ​ຍຸດ​ທະ​ສາດ ທີ່​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ສາມາດ​ໄດ້​ມາ​ຊຶ່ງປະ​ເທດອັຟກາ​ນີສຖານ
ທີ່​ມີ​ສະຖຽນ​ລະ​ພາບ​ ​ເຖິງ​ແມ່ນ​ຈະ​ບໍ່​ສົມບູນ​ແບບ​ກໍ​ຕາມ ​ແລະ​ຂະນະ​ດຽວ​ກັນ ພວກເຮົາ
​ກໍ​ຈະສາມາດ​ຖອນ​ທະຫານ​ຂອງ​ພວກ​ເຮົາອອກ​ມາ ​ໄດ້ຢ່າງທີ່​ມີ​ຄວາມ​ຮັບຜິດຊອບ​ ​ແລະ
​ພວກ​ເຮົາ​ກໍ​ຈະສາມາດ​ເລິ່ມສ້າງສາ​ອາ​ເມ​ຣິກາ​ຄືນ​ໃໝ່ ​ແລະ​ເລີ່​ມທໍາ​ການ​ລົງທຶນ​ຢ່າງ​
ມະຫາສານ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ຢູ່ໃນ​ອັຟກາ​ນີສຖານນັ້ນ ຢູ່​ພາຍ​ໃນ​ປະ​ເທດ​ຂອງ​ເຮົາ​.”

ນອກ​ນີ້​ແລ້ວ ກຸ່ມ​ເນ​ໂຕ້ຍັງ​ໄດ້​ຕັດສິນ​ໃຈ​ ທີ່​ຈະດໍາ​ເນີນ​ການ​ເພື່ອ​ຄໍ້າປະກັນ ຄວາມ​ເຂ້​ມ​ແຂງແລະ
​ສະມັດຖະພາບ​ຂອງ​ຕົນ ​ໃນ​ການ​ຕອບ​ໂຕ້​ແລະ​ຮັບ​ມື ກັບ​ໄພ​ຂົ່ມຂູ່​ຕ່າງໆ​ໃນ​ອະນາຄົດ ​ໃນຊ່ວງ
​ເວລາ​ທີ່​ເສດຖະກິດ​ຝືດ​ເຄືອງ.

ກອງປະຊຸມສຸດຍອດເນໂຕ້ ທີ່ຊີຄາໂກ:

ທ່ານ Anders Fogh Rasmussen ​ເລ​ຂາ​ທິການ​ໃຫຍ່​ຂອງ​ເນ​ໂຕ້ ກ່າວ​ວ່າ ນັ້ນ​ແມ່ນ​ໂຮມ​ທັງ
ຄວາມ​ມຸ້ງ​ໝັ້ນ​ຕໍ່ຍຸດ​ທະ​ສາດ​ການ​ປ້ອງ​ກັນທີ່​ສະຫຼຽວ​ສະຫຼາດ ​ແລະ​ການ​ແບ່ງປັນກັນ​ໃຊ້​ຊັບພະ
ຍາກອນ​. ທ່ານ Rasmussen ກ່າວ​ວ່າ:

“ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ລົງທຶນ​ຢ່າງ​ສະຫຼາດ​ຮອບ​ຄອບ​ ໃນດ້ານ​ການ​ປ້ອງ​ກັນປະ​ເທດ​
​ແມ່ນ​ແຕ່​ໃນ​ຊ່ວງ​ເວລາ​ທີ່​ພວກ​ເຮົາ​ຈະຕ້ອງ​ປະຢັດ​ມັດທະຍັດກໍ​ຕາມ​ ​ແລະ​ພວກ​ເຮົາ​ກໍໄດ້​ພົວ
ພັນ​ກັບ​ບັນດາ​ປະ​ເທດ​ພາຄີ​ຂອງ​ພວກ​ເຮົາ ​ຢູ່ໃນ​ທົ່ວ​ໂລກ ​ເພື່ອ​ແກ້​ໄຂ​ບັນ​ຫາທ້າ​ທາຍ​ຕ່າງໆ ​
ທີ່​ພວກ​ເຮົາປະ​ເຊີນ​ຢູ່​ ໃນ​ສັດຕະ​ວັດທີ່ 21 ນີ້.”

ພວກ​ນັກ​ຂ່າວ​ໄດ້​ຊັກ​ຖາມ​ປະທານາທິບໍດີ​ໂອ​ບາ​ມາ ກ່ຽວ​ກັບ​ການ​ເດີນ​ຂະບວນປະ​ທ້ວງ​ຂອງ
​ກຸ່ມ​ຕ່າງໆ​ຢູ່​ໃນເມືອງ​ຂອງ​ທ່ານ ທີ່ບາງ​ເທື່ອ​ໄດ້​ເຖິງ​ຂັ້ນ​ຮຸນ​ແຮງນັ້ນ. ທ່ານ​ປະທານາທິບໍດີ​ຕອບ
​ວ່າ ນັ້ນ​ຫລະ​ຄື​ພາກສ່ວນ​ນຶ່ງຂອງ​ອາ​ເມ​ຣິກາ ​ແລະ​ກ່າວ​ຂອບ​ໃຈ​ພວກຊາວ​ເມືອງ​ຊີ​ຄາ​ໂກທັງ
ຫຼາຍ​ ທີ່​ອົດທົນ​ກໍ້າ​ກືນ​ກັບ​ບັນຫາ​ລົດ​ຕິດ ​ແລະໄດ້​ຮຽກສຽງ​ຫົວຂຶ້ນ ​ເວລາ​ທ່ານ​ກ່າວ​ວ່າ:

​“ເຖິງ​ແມ່ນ​ຢູ່​ໄກ​ຈາກເຮືອນ​ຂ້າພະ​ເຈົ້າ​ໄປພຽງ 15 ນາທີ​ກໍ​ຕາມ ​ແຕ່ບໍ່​ມີ​ໃຜ​ຍອມໃຫ້
​ຂ້າພະ​ເຈົ້າກັບ​ເມືອ​ເຮືອ​ນ​. ຂ້າພະ​ເຈົ້າຄິດວ່າ​ ຈະ​ໄດ້​ນອນ​ຢູ່​ຕຽງ​ຕົນ​ເອງ​ຊັ້ນ​ດອກ ​
ຄໍ່າມື້​ນີ້ ​ແຕ່​ພວກ​ເຂົາ​ເຈົ້າ​ເວົ້າ​ວ່າ​ ຖ້າຂ້າ​ພະ​ເຈົ້າກັບ​ໄປ​ນອນ​ບ້ານ ມັນຍິ່ງ​ຈະ​ເຮັດ​ໃຫ້​
ລົດ​ຕິດຫລາຍ​ຂຶ້ນ​ໄປອີກ ຂ້າພະ​ເຈົ້າກໍ​ເລີຍ​ຈໍາ​ເປັນ​ຕ້ອງໄດ້​ນອນ​ຢູ່ໂຮງ​ແຮມ ຊຶ່ງ​ກໍ
ເປັນ​ການ​ສົ່ງ​ເສີມເສດຖະກິດ​ເມືອງ Chicago ​ໄປ​ໃນ​ຕົວ.”

ການສິ້ນສຸດລົງຂອງກອງ​ປະຊຸມ​ສຸດ​ຍອດ​ເນໂຕ້ ແມ່ນ​ເປັນ​ການ​ມ້ວນທ້າຍ​ການ​ເຄື່ອນ​ໄຫວ​ທາງ
ການ​ທູດ​ລະດັບ​ສູງ ເປັນ​ເວລາ​ສີ່​ມື້ ຊຶ່ງໂຮມ​ທັງການ​ເປັນ​ເຈົ້າພາບ ກອງ​ປະຊຸມ​ສຸດ​ຍອດ G-8
ຂອງ​ທ່ານ​ໂອ​ບາ​ມາ ທີ່ Camp David ລັດ Maryland ນັ້ນ​ນໍາ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບເນໂຕ້ຮັບຮອງເອົາແຜນການ
ໂອນຄວາມຮັບຜິດຊອບດ້ານຄວາມປອດໄພ ໄປໃຫ້ກອງທັບອັຟການິສຖານ:

XS
SM
MD
LG