ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງອົງການເນໂຕ້ ກຳ​ລັງ​​ພົບ​ປະ​ກັນ ຢູ່​ທີ່ກອງປະຊຸມສຸດຍອດ ​ໃນນະຄອນ​ຫຼວງ ມາດຣິດ ຂອງສະເປນ


ຄົນ​ງານ​ກຳ​ລັງ​ຕິດ​ປ້າຍ​ປະ​ກາດກ່ຽວ​ກັບກອງປະ​ຊຸມ​ສຸດຍອດຂອງ NATO ​ຢູ່ນອກ​ງານ​ຕະ​ຫລາດ​ນັດ Madrid Fair ກ່ອນ​ຈະ​ມີ​ກອງ​ປະ​ຊຸມ​ສຸດຍອດ​ຂອງ NATO summit ໃນ​ນະ​ຄອນ​ຫລວງ​ມາດ​ຣິດ, ວັນ​ທີ 27 ມິ​ຖຸ​ນາ, 2022
ຄົນ​ງານ​ກຳ​ລັງ​ຕິດ​ປ້າຍ​ປະ​ກາດກ່ຽວ​ກັບກອງປະ​ຊຸມ​ສຸດຍອດຂອງ NATO ​ຢູ່ນອກ​ງານ​ຕະ​ຫລາດ​ນັດ Madrid Fair ກ່ອນ​ຈະ​ມີ​ກອງ​ປະ​ຊຸມ​ສຸດຍອດ​ຂອງ NATO summit ໃນ​ນະ​ຄອນ​ຫລວງ​ມາດ​ຣິດ, ວັນ​ທີ 27 ມິ​ຖຸ​ນາ, 2022

ບັນດາຜູ້ນຳຂອງອົງການເນໂຕ້ ກໍາລັງເຕົ້າໂຮມກັນຢູ່ທີ່ນະ​ຄອນ​ຫລວງ​ມາ​ດ​ຣິດ, ປະເທດສະເປນສຳ​ລັບ​ກອງປະ ຊຸມສຸດຍອດທີ່ຈະຮວມເອົາ ການສົນທະນາ ກ່ຽວກັບການສະໜັບສະໜູນຢູເຄຣນ ແລະວິທີການທີ່​ພັນທະມິດ ນີ້ຈະປັບຕົວ ເພື່ອປະເຊີນກັບສິ່ງທ້າທາຍໃນປັດຈຸບັນ ແລະອະນາຄົດ.

ຄາດ​ວ່າ​ບັນດາ​ຜູ້ນຳ​ຈະ​ເຫັນ​ດີ​ໃຫ້​ເພີ້ມ​ການ​ສະໜັບສະໜູນຕໍ່ຢູ​ເຄ​ຣນ​ໃນ​ຂະນະ​ທີ່​ຕົນ​ປ້ອງ​ກັນ​ຕົນ​ເອງ​ບໍ່​ໃຫ້​ຖືກບຸກ​ລຸກ​ຈາກຣັດ​ເຊຍ.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານເຈນ​ສ໌ ສ​ໂຕ​ລ​ເທັນ​ເບີກ (Jens Stoltenberg) ກ່າວຕໍ່ບັນດານັກ ຂ່າວວ່າ ການເຕົ້າໂຮມກັນນີ້ ຈະເປັນ "ກອງ ປະຊຸມສຸດຍອດຄັ້ງປະຫວັດສາດ ແລະປ່ຽນແປງໃໝ່ ສໍາລັບພັນ ທະມິດຂອງ ພວກເຮົາ", ໂດຍກ່າວຕື່ມວ່າ ມັນເກີດຂຶ້ນທ່າມກາງ "ວິກິດການດ້ານຄວາມ ໝັ້ນຄົງທີ່ໜັກໜ່ວງ ທີ່ສຸດທີ່ພວກເຮົາ ໄດ້ປະເຊີນມາ ນັບຕັ້ງແຕ່ສົງຄາມ ໂລກຄັ້ງທີສອງ."

ການ​ໂຈມ​ຕີ​ຂອງຣັດ​ເຊຍ​ ຍັງ​ມີ​ອິດ​ທິພົນ​ຕໍ່​ແຜນການ​ອັນ​ຍາວ​ນານ​ຂອງ​ອົງການ​ເນໂຕ້​ເອງ, ໂດຍ​ມີ​ແນວຄວາມ​ຄິດ​ຍຸດ​ທະ​ສາດ​ໃໝ່ ​ທີ່​ປະກອບ​ດ້ວຍ​ອັນ​ທີ່​ພັນທະ​ມິດ​ໄດ້​ເອີ້ນ​ວ່າ "ສະພາບ​ແວດ​ລ້ອມ​ຄວາມ​ໝັ້ນ​ຄົງທີ່ ມີ​ການ​ປ່ຽນ​ແປງ." ຂໍ້​ຕົກລົງ​ທີ່​ເປັນ​ທິດຊີ້​ນຳ​ ຍັງ​ຈະ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ອື່ນໆ, ລວມທັງ​ຈີນອີກ​ດ້ວຍ.

​ໃນ​ໄລຍະ​ສັ້ນ, ເນ​ໂຕ້ ພວມ​ເພີ່ມ​ທະວີ​ຄວາມ​ພ້ອມ​ໃນ​ການ​ຕອບ​ໂຕ້ຕໍ່​ໄພ​ນາບ​ຂູ່ຕ່າງໆ​ ຈາກ​ພາຍ​ນອກ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ຈຳນວນ​ກຳລັງ​ທະຫານ​ພາຍ​ໃຕ້​ການ​ບັນຊາ​ການ​ຂອງເນ​ໂຕ້​ໂດຍ​ກົງ ​ແລະ ຈັດ​ວາງ​ບັນດາ​ກຳລັງ​ອາວຸດ​ໜັກ ​ແລະແຫຼ່ງກຳລັງ​ຂົນ​ສົ່ງ.

ຂະນະ​ທີ່​ບັນດາ​ສະມາຊິກເນ​ໂຕ້ ​ໄດ້​ພິຈາລະນາ​ຄຳ​ຮ້ອງ​ສະ​ເໜີ​ໃຫ້​ສະ​ວີ​ເດັນ ​ແລະ ຟິນ​ແລນເຂົ້າ​ເປັນ​ພັນທະ​ມິດ, ກອງ​ປະຊຸມ​ສຸດ​ຍອດ​ຍັງ​ຈະ​ລວມມີການພົບ​ປະ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ ​ທີ່​ບໍ່​ແມ່ນສະ​ມາ​ຊິກ​ຂອງເນ​ໂຕ້ອີກ​ດ້ວຍ. ​ເຂົ້າ​ຮ່ວມ​ກອງ​ປະ ຊຸມນີ້​ມີ​ຜູ້ນຳ​ຈາກ​ອອ​ສ​ເຕ​ຣເລຍ, ຍີ່ປຸ່ນ, ​ເກົາຫຼີ​ໃຕ້ ​ແລະນິວຊີ​ແລນ.

ການສົນທະນາໃນ​ຂົງ​ເຂດ​ອື່ນ​ແມ່ນລວມມີການກໍ່ການຮ້າຍ, ການໂຈມ ຕີທາງອິນເຕີແນັດ ແລະການປ່ຽນແປງ ຂອງດິນຟ້າອາກາດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG