ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງ​ການ NATO ຫວັງ​ວ່າ ຢູ​ເຄ​ຣນ ຈະ​ໄດ້​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ກັບ ຣັດ​ເຊຍ


ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ NATO ທ່ານ​ນາງ ຈູ​ລຽນ ສ​ມິດ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າວ​ ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO ໃນ​ນະ​ຄອນຫຼວງ
ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈ​ຽ​ມ, 15 ກຸມ​ພາ, 2022.
ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ ປະ​ຈຳ​ອົງ​ການ NATO ທ່ານ​ນາງ ຈູ​ລຽນ ສ​ມິດ ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່​າວ​ ຢູ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ NATO ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈ​ຽ​ມ, 15 ກຸມ​ພາ, 2022.

ຜູ້​ໜູນຫຼັງ​ທີ່​ໄວ້​ວາງ​ໃຈ​ໄດ້​ທີ່​ສຸດ​ຂອງ​ຢູ​ເຄ​ຣນ​ໃນ​ຢູ​ໂຣບ ໄດ້​ສັນ​ຍາ​ວ່າ​ມັນ​ຈະ​ບໍ່​ມີ​ການ​ຢຸດ​ໃນ​ການ​ສະ​ໜັບ​ສະ​ໜູນ, ແມ່ນ​ກະທັ້ງ​ມີ​ການ​ເວົ້າ​ທີ່​ດຸ​ຮ້າຍຫຼາຍ​ຂຶ້ນ​ໂດຍ​ພວກ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ກໍ່​ຕາມ.

ທູດ​ຖາ​ວອນ​ຂອງ​ສະ​ຫະ​ລັດ ປະ​ຈຳ​ອົງ​ການ NATO ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ​ວ່າ ຄວາມ​ສຳ​ເລັດ​ຂອງ​ຣັດ​ເຊຍ​ເມື່ອບໍ່​ດົນ​ມານີ້​ໃນ​ພາ​ກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ແມ່ນບໍ່​ສາ​ມາດ​ທີ່​ຈະ​ສ້າງ​ຄວາມ​ສັ່ນ​ຄອນ​ຕໍ່​ຄວາມ​ມຸ່ງ​ໝັ້ນ​ຂອງ​ພັນ​ທະ​ມິດ, ດ້ວຍ​ບັນ​ດາ​ສະ​ມາ​ຊິກ​ສືບ​ຕໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ກອງ​ກຳ​ລັງ​ຂອງ ກີ​ຢິບ.

ທ່ານ​ນາງ ຈູ​ລຽນ ສ​ມິດ ໄດ້​ກ່າວ​ຕໍ່​ກຸ່ມ​ນັກ​ຂຽນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວ່າ “ໂດຍ​ລວມ​ແລ້ວ​ຢູ່​ອົງ​ການ NATO, ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ພວກ​ເຮົາ​ຫວັງ ແລະ ເຊື່ອ​ວ່າ​ຢູ​ເຄ​ຣນ​ຈະ​ໄດ້​ໄຊ​ຊ​ະ​ນະ​ໃນ​ທີ່​ສຸດ.”

ທ່ານນ​ນາງ​ໄດ້​ກ່າວ​ຕື່ມ​ວ່າ “ລະ​ດັບ​ຂອງ​ຄວາມ​ເຄົາ​ລົບ​ທີ່​ເຈົ້າ​ເຫັນ​ໃນ​ທົ່ວ​ພັນ​ທະ​ມິດ​ສຳ​ລັບ​ກອງ​ກຳ​ລັງ
​ຢູ​ເຄ​ຣນ​ໃນ​ເວ​ລານີ້​ແມ່ນ​ສູງຫຼາຍ. ພວກ​ເຮົາ​ເຫັນ​ຊ່ວງ​ເວ​ລາ​ຕ່າງ​ໆ​ທີ່ກອງ​ກຳ​ລັງ​ຣັດ​ເຊຍ​ໄດ້​ທຳ​ຄວາມ​ກ້າວ​ໜ້າ. ພວກ​ເຮົາ​ໄດ້​ເຫັນຫຼາຍ​ຊ່ວງ​ເວ​ລາ​ທີ່ກອງ​ກຳ​ລັງ​ຢູ​ເຄ​ຣນ​ສາ​ມາດ​ທີ່​ຈະ​ທຳ​ການ​ຕ້ານ​ຢັນ​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ.”

ຄຳ​ເຫັນ​ຂອງ​ທ່ານ​ນາງ ສ​ມິດ ໄດ້​ມີ​ຂຶ້ນຫຼັງ​ຈາກວໍ​ຊິງ​ຕັນ​ໄດ້​ປະ​ກາດ​ວ່າ​ເຂົາ​ເຈົ້າ​ຈະ​ສົ່ງ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ໄປ​ໃຫ້​ຢູ​ເຄ​ຣນ​ເພີ່ມ​ເຕີມ, ລວມ​ມີ​ລະ​ບົບ​ປືນ​ໃຫຍ່​ຍິງ​ຈະຫຼວດ​ທີ່​ທຳ​ການ​ເຄື່ອນ​ທີ່​ໄດ້​ເປັນ​ຢ່າງ​ສູງ M142 ທີ່​ຮູ້​ຈັກ​ກັນ​ໃນ​ຊື່ HIMARS.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ປ້ອງ​ກັນ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ໃນ​ບົດ​ລາຍ​ງານ​ບັນ​ນາ​ທິ​ການ​ໃນ​ໜັງ​ສື​ພິມ The New York Times ເມື່ອ​ຕອນ​ແລງວັນ​ອັງ​ຄານ​ທີ່​ຜ່ານ​ມາ, ທີ່​ເວົ້າ​ວ່າ​ລະ​ບົບ​ຈະຫຼວດ​ທີ່​ທັນ​ສະ​ໄໝ​ດັ່ງ​ກ່າວ​ຈະ​ຊ່ວຍ​ຢູ​ເຄ​ຣນ “ທຳ​ການ​ໂຈມ​ຕີ​ທີ່​ແນ່ນອນກວ່າ​ເກົ່າ​ຕໍ່​ເປົ້າ​ໝາຍ​ທີ່​ສຳ​ຄັນ​ໃນ​ສະ​ໜາມ​ລົບ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນ​ໄດ້​ຂໍ​ລະ​ບົບ​ດັ່ງ​ກ່າວ​ມາຫຼາຍ​ອາ​ທິດ​ແລ້ວ, ໂດຍ​ເວົ້າ​ວ່າ​ເຂົາ​ເຈົ້າ​ຕ້ອງ​ການ​ເພື່ອ​ຕອບ​ໂຕ້​ປືນ​ໃຫຍ່​ຂອງ​ຣັດ​ເຊຍ ທີ່​ສາ​ມາດ​ເຮັດ​ໃຫ້​ມົ​ສ​ກູ ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ພາກ​ພື້ນດອນ​ບາ​ສ.

ຣັດ​ເຊຍ ໃນ​ວັນ​ພຸດ​ວານນີ້​ໄດ້​ຕຳ​ໜິ​ຕິ​ຕຽນ​ການ​ຕັດ​ສິນ​ໃຈ​ຂອງ ສະ​ຫະ​ລັດ, ໂດຍ​ກ່າວ​ຫາ​ວໍ​ຊິງ​ຕັນ ກ່ຽວ​ກັບ ການ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຮຸນ​ແຮງ​ຂຶ້ນ.

ໂຄ​ສົກ​ວັງ​ເຄ​ຣັມ​ລິນ ທ່ານ ດ​ມິ​ທ​ຣີ ເປັ​ສກອ​ຟ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ສະ​ຫະ​ລັດ ​ໄດ້ເຕີມນໍ້​າ​ມັນ​ໃສ່​ໄຟ​ດ້ວຍ​ຄວາມ​ຕັ້ງ​ໃຈ ແລະ ຢ່າງ​ແຂງ​ຂັນ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ລາວ​ຣອ​ຟ, ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ພຸດ​ວານນີ້, ໄດ້​ເອີ້ນ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຕໍ່​ໄປ​ວ່າ “ການ​ຍຸ​ແຍ່​ໂດຍ​ກົງ, ທີ່​ແນ​ເປົ້າ​ໃສ່​ການ​ນຳ​ເອົາ​ປະ​ເທດ​ຕາ​ເວັນ​ຕົກ​ໄປ​ມີ​ສ່ວນ​ຮ່ວມ​ໃນ​ການ​ດຳ​ເນີນ​ການ​ທາງ​ທະ​ຫານ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG