ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາລັດຖະມົນຕີ ປ້ອງກັນປະເທດ ຂອງອົງການ NATO ຈະປຶກສາຫາລື ກ່ຽວກັບ ອັຟການິສຖານ ແລະ ຄວາມເຄັ່ງຕຶງກັບ ຣັດເຊຍ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ຢືນໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມ ກັບລັດຖະມົນຕີປ້ອງກັນປະເທດ ໂຣເມເນຍ ທ່ານ ນິໂຄເລ ຊິວກາ ໃນນະຄອນຫຼວງ ບູຄາເຣັສ, ປະເທດ ໂຣເມເນຍ. 20 ຕຸລາ, 2021.
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ຢືນໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຮ່ວມ ກັບລັດຖະມົນຕີປ້ອງກັນປະເທດ ໂຣເມເນຍ ທ່ານ ນິໂຄເລ ຊິວກາ ໃນນະຄອນຫຼວງ ບູຄາເຣັສ, ປະເທດ ໂຣເມເນຍ. 20 ຕຸລາ, 2021.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ລອຍດ໌ ອອສຕິນ ແມ່ນຢູ່ໃນນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈ້ຽມ ເພື່ອເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງອົງການ NATO ໃນວັນພະຫັດ ແລະ ວັນສຸກນີ້ເພື່ອເຈລະຈາ ກ່ຽວກັບ ບັນຫາດ້ານຄວາມປອດໄພໃນ ອັຟການິສຖານ, ຄວາມເຄັ່ງຕຶງກັບ ຣັດເຊຍ ແລະ ນະໂຍບາຍດ້ານເທັກໂນໂລຈີ.

ທ່ານ ອອສຕິນ ໄດ້ຂຽນຂໍ້ຄວາມໃນທວິດເຕີຫຼັງຈາກໄດ້ເດີນທາງຮອດເມື່ອວັນພຸດວານນີ້ວ່າ “ຂ້າ ພະເຈົ້າໄດ້ມາທີ່ນີ້ເພື່ອຊ່ວຍພັດທະນາການປັບຕົວກອງທັບຂອງອົງການ NATO, ແລະ ຮັບປະກັນວ່າພັນທະມິດດັ່ງກ່າວແມ່ນພ້ອມສຳລັບສິ່ງທ້າທາຍຕ່າງໆໃນອະນາຄົດ.”

ເລຂາທິການໃຫຍ່ອົງການ NATO ທ່ານ ເຈັນສ໌ ສໂຕລເທັນເບີກ ໄດ້ກ່າວວ່າທ່ານລັດຖະມົນຕີປ້ອງກັນປະເທດຈະປຶກສາຫາລື ກ່ຽວກັບ ການປ້ອງກັນ ອັຟການິສຖານ ຈາກການກາຍເປັນບ່ອນລີ້ໄພສຳລັບພວກກໍ່ການຮ້າຍ, ແລະ ຮັບປະກັນວ່າຊາວ ອັຟການິສຖານ ທີ່ໄດ້ອົບພະຍົບອອກມາໃນລະຫວ່າງການປະຕິບັດການຂົນສົ່ງທາງອາກາດຂະໜາດໃຫຍ່ແມ່ນສາມາດທີ່ຈະຕັ້ງຖິ່ນຖານ ໃໝ່ໃນບັນດາປະເທດສະມາຊິກອົງການ NATO ແລະ ຈະບໍ່ຢູ່ໃນສູນຂົນສົ່ງ.

ທ່ານ ສໂຕລເທັນເບີກ ໄດ້ກ່າວຕໍ່ບັນດານັກຂ່າວກ່ອນກອງປະຊຸມລັດຖະມົນຕີວ່າ “ບົດບາດສຸກ ເສີນທີ່ສຸດທີ່ອົງການ NATO ມີ, ແລະ ວຽກງານທີ່ຮີບດ່ວນທີ່ສຸດທີ່ພວກເຮົາໄດ້ປະເຊີນກໍແມ່ນເພື່ອຕັ້ງຖິ່ນຖານໃໝ່ໃຫ້ຊາວ ອັຟການິສຖານ ຜູ້ທີ່ໄດ້ເຮັດວຽກກັບເຮົາ. ແລະ ບັນດາພັນທະມິດ NATO ກັບຄູ່ຮ່ວມ NATO ແມ່ນສາມາດທີ່ຈະນຳເອົາຫຼາຍກວ່າ 120,000 ຄົນ, ເຊິ່ງຫຼາຍຄົນໃນນັ້ນແມ່ນຊາວ ອັຟການິສຖານ, ອອກຈາກ ອັຟການິສຖານ. ແລະ ພວກເຮົາ, ພັນທະມິດ ແລະ ຄູ່ຮ່ວມແມ່ນກຳລັງເຮັດວຽກ ກ່ຽວກັບ ການທີ່ຈະນຳເອົາຄົນອອກຈາກທີ່ນັ້ນຫຼາຍກວ່າເກົ່າ.”

ທ່ານ ອອສຕິນ ໄດ້ເດີນທາງໄປປະເທດ ແບລຈ້ຽມ ຈາກປະເທດ ໂຣເມເນຍ, ບ່ອນທີ່ທ່ານໄດ້ກ່າວໃນວັນພຸດວານນີ້ວ່າ ລັດຖະບານທ່ານ ໄບເດັນ ແມ່ນມີຄວາມມຸ່ງໝັ້ນທີ່ຈະຂະຫຍາຍຄວາມຜູກ ພັນລະຫວ່າງ ຢູໂຣບ ແລະ ແອັດແລນຕິກ ຂອງເຂົາເຈົ້າໃນຂະນະທີ່ປ້ອງກັນພາກຕາເວັນອອກຂອງອົງການ NATO.

ໃນການກ່າວຄຳປາໄສຢູ່ນະຄອນຫຼວງ ບູຄາເຣັສ ນັ້ນ, ທ່ານ ອອສຕິນ ໄດ້ຍົກຍ້ອງ ໂຣເມເນຍ ສຳ ລັບການຕັ້ງ “ຕົວຢ່າງທີ່ສຳຄັນສຳລັບຄຳໝັ້ນສັນຍາຕໍ່ພັນທະມິດ ກ່ຽວກັບ ການມີຄວາມຮັບຜິດ ຊອບຮ່ວມກັນ” ແລະ ຄວາມທັນສະໄໝໃນການປ້ອງກັນປະເທດ.

ໂຣເມເນຍ ແມ່ນນຶ່ງ ໃນບໍ່ເທົ່າໃດປະເທດໃນອົງການ NATO ທີ່ໃຊ້ຈ່າຍຫຼາຍ ກວ່າ 2 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນຂອງເຂົາເຈົ້າໃນການປ້ອງກັນປະເທດ, ດ້ວຍ 20 ເປີເຊັນໃນນັ້ນແມ່ນໃຊ້ໃນການປັບປຸງສອງເປົ້າໝາຍທີ່ສຳຄັນໃນການໃຊ້ຈ່າຍຂອງອົງການ NATO.

ປະເທດດັ່ງກ່າວ ຍັງໄດ້ຕ້ອນຮັບກອງກຳລັງໝູນວຽນ ສະຫະລັດ ປະມານ 1,000 ຄົນ ຜູ້ທີ່ໄດ້ຊ່ວຍຮັກສາຄວາມປອດໄພໃນພາກພື້ນທະເລດຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG