ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ປູຕິນ ເດີນທາງໄປ ແຂວງ ອັບຄາເຊຍ ໃນຂະນະທີ່ ຈໍເຈຍ ໄວ້ອາໄລ ຜູ້ເສຍຊີວິດ ໃນສົງຄາມ ກັບ ຣັດເຊຍ


ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ຊ້າຍ, ແລະ ຜູ້ນຳຂອງແຂວງ ອັບຄາເຊຍ ທີ່ແຍກໂຕເອງ ອອກຈາກ ຈໍເຈຍ, ທ່ານ Raul Khadzhimba, ລົມກັນ ໃນລະຫວ່າງການພົບປະ ຂອງພວກເພິ່ນ ທີ່ເມືອງ Pitsunda, 8 ສິງຫາ, 2017.
ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ຊ້າຍ, ແລະ ຜູ້ນຳຂອງແຂວງ ອັບຄາເຊຍ ທີ່ແຍກໂຕເອງ ອອກຈາກ ຈໍເຈຍ, ທ່ານ Raul Khadzhimba, ລົມກັນ ໃນລະຫວ່າງການພົບປະ ຂອງພວກເພິ່ນ ທີ່ເມືອງ Pitsunda, 8 ສິງຫາ, 2017.

ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ເດີນທາງໄປແຂວງ ອັບຄາເຊຍ ທີ່
ແຍກຕົນເອງອອກຈາກປະເທດ ຈໍເຈຍ ໃນວັນອັງຄານວານນີ້ ເພື່ອສະແດງການສະໜັບ
ສະໜູນຂອງທ່ານ ຕໍ່ພວກແບ່ງແຍກດິນຢູ່ທີ່ນັ້ນ ແລະ ແຂວງ Ossetia ໃຕ້ ໃນວັນຄົບ
ຮອງ 9 ປີ ຂອງສົງຄາມ ທີ່ມີຄວາມຮຸນແຮງ 5 ມື້ ລະຫວ່າງ ມົສກູ ແລະ Tbilisi.

ລັດຖະບານ ຈໍເຈຍ ໄດ້ປະທ້ວງ ຕໍ່ການຢ້ຽມຢາມເມືອງຕາກ​ອາກາດ Pitsunda ​ແຄມ
ທະເລດຳຂອງແຂວງ ອັບຄາເຊຍ ໂດຍຜູ້ນຳຂອງວັງ ເຄຣັມລິນ, ແລະ ກະຊວງການ
ຕ່າງປະເທດໃນນະຄອນຫຼວງ Tbilisi ໄດ້ກ່າວປະນາມຕໍ່ “ການກະທຳເຍາະເຍີ້ຍ”
ຂອງທ່ານ ປູຕິນ. ອົງການ NATO ເວົ້າວ່າ ການເດີນທາງຂອງທ່ານ ປູຕິນ ແມ່ນເປັນ
“ອັນຕະ ລາຍຕໍ່ຄວາມພະຍາຍາມຂອງສາກົນ ເພື່ອຊອກຫາຊ່ອງທາງ ແກ້ໄຂແບບສັນ
ຕິ ແລະ ດ້ວຍການເຈລະຈາ”
ກ່ຽວກັບ ສົງຄາມທີ່ປະເທດທັງ ສອງໄດ້ຕໍ່ສູ້ໃນປີ 2008.

ກະຊວງການຕ່າງປະເທດໄດ້ກ່າວວ່າ ການເດີນທາງໄປແຂວງ ອັບຄາເຊຍ ຂອງທ່ານ
ປູຕິນ ແມ່ນການສະແດງທ່າທີ ທີ່ມີຈຸດປະສົງ “ເພື່ອຢາກ​ເຮັດ​ໃຫ້ ການໃຊ້ກຳລັງ ໃນ
ການປ່ຽນແປງເຂດຊາຍແດນຂອງປະ ເທດທີ່ມີອະທິປະໄຕ ດ້ວຍການຮຸກຮານທາງ
ທະຫານ, ກວາດລ້າງຊົນຊາດຊົນເຜົ່າ ແລະ ການຍຶດຄອງນັ້ນ ຖືກຕ້ອງຊອບທຳ.”

ປະເທດ ຈໍເຈຍ ​ເຫັນ​ວ່າທັງແຂວງ ອັບຄາເຊຍ ແລະ Ossetia ​ໃຕ້ ເປັນດິນແດນອັນ
ຄົບຖ້ວນຂອງເຂົາເຈົ້າ, ແລະ ປະເທດສ່ວນໃຫຍ່ໃນໂລກແມ່ນເຫັນດ້ວຍ. ຣັດເຊຍ
ແມ່ນໜຶ່ງໃນພຽງ 4 ປະເທດ ເທົ່ານັ້ນທີ່ຮັບຮູ້ວ່າແຂວງ ອັບຄາເຊຍ ແລະ Ossetia ໃຕ້
ເປັນລັດເອກະລາດ. ເວເນຊູເອລາ, ນິຄາຣາກົວ ແລະ ນາອູຣູ ແມ່ນປະເທດທີ່ເຂົ້າຂ້າງ
ກັບ ຣັດເຊຍ ກ່ຽວກັບ ບັນຫາດັ່ງກ່າວ.

ຈໍເຈຍ ໄດ້ຢືນຢັນວ່າ ແຂວງ ອັບຄາເຊຍ ແລະ Ossetia ​ໃຕ້ ໄດ້ຖືກ​ຮວບ​ຮວມ​ເຂົ້າ​ໃນ
ກອງທັບ, ການເມືອງ, ເສດຖະກິດ ແລະ ລະບົບສັງຄົມຂອງ ຣັດເຊຍ ຢ່າງຜິດກົດໝາຍ.

ເຖິງແມ່ນວ່າການປະກົດຕົວຂອງທ່ານ ປູຕິນ ຈະຫ່າງຈາກນະຄອນ ຫຼວງ Tbilisi ພຽງ
400 ກິໂລແມັດກໍຕາມ, ບັນດາເຈົ້າໜ້າທີ່ ຈໍເຈຍ ບາງຄົນແມ່ນໄດ້ຮັກສາຄວາມໃຈເຢັນ
ໄວ້. ທ່ານ Ketevan Tsikhelashvili ລັດຖະມົນຕີເພື່ອຄວາມປອງດອງຊາດ ແລະ
ຄວາມເທົ່າທຽມໃນສັງຄົມໄດ້ກ່າວວ່າ “ພວກເຮົາບໍ່ຄວນຍຸແຍ່.” ໃນຂໍ້ຄວາມທີ່ຂຽນໃນ
ໜັງສືພິມ ນະໂຍບາຍການຕ່າງປະເທດ ເຊິ່ງທ່ານໄດ້ໃຫ້ຂໍ້ສັງ ເກດວ່າ “ພວກເຮົາຄວນ
ຮັກສາໄວ້ເຊິ່ງສັນຕິພາບ, ໃນຂະນະທີ່ມັນມີຄວາມສຳຄັນຢ່າງຍິ່ງສຳລັບພວກເຮົາ.”

ຈໍເຈຍ ແລະ ຣັດເຊຍ ບໍ່ເຄີຍຟື້ນຟູສາຍພົວພັນທາງການທູດນຳກັນ ນັບຕັ້ງແຕ່ສົງຄາມທີ່
ສັ້ນແຕ່ຮ້າຍແຮງ ເມື່ອ 9 ປີທີ່ຜ່ານມາ. ຄະນະກຳມະການຄົ້ນຫາຂໍ້ເທັດຈິງທີ່ໄດ້ຮັບຖືກ
ມອບໜ້າທີ່ໃຫ້ໂດຍ ຢູໂຣບ ໄດ້ພົບວ່າ ປະຊາຊົນ ຈໍເຈຍ ຫຼາຍກວ່າ 400 ຄົນໄດ້ຖືກຂ້າ
ຕາຍໃນລະຫວ່າງ ການປະທະກັນ 5 ມື້ນັ້ນ, ແລະ ຄົນອື່ນໆເກືອບ 1,750 ຄົນໄດ້ຮັບ
ບາດເຈັບ. ຜູ້ບາດເຈັບ ແລະເສຍຊີວິດສຳລັບຝ່າຍ ຣັດເຊຍ ແລະ ປະຊາຊົນຂອງແຂວງ
ອັບຄາເຊຍ ກໍຢູ່ໃນລະດັບທີ່ໃກ້ຄຽງກັນ, ແລະ ໂດຍລວມ, ປະຊາຊົນ ຈໍເຈຍ 150,000
ຄົນໄດ້ພັດພາກຈາກບ້ານເຮືອນຂອງເຂົາເຈົ້າ.

ບໍ່ໄກຈາກນະຄອນຫຼວງ Tbilisi ນັ້ນ, ບັນນາຜູ້ນຳ ຈໍເຈຍ ໄດ້ລະນຶກເຖິງວັນຄົບຮອບ
ການຕໍ່ສູ້ດັ່ງກ່າວໃນວັນອັງຄານວານນີ້ ດ້ວຍການວາງພວງມາລາ ຢູ່ສຸສານກອງທັບ
ເພື່ອສະແດງຄວາມເຄົາລົບຕໍ່ບັນດາທະ ຫານຜູ້ທີ່ໄດ້ເສຍຊີວິດໃນການຕໍ່ສູ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG