ມັນເປັນອາທິດທີ່ວຸ້ນວາຍໃນການເຈລະຈາສັນຕິພາບ ອັຟການິສຖານ, ແລະ ຜູ້ບັນຊາ
ການ ອົງການສົນທິສັນຍາ ແອັດແລນຕິກເໜືອ ຫຼື ເນໂຕ້ (NATO) ໄດ້ກ່າວວ່າ ບັນດາ
ພັນທະມິດ “ຄາດວ່າຈະມີຄວາມຮຸນແຮງເພີ່ມຂຶ້ນ” ຢູ່ພາກພື້ນດິນ ໃນຂະນະທີ່ການ
ເລືອກຕັ້ງ ປະທານາທິບໍດີ ອັຟການິສຖານ ແມ່ນກຳລັງຫຍັບເຂົາໃກ້ກວ່າເກົ່າ.
ນາຍພົນກອງທັບອາກາດ ສະຫະລັດ, ທ່ານ ທອດ ໂວລເທີສ໌, ຜູ້ບັນຊາການສູງສຸດພັນ
ທະມິດ ຢູໂຣບ ຂອງອົງການ ເນໂຕ ໄດ້ກ່າວວ່າຕໍ່ບັນດານັກຂ່າວກຸ່ມນ້ອຍໆກຸ່ມນຶ່ງວ່າ
ການເລືອກຕັ້ງ ອັຟການິສຖານ “ຄົງຈະບໍ່ສົມບູນ,” ແຕ່ພັນທະມິດ 29 ປະເທດຂອງອົງ
ການ ແອັດແລນຕິກເໜືອ ຈະ “ວາງແຜນ ແລະ ປະຕິບັດໜ້າທີ່ໄປຈົນຮອດວັນສຸດທ້າຍ
ຂອງໂລກ” ເພື່ອພະຍາຍາມເຮັດໃຫ້ການລົງຄະແນນສຽງທີ 28 ກັນຍານີ້ ມີຄວາມປອດ
ໄພໃຫ້ຫຼາຍເທົ່າທີ່ຈະເຮັດໄດ້.
ທ່ານ ໂວລເທີສ໌ ໄດ້ກ່າວຢູ່ນອກກອງປະຊຸມລັດຖະມົນຕີປ້ອງກັນປະເທດຂອງອົງການ
ເນໂຕ ວ່າ “ມັນມີຫຼາຍເລື່ອງທີ່ກ່ຽວຂ້ອງກັບ ອັຟການິສຖານ ເກີດຂຶ້ນ, ແລະ ໃນເວລາ
ນີ້ສັນຍານທີ່ພວກເຮົາສົ່ງຫາບັນດາຄູ່ຮ່ວມອົງການ ເນໂຕ້ ຂອງພວກເຮົາກໍແມ່ນວ່າ ສະ
ຫະລັດ ມີຄວາມມຸ່ງໝັ້ນ, ອົງການ ເນໂຕ້ ກໍມີຄວາມມຸ່ງໝັ້ນ, ແລະ ການດຳເນີນພາລະ
ກິດແມ່ນຍັງຄົງມີຢູ່ຄືເກົ່າ.”
ພົນອາກາດເອກ ອັງກິດ ທ່ານ ສະຈວດ ພີຈ໌ ຫົວໜ້າກອງທັບຂອງອົງການ ເນໂຕ້ ໄດ້
ກ່າວເພີ່ມເຕີມໃນວັນເສົາວານນີ້ວ່າ ມັນ “ບໍ່ມີການຂັດແຍ້ງກັນ” ກ່ຽວກັບ ຄວາມມຸ່ງໝັ້ນ
ນັ້ນ.
ທ່ານ ພີຈ໌ ໄດ້ກ່າວວ່າ “ພວກເຮົາໄດ້ໄປ ອັຟການິສຖານ ນຳກັນ, ແລະ ຖ້າມີການປ່ຽນ
ແປງໃດໆພວກເຮົາກໍຈະເຮັດນຳກັນ.”
ການເຈລະຈາສັນຕິພາບລະຫວ່າງ ສະຫະລັດ ກັບກຸ່ມຕາລີບານ ໄດ້ລົ້ມແຫຼວໃນທ້າຍ
ອາທິດທີ່ຜ່ານມາ. ປະທານາທິບໍດີ ດໍໂນລ ທຣຳ ໄດ້ມີແຜນການເຈລະຈາກັບປະທາ
ນາທິບໍດີ ອັຟການິສຖານ ທ່ານ ອາຊ໌ຣັຟ ການີ ແລະ ພວກຫົວໜ້າຂອງກຸ່ມຕາລີບານ
ຢູ່ບ້ານພັກປະທານາທິບໍດີ ແຄ້ມ ເດວິດ, ໃນລັດແມຣີແລນ, ແຕ່ຕໍ່ມາໄດ້ກ່າວວ່າທ່ານ
ໄດ້ຕັດສິນໃຈທີ່ຈະຍົກເລີກມັນ.
ບັນດານັກເຈລະຈາ ສະຫະລັດ ແລະ ກຸ່ມຕາລີບານ ເມື່ອບໍ່ດົນມານີ້ໄດ້ປາກົດວ່າຈະບັນ
ລຸຂໍ້ຕົກລົງເພື່ອສິ້ນສຸດສົງຄາມທີ່ດົນທີ່ສຸດຂອງ ອາເມຣິກາ ແລະ ເລີ່ມການເຈລະຈາ
ລະຫວ່າງກຸ່ມກະບົດ ແລະ ລັດຖະບານອັຟການິສຖານ. ແນວໃດກໍຕາມ, ທ່ານ ທຣຳ
ໄດ້ປະກາດວ່າ ການເຈລະຈາສັນຕິພາບ ລະຫວ່າງ ສະຫະລັດ ແລະ ອັຟການິສຖານ
“ແມ່ນໄດ້ລະງັບລົງແລ້ວ” ຫຼັງຈາກເກີດການໂຈມຕີລະເບີດລົດໃນນະຄອນຫຼວງ ກາບູລ
ທີ່ໄດ້ສັງຫານຫຼາຍສິບຄົນ, ລວມທັງທະຫານ ອາເມຣິກັນ ຄົນນຶ່ງ.
ການຕັດສິນໃຈທີ່ຈະສິ້ນສຸດການເຈລະຈາ ໄດ້ກໍ່ໃຫ້ມີຄວາມເປັນຫ່ວງເພີ່ມຂຶ້ນ ກ່ຽວກັບ
ຄວາມຮຸນແຮງທີ່ຮ້າຍແຮງກວ່າເກົ່າ. ນັບຕັ້ງແຕ່ນັ້ນມາກຸ່ມຕາລີບານ ກໍໄດ້ຂົ່ມຂູ່ທີ່ຈະກໍ່
ກວນການເລືອກຕັ້ງທີ່ໃກ້ຈະມາເຖິງ, ໂດຍປະຕິຍານວ່າ ກອງກຳລັງ ອາເມຣິກັນ “ຈະ
ໄດ້ຮັບຜົນກະທົບຫຼາຍກວ່າຄົນອື່ນໆ.”