ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາປະເທດຕ່າງໆ ເຫັນດີຕໍ່ການຫັນປ່ຽນ ຈາກເຊື້ອໄຟຟອສຊີລ ຢູ່ໃນຂໍ້ຕົກລົງກອງປະຊຸມສຸດຍອດດ້ານສະພາບອາກາດ

ປະທານກອງ​ປະ​ຊຸມ COP28 ໃນປັດຈຸບັນ, ຊຸລຕານ ອາລ-ຈາເບີ (Sultan al-Jaber) ຟັງນັກວິທະຍາກອນ ໃນລະຫວ່າງກອງປະຊຸມໃຫຍ່ ທີ່ກອງປະຊຸມສຸດຍອດ ກ່ຽກັບການປ່ຽນແປງດິນຟ້າອາກາດ COP28 ຂອງອົງການສະຫະປະຊາຊາດ ໃນວັນທີ 13 ທັນວາ 2023,​ ໃນນະຄອນດູໄບ,​ ປະເທດສະຫະລັດອາຣັບເອເມີເຣັສ.

ບັນດາຜູ້ແທນຈາກເກືອບ 200 ປະເທດ ໄດ້ຕົກລົງເຫັນດີ ໃນວັນພຸດວານນີ້ ທີ່ກອງປະຊຸມສຸດຍອດດ້ານສະພາບອາກາດຂອງສະຫະປະຊາຊາດໃນ ນະຄອນດູໄບ ເພື່ອຫັນປ່ຽນອອກຈາກການນໍາໃຊ້ນ້ຳ​ມັນ​ເຊື້ອ​ໄຟ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ​ດຶກ​ດຳ​ບັນ ​ຫຼືເຊື້ອ​ໄຟ​ຟອ​ສ​ຊີ​ລ.

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ການ​ເຈ​ລະ​ຈາກັນ ເປັນເວລາ​ສອງ​ອາ​ທິດ​ ແລະ​ແນ່ເປົ້າໃສ່ໂຕຂັບເຄື່ອນຫຼັກ ໃນການປ່ອຍອາຍແກັສ​ເຮືອນ​ແກ້ວ ​ທີ່​ເຮັດ​ໃຫ້​ໂລກ​ຮ້ອນ.

ຫຼາຍ​ກວ່າ 100 ປະ​ເທດ​ໄດ້​ຊຸກ​ຍູ້​ໃຫ້ໃຊ້​ພາ​ສາ​ທີ່​ເຂັ້ມ​ແຂງ​ກວ່າ​ເກົ່າ, ເພື່ອສະແຫວງ​ຫາ​ການ “ຢຸດຕິ” ເຊື້ອ​ໄຟ​ຟອສຊີ​ລຢ່າງ​ຊັດ​ເຈນ.

ຂໍ້ຕົກລົງສະບັບສຸດທ້າຍຮຽກຮ້ອງໃຫ້ມີ "ການຫັນປ່ຽນອອກຈາກເຊື້ອໄຟຟອສຊີລ ໃນລະບົບພະລັງງານ, ໃນຮູບແບບທີ່ຍຸດຕິທໍາ, ເປັນລະບຽບ ແລະມີຄວາມສະເຫມີພາບ, ເພື່ອເລັ່ງການດໍາເນີນການ ໃນທົດສະວັດທີ່ສໍາຄັນນີ້."

ນອກ​ເໜືອ​ໄປ​ຈາກ​ການ​ຢຸດຕິ​ການ​ນຳ​ໃຊ້​ເຊື້ອ​ໄຟ​ຟອສຊີລແລ້ວ, ຂໍ້ຕົກລົງ​ຍັງ​ຮຽກຮ້ອງ​ໃຫ້​ເພີ່ມການໃຊ້​ພະລັງງານ​ທົດ​ແທນ​ ​ຂຶ້ນເປັນ​ສາມ​ເທົ່າ ​ພາຍ​ໃນ​ປີ 2050 ​ແລະ​ເລັ່ງ​ການນຳໃຊ້ເທັກໂນໂລຈີ ​ເຊັ່ນ ​ການດັກຈັບ ​ແລະ​ກັກເກັບ​ທາດ​ຄາບອນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG