ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ແຮງກະຕຸ້ນ ຈາກຄວາມຮູ້ສຶກ ຕໍ່ຕ້ານພວກຄົນ ເຂົ້າເມືອງ ເຮັດໃຫ້ ຊາວມຸສລິມຝຣັ່ງ ເປັນຫ່ວງ


Nationalist, Anti-Immigrant Sentiments Raise Worries Among French Muslims
please wait

No media source currently available

0:00 0:03:14 0:00

ກຸ່ມພວກຊາດນິຍົມ ໃນຝຣັ່ງ ແມ່ນເປັນ ກຸ່ມຫຼ້າສຸດ ທີ່ໄດ້ຮັບແຮງກະຕຸ້ນຈາກຄວາມຮູ້ສຶກ ຕໍ່ຕ້ານພວກຄົນເຂົ້າເມືອງ ທີ່ມີເພີ່ມສູງຂຶ້ນ ໃນທົ່ວທະວີບຢູໂຣບ. ນັກຂ່າວຂອງວີໂອເອ ປະຈຳທະວີບຢູໂຣບ Luis Ramirez ລາຍງານ ມາຈາກເມືອງ Chartres ຢູ່ໃກ້ໆກັບ ນະຄອນຫຼວງປາຣີ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດເລື້ອງນີ້ ມາສະເນີທ່ານ.

ເໝືອນດັ່ງແຜ່ນກະຈົກແກ້ວ ອັນມີຊື່ສຽງ ທີ່ສະຫຼັກໄວ້ ຮູບພາບຕ່າງໆ ໃນພະວິຫານ ອັນເກົ່າແກ່ໃນເມືອງ Chartres ນັ້ນ ພົນລະເມືອງຝຣັ່ງ ກໍມີຄວາມຫຼາກຫຼາຍເຊັ່ນກັນ.

ເມື່ອເວົ້າເຖິງບ່ອນທີ່ຢູ່ ຫ່າງໄກອອກໄປຈາກໃຈກາງເມືອງແລ້ວ ກໍຈະເຫັນວ່າ ປະເທດ ຝຣັ່ງ ມີໂສມໜ້າໃໝ່. ຊາວແຮງງານຄົນເຂົ້າເມືອງ ຊຶ່ງສ່ວນຫຼາຍ ແມ່ນມາຈາກປະເທດ ມຸສລິມ ຊຶ່ງໃນຄັ້ງໜຶ່ງ ພວກພໍ່ແມ່ຂອງເຂົາເຈົ້າ ເຄີຍຖືກປະເທດນີ້ ຍິນດີຕ້ອນຮັບ ຍ້ອນ ຄ່າແຮງງານຖືກ ແຕ່ມາບັດນີ້ ກໍແມ່ນຈະເວົ້າກັນເຖິງແຕ່ເລື່ອງຄວາມບໍ່ສະບາຍໃຈ ແລະ ການບໍ່ຍິນຍອມຮັບເອົາພວກເຂົາ ຫຼັງຈາກໄດ້ມີການໂຈມຕີ ຈາກກຸ່ມກໍ່ການຮ້າຍອິສລາມ ຫຼາຍໆຄັ້ງຜ່ານມາ.

ທ່ານ Polat Mansur ຊາວອົບພະຍົບເຄີດ ກ່າວວ່າ “ພວກເຮົາຢ້ານກົວວ່າ ພວກຝ່າຍ ຂວາຈັດ ທີ່ຄຽດແຄ້ນ ຈະທຳຮ້າຍພວກເຮົາ. ດຽວນີ້ ເວລາຂ້າພະເຈົ້າ ເຂົ້າໄປໃນຮ້ານ ອາຫານ ພວກຜູ້ຄົນ ຈະເບິ່ງຂ້າພະເຈົ້າແບບແປກໆ. ຍົກຕົວຢ່າງເຊັ່ນ ຂ້າພະເຈົ້າເປັນ ລູກຊາຍ ຂອງຊາວເຄີດ ບໍ່ກ່ຽວພັນຫຍັງກັບສາສະໜາເລີຍ. ຂ້າພະເຈົ້າເປັນມຸສລິມ ແຕ່ບໍ່ໄດ້ປະຕິບັດ. ແຕ່ຢູ່ໃນຝຣັ່ງ ຍ້ອນວ່າ ຂ່າວຕ່າງໆ, ໂທລະພາບ, ການເມືອງ ຈຶ່ງມີຫຼາຍສິ່ງຫຼາຍຢ່າງປ່ຽນໄປ ເຮັດໃຫ້ມີການຕໍ່ຕ້ານຊາວຕ່າງຊາດ ແທ້ໆເລີຍ.”

ໃນຊ່ວງເກີດການໂຈມຕີຫຼາຍຄັ້ງຢູ່ນັ້ນ ຜົນສະທ້ອນທີ່ບໍ່ດີ ຕໍ່ຊາວອົບພະຍົບກໍຕິດຕາມມາ ໂດຍສະເພາະ ຕໍ່ກຸ່ມຊາວມຸສລິມ ເຊິ່ງສາມາດມອງເຫັນໄດ້ ໃນການສະໜັບສະໜູນ ທີ່ເພີ່ມຫຼາຍຂຶ້ນ ແກ່ກຸ່ມແນວໂຮມຊາດນິຍົມ ກຸ່ມນີ້ເປັນ ພັກທີ່ວິພາກວິຈານ ເລື່ອງຄົນ ເຂົ້າເມືອງ ຂອງ ທ່ານນາງ Marine Le Pen.

ທ່ານ Francis Nadizi ສະມາຊິກ ພັກແນວໂຮມ ຊາດນິຍົມ ກ່າວວ່າ “ທ່ານນາງ Marine Le Pen ໄດ້ມີຂໍ້ຄວາມອັນໜັກແໜ້ນ ທີ່ວ່າບຸກຄົນໃດໜຶ່ງ ບໍ່ສາມາດເວົ້າໄດ້ ວ່າ ມີຄວາມຊັດແຈ້ງແຕ່ຢ່າງໃດ ເຊັ່ນເລື່ອງຄົນເຂົ້າເມືອງ ນັ້ນ ຈະຕ້ອງມີການກຳກັບ ຢ່າງເຂັ້ມງວດ. ພວກເຮົາຕ້ອງໄດ້ຄວບຄຸມຊາຍແດນ ຂອງພວກເຮົາຄືນໃໝ່ ແລະ ຍົກເລີກເຂດແດນ Schengen ທີ່ໄດ້ກາຍເປັນເຂດໄພຫາຍະນະນັ້ນ.”

ທ່າທີໃນການຕໍ່ຕ້ານ ເຂດຊາຍແດນທີ່ມີຊ່ອງໂວ່ ຂອງຕົນນັ້ນ ໃນກໍລະນີຂອງ ທະວີບ ຢູໂຣບ, ເຂດ Schengen ແລະ ເລື່ອງຄົນເຂົ້າເມືອງ ພັກແນວໂຮມ ຊາດນິຍົມ ພົບເຫັນ ພື້ນຖານອັນເໝາະສົມນຳກັນ ກັບພວກຊາດນິຍົມຄົນອື່ນ ທີ່ຢູ່ໃນ ທະວີບນີ້ ແລະ ຂ້າມ ມະຫາສະໝຸດໄປພຸ້ນນຳດ້ວຍ.

ບໍ່ພຽງແຕ່ຢູ່ໃນເມືອງ Chartres ເທົ່ານັ້ນ ແຕ່ຢູ່ທີ່ແຫ່ງອື່ນໆ ໃນຝຣັ່ງນຳດ້ວຍ ເຊິ່ງອົບ ພະຍົບຊາວມຸສລິມ ທີ່ໄດ້ໃຫ້ສຳພາດ ເຊື່ອວ່າ ໄຊຊະນະ ຂອງຜູ້ສະໝັກແຂ່ງຂັນເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ອາດຊຸກຍູ້ ຊາວຝຣັ່ງ ທີ່ມີສິດ ອອກສຽງ ໃຫ້ໄປສະໜັບສະໜູນ ກຸ່ມປະຊານິຍົມ ຕໍ່ຕ້ານອົບພະຍົບ ຫຼາຍຂຶ້ນຕື່ມອີກ.

ທ່ານ Ahmed Loutfy ຊາວມຸສລິມ ຜູ້ນັບຖືສາສະໜາອິສລາມ ກ່າວວ່າ “ມັນຈະສ້າງ ການແບ່ງແຍກສີຜິວ ຫຼາຍຂຶ້ນ ແລະ ມັນຈະສ້າງບັນຫາຕ່າງໆ ຢູ່ໃນອາເມຣິກາ ແລະ ໃນຝຣັ່ງ ນຳດ້ວຍ. ພັກແນວໂຮມ ຊາດນິຍົມ ຈະໄດ້ຮັບການສະໜັບສະໜູນ ຢູ່ໃນຝຣັ່ງ. ຍ້ອນຫຍັງ? ເພາະວ່າ ຊາວຝຣັ່ງ ຈະປ່ຽນແປງແນວຄິດຂອງພວກເຂົາເຈົ້າ ແລະ ກ່າວ ວ່າ ເປັນຫຍັງພວກເຮົາຈຶ່ງຄວນເຮັດແບບດຽວກັນ ກັບຊາວອາເມຣິກັນ?”

ພວກຄົນບາງສ່ວນ ແຕ່ບໍ່ແມ່ນ ອົບພະຍົບຊາວມຸສລິມທັງໝົດ ຢູ່ທີ່ແຫ່ງນີ້ ໃນ Chartres ເຫັນດີນຳ.

ທ່ານ Polat Mansur ຊາວອົບພະຍົບ ເຄີດ ກ່າວວ່າ “ຖ້າ Trump ໄດ້ເປັນປະທານາ ທິບໍດີ ນັ້ນກໍໝາຍຄວາມວ່າ ເພິ່ນ ຈະກະຈາຍຂີ້ເຫຍື້ອຂອງເພິ່ນໄປທົ່ວທຸກແຫ່ງ.”

ໃນຂະນະທີ່ ໃນພາກສ່ວນອື່ນໆ ຂອງຝຣັ່ງ ຢູ່ທີ່ນີ້ ຫົວຂໍ້ເລື່ອງອົບພະຍົບຊາວມຸສລິມ ແລະຄອບຄົວຂອງພວກເຂົາເຈົ້າ ແມ່ນເປັນເລື່ອງທີ່ລະອຽດອ່ອນ ອັນໜຶ່ງ. ເມືອງ Chartres ເປັນຖິ່ນຖານບ້ານເກີດ ຂອງຜູ້ໂຈມຕີກໍ່ການຮ້າຍຄົນໜຶ່ງ ເມື່ອເດືອນພະຈິກ ທີ່ຜ່ານມາ ໃນນະຄອນ ປາຣີ.

ພວກພົນລະເມືອງທີ່ເກົ່າແກ່ ບາງສ່ວນ ກ່າວວ່າ ພວກເຂົາເຈົ້າ ເລືອກເອົາວ່າ ບໍ່ຢາກ ໃຫ້ເລື່ອງນັ້ນ ຫຼື ເຫດການອື່ນໆ ມາປ່ຽນແປງແນວທາງ ທີ່ພວກເຂົາເຈົ້າ ໄປມາຫາສູ່ ຊາວມຸສລິມ ທີ່ຢູ່ບ້ານໃກ້ເຮືອນຄຽງ.

ທ່ານ Patrick Laurens ພົນລະເມືອງ Chartres ກ່າວວ່າ “ຂ້າພະເຈົ້າເອງ ບໍ່ແມ່ນ ຄົນກຽດຊັງຄົນຜິວອື່ນ. ຄົນມຸສລິມ ກໍແມ່ນມຸສລິມ. ຄົນຄິຣສຕຽນ ກໍແມ່ນຄຣິສຕຽນ. ພວກເຮົາ ບໍ່ມີແນວຄິດແບບດຽວກັນ ແຕ່ທຸກໆຄົນ ຄວນນັບຖື ຊຶ່ງກັນແລະກັນ ແລະ ທຸກສິ່ງທຸກຢ່າງ ຈະດີຂຶ້ນ ຢູ່ໃນໂລກ.”

ໃນຂະນະດຽວກັນ ພວກເຮົາໄດ້ພົບເຫັນວ່າ ບໍ່ມີໃຜເລີຍ ທີ່ຈະສະໜັບສະໜູນ ທ່ານ Trump ໃນບັນດາຊາວຝຣັງມຸສລິມ ຢູ່ທີ່ແຫ່ງນີ້ ບໍ່ມີຄວາມຮັກຫອມ ແມ່ນແຕ່ໜ້ອຍດຽວ ສຳລັບຄູ່ແຂ່ງຂອງທ່ານ ເຊັ່ນກັນ. ຫຼາຍຄົນ ຖິ້ມໂທດໃສ່ ທ່ານນາງ Hillary Clinton ສຳລັບ ນະໂຍບາຍ ຕ່າງໆ ຂອງຕາເວັນອອກກາງ ໃນລັດຖະບານປັດຈຸບັນ ຂອງ ສະຫະລັດ ເຊິ່ງອັນນັ້ນ ທ່ານນາງມີສ່ວນກ່ຽວຂ້ອງ ໂດຍການຖົກຖຽງ ເພື່ອເຂົ້າໄປ ແຊກແຊງ ໃນຂົງເຂດດັ່ງກ່າວ ທີ່ໄດ້ຊ່ອຍໃຫ້ເກີດມີ ພວກກໍ່ການຮ້າຍໃໝ່ຂຶ້ນມາ ແຕ່ ກັບຊາວມຸສລິມທຳມະດາ ແລ້ວ ແມ່ນໃນບາງຄັ້ງເຫັນວ່າ ນຳເອົາບັນຫາ ເຂົ້າມາລວມກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG