ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫໍພິພິທະພັນ 11 ກັນຍາ 2001 ຍັງສ້າງບໍ່ທັນແລ້ວ (ວີດີໂອລາວ/ອັງກິດ)


11 ປີ ຫຼັງ​ຈາກ​ການ​ໂຈມ​ຕີ​ສະຫະລັດ​ຂອງ​ພວກ​ກໍ່​ການຮ້າຍ ​ເມື່ອ​ວັນ​ທີ່ 11 ​ເດືອນ​ກັນ​ຍາ ປີ 2001 ທີ່​ໄດ້ເຮັດໃຫ້ຕຶກ​ ແຝດສູນ​ກາງ​ການ​ຄ້າ​ໂລກ​ພັງທະ​ລາຍລົງ​ຢ່າງ​ລາບ​ຄາບນັ້ນ ວຽກ​ງານກໍ່ສ້າງ​ຫໍພິພິທະ​ພັນ​ແຫ່ງ​ນຶ່ງຢູ່​​ບ່ອນ​ເກີດ​ເຫດ​ນັ້ນ ​ໄດ້​ຖືກ​ຢຸດ​ໄວ້​ເປັນ​ເວລາ​ເກືອ​ບນຶ່ງ​ປີມາ​ແລ້ວ ​ເຖິງ​ແມ່ນ​ໄດ້​ມີການ ວາງກໍາໜົດ ​​ໃຫ້​ກໍ່ສ້າງ​ໃຫ້​ສໍາ​ເລັດ ທັນເປີດ​ຕ້ອນຮັບ​ວັນ​ຄົບຮອບ​ສິ​ບ​ເອັດ​ປີ​ ທີ່​ຫາ​ກໍ​ຜ່ານ​ມາ​ໃນ​ວັນ​ອັງຄາ​ນນັ້ນ​ກໍ​ຕາມ ຍ້ອນ​ວ່າ​ເກີດ​ມີ​ຂໍ້​ຂັດ​ແຍ້​ງກັນ​ທາງ ດ້ານ​ການ​ເງິນ ​ແລະ​ອື່ນໆ. ​​ແຕ່​ວ່າ ​ໃນ​ຕອນ​ແລງ​ວັນ​ຈັນ​ທີ່​ຜ່ານ​ມາ​ນີ້ ຜູ້​ວ່າ ການ​ລັດ​ນິວຢອກ ທ່ານ Mario Cuomo ​ແລະ​ເຈົ້າ​ຄອງ​ກໍາ​ແພງ​ນະຄອນ​ນິວຢອກ ທ່ານ Michael Bloomberg ​ໄດ້​ອອກ​ມາ​ປະກາດ​ວ່າ ​ໄດ້​ມີ​ການ​ແກ້​ໄຂ​ບັນຫາ​ໄດ້​ແລ້ວ ​​ແລະ​ກໍຄາດ​ວ່າ ວຽກ​ງານ​ກໍ່ສ້າງ​ຈະ​ດໍາ​ເນີນ​ຕໍ່ ​ໄປ​ພາຍໃນ​ອີກ​ບໍ່​ເທົ່າ​ໃດ​ອາທິດ​ຕໍ່ໜ້າ​ນີ້. ​ແຕ່​ເຖິງ​ຢ່າງ​ໃດ​ ກໍ​ຍັງ​ມີ​ບັນຫາຂັດ​ແຍ້​ງກັນ ອື່ນໆ​ອີກ​ຫລາຍ​ເລື້ອງ​ຢູ່​ເບື້ອງ​ຫລັງ ອັນ​ໂຮມ​ທັງ​ແຜນການ​ທີ່​ຈະ​ເກັບ​ຮັກສາຊາກ​ກະດູກ​ມະນຸດ​ ທີ່​ບໍ່​ສາມາດ​ພິສູດ​ຊື່​ສຽງ ລຽງ​ນາມ​ໄດ້​ນັ້ນ ​ໄວ້​​ໃນ​ຫ້ອງໃຕ້​ດິນຫໍພິພິທະ​ພັນ. Carolyn Weaver ຜູ້​ສື່​ຂ່າວ​ວີ​ໂອ​ເອມີ​ລາຍ​ງານ​ເລຶ່ອງນີ້ ຊຶ່ງ​ທອງ​ປານ ຈະ​ນໍາ​ມາສະ​ເໜີ​ທ່ານ​.

ອະນຸ​ສາ​ວະລີເຫດການ 11 ກັນຍາ ປີ 2001 ​
ແຫ່ງ​ຊາດ​ທີ່​ນີວຢ໊ອກ ​ໄດ້​ເປີດ​ໃຫ້ຄົນ​ເຂົ້າ​ໄປ​ທ່ຽວ​ຊົມ​ເມື່ອ​ປີ
ຜ່ານມາ ​ໂດຍໄດ້ດຶງ​ດູດ​ຜູ້ໄປ​ເບິ່ງ​ໄປ​ຊົມ​ຫຼາຍ​ກວ່າ 4 ລ້ານ​ຄົນ. ​
ແຕ່​ວຽກງານກໍ່ສ້າງພິພິທະພັນຢູ່​ຕິດ​ກັນນັ້ນ ​ໄດ້​ຢຸດ​ລົງ​ເມື່ອ​
ຫລາຍເດືອນ​ຜ່າ​ນມາ ຍ້ອນ​ການ​ຂັດ​ແຍ້​ງກັນດ້ານ​ການ​ເງິນ
ລະຫວ່າງອໍ​ານາດປົກຄອງ Port Authority ຂອງ​ນະຄອນ​ນິວຢອກ ທີ່​ເປັນ​ຜູ້ບໍລິຫານ
​ລະບົບຂົນ​ສົ່ງ​ຂອງ​ເມືອງ ​ແລະ​ເປັນ​ເຈົ້າຂອງ​ຕຶກ​ແຝດສູນ​ກາງ​ການ​ຄ້າ​ໂລກ​ທີ່​ໄດ້​ຖືກທໍາ
ລາຍ​ນັ້ນ ​ແລະ​ມູນ​ນິທິ​ທີ່​ສ້າງ​ພິພິທະ​ພັນ​ດັ່ງ ກ່າວ. Michael ສາມີ​ຂອງ​ນາງ Monica Iken ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີຄັ້ງ​ນັ້ນ.

Monical Iken ເວົ້າວ່າ:“ມັນ​ເປັນ​ໜ້າ​ອັບອາຍ​ທີ່​ໃຫ້​ໂລກມາ​ເຫັນ. ພວກ​ເຂົາ​ເຈົ້າ
ພາກັນມາເບິ່ງ ​ແລະ​ຂ້ອຍ​ເອງກໍ​ໄດ້​ໄປ​ທີ່​ນັ້ນ​ຫຼາຍໆ​ຄັ້ງ ​ແລະ​ມີ​ຄົນ​ຍ່າງ​ມາ​ຖາມ​
ຂ້ອຍ​ວ່າ ຫໍພິພິທະພັນ​ຢູ່​ໃສ ​ເປັນ​ຫຍັງ​ຄື​ບໍ່​ເປີດ​ໃຫ້​ເຂົ້າ​ໄປ​ເບິ່ງ? ​ແລະເຮົາ​ຈະ​
ອະທິບາຍໄດ້​ຢ່າງ​ໃດ? ບອກວ່າ ​ພວກ​ເຮົາ​ຖົກ​ຖຽງ​ກັນ​ເລຶ່ອງ​ເງິນ​ຢູ່​ຊັ້ນ​ບໍ່?”


ສິ່ງວາງສະ​ແດງ​ຕ່າງໆ​ໃນ​ພິພິທະ​ພັນ​ແຫ່ງ​ນີ້ ຈະບອກ​ເລຶ່ອງລາວ​ຂອງການ​ໂຈມ​ຕີ ​ແລະຂອງ​
ຜູ້​ເສຍ​ຊີວິດ​ໄປ. ນອກ​ນີ້​ແລ້ວ​ ກໍ​ຍັງ​ຈະມີ​ສິ່ງ​ວາງ ສະ​ແດງ​ກ່ຽວ​ກັບ​ກຸ່ມ​ອາລ ຄາ​ອີ​ດາ ​ແລະ​ພວກ​ທີ່​ວາງ​ແຜນການ​ໂຈມ​ຕີ​ໃນ​ວັນ​ທີ 11 ກັນຍານັ້ນ ​ເຖິງ​ແມ່ນ​ສະມາຊິກ​ຄອບຄົວ​ຂອງ​ຜູ້ເສຍ​ຊີວິດ
ບາງ​ຄົນ ​ເຊັ່ນ Jim Riches ທີ່​ເສຍ​ລູກ​ຊາຍ​ໄປ ຄິດ​ວ່າຄວນ​ຈະ​ເອົາ​ໄປວາງສະ​ແດງ​ຢູ່ຕູ້ນ້ອຍໆ ທາງ​ນອກພິພິທະ​ພັນ​ຫລາຍ​ກ່ວາ ແລະກ່າວວ່າ.

“ຖ້າ​ຄົນຢາກ​ເຫັນ​ຮູບ​ຂອງ​ພວກ​ເຂົາ ​ໃຫ້​ເຂົາ​ເຈົ້າໄປ​ບ່ອນຕູ້​ສະ​ແດງ ​ແລະ​
ກໍ​ເບິ່ງ​ຮູບ​ຢູ່​ໃນ​ຫັ້ນ. ຂ້າພະ​ເຈົ້າຄິດ​ວ່າ​ ຖ້າ​ເອົາ​ມາສະ​ແດງ​ຢູ່​ທາງ​ໃນ ກໍເທົ່າ
​ກັບເຮົາເຮັດ​ໃຫ້​ເປັນ​ຫໍກຽດຕິຍົດ ​ສໍາຫລັບພວກ​ກໍ່​ການ​ຮ້າຍນັ້ນ​ຫຼາຍ​ກວ່າ.
ຂ້ອຍ​ກໍ​ຄິດແນວ​ນັ້ນ​ແຫລະ.”


​ແຕ່​ວ່າ ​ແມ່ນ​ສິ່ງເກັບ​ກູ້​ມາ​ໄດ້ ທີ່​ຈະ​ບໍ່​ມີ​ວັນເອົາ​ອອກ​ມາ​ສ​ະ​ແດງໃຫ້​ຄົນ​ເບິ່ງ ທີ່​ໄດ້​ສ້າງການ​ຂັດແຍ້​ງຜິດ​ຖຽງກັນ​ຢ່າງ​ໃຫຍ່. ນັ້ນ​ກໍ​ຄື ​ຫ້ອງ​ໃຕ້​ດິນສໍາລັບ​ເກັບ​ຮັກສາຊາກ​ກະ​ດູກ ​ແລະສິ່ງ
ເສດເຫລືອ​ຂອງຮ່າງກາຍ ທີ່​ບໍ່​ສາມາດ​ພິສູດໄດ້​ວ່າ​ເປັນ​ຂອງ​ຜູ້ໃດ​ ​ຈໍາ​ນວນ​ 9,000 ອັນ ທີ່ຈະເກັບ​ມ້ຽນໄວ້ຢູ່ຫ້ອງ​ໃຕ້​ດິນເຈັດ​ຊັ້ນ ​ແລະ​ຜູ້​ໃດ​ລົງ​ໄປ​ເບິ່ງ​ບໍ່ໄດ້ ​ນອກຈາກ​ສະມາ​ຊິກຄອບ
ຄົວ ​ແລະ​ນັກພິສູດຊາກສົບ​ແລະ​ຊາກ​ກະດູກ​ເທົ່າ​ນັ້ນ. ທ່ານ Riches ​ແລະ​ສະມາຊິກ​ຄົນ​ອື່ນໆ ຂອງ​ຜູ້​ຕາຍອີກ 16 ຄອບຄົວ ​ໄດ້​ຍື່ນ​ຟ້ອງ​ສານ​ໃນ​ເລຶ່ອງນີ້ ຄື​ພວກ​ເຂົາ​ເຈົ້າຢາກ​ໃຫ້​ນໍາ​ຊາກ​ກະດູກ ຂຶ້ນມາ​ຝັງຫຼື​ເກັບ​ໄວ້​ເທິງ​ໜ້າດິນ.

ເບິ່ງວີດີໂອ ພາສາລາວ:


ທ່ານ Riches ເວົ້າວ່າ:“ຂ້າພະ​ເຈົ້າບໍ່​ຄິດ​ວ່າ ​ ມີ​ພິພິທະ​ພັນ​ແຫ່ງ​ໃດ ໃນ​ໝົດ​ປະ​ເທດ​ນີ້
ທີ່ເອົາ​ຊາກ​ກະດູກມະນຸດ​ ໄປເກັບ​ໄວ້​ໃນ​ພິພິທະ​ພັນ ​ແລະ​ກ່ອນ​ຈະ​ເຮັດແບບ​ນັ້ນ​ໄດ້
ກໍ​ຕ້ອງ​ໄດ້​ຂໍ​ອະນຸຍາດ​ຈາກ​ສະມາຊິກຄອບຄົວ​ເສຍ​ກ່ອນ
.

​ເຈົ້າຄອງ​ກໍາ​ແພງ​ນະຄອນ​ນີວຢ໊ອກ Michael Bloomberg ​ເປັນ​ປະທານມູນ​ນິທິສ້າງ​ພິພິທະ​ພັນ​ແຫ່ງ​ນີ້ ກ່າວ​ວ່າ ຈໍາ​ເປັນ​ຕ້ອງ​ມີ​ຫ້ອງ​ເກັບ​ຮັກ​ສາຊິ້ນ​ສ່ວນ​ຊາກ​ກະດູກ​ໄວ້​ ສໍາລັບ​ການພິສູດ DNA ທີ່​ອາດ​ເປັນ​ໄປ​ໄດ້​ໃນອະນາຄົດ.

ທ່ານ Bloomberg ເວົ້າວ່າ:“ສິ່ງ​ສໍາຄັນ​ທີ່​ສຸດ​ຢ່າງ​ນຶ່ງ​ຂອງ​ພິພິທະ​ພັນ ​ເວົ້າ​ໃນ​ແງ່​ການ​
ເບິ່ງ​ໄດ້ ​ແລະ ຄວາມ​ເຄົາລົບ​ແລ້ວ ກໍ​ຄື​ບ່ອນ​ທີ່​ພວກ​ເຮົາ​ເກັບ​ຮັກສາ​ຊາກກະດູກ​ຜູ້​
ເສຍ​ຊີວິດ ທີ່​ບໍ່​ໄດ້​ຖືກ​ລະບຸຊື່ນັ້ນ​ໄວ້ ​ແລະ​ມັນ​ກໍ​ບໍ່​ແມ່ນ​ສະຖານ​ທີ່​ນ້ອຍໆແຫ່ງ​ນຶ່ງ
ເທົ່າ​ນັ້ນ ​ແຕ່​ມັນ​ເປັນ​ສະຖານ​ທີ່​ຍັງເກັບ​ຮັກສາ​ສິ່ງ​ທີ່​ນັກກວດ​ຊາກ​ກະດູກ ຄິດວ່າ​
ມັນຈະຈໍາ​ເປັນ​ໃນ​ອະນາ​ຄົດ ​ເວລາ​ເທັກ​ໂນ​ໂລ​ຈີ ກ້າວໜ້າ​ທັນ​ສະ​ໄໝ​ຫຼາຍ​ຂຶ້ນນັ້ນ.”


ອີກ​ບັນຫາ​ນຶ່ງ​ກ່ຽວ​ກັບ​ເລຶ່ອງນີ້ ຄື ກຸ່ມ​ທີ່ບໍ່​ນັບຖື​ສາສະໜາກຸ່ມ​ນຶ່ງ ​ໄດ້​ຍື່ນຟ້ອງ​ສານ ​ເພື່ອ​ບໍ່ໃຫ້
ນໍາ​ສະ​ແດງ​ທ່ອນ​ເຫຼັກ​ທີ່​ມີ​ລັກສະນະຄື​ໄມ້​ກາງ​ເຂນ ທີ່ໄດ້ກາຍມາເປັນ​ສັນຍາ​ລັກ ​ສໍາລັບພວກ​ພະນັກງານ​ກູ້​ໄພ ຢູ່ບ່ອນ​ເກີດ​ເຫດ​ທີ່​ເອີ້ນ​ວ່າ Ground Zero ນັ້ນ ​ແຕ່​ທາງມູນ​ນິທີ​ຕອບ​ວ່າ ມັນ​ຖືກ​ຕັ້ງ​ວາງສະ​ແດງ​ໃນ​ຖານະ​ເປັນ​ສິ່ງ​ປະດິດຫຼາຍ​ກວ່າ ບໍ່​ແມ່ນ​ເພື່ອ​ວັດຖຸທາງສາ​ສະໜາ.
XS
SM
MD
LG