ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກ້ອງໂທລະທັດອະ​ວະ​ກາດ ​ເຈມ​ສ໌ ເວັບ ຂອງອົງການ NASA ສາມາດຖ່າຍພາບດາວທີ່ໃກ້ຈະຈົບຊີວິດລົງ


ແຟ້ມພາບ - ໃນພາບນີ້ ທີ່ໄດ້ສະໜອງໂດຍອົງການ NASA ສະແດງໃຫ້ເຫັນດາວ ຊື່ວ່າ Wolf-Rayet 124, ຢູ່ກາງ, ທີ່ຖ່າຍໄດ້ໂດຍ ກ້ອງໂທລະທັດອະວະກາດ ເຈມສ໌ ເວັບ ໃນເດືອນມິຖຸນາ 2022.
ແຟ້ມພາບ - ໃນພາບນີ້ ທີ່ໄດ້ສະໜອງໂດຍອົງການ NASA ສະແດງໃຫ້ເຫັນດາວ ຊື່ວ່າ Wolf-Rayet 124, ຢູ່ກາງ, ທີ່ຖ່າຍໄດ້ໂດຍ ກ້ອງໂທລະທັດອະວະກາດ ເຈມສ໌ ເວັບ ໃນເດືອນມິຖຸນາ 2022.

ກ້ອງ​ໂທ​ລະ​ທັດ​ອະ​ວະ​ກາດ​ເຈມ​ສ໌ ເວັບ ສາມາດຖ່າຍເອົາດາວທີ່ຫາຍາກ ແລະກຳລັງຢູ່ໃນໄລຍະທີ່ມັນໃກ້ຈະຈົບຊີວິດລົງ. ອົງການອະວະກາດແຫ່ງຊາດ ຫຼື NASA ຂອງ​ສະ​ຫະ​ລັດ ໄດ້ເປີດເຜີຍ ພາບຖ່າຍດັ່ງກ່າວໃນວັນອັງຄານວານນີ້ ຢູ່ທີ່ຫໍປະຊຸມ South by Southwest ໃນນະຄອນອອສຕິນ ລັດເທັກຊັສ. ການຄົ້ນ​ພົບນັ້ນ ເປັນນຶ່ງໃນຫຼາຍຄັ້ງ ແລະເປັນເທື່ອທຳອິດ ທີ່ກ້ອງໂທ​ລະ​ທັດ ແວັບ ໄດ້ພົບເຫັນດາວນີ້ ຫຼັງຈາກທີ່ມັນໄດ້ຖືກສົ່ງຂຶ້ນສູ່ອະວະກາດ ໃນທ້າຍປີ 2021. ຕາຂອງມັນທີ່ໃຊ້ແສງອິນຟຣາເຣດ ໄດ້ສັງເກດເບິ່ງແກັສທັງໝົດ ແລະຝຸ່ນທີ່ຖືກຊັດອອກໄປໃນອະວະກາດໂດຍດາວຮ້ອນຂະໜາດໃຫຍ່ ທີ່ມີໄລະຍະ 15,000 ປີແສງຫ່າງຈາກໂລກ. ການປ່ຽນແປງເຊັ່ນນັ້ນ ເກີດຂຶ້ນນຳດາວບາງສ່ວນເທົ່ານັ້ນ ແລະໂດຍທຳມະດາແລ້ວ ເປັນບາດກ້າວສຸດທ້າຍກ່ອນທີ່ພວກມັນຈະແຕກກະຈາຍອອກໄປ ເປັນຊຸບເປີໂນວາ (supernova). ບັນດານັກດາລາ ສາດກ່າວວ່າ ພວກເຂົາເຈົ້າບໍ່ເຄີຍເຫັນຂັ້ນຕອນນີ້ມາກ່ອນໂດຍທີ່ມີລາຍລະອຽດ ແບບນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG