ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະວະກາດສະຫະລັດ ນຳ​ເອົາ ​ພາບ​ທີ່​ຖ່າຍ​ໂດຍ​ກ້ອງ​ໂທລະທັດອະວະກາດ ທີ່​ມີ​ພະ​ລັງ​ສູງ​ທີ່​ສຸດ ມາ​ເຜີຍ​ແຜ່​ໃຫ້​ ຄົນ​ໄດ້​ເຫັນ

ພາບ​ທີ່​ເບິ່ງ​ໃກ້ໆຂອງ​ເຂດ​ທີ່ເຕັມ​ໄປ​ດ້ວຍ​ດາວ​ທີ່​​ເກີດ​ຂຶ້ນ​ໃໝ່ ທີ່​ເອີ້ນ​ວ່າ NGC 3324 ໃນ Carina Nebula ທີ່ NASA ເອົາ​ໃຫ້​ເບິ່ງ​ໃນ ວັນ​ທີ 12 ກໍ​ລະ​ກົດ, 2022 ຖ່າຍໂດຍ​ກ້ອງ James Webb Space ຊຶ່ງ​ເປັນ​ພາບເຜີຍ​ໃຫ້​ເຫັນບ່ອນ​ທີ່​ດາວ​ເກີດ​ຂຶ້ນ​ມາ ຊຶ່ງ​ເມື່ອ​ກ່ອນ​ເບິ່ງບໍ່​ເຫັນ​ນັ້ນ.

ອົງການ​ອະວະກາດ​ສະຫະລັດ ຫລື NASA ​ໄດ້​ເຜີຍ​ແຜ່​ຮູບ​ພາບທີ່​ເຕັມໄປ​ດ້ວຍ​ສີສັນ​ອັນ​ທຳ​ອິດ​ຈາກ​ກ້ອງ​ໂທ​ລະ​ທັດ​ອະວະກາດເຈມ​ສ໌ ເວັບ (James Webb) ໃນ​ວັນ​ອັງຄານ​ວານ​ນີ້, ນຶ່ງ​ມື້​ຫລັງ​ຈາກ​ໄດ້​ເອົາ​ຮູບ​ດວງ​ດາວ ​ແລະກາ​ແລັກ​ຊີ​ທີ່ເຕັມໄປ​ດ້ວຍສີສັນ ທີ່​ສ່ອງເລິກ​ລົງ​ໄປຫລາຍ​ກວ່າເກົ່າ ໃນ​ຈັກ​ກະ​ວານເທົ່າ​ທີ່​ເຄີຍໄດ້ເຮັດມາ​.

ເບິ່ງ​ພາບ​ໃນ​ນີ້:

ປະທານາທິບໍດີ ສະຫະລັດ, ທ່ານ ໂຈ ໄບເດັນ ກ່າວວ່າ ກ້ອງໂທ​ລະ​ທັດ​ນີ້ໄດ້ນຳ​ເອົາ “ປ່ອງຢ້ຽມໃໝ່ເພື່ອ​ຫລຽວ​ໄປ​ເບິ່ງປະຫວັດສາດຂອງຈັກກະວານ ພວກເຮົາ” ມາ​ສະ​ເໜີ​ໃຫ້​ຮູ້.

ຮູບ​ພາບ​ໃນ​ວັນ​ອັງ​ຄານວານນີ້ ​ໄດ້​ໃຊ້​ເວ​ລາ​ຫຼາຍ​ອາ​ທິດເພື່ອຈະ​ເອົາ​ອອກ​ມາ​ໃຫ້​ເບິ່ງ​ໄດ້ ໂດຍໃຊ້​ຂໍ້​ມູນ​ຈາກກ້ອງໂທລະ​ທັດ. ມັນສະແດງໃຫ້ເຫັນພື້ນທີ່ຂອງຈັກ ກະວານ ທີ່ນັກຄົ້ນຄວ້າຈະສຸມ​ການ​ຄົ້ນ​ຄວ້າ​ທາງວິທະ ຍາສາດໃສ່ ໃນອະນາຄົດ.

ພາບ​ສະ​ໜອງ​ໃຫ້​ໂດຍ NASA ໃນ​ວັນ​ທີ 11 ກ​ໍ​ລະ​ກົດ, 2022 ສະ​ແດງ​ໃຫ້​ເຫັນ​ກຸ່ມ​ແສງ​ກາ​ແລັກ​ຊີ SMACS 0723 ທີ່​ຖ່າຍ​ໂດຍ​ກ້ອງ James Webb Space.
ພາບ​ສະ​ໜອງ​ໃຫ້​ໂດຍ NASA ໃນ​ວັນ​ທີ 11 ກ​ໍ​ລະ​ກົດ, 2022 ສະ​ແດງ​ໃຫ້​ເຫັນ​ກຸ່ມ​ແສງ​ກາ​ແລັກ​ຊີ SMACS 0723 ທີ່​ຖ່າຍ​ໂດຍ​ກ້ອງ James Webb Space.

ກ້ອງ​ໂທ​ລະ​ທັດ​ນີ້ມີມູນຄ່າ 10 ຕື້ໂດລາ, ຊຶ່ງ​ເປັນ​ກ້ອງ​ສ່ອງທີ່ໃຫຍ່ທີ່ສຸດ ແລະ ມີພະ​ລັງທີ່ສຸດທີ່ເຄີຍສົ່ງຂຶ້ນສູ່ອະວະກາດ, ທີ່​ສ່ອງ​ເຂົ້າໄປ​ຈັກ​ກະ​ວານ ໄດ້ໄກ ກວ່າຄັ້ງໃດ​ໝົດທີ່​ມີ​ມາ​ໃນ​ເມື່ອ​ກ່ອນ.

ພວກນັກວິທະຍາສາດພັນລະນາການກ້ອງໂທ​ລະ​ທັດນີ້ວ່າ ຫ​ຍໍ້ເວ​ລາຄືນ ຫລັງ​ໄດ້. ນັ້ນ​ກໍເປັນຍ້ອນວ່າ ມັນສາມາດເຫັນກາແລັກຊີທີ່ຢູ່ໄກໆ ຈົນເຖິງວ່າ​ຕ້ອງໃຊ້ເວລາຫຼາຍຕື້ປີ ເພື່ອໃຫ້ແສງຈາກກາແລັກຊີເຫຼົ່ານັ້ນໄປ​ເຖິງກ້ອງໂທ​ລະ​ທັດໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG