ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ທ້າຍ​ປີ: ​ມະ​ນຸດໄດ້​ກ້າວ ​ກະ​ໂດດ​ຂັ້ນ ໃນ​ການ​ຂຶ້ນໄປ ​ດວງ​ດາວ​ຕ່າງ​ໆ ໃນ 2018


ໃນ​ວັນ​ທີ 7 ທັນ​ວາ 2018 ອົງ​ການ NASA ສ​ະແດງ​ໃຫ້​ເຫັນ​ວ່າ ແຂນ​ທີ່​ມີ​ກ້ອງ​ຖ່າຍ​ຮູບ​ເດ່​ອອກ​ມາຈາກ​ຍານ InSight ທີ່​ລົງ​ຈອດ ເທິງ​ດາວ​ອັງ​ຄານ. ຍານ​ອະ​ວະ​ກາດ​ລຳ​ນີ້ ໄດ້​ໄປ​ເຖິງດາວ​ພະ​ເຄາະ​ດັ່ງ​ກ່າວ ໃນ​ວັນ​ທີ 26 ພະ​ຈິກ, 2018.
ໃນ​ວັນ​ທີ 7 ທັນ​ວາ 2018 ອົງ​ການ NASA ສ​ະແດງ​ໃຫ້​ເຫັນ​ວ່າ ແຂນ​ທີ່​ມີ​ກ້ອງ​ຖ່າຍ​ຮູບ​ເດ່​ອອກ​ມາຈາກ​ຍານ InSight ທີ່​ລົງ​ຈອດ ເທິງ​ດາວ​ອັງ​ຄານ. ຍານ​ອະ​ວະ​ກາດ​ລຳ​ນີ້ ໄດ້​ໄປ​ເຖິງດາວ​ພະ​ເຄາະ​ດັ່ງ​ກ່າວ ໃນ​ວັນ​ທີ 26 ພະ​ຈິກ, 2018.

ປີ 2018 ແມ່ນ​ເປັນ​ປີ​ທີ່​ມີ​ວຽກຫລາຍ ໃນ​ດ້ານການ​ເດີນ​ທາງ ແລະ​ສໍ​າ​ຫລວດຢູ່​ເທິງອະ
​ວະ​ກາດ. ອົງ​ການ​ນາ​ຊາ (NASA) ໄດ້​ເອົາ​ເຮືອ​ບິນ​ຄົ້ນ​ຄວ້າໄປ​ລົງຢູ່ເທິງ​ດາວ​ອັງ​ຄານ
ແລະ​ຈີນກໍ​ໄດ້​ເລີ້ມ​ຂຶ້ນ​ໄປ​ຍັງ​ຟາກ​ທີ່​ມືດ​ຂອງດວງ​ຈັນ. ​ສະ​ຖາ​ນີ​ຍານ​ອະ​ວະ​ກາດ​ສາ​ກົນ
ຫລື ISS ໄດ້​ສະ​ຫລອງວັນ​ສ້າງ​ຕັ້ງ​ສະ​ຖາ​ນີ ​ຄົບ​ຮອບ 20 ປີ, ບໍ​ລິ​ສັດ ​ສ​ເພດ​ເອັກ​ສ໌
(SpaceX) ໄດ້​ທຳ​ລາຍ​ສະ​ຖິ​ຕິ​ຂອງ​ຕົນ​ ໃນ​ການ​ຂຶ້ນ​ໄປ​ຍັງ​ອະ​ວະ​ກາດ, ແລະພວກ​
ນັກວິ​ທະ​ຍາ​ສາດກໍ​ຍັງ​ກະ​ທັ້ງຄົ້ນ​ພົບເຫັນນ້ຳຢູ່​ໃນດາວນົບພະ​ເຄາະ​ນ້ອຍໆ ທີ່​ຢູ່ໄກໆ.
ນັກ​ຂ່າວ​ວີ​ໂອ​ເອ, Arash Arabasadi, ຈະ​ພາ​ພວກ​ເຮົາ​ເຫາະໄປທົ່ວຈັກ​ກະ​ວານ
ເພື່ອ​ເບິ່ງ​ຄືນວ່າ ໃນປີ​ນຶ່ງ​ຜ່ານ​ມາ​ ຢູ່ເທິງ​ອະ​ວະ​ກາດນັ້ນ ມີ​ຫຍັງ​ເກີດ​ຂຶ້ນ, ຊຶ່ງ​ບົວ​ສະ
​ຫວັນ​ຈະມີ​ລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ມະ​ນຸດ​ໄດ້​ມີ​ຄວາມ​ກ້າວກະ​ໂດດຢ່າງ​ໃຫຍ່ອີກຂັ້ນ​ນຶ່ງ ​ໄປ​ຍັງ​ດວງ​ດາວ​ຕ່າງ​ໆໃນ​ປີ
2018 ນີ້. ມັນ​ເປັນ​ປີ​ແຫ່ງ​ການ​ທຳ​ສະ​ຖິ​ຕິ​ ໃນ​ການ​ບິນ​ຂຶ້ນ​ໄປອະ​ວະ​ກາດ​ຂອງບໍ​ລິ
​ສັດ​ສ​ເປສ​ເອັກ​ສ໌ (SpaceX), ຊຶ່ງ​ເປັນ​ຜູ້​ຜະ​ລິດ​ຍານ​ອະ​ວະ​ກາດແລະທຳການ​ບິນ
​ໄປ​ຍັງ​ອະ​ວະ​ກ​າດ​ຂອງ​ເອ​ກະ​ຊົນທີ່​ສ້າງ​ຕັ້ງ​ຂຶ້ນ ໂດຍທ່ານອີ​ລອນມັ​ສ​ຄ໌
(Elon Musk) ເຈົ້າ​ພໍ່​ເສດ​ຖີທາງດ້ານການພິ​ສູດ​ຕົວ​ຈິງທີ່​ມີ​ຄວາມ​ຍິນຍອມ​ໃຫ້ສູນ
​ເສຍ​ກະ​ແສ​ຂໍ້​ມູນ​ທີ່​ໃຊ້​ເວ​ລາ​ຢ່າງ​ມີ​ປະ​ສິດທິ​ພາບຫລື Tesla.

ການ​ບິນ​ໄປຂອງຈະ​ຫລວດ​ຟາ​ລ​ຄອນ (Falcon) 9 ແມ່ນ​ນຳ​ເອົາວັດ​ສະ​ດຸໄປ​
ສະ​ໜອງ​ໃຫ້​ແກ່ສະ​ຖາ​ນີ​ຍານ​ອະ​ວະ​ກາດ​ສາ​ກົນ. ມັນ​ເປັນ​ພຽງ​ແຕ່ນຶ່ງໃນ​ການ​ບິນ​
ຂຶ້ນ​ໄປທີ່ນັ້ນ 19 ຄັ້ງ ທີ່​ຍັງ​ອີກ​ສາມ​ຄັ້ງທີ່​ມີ​ແຜນວ່າ​ຈະ​ບິນໄປ​ອີກ​ໃນ​ທ້າຍ​ປີນີ້.

ບໍ​ລິ​ສັດ​ສ​ເປສ​ເອັກ​ສ໌ (SpaceX) ຍັງ​ໄດ້​ສົ່ງຈະ​ຫລວ​ດ​ລຳ​ດຽວ​ກັນນີ້ສາມ​ຄັ້ງຊຶ່ງ​ເປັນ
​ຄັ້ງທຳອິດອີກຢ່າງ​ນຶ່ງຢູ່​ໃນ​ແຜນການທີ່​ກຳ​ລັງດຳ​ເນີນ​ໄປ​ຢູ່ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ
ເພື່ອ​ເຮັດ​ໃຫ້​ການເດີນ​ທາງ​ໄປ​ຍັງ​ອະ​ວະ​ກາດ​ມີ​ລາ​ຄາ​ຖືກ​ລົງກວ່າ​ເກົ່າ….

​ແຕ່​ວ່າການ​ຂີ່​ເຮືອ​ບິນ​ໄປ​ຍັງ​ອະ​ວະ​ກາດ​ບໍ່​ແມ່ນມີ​ລາ​ຄາ​ຖືກເລີຍ.... ຊຶ່ງຄາດວ່າ
ລາ​ຄາຈະແມ່ນ: 200,000 ໂດ​ລາ​ຕໍ່​ຖ້ຽວ-- ຖ້​າວ່າ ແລະເມື່ອ​ໃດ​ການ​ເດີນ​ທາງ​ໄປ
​ຍັງ​ອະ​ວະ​ກາດ​ຫາກ​ກາຍ​ເປັນ​ຄວາມ​ຈິງ.

ໃນ​ປີ 2018 ສະ​ຖາ​ນີ​ຍານ​ອະ​ວະ​ກາດ​ສາ​ກົນ ຫລື ISS ໄດ້​ສະ​ຫລອງວັນ​ສ້າງ​ຕັ້ງ
​ສະ​ຖາ​ນີ​ຄົບ​ຮອບ 20 ປີ. ມັນ​ຍັງ​ເປັນ​ກຸ່ມ​ທຳ​ການ​ຄົ້ນ​ຄວ້າ​ອີກ​ກຸ່ມ​ນຶ່ງຊຶ່ງ​ລວມ​ມີ
ສະ​ຫະ​ລັດ, ກາ​ນາ​ດາ, ຍີ່​ປຸ່ນ, ຣັ​ດເຊຍ, ແລະ​ອົງ​ການ​ອະ​ວະ​ກາດ​ຂອງ​ຢູ​ໂຣບທີ່​ມີ​
ປະ​ເທດສະ​ມາ​ຊິກຢູ່ 12 ປະ​ເທດ.

ຈີນ​ຍັງ​ໄດ້​ຈັບ​ຕາ​ມອງເບິ່ງ​ຂົງ​ເຂດທ້ອງ​ຟ້າ… ວີ​ໂອ​ເອບໍ່​ສາ​ມາດ​ທີ່​ຈະ​ພິ​ສູດແບບ​ມີ
​ອິ​ສະ​ຫລະໄດ້​ວ່າ ເນື້ອ​ໃນ​ທີ່​ສາຍ​ອອກ​ທາງ​ໂທ​ລະ​ພ​າບ​ຊີ​ຊີ​ທີວີ (CCTV) ຊຶ່ງ​ເປັນ
​ໂທ​ລະ​ພາບ​ຂອງ​ຈີນນັ້ນ ແມ່ນ​ມີແທ້​ຫລືບໍ່ ແຕ່​ວ່າ ​ພາບນັ້ນ​ກໍ​ສະ​ແດງ​ໃຫ້​ເຫັນວ່າ ມີ
ການ​ຍິງ​ຈະ​ຫລວດ​ຂອງ​ຈີນທີ່ຄິດ​ວ່າຄົງ​ໄປ​ທຳ​ການ​ສຳ​ຫລວດ​ເດືອນ​ດາວຢູ່​ຟາກ​ທີ່​
ມືດ​ຂອງດວງ​ຈັນ ໃນ​ຕອນ​ໃດ​ນຶ່ງ​ຂອງເດືອນ​ມັງ​ກອນ​ທີ່​ຜ່ານ​ມາ.

ຢູ່​ໃນ​ຍານ​ອະ​ວະ​ກາດ​ເປັນ​ຊຸດ ​ທີ່​ໄດ້​ລົງ​ໄປ​ດວງ​ຈັນ​ນັ້ນ ລວມ​ມີຍານ​ສຳ​ຫລວດແລະ​ກ້ອງ
​ຖ່າຍ​ຮູບ ແລະ​ມັນ​ກຳ​ລັງ​ນຳ​ເອົາ​ມັນ​ຝ​ຣັ່ງ ແລະແກ່ນ​ຜັກ​ກາດພ້ອ​ມດ້ວຍ​ໄຂ່​ດັກແດ້ໄປ​ນຳ
ເພື່ອຢາກ​ຮູ້ວ່າມັນ​ຈະ​ເຕີບ​ໂຕ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ດຶງ​ດູດ​ຕ່ຳ​ໃນດວງ​ຈັນ
​ນັ້ນໄດ້​ຫລືບໍ່.

ພາບ​ຖ່າຍ​ຂອງອົງ​ການ NASA ສະ​ແດງ​ໃຫ້​ເຫັນ​ວ່າ ຍານ ໂອ​ຊີຣິ​ສ ​ເຣັກ​ສ໌ (Osiris Rex), ຊຶ່ງ​ເປັນ​ຍານ​ສຳ​ຫລວດ​ເນື້ອ​ທີ່​ເລິກໆ ​ໃນ​ອະ​ວະ​ກາດ ​ບິນ​ໄປ​ໃກ້ດາວ​ເບັນ​ນູ (Bennu) ຊຶ່ງ​ເປັນ​ດາວ​ນົບ​ພະ​ເຄາະ​ຫີນ ທີ່​ຢູ່​ໃນ​ລະ​ບົບ​ສຸ​ລິ​ຍະ​ຈັກ​ກະ​ວານ ທີ່​ມີ​ຮ່ອງ​ຮອຍວ່າ​ມີ​ສິ່ງ​ທີ່​ມີ​ຊີ​ວິດ​ອາ​ໄສ​ຢູ່
ພາບ​ຖ່າຍ​ຂອງອົງ​ການ NASA ສະ​ແດງ​ໃຫ້​ເຫັນ​ວ່າ ຍານ ໂອ​ຊີຣິ​ສ ​ເຣັກ​ສ໌ (Osiris Rex), ຊຶ່ງ​ເປັນ​ຍານ​ສຳ​ຫລວດ​ເນື້ອ​ທີ່​ເລິກໆ ​ໃນ​ອະ​ວະ​ກາດ ​ບິນ​ໄປ​ໃກ້ດາວ​ເບັນ​ນູ (Bennu) ຊຶ່ງ​ເປັນ​ດາວ​ນົບ​ພະ​ເຄາະ​ຫີນ ທີ່​ຢູ່​ໃນ​ລະ​ບົບ​ສຸ​ລິ​ຍະ​ຈັກ​ກະ​ວານ ທີ່​ມີ​ຮ່ອງ​ຮອຍວ່າ​ມີ​ສິ່ງ​ທີ່​ມີ​ຊີ​ວິດ​ອາ​ໄສ​ຢູ່

ນອກ​ນັ້ນ​ແລ້ວ ຢູ່​ໃນ​ປີ 2018 ນີ້, ຍານ ໂອ​ຊີຣິ​ສ ​ເຣັກ​ສ໌ (Osiris Rex), ຊຶ່ງ​ເປັນ​ຍານ​ສຳ
​ຫລວດ​ເນື້ອ​ທີ່​ເລິກໆ ​ໃນ​ອະ​ວະ​ກາດຂອງອົງການນາ​ຊາ (NASA) ກໍໄດ້​ບິນ​ໄປ​ໃນໄລ​ຍະ
20 ກິ​ໂລ​ແມັດ ຫ່າງ​ຈາກດາວ​ເບັນ​ນູ (Bennu), ຊຶ່ງ​ເປັນ​ດາວນົບ​ພະ​ເຄາະທີ່​ມີ​ຂະ​ໜາດ
​ເທົ່າ​ກັບ​ຕຶກ​ສູງໆ. ມັນ​ໃຊ້​ເວ​ລາ​ສອງ​ປີ ຈຶ່ງ​ໄປ​ເຖິງ​ທີ່ ນັ້ນໄດ້ ແລະ​ພວກ​ນັກ​ວິ​ທະ​ຍາ​ສາດ​
ພາ​ກັນ​ປະ​ຫລາດ​ໃຈ ​ທີ່​ໄດ້​ຄົ້ນພົບຮອຍນິ້ວ​ມື​ທາງ​ເຄ​ມີສາດ​ຂອງ​ນ້ຳທີ່​ແຫລວ. ພວກ​ເຂົາ
​ເຈົ້າ​ຍັງສຶກ​ສາ​ເບິ່ງໂອ​ກາດ ທີ່ດາວນົບ​ພະ​ເຄາະເບນນູ (Bennu) ຈະ​ຕຳ​ກັບ​ໜ່ວຍ​ໂລກນັ້ນ ວ່າອາດ​ເປັນ​ໄປ​ໄດ້​ຫລາຍ​ປານ​ໃດ ໃນ​ເວ​ລາ​ປະ​ມານ 150 ປີ​ຕໍ່​ໜ້ານີ້. ນັ້ນ​ຄື​ດາວນົບ​ພະ​ເຄາະ​ໜ່ວຍ​ທີ​ສອງ ​ທີ່​ຢູ່​ໃນ​ບັນ​ຊີ​ວັດ​ຖຸ​ຢູ່ໃນ​ອະ​ວະ​ກາດ ທີ່​ມີ​ຄວາມ​ສາ​ມາດ​ຈະຕຳ​ໜ່ວຍ​ໂລກ​ຂອງ​ພວກ​ເຮົາ​ໄດ້.

ໃນ​ປີນີ້ ຍານວອຍ​ຢາ​ເຈີ (Voyager) 2 ໄດ້​ເຄື່ອນ​ເຂົ້າ​ໄປ​ໃນຊ່ອງ​ຫວ່າງ ຂອງອະ​ວະ​ກາດ ຊຶ່ງ​ໝາຍ​ຄວາມ​ວ່າ ດຽວນີ້​ ມັນ​ໂຄ​ຈອນ​ຢູ່ນອກວົງວຽນ ຢູ່ຕະ

ຫລອດເວ​ລາ​ຂອງວັດ​ຖຸ​ ແລະສະ​ໜາມດຶງ​ດູດຂອງດວງ​ຕາ​ເວັນ. ການ​ສຳ​ຫລວດ​ດັ່ງ​ກ່າວ ​ປັດ​ຈຸບັນນີ້ ແມ່ນ​ປະ​ຕິ​ບັດ​ຢູ່​ໃນ​ໄລ​ຍະ 18 ຕື້​ກິ​ໂລ​ແມັດ​ຫ່າງ​ຈາກ​ໜ່ວຍ​ໂລກ ແລະ​ມັນ​ໃຊ້​ເວ​ລາ​ປະ​ມານ 16 ຊົ່ວ​ໂມງ​ເຄິ່ງ​ ເພື່ອ​ຈະ​ສົ່ງ​ຂໍ້​ມູນກັບ​ຄືນ​ມາ​ຫາບ້ານ. ພວກ​ນັກ​ຄົ້ນ​ຄວ້າ​ເວົ້າວ່າ ຕົນຫວັງ​ວ່າ ຍານ​ດັ່ງ​ກ່າວຈະ​ສືບ​ຕໍ່ສົ່ງ​ຂໍ້​ມູນ​ຈາກ​ອະ​ວະ​ກາດ​ທີ່​ເລິກ ມາ​ໃຫ້ ຢູ່​ໃນ​ເວ​ລາ​ອີກ 9 ປີ.

ແລະ​ໃນ​ປີ 2018 ນີ້, ທ່ານ​ອາດ​ຈະ​ໄດ້​ເຫັນ​ວີ​ດິ​ໂອສາກນີ້​ ທີ່ສະ​ແດງ​ໃຫ້​ເຫັນ​ພາບ​ການ​ເຕັ້ນ​ລຳ​ສະ​ຫລອງ​ໄຊ​ຊະ​ນະ​ທີ່​ຄັກ​ທີ່​ສຸດ​ຂອງ​ພວກ​ນັກ​ວິ​ທະ​ຍາ​ສາດ​ໃນ​ອົງ​ການ NASA ພາຍ​ຫລັງ​ທີ່​ຍານອິ​ນ​ໄຊ​ທ໌ (InSight) ທີ່​ໄປ​ຍັງ​ດາວ​ອັງ​ຄານ ໄດ້​ລົງ​ສຳ​ພັດ​ກັບ​ພື້ນ​ທີ່​ຂອງ​ດາວນົບ​ພ​ະ​ເຄາະ​ສີ​ແດງ​ໜ່ວຍນັ້ນ​ຢ່າງ​ປອດ​ໄພ. ການ​ປະ​ຕິ​ບັດ​ງານ​ເປັນ​ເວ​ລາ​ສອງ​ປີ​ຂອງ​ຍານອິ​ນ​ໄຊ​ທ໌ (InSight) ແມ່ນ​ເພື່ອ​ສຳ​ຫລວດ​ເຂົ້າ​ໄປເລິກໆ ຢູ່​ພາຍ​ໃນ​ດາວ​ພະ​ເຄາະ​ ທີ່​ເປັນ​ຄະ​ນາ​ຍາດ​ຂອງ​ໜ່ວຍ​ໂລກ ທີ່ຢູ່​ໃນ​ລະ​ບົບ​ສຸ​ລິ​ຍະຈັກກະວານ. ພາຍ​ຫລັງ​ທີ່​ເດີນ​ທາງ​ໄປ​ໄດ້ 6 ເດືອນ ແລະ​ເປັນ​ໄລຍະໄກ​ເກືອບ​ຮອດ 550 ລ້ານ​ກິ​ໂລ​ແມັດ, ໂດຍ​ທີ່​ທຳ​ການ​ລົງ​ຈອດບໍ່​ພໍ​ເທົ່າ​ໃດ​ນາ​ທີ ແລ້ວຜູ້​ຄວບ​ຄຸ​ມ​ຍານ​ດັ່ງ​ກ່າວ ກໍໄດ້​ຮັບ​ຮູບ​ພາບ​ທີ່​ມົວໆ ຈາກ​ພື້ນ​ທີ່​ຂອງ​ດາວອັງ​ຄານ.

ໃນ​ຂະ​ນະ​ທີ່​ໜ່ວຍ​ໂລກ​ຂອງ​ພວກ​ເຮົາກຳ​ລັງ​ໂຄ​ຈອນ​ເຂົ້າໄປ​ສູ່​ປີ 2019 ນີ້, ພວກ​ເຮົາ​ທີ່​ຢູ່​ທາງລຸ່ມ​ພີ້ ຈຶ່ງຂໍອວຍ​ພອນໃຫ້​ທຸກ​ທ່ານຈົ່ງ​ມີ​ແຕ່​ຄວາມ​ສຸກຕະ​ຫລອດ​ປີ​ໃໝ່​ນີ້ເຖີ້ນ.…

2018 was a busy year for space travel and exploration. NASA landed a research craft on Mars and China launched for the dark side of the moon. The International Space Station ((ISS)) celebrated its 20th birthday, SpaceX broke its own record for number of launches, and scientists even found water on a distant asteroid. Arash Arabasadi hurls us through the cosmos for VOA's look back at the year in space.]]

Mankind took another giant leap to the stars in 2018. It was a year of record-setting launches by SpaceX, the private aerospace manufacturer and space flight company founded by billionaire Tesla mogul, Elon Musk.
The Falcon 9 mission carrying supplies to the International Space Station was just one of the company's 19 launches with another three scheduled by year's end.

SpaceX also launched the same rocket three times another first in its ongoing plan to make space travel more affordable. .. though a ride in space won't come cheap... the expected price tag: 200-thousand dollars per flight -- if and when it becomes reality.

2018 marked the 20th anniversary of the International Space Station. It remains a research consortium including the United States, Canada, Japan, Russia, and the 12-member European Space Agency.

China also has its eye on the sky... VOA cannot independently verify this content from CCTV, Chinese television, but it's said to show the launch of a Chinese rocket that's supposed to land a lunar probe on the dark side of the moon sometime in January.

The landing kit includes a rover and cameras, and it's carrying potato and mustard ((Arabidopsis)) seeds as well as silkworm eggs to see if they grow in a low-gravity lunar environment.

Also in 2018, NASA's deep space explorer, Osiris Rex, flew within about 20 kilometers of Bennu, an asteroid the size of a skyscraper. It took two years to get there, and scientists were surprised to discover the chemical fingerprints of liquid water. They're also studying the likelihood that Bennu will collide with Earth in about 150 years. That's second on NASA's list of space objects capable of hitting our planet.

This year, Voyager 2 entered interstellar space, meaning it is now outside of the sun's constant flow of material and magnetic field. The probe is currently 18 billion kilometers from Earth, and it takes about 16 and a half hours for its data to travel back home. Researchers say they hope it will continue to send data from deep space for another nine years.

And in 2018, you may have seen this video of NASA's coolest scientists' victory dance after the agency's Mars lander, InSight, safely touched down on the surface of the Red Planet. InSight's two-year mission is to explore the deep interior of Earth's closest sibling in the solar system. After six months and nearly 550 million kilometers, within minutes of landing, controllers received a fuzzy photo from the Martian surface.

As our planet hurtles into 2019, a Happy New Year from all of us down here…...to all of you out there.

XS
SM
MD
LG