ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການນາຊາ ໄດ້ສ້າງປະຫວັດສາດ ໃນດ້ານ ອະວະກາດ ດ້ວຍການບິນຜ່ານ ​ຈຸດ​ສຳ​ຫຼວດ ທີ່ໄກແສນໄກ

ທີມງານ ຂອງຍານສຳຫຼວດ ອະວະກາດ ຊື່ວ່າ ນິວ ໂຮຣາຍສັນສ໌ (New Horizons) ແມ່ນສາມາດເຫັນໄດ້ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ກ່ຽວກັບ ການບິນຜ່ານ ວັດຖຸສິ່ງນຶ່ງ ທີ່ເອີ້ນວ່າ Ultima Thule, ວັນທີ 31 ທັນວາ 2018, ຢູ່ທີ່ ຫ້ອງທົດລອງ ການຄົ້ນຄວ້າດ້ານວິສະວະກຳ ຂອງມະຫາວິທະຍາໄລ ຈອນສ໌ ຮອັບກິນສ໌.

ພຽງ 33 ນາທີເທົ່ານັ້ນ ຫຼັງຈາກ ຍ່າງ​ເຂົ້າ​ສູ່ປີໃໝ່ ​ປີ 2019 ຍານສຳຫຼວດອະວະກາດ ນິວ
ໂຮຣາຍສັນສ໌ ຂອງອົງການການບິນແລະອະວະກາດແຫ່ງຊາດ ຫຼືເອີ້ນຫຍໍ້ວ່າ NASA ກໍ
ໄດ້ສ້າງ​ປະ​ຫວັດ​ສາດ​ ໃນ​ການ​ສຳ​ຫຼວດ ອະວະກາດ ດ້ວຍການບິນຜ່ານເຂົ້າໄປໃນເຂດ​
ທີ່ໄກແສນໄກ ທີ່ບໍ່ເຄີຍຖືກສຳ​ຫຼວດມາກ່ອນ.

ຫ້ອງທົດລອງການຄົ້ນຄວ້າດ້ານວິສະວະກຳ ຫຼື Applied Physics ຂອງມະຫາວິທະ-
ຍາໄລ ຈອນສ໌ ຮອັບກິນສ໌ ຊຶ່ງໄດ້ສ້າງ ແລະດຳເນີນການຄວບຄຸມ ຍານອະວະກາດດັ່ງ
ກ່າວ ໄດ້ກ່າວໃນວັນອັງຄານມື້ນີ້ ວ່າ ຕົນໄດ້ “ບິນຜ່ານໄປຢ່າງ ວ່ອງໄວ” ວັດຖຸສິ່ງນຶ່ງ
ທີ່ຮູ້ຈັກກັນໃນ​ຊື່ 2014 MU69 ຫຼື ອອລຕີມາ ທູລີ (Ultima Thule).

ພາບຈຳລອງ ທີ່ສະແດງໃຫ້ເຫັນ ຍານອະວະກາດ ນຶວ ໂຮຣາຍສັນສ໌ ສະໜອງໂດຍ ອົງການນາຊາ (NASA). ອົງການນາຊາ ໄດ້ເລີ້ມຕົ້ນການສຳຫຼວດໃນປີ 2006; ມັນມີຂະໜາດເທົ່າກັບ ເຄື່ອງຫຼິ້ນ ປີແອນໂນໃຫຍ່.
ພາບຈຳລອງ ທີ່ສະແດງໃຫ້ເຫັນ ຍານອະວະກາດ ນຶວ ໂຮຣາຍສັນສ໌ ສະໜອງໂດຍ ອົງການນາຊາ (NASA). ອົງການນາຊາ ໄດ້ເລີ້ມຕົ້ນການສຳຫຼວດໃນປີ 2006; ມັນມີຂະໜາດເທົ່າກັບ ເຄື່ອງຫຼິ້ນ ປີແອນໂນໃຫຍ່.

ຍານອະວະກາດ ນິວ ໂຮຣາຍສັນສ໌ ຊຶ່ງມີຂະໜາດຊ່ຳກັບ ເຄື່ອງຫລິ້ນປີແອນ ໂນໃຫຍ່
ແລະ ເປັນສ່ວນນຶ່ງຂອງພາລະກິດ ທີ່ມີມູນຄ່າ 800 ລ້ານໂດລາ ທີ່ໄດ້ລິເລີ້ມຂຶ້ນ ໃນປີ
2006 ນັ້ນ ແມ່ນມີກຳນົດຈະເກັບກຳຂໍ້ມູນເປັນເວລາ 4 ຊົ່ວໂມງ ຫຼັງຈາກທີ່ໄດ້ບິນຜ່ານ
ໄປແລ້ວ.

ອົງການນາຊາ ຈະຈັດກອງປະຊຸມແຈ້ງໃຫ້ຊາບ ໃນຕອນເຊົ້າ​ມື້ນີ້ ເພື່ອໃຫ້ລາຍລະອຽດ
ໃໝ່ໆ ກ່ຽວກັບຄວາມສຳເລັດ ຂອງພາລະກິດດັ່ງກ່າວ.

ໃນປີ 2015 ຍານອະວະກາດ ນິວ ໂຮຣາຍສັນສ໌ ໄດ້ບິນຜ່ານດາວພລູໂຕ ໃນເວລານັ້ນ
ເປັນດາວທີ່ຢູ່ໄກທີ່ສຸດ ທີ່ຍານສຳຫຼວດຈາກໂລກ ໄດ້ໄປຢ້ຽມຢາມ. ການບິນຜ່ານໃນວັນ
ອັງຄານມື້ນີ້ ​ມີຂຶ້ນ 1 ພັນ 6 ຮ້ອຍລ້ານກິໂລແມັດ ກາຍດາວພລູໂຕ ອອກ​ໄປ, ​ຫຼືປະມານ
ໄລຍະ 6 ພັນ 5 ຮ້ອຍລ້ານກິໂລແມັດ ຈາກໂລກ.

“ມື້ນີ້ ເປັນວັນທີ່ພວກເຮົາຄົ້ນຄວ້າ ຫາໂລກຕ່າງໆ ທີ່ຢູ່ຫ່າງໄກກວ່າເກົ່າ ທີ່ບໍ່ເຄີຍມີ
ໃນປະຫວັດສາດ!! ບໍ່ເຄີຍເລີຍ”
ນັ້ນແມ່ນຂໍ້ຄວາມ ທີ່ໄດ້ຂຽນລົງທວີດເຕີໂດຍ ທ່ານ
ອາແລນ ສເຕີຣນ໌ ນັກວິທະຍາສາດທີ່ນຳພາ ໂຄງການ ຈາກສະຖາບັນຄົ້ນຄວ້າ ຕາເວັນ
ຕົກສຽງໃຕ້.

ທ່ານ ສເຕີຣນ໌ ໄດ້ເອີ້ນມັນວ່າ ການເລີ້ມຕົ້ນ ປີ 2019 ທີ່ເປັນມົງຄົນ ຊຶ່ງຈະເປັນຂີດໝາຍ
ຂອງການກ້າວຢຽບດວງເດືອນ ໃນເດືອນກໍລະກົດ ປີ 1969 ຂອງທ່ານ ນິລ ອາມສຕຣອງ
ແລະ ທ່ານ ບັດຊ໌ ອອລດຣິນ ຄົບຮອບ 50 ປີ.

ອອລຕີມາ ທູລີ (Ultima Thule) ໄດ້ຖືກຄົ້ນພົບ ໃນເດືອນມິຖຸນາ ປີ 2014 ໂດຍກ້ອງ
ສ່ອງດາວ ຍານອະວະກາດ ຮັບໂບລ ຂອງອົງການນາຊາ ຊຶ່ງໄດ້ ພະຍາຍາມທີ່ຈະຊອກ
ຫາເປົ້າໝາຍໃໝ່ຕ່າງໆ ໃຫ້ແກ່ຍານອະວະກາດ ນິວ ໂຮຣາຍສັນສ໌ ຢູ່ໃນເສັ້ນສາຍ ຄິວເປີ
ອັນເປັນຂົງເຂດທີ 3 ຂອງລະບົບສຸລິຍະຈັກກະວານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG