ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ NASA ສົ່ງຍານສຳຫຼວດ ເຂົ້າໃກ້ ດວງຕາເວັນ


ຈະຫຼວດແດລຕ້າ 4 (Delta IV) ທີ່ຂົນສົ່ງຍານສຳຫຼວດ ດວງຕາເວັນ ພາກເກີ, ທະຍານຂຶ້ນຈາກຖານປ່ອຍທີ 37 ຢູ່ສູນອະວະກາດ ເຄັນເນດີ. ເຄບ ຄານາເວຣອລ, ລັດ ຟລໍຣິດາ. 12 ສິງຫາ, 2018.
ຈະຫຼວດແດລຕ້າ 4 (Delta IV) ທີ່ຂົນສົ່ງຍານສຳຫຼວດ ດວງຕາເວັນ ພາກເກີ, ທະຍານຂຶ້ນຈາກຖານປ່ອຍທີ 37 ຢູ່ສູນອະວະກາດ ເຄັນເນດີ. ເຄບ ຄານາເວຣອລ, ລັດ ຟລໍຣິດາ. 12 ສິງຫາ, 2018.

ພາລະກິດຄັ້ງປະຫວັດສາດຂອງອົງການ ນາຊາ (NASA) ທີ່ຈະເດີນທາງເຂົ້າໃກ້ດວງ
ຕາເວັນ ແມ່ນໄດ້ບິນຂຶ້ນສູ່ອະວະກາດແລ້ວ.

ຍານອະວະກາດສຳຫຼວດດວງຕາເວັນ ພາກເກີ (Parker) ໄດ້ບິນຂຶ້ນ ຈາກສະຖານີ
ອະວະກາດ ເຄບ ຄານາເວຮອລ (Cape Canaveral) ໃນລັດ ຟລໍຣິດາ ເມື່ອຕອນເຊົ້າ
ຂອງວັນອາທິດມື້ນີ້.

ເປົ້າໝາຍຂອງມັນກໍແມ່ນ ການເດີນທາງເຂົ້າໄປເຖິງຊັ້ນບັນຍາກາດຂອງດວງຕາເວັນ,
ຫຼື ໂຄໂຣນາ, ເປັນການເດີນທາງເຂົ້າໃກ້ດວງຕາ ເວັນກວ່າ ຍານອະວະກາດລຳໃດໆ
ໃນປະຫວັດສາດ.

ຍານສຳຫຼວດດັ່ງກ່າວມີຂະໜາດເທົ່າກັບລົດນ້ອຍຄັນນຶ່ງ, ໜັກ 1,400 ປອນ, ແລະ
ຈະມີຄວາມໄວສູງສຸດ 430,000 ໄມຕໍ່ຊົ່ວໂມງ, ເຮັດໃຫ້ມັນເປັນຍານອະວະກາດ ທີ່
ເດີນທາງໄວທີ່ສຸດໃນປະຫວັດການ. ຄວາມໄວຂອງມັນແມ່ນໄວພໍທີ່ຈະເດີນທາງຈາກ
ນະຄອນ ຟິລາແດລເຟຍ, ລັດເພັນຊິລເວເນຍ ຫາ ນະຄອນຫຼວງ ວໍຊິງຕັນ ດ້ວຍເວລາ
ນຶ່ງວິນາທີ.

ອົງການ ນາຊາ ຢາກສົ່ງຍານສຳຫຼວດໄປຍັງບັນຍາກາດຂອງດວງຕາເວັນ ຫຼາຍທົດສະ
ວັດແລ້ວ, ແຕ່ບໍ່ມີເທັກໂນໂລຈີທີ່ສາມາດປ້ອງກັນຍານອະວະກາດຈາກຄວາມຮ້ອນ
ຂອງຕາເວັນ.

ທ່ານ ອາດຳ ຊາໂບ, ນັກວິທະຍາສາດການປະຕິບັດພາລະກິດ ຂອງຍານສຳຫຼວດ ໄດ້
ກ່າວວ່າ “ຄວາມກ້າວໜ້າໃນວັດຖຸວິທະຍາສາດຄັ້ງຫຼ້າສຸດນີ້ ບໍ່ພຽງໄດ້ເຮັດໃຫ້ພວກເຮົາ
ມີວັດຖຸທີ່ຈະຊ່ວຍປ້ອງກັນຄວາມຮ້ອນຢູ່ດ້ານໜ້າຂອງຍານອະວະກາດ ຕ້ານທານກັບ
ຄວາມຮ້ອນຈັດຂອງຕາເວັນເທົ່ານັ້ນ, ແຕ່ມັນຍັງຈະເຮັດໃຫ້ດ້ານຫຼັງຂອງຍານເຢັນຢູ່ຄື
ເກົ່າດ້ວຍ.”

ຍານສຳຫຼວດດວງຕາເວັນ ພາກເກີ ແມ່ນການປະຕິບັດພາລະກິດ ຄັ້ງທຳອິດຂອງອົງ
ການ ນາຊາ ທີ່ຖືກຕັ້ງຊື່ຕາມຄົນທີ່ຍັງມີຊີວິດຢູ່, ຄື ດຣ. ຢູຈີນ ພາກເກີ, ເຊິ່ງແມ່ນນັກ
ຟີຊິກ ກ່ຽວກັບ ດວງຕາເວັນ ຜູ້ທີ່ໄດ້ຄາດຄະເນ ການມີຢູ່ ຂອງລົມດວງຕາເວັນ ໃນປີ
1958.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG