ອົງການອະວະກາດ ຫຼື NASA ຂອງສະຫະລັດ ໄດ້ໃຫ້ການຢືນຢັນວ່າ ຕົນມີໝາຍກຳ
ນົດ ທີ່ຈະສົ່ງນັກບິນອະວະກາດແມ່ຍິງ 2 ຄົນ ອອກໄປປະຕິບັດຢູ່ໃນອະວະກາດຮ່ວມ
ກັນເປັນເທື່ອທຳອິດ.
ໂຄສົກຍິງຂອງອົງການ NASA ກ່າວຕໍ່ໂທລະພາບ CNN ໃນວັນພຸດວານນີ້ວ່າ “ຕາມ
ໝາຍກຳນົດການໃນເວລານີ້ແລ້ວ ການປະຕິບັດງານໃນອະວະກາດໃນວັນທີ 29 ມີ
ນານີ້ຈະເປັນເທື່ອທຳອິດ ທີ່ມີແຕ່ແມ່ຍິງລ້ວນໆ.”
ການປະຕິບັດງານໃນອະວະກາດ ໂດຍນັກບິນອະວະກາດ Anne McClain ແລະ
ນັກບິນອະວະກາດ Christina Koc ຈະເປັນການປະຕິບັດງານໃນອະວະກາດເທື່ອທີ
2 ຂອງທັງໝົດ 3 ຄັ້ງ ໃນລະຫວ່າງການປະຕິບັດງານສຳຫຼວດຄັ້ງທີ 59 ຊຶ່ງຈະຖືກ
ສົ່ງຂຶ້ນໄປໃນວັນທີ 14 ມີນານີ້.
ນັກບິນອະວະກາດ Koc ແມ່ນສະມາຊິກຂອງຄະນະປະຕິບັດງານສຳຫຼວດຄັ້ງທີ 59
ໃນຂະນະທີ່ນັກບິນອະວະກາດ McClain ແມ່ນສ່ວນນຶ່ງ ຂອງພວກນັກບິນອະວະ
ກາດ 3 ຄົນ ທີ່ປະຈຳການຢູ່ເທິງສະຖານີອະວະກາດນາໆຊາດ.
ນອກເໜືອ ຈາກນັກບິນອະວະກາດແມ່ຍິງ 2 ຄົນ ທີ່ປະຕິບັດງານຢູ່ເທິງອະວະກາດ
ດັ່ງກ່າວນີ້ແລ້ວກໍຍັງມີແມ່ຍິງຄົນທີ 3 ຈາກສູນກາງຄວບຄຸມຖ້ຽວບິນອະວະກາດຂອງ
ການາດາທ່ານນາງ Kristen Facciol ຊຶ່ງຄາດວ່າ ຈະເຂົ້າຮ່ວມເປັນຜູ້ໃຫ້ການສະ
ໜັບສະໜຸນ ຕໍ່ການປະຕິບັດງານໃນອະວະກາດເປັນເວລາ 7 ຊົ່ວໂມງ ທີ່ສູນກາງ
ອະວະກາດຈອນສັນ.
ທ່ານນາງ Facciol ກ່າວຢູ່ໃນທວີດເຕີ້ໃນອາທິດແລ້ວນີ້ ໂດຍກ່າວວ່າ “ຂ້ອຍຫາກໍຮູ້
ວ່າ ຂ້ອຍຈະແມ່ນຜູ້ນຶ່ງ ທີ່ໃຫ້ການສະໜັບສະໜຸນ ໃນການປະຕິບັດງານໃນອະວະ
ກາດທີ່ມີແຕ່ແມ່ຍິງເທື່ອທຳອິດ ກັບ @AstroAnimal and @Astro_Christina
ແລະຂ້ອຍເອງ ກໍບໍ່ສາມາດຄວບຄຸມຄວາມຕື່ນເຕັ້ນຂອງ ຂ້ອຍໄດ້!!!!""((URL https://twitter.com/kfacciol/status/1101576246713085952))