ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ NASA ມີແຜນທີ່ຈະສົ່ງ ຍານອະວະກາດ ໄປຍັງ ດາວພະອັງຄານ ໃນປີ 2018


ພາບນີ້ ສ້າງຂຶ້ນໂດຍຄອມພິວເຕີ ໃຫ້ເຫັນ ສ່ວນມູມນຶ່ງ ຂອງ ດາວພະອັງຄານ ຢູ່ເຂດແດນລະຫວ່າງຄວາມມືດ ແລະ ແສງ ອາລຸນ, ໂດຍມີພື້ນທີ່ບໍລິເວນ ທີ່ລວມມີ Gale Crater ທີ່ກຳລັງ ຖືກແສງອາລຸນຈາກດວງຕາເວັນສ່ອງໃສ່, ຢູ່ໃນໃບແຈກຍາຍ ສະໜອງໂດຍ ອົງການ NASA.
ພາບນີ້ ສ້າງຂຶ້ນໂດຍຄອມພິວເຕີ ໃຫ້ເຫັນ ສ່ວນມູມນຶ່ງ ຂອງ ດາວພະອັງຄານ ຢູ່ເຂດແດນລະຫວ່າງຄວາມມືດ ແລະ ແສງ ອາລຸນ, ໂດຍມີພື້ນທີ່ບໍລິເວນ ທີ່ລວມມີ Gale Crater ທີ່ກຳລັງ ຖືກແສງອາລຸນຈາກດວງຕາເວັນສ່ອງໃສ່, ຢູ່ໃນໃບແຈກຍາຍ ສະໜອງໂດຍ ອົງການ NASA.

ອົງການອະວະກາດ ສະຫະລັດ ຫຼື NASA ໄດ້ປະກາດ ກ່ຽວ​ກັບ
ວັນເວລາ ​ໃນການສົ່ງຍານອະວະກາດ ໄປຍັງດາວພະອັງຄານ
ໃນເດືອນພຶດສະພາ ປີ​ 2018​ ເພື່ອປະຕິບັດ​ງານ​ໃນການສຶກສາ
ໂຄງສ້າງ ທາງພາຍໃນຂອງດາວ​ດັ່ງກ່າວ ແລະ ພະຍາຍາມທີ່ຈະ
ເຂົ້າໃຈຢ່າງເລິກເຊິ່ງ ວ່າ ດາວ​ພະ​ອັງຄານ​ ແລະດາວເຄາະອື່ນໆ
ທີ່ເປັນພູຜາ ເໝືອນກັນກັບໂລກ​ເຮົາ​ນີ້ ກໍ່​ໂຕ​ຂຶ້ນມາໄດ້ແນວໃດ.

ຄວນ​ຈະ​ມີ​ການ​ສົ່ງຍານອະວະກາດ ຂຶ້ນ​ໄປ​ປະຕິບັດ​ງານ ໃນ
ເດືອນນີ້ ແຕ່ ອົງການ NASA ກ່າວວ່າ ຕົນຈະຕ້ອງສ້ອມແປງ
ອຸປະກອນຂອງ ຝຣັ່ງທີ່​ຮົ່ວ ທີ່ຈະໄດ້ຖືກນຳໃຊ້ ເພື່ອວັດແທກ
ຄວາມ​ສັ່ນ​ສະ​ເທືອ​ນຂອງຜືນແຜ່ນດິນ ຢູ່ດາວພະອັງຄານ.
ອຸປະກອນດັ່ງກ່າວ ແມ່ນໄດ້ຖືກສ້າງຂຶ້ນຄືນໃໝ່ ແລະ ຫຼັງຈາກ​ໄດ້​ມີ​ການ​ຊັກ​ຊ້າ​ໃນ​ການ​
ປະຕິບັດ​ງານມາໄດ້ສອງປີແລ້ວ ກໍມີເປົ້າໝາຍຂອງວັນເວລາການລົງຈອດ ຢູ່ດາວພະອັງ
ຄານ ໃນເດືອນພະຈິກ ປີ 2018.

ຍານສຳຫຼວດ ທີ່​ມີ​ການ​ລຳລຽງ​ໄປ​ໃນຍານອະວະກາດ ຈະ​ເຈາະ​ລົງ​ໄປ ​ໃນ​ພື້ນຜິວ​ຂອງ
ດາວພະອັງຄານ ໄລຍະ 5 ແມັດ ເພື່ອວັດແທກການປ່ຽນແປງຂອງອຸນຫະພູມ. ອົງການ
ນາຊາ ກ່າວວ່າ ບໍ່ມີອຸປະກອນໃດ ທີ່ເຄີຍ​ເຈາະເຂົ້າໄປເລີກຂະໜາດນັ້ນ ຢູ່ທີ່ດາວພະ
ອັງຄານ.

ລະບົບທີສາມ ຈະສັງເກດການເບິ່ງ ວິທີການ ທີ່ແຮງດຶງດູດຂອງພະອາທິດ ມີ​ຕໍ່ດາວເຄາະ
ໜ່ວຍ​ນີ້ ແລະ ຕໍ່​ເດືອນນ້ອຍສອງໜ່ວຍ ທີ່ໂຄຈອນອ້ອມດາວພະອັງຄານນັ້ນ.

ທ່ານ John Grunsfeld ຜູ້ບໍລິຫານງານຮ່ວມ ຂອງຄະນະບັນຊາການ ພາລະກິດດ້ານ
ວິທະຍາສາດ ຂອງອົງການນາຊາ ຢູ່ທີ່ວໍຊິງຕັນ ໄດ້ກ່າວວ່າ “ການສະແຫວງຫາ ຄວາມ
ເຂົ້າໃຈເລິກ​ລົງ​ໄປ​ໃນ​ພື້​ນຜິວ ຂອງດາວພະອັງຄານ ໄດ້ເປັນເປົ້າໝາຍ ທີ່ຍັງຄົງຄ້າງຢູ່
ເປັນເວລາຫຼາຍທົດສະວັດ ຂອງບັນດານັກວິທະຍາສາດ ທີ່​ສຶກສາດ້ານດາວເຄາະ.
ພວກເຮົາ ມີຄວາມຕື່ນເຕັ້ນ ທີ່ຈະໄດ້ກັບ​ໄປ​ສູ່ເສັ້ນທາງ ​ໃນການສົ່ງຍານ​ອະວະ​ກາດ
ຊຶ່ງ​ເວລາ​ນີ້ ​ແມ່ນ ໃນປີ 2018.”

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG