ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສຳ​ຫຼວ​ດ​ເທື່ອ​ຫລ້າ​ສຸດ ຂອງອົງ​ການ​ນາ​ຊາ ທີ່​ພະ​ຍາ​ຍາມ​​ລົງ​ຈອດ ​ຢູ່​ດາວ​ພະ​ອັງ​ຄານ 


ຍານ​ອະ​ວະ​ກາດ​ອົງ​ການ​ນາ​ຊາ ອິນ​ໄຊ​ຕ໌ ທີ​ກຳ​ລັງ​ກະ​ກຽມ​ຢູ່​ຖານ​ທັບ​​ອາ​ກາດ ແວນ​ເດີ​ເບິກ ໃນ​ລັດ​ຄາ​​ບິ​ຟໍ​ເນຍ ​ວັນ​ທີ 6 ເມ​ສາ 2018.
ຍານ​ອະ​ວະ​ກາດ​ອົງ​ການ​ນາ​ຊາ ອິນ​ໄຊ​ຕ໌ ທີ​ກຳ​ລັງ​ກະ​ກຽມ​ຢູ່​ຖານ​ທັບ​​ອາ​ກາດ ແວນ​ເດີ​ເບິກ ໃນ​ລັດ​ຄາ​​ບິ​ຟໍ​ເນຍ ​ວັນ​ທີ 6 ເມ​ສາ 2018.

ຫຼັງ​ຈາກ​ເດີນ​ທາງ​ຫຼາຍ​ຮ້ອຍ​ພັນ​ລ້ານ​ໄມ​ລ​ຂ້າມ​ອະ​ວະ​ກາດ ການ​ສຳຫຼວດ​ເທື່ອ​ລ້າ​ສຸດ​
ຂອງ​ອົງ​ກາ​ນ​ນາ​ຊາ (NASA) ກໍຈະ​ມາ​ເຖິງ​ ໃນ​ວັນ​ຈັນ​ມືີ້​ອື່ນ​ນີ້​ ສູ່​ດາວ​ແດງ.

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ລະ​ມັດ​ລະ​ວັງ​ການ​ເລືອກ​ບ່ອນ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ພິ​ສູດ
ທີ່​ຮ້ອງວ່າ ອິນ​ໄຊ​ຕ໌ ທີ່​ຈ​ະລົງ​ຈອດ ເລືອກ​ເອົາທົ່ງ​ກວ້າງ​ໃຫຍ່​ພູ​ເຂົາ​ໄຟ​ຢູ່​ເທິງ​ດາ​ວພະ​
ອັງ​ຄານຊື່​ວ່າເອ​ລີ​ຊີ​ຊຽມ ພ​ລາ​ນິ​ເຊຍ. ເຂົາ​ເຈົ້າ​ກ່າວ​ວ່າ ​ບ່ອນດັ່ງ​ກ່າວ​ມີ​ກ້ອນ​ຫິນ​ໜ້ອຍ​
ນຶ່ງ ແລ​ະ​ມີ​ໂອ​ກາດ​ລົມ​ພັດ​ແຮງ​ໜ້ອຍ ທີ່​ອາດຈະ​ພັດ​ຍານໃຫ້​ລົ້ມ​.

ຍາ​ນອະ​ວະ​ກາດ​ຈະ​ໃຊ້​ເວ​ລາ​ຫົກ​ນາ​ທີ ທີ່​ສຳ​ຄັນ ເຂົ້າ​ສູ່ບັນ​ຍາ​ກາດ​ຂອງດາວ​ພະ​ອັງ​ຄານ
ແລະ​ລົງ​ຈອດ​ຢູ່​ດາວ​ແດງ. ລະ​ຫວ່າງ​ເວ​ລາ​ນັ້ນ ອິນ​ໄຊ​ຕ໌ ຈະ​ລົດ​ຄວາມ​ໄວ​ລົງ​ ຈາກ​ການ
​ເລີ້ມ​ຄວາມ​ໄວ 19,300 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ລົງ​ມາເປັນ​ພຽງ 8 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ
​ເວ​ລາ​ລົງ​ຈອດ. ເພື່ອ​ຊ່ວຍ​ໃຫ້​ຊ້າ​ລົງ​ສຳລັບຍານດັ່ງກ່າວ ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​
ປະ​ກອບ​ດ້ວຍ​ຈ້ອງ ທີ່​ຢ່ອນລົງ​ມາ ແລະ​ມີ​ຂາ​ຄ້ຳ.

ຖ້າ​ຫາກ​ທຸກ​ສິ່ງ​ຢ່າງ​ເປັ​ນໄປ​ດ້ວຍ​ດີ ອິນ​ໄຊ​ຕ໌​ ກໍຈະ​ເປັນ​ເທື່ອ​ທີ່​ແປດ ​ຂອງ​ການ​ລົງ​ຈອດ
​ຢູ່​ດາວ​ພະ​ອັງ​ຄານຢ່າງເປັນຜົນສຳເລັດ

ຜູ້​ມາ​ຢ້ຽມ​ຢາມ​ຄົນ​ນ່ງ​ບັນ​ທຶກ​ຕົນ​ເອງ ຢູ່​ທີ່ບ່ອນ​ສະ​ແດງ​ຂອງອົງ​ການ​ນາ​ຊາ (NASA) ທີ່​ຖານ​ທັບວັນ​ເດີ​ເບີກ ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ທີ 5 ພຶດ​ສະ​ພາ 2018.
ຜູ້​ມາ​ຢ້ຽມ​ຢາມ​ຄົນ​ນ່ງ​ບັນ​ທຶກ​ຕົນ​ເອງ ຢູ່​ທີ່ບ່ອນ​ສະ​ແດງ​ຂອງອົງ​ການ​ນາ​ຊາ (NASA) ທີ່​ຖານ​ທັບວັນ​ເດີ​ເບີກ ໃນ​ລັດ​ຄາ​ລິ​ຟໍ​ເນຍ ໃນ​ທີ 5 ພຶດ​ສະ​ພາ 2018.

ຜູ້​ບໍ​ລິ​ຫານ​ໂຄງ​ກາ​ນ NASA ທ່ານ​ທອມ ຮອ​ຟ​ແມນ ກ່າວ​ຢູ່ໃນກອງ​ປະ​ຊຸມນັກ​ຂ່າວ​ອາ​ທິດ​ແລ້ວ​ນີ້​ໃນ​ວັນ​ພຸດ ທີ 21 ພະ​ຈິກ ກ່ຽວ​ກັບ​ແຜນ​ລົງ​ຈອດ​ວ່າ “ຫົວ​ໃຈ​ຂ້າ​ພະ​ເຈົ້າ​ເຕັ້ນ​ຢູ່​ໃນ​ໜ້າ​ເອິກຄື​ກັນ​ກັບ​ສຽງ​ກອງ.”

ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ກ່າວ​ວ່າ ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ຕັດສີນໃຈ​ວ່າຍານ ​

ຕ້ອງ​ການ ​ຫຼືບໍ່​ ​ເຄື່ອງ​ມື​ນ້ອຍໆພິ​ເສດ ໃສ່​ບ່ອນ​ທີ່​ເຫັນ​ສົມ​ຄວນ ຕໍ່​ກ​າ​ນ​ລົງ​ຈອດ. ນັບ​ແຕ່​ຍານ​ອິນ​ໄຊ​ຕ໌​ໄດ້​ຖືກສົ່ງ​ຂຶ້ນໄປ​ໃນ​ວັນ​ທີ 5 ເດືອນ​ພຶດ​ສະ​ພາ ພວກ​ນັກ​ວິ​ທະ​ຍາ​ສາດ​ໄດ້​ດັດ​ແປງ​ສີ່​ຢ່າງ​ນ້ອຍໆ​ສຳລັບທາງ​ລົງຈອດ ເພື່ອ​ຄ້ຳ​ປະ​ກັນວ່າ​ຍານ​ມາ​ເຖິງ​ເປົ້າ​ໝາຍແລ້ວ. ພວກ​ນັກ​ວິ​ສະ​ວະ​ກອນ​ໄດ້ມີ​ຄວ​າ​ມ​ສາ​ມາດວ່າ ບໍ່​ຈຳເປັນຕ້ອງເຮັດ​ເຄື່ອງ​ປະ​ກອບເພີ້ມ ເພາະ​ວ່າ​ການ​ເໜັງ​ຕີ​ງ​ອື່ນ​ໆ​ ໄດ້​ເປັນ​ໄປ​ຢ່າງ​ຫລ່​ຽນ​ໄຫລ ແລະ​ເຂົາ​ເຈົ້າ​ກ່າວ​ວ່າ ເຂົາ​ເຈົ້າ​ອາດ​ຍັງຈະ​ສາ​ມາດ​ຫລີກ​ເວັ້ນ​ການ​ດັດ​ແປງນັດ​ໝາຍ​ເທື່ອ​ສຸດ​ທ້າຍໃນ​ວັນ​ອາ​ທິດ​ມື້​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG