ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຸ່ນ​ຍົນ​ຄົ້ນ​ຄວ້າ ​ອະ​ວະ​ກາດ​ ຈຳ​ນວນຫລາຍ​ ຈະ​ຖື​ກ​ສົ່ງຂຶ້ນ​ໄປ ​ສຳ​ຫລວດ ດາວ​ພະ​ອັງ​ຄານ ໃນ​ປີ 2020 ນີ້


Waves of Robotic Researchers Set to Explore Red Planet in 2020
please wait

No media source currently available

0:00 0:02:22 0:00

ກະ​ແສ​ຟອງ​ຂອງນັກ​ຄົ້​ນ​ຄວ້າ​ທີ່​ເປັນ​ຫຸ່ນ​ຍົນ ມີກຳ​ນົດ​ຈະ​ໄປ​ສຳ​ຫລວດດາວ​ພະ​ອັງ​ຄານ​ທີ່​ເປັນ​ສີ​ແດງ​ໃນ​ປີ 2020 ນີ້

ການ​ແຂ່ງ​ຂັນ​ທາງ​ດ້ານ​ອະ​ວະ​ກາດຄັ້ງ​ທຳ​ອິດທີ່ເຮັດ​ໃຫ້ສ​ະ​ຫະ​ລັດຕ້ອງ​ສູ​ກັບສິ່ງຢູ່ໃນ​ສະ​ໄໝນັ້ນ ການ​ເວົ້າອວດ​ອ້າງຂອງສະ​ຫະ​ພາບ​ໂຊ​ຫວຽດວ່າ​ເປັນ​ຜູ້​ທຳ​ອິດທີ່ໄດ້​ເດີນ​ທາງໄປ​ຍັງອະ​ວະ​ກາດ. ການ​ແຂ່ງ​ຂັນ​ທາງ​ອະ​ອະ​ກາດ ​ໃນ​ສັດ​ຕະ​ວັດ​ທີ 21 ເປັນ​ການ​ຊອກ​ຫາ​ທາງ​ເອົາ​ຄົນ​ລົງ​ໄປ​ຢູ່ເທິງ​ດາວ​ພະ​ອັງ​ຄານ. ອາ​ແຣ​ສ ອາ​ແຣັບ​ບາ​ຊາ​ດີ (Arash Arabasadi) ນັກ​ຂ່າວ​ວີ​ໂອ​ເອ, ຈະ​ພາ​ທ່ານ​ໄປ​ສຳ​ຫຼວດເບິ່ງ ແຜນ​ການອະ​ກາດຂອງ​ປະ​ເທດຕ່າງໆໃນປີ 2020 ເພື່ອ​ຈະ​ຄົ້ນ​ຄວ້າ​ດາວ​ພະ​ເຄາະ​ສີ​ແດງ​ໜ່ວຍນັ້ນ ຊຶ່ງ​ບົວ​ສະ​ຫວັນຈະ​ນຳ​ເອົາ​ລາຍ ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນເຄິ່ງ​ສັດ​ຕະ​ວັດຜ່ານ​ມາ ພາຍ​ຫລັງ​ທີ່​ໄດ້​ມີ​ມະ​ນຸດ​ລົງ​ໄປເທິງໜ້າດວງຈັນ​ ໂດຍ​ທີ່ການ​ເອົາ​ມະ​ນຸດໄປຢູ່​ທີ່ນັ້ນ ໄດ້​ຂີດ​ເສັ້ນແຜນ​ທີ່ເດີນອັນ​ໃໝ່​ ໃນ​ການແຂ່ງ​ຂັນ​ທາງ​ອະ​ວະ​ກາດ​ສະ​ໄໝ​ໃໝ່.

ທ່ານຫວູ ຢານ​ຮົວ (Wu Yanhua) ຈາກ​ອົງ​ການ​ຄຸ້ມ​ຄອງ​ອະ​ວະ​ກາດ​ແຫ່ງ​ຊາດ​ຂອງ​ຈີນ (China National Space Administration) ກ່າວ​ເປັນ​ພາ​ສາ​ຈີນ​ກາງວ່າ:
"ພວກ​ເຮົາ​ມີ​ແຜນດຳ​ເນີນ​ທາງ​ໄປ​ສຳ​ຫລວດ​ດາວ​ພະ​ອັງ​ຄານ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2020."

ອົງ​ການ​ອະ​ວະ​ກາດ​ຂອງ​ປະ​ເທດ​ຕ່າງໆຢູ່ໃນ​ປີ 2020 ນີ້ ມີ​ແຜນ​ການ​ທີ່​ຈະສົ່ງ​ນັກ​ຄົ້ນ​ຄວ້າ​ທີ່​ເປັນ​ຫຸ່ນ​ຍົນ ຫລືໂຣບັອດໄປ​ໃນເຂດ​ອະ​ວະ​ກາດ ທີ່ໄກປະ​ມານ 250​ ລ້ານກິ​ໂລ​ແມັດ ເພື່ອ​ສຳ​ຫລວດ​ດາວ​ພະ​ອັງ​ຄານ​ກ່ອນ​ມະ​ນຸດ​ຈະ​ຂຶ້ນ​ໄປຍັງ​ທີ່ນັ້ນ.

ອົງ​ການນາ​ຊາ (NASA) ຂອງ​ສະ​ຫະ​ລັດ ​ມີ​ແຜນ​ປະ​ຕິ​ບັດ​ງານ ​ໃນ​ເດືອນກໍ​ລະ​ກົດປີນີ້ ​ຢູ່​ທົ່ງ​ພຽງ​ທີ່​ຄັ້ງ​ນຶ່ງເຄີຍ​ເປັນສາມ​ຫຼ່ຽມ​ປາກ​ແມ່​ນ້ຳ​ທີ່​ປຽກ​ຊຸ່ມ ເພື່ອ​ຊອກ​ຫາ​ຮ່ອງ​ຮອຍ​ວ່າ​ມີຈຸ​ລິນ​ຊີຂອງ​ສິ່ງ​ທີ່​ມີ​ຊີ​ວິດ​ຝັງ​ຢູ່​ໃນ​ຫີນບໍ່ ກ່ອນ​ຈະ​ນຳ​ເອົາ​ກ້ອນ​ຫີນ​ຕ່າງໆ ນັ້ນ ກັບ​ຄືນ​ມາ​ຍັງ​ໂລກ ໃນ​ຊຸມປີ 2030 ນີ້.
​ແຜນ​ການ​ຕ່າງໆ ຂອງ​ຈີນໃນ​ປີ 2020 ນີ້ ໄດ້​ເນັ້ນ​ສະ​ແດງ​ໃຫ້​ເຫັນ​ທັງຍານ​ໂຄ​ຈອນ ແລະ​ຍານ​ລົງຈອດ​ເທິງ​ດາວພະ​ເຄາະ​ໜ່ວຍນີ້.

ທ່ານຫວູ ຢານ​ຮົວ (Wu Yanhua) ​ກ່າວ​ຕໍ່​ໄປ​ເປັນ​ພາ​ສາ​ຈີນ​ກາງ​ອີກວ່າ:
"ແຜນ​ຂອງ​ພວກ​ເຮົາ​ກໍ​ຄື​ເຮັດ​ໃຫ້​ການ​ໂຄ​ຈອນ, ການ​ລົງ​ໄປຫາ​ດາວ​ພະ​ເຄາະ ແລະ​ການ​ສຳ​ຫລວດ​ສຳ​ເລັດ​ລົງ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ປະ​ຕິ​ບັດ ຢູ່​ເທິງດວງ​ຈັນ ຢູ່​ໃນ​ໄລ​ຍະ​ການ​ເດີນ​ທາງ​ພຽງ​ຄັ້ງ​ດຽວ."

​ການ​ທົດ​ລອງ​ຢູ່ສະ​ຖານ​ທີ່​ແຫ່ງນີ້ ທີ່​ຢູ່ນອກ​ນະ​ຄອນ​ຫລວງ​ປັກ​ກິ່ງ ໄດ້​ເຮັດ​ໃຫ້​ຍານ​ລົງ​ຈອດ​ເທິງ​ດາວ​ພະ​ອັງ​ຄານ ​ບ່ອນ​ທີ່​ແຮງ​ດຶງ​ດູດ​ ຢູ່​ທີ່ນັ້ນ​ເທົ່າ​ກັບ​ພຽງ​ແຕ່​ປະ​ມານ 1 ສ່ວນ 3 ຂອງ​ໜ່ວຍ​ໂລກ​ຂອງ​ເຮົາ.

ອົງ​ການ​ອະ​ວະ​ກາດ​ຂອງ​ຢູ​ໂຣບ ແລະ​ອົງ​ການຣັອ​ສ​ຄົ​ສ​ໂມ​ສ (Roscosmos) ຂອງ​ຣັດ​ເຊຍ ໄດ້​ເຂົ້າ​ຮ່ວມ​ກຳ​ລັງເພື່ອດຳ​ເນີນ​ການປະ​ຕິ​ບັດ​ງານ ​ທີ່ເອີ້ນ​ວ່າເອັກ​ໂຊ​ມາ​ກສ໌ (ExoMars). ພວກ​ເຂົ​າເຈົ້າ​ໄດ້​ຈັດ​ສັນ​ເອົາ​ຍານ​ສຳ​ຫລວດ​ອັນ​ນີ້ ທີ່​ມີ​ເຄື່ອງ​ເຈາະ​ທີ່​ຜຸນ​ເຂົ້າ​ໄປ​ໃນ​ພື້ນ​ດິນ ເພື່ອ​ຊ່ວຍສຶກ​ສາດາວ​ພະ​ອັງຄານ​ຢ່າງ​ເລິກ​ເຊິ່ງ. ທີມ​ງານ​ດັ່ງ​ກ່າວ​ດຽວນີ້ ໄດ້​ແຂ່ງ​ຂັນ​ກັນ​ເພື່ອ​ເຮັດ​ໃຫ້ບັນ​ລຸ​ຕາມ​ການຍອມ​ຮັບ​ຂອງການກວດ​ກາ​ທົບ​ທວນ ​ທີ່ຈະ​ມີ​ຂຶ້ນໃນ​ເດືອນ​ເມ​ສາ​ຈະ​ມາ​ເຖິງນີ້.

ທ່ານຟ​ຣັງ​ຊົວ ສະ​ໂປໂຕ (Francois Spoto), ຢູ່​ໃນການປະ​ຕິ​ບັດ​ງານ ExoMars, ທີ່​ມາ​ຈາກ​ອົງ​ການ​ອະ​ວະ​ກາດ​ຢູ​ໂຣບ ກ່າວ​ວ່າ:
"ຖ້​າ​ຫາກ​ພວກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການກວດ​ກາ​ທົບ​ທວນ ດັ່ງ​ກ່າວນັ້ນ ພວກ​ເຮົາ​ຄວນ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້​ສົ່ງ​ຍານ​ອະ​ວະ​ກາດ ໄປ​ຍັງເມືອງ​ໄບ​ໂກ​ເນີ (Baikonur) ຢູ່​ກາ​ຊັກ​ສະ​ຖານ ເພື່ອ​ສົ່ງຍານ​ອະ​ວະ​ກາດ​ຂຶ້ນ ຢູ່​ພາຍ​ໃນຊ່ວງ​ເວ​ລາ ​ຂອງ​ໄລ​ຍະວັນ​ທີ 26 ກໍ​ລະ​ກົດ ແລະ​ປິດ​ລົງ​ໃນ 11 ສິງ​ຫາ ​ໜ້ານີ້. ການ​ພາດ​ກາ​ລະ​ໂອ​ກາດຢູ່ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວນັ້ນ​ໄປ ຈະ​ມີ​ຄວາມ​ໝາຍ​ວ່າ ພວກ​ເຮົາ​ຕ້ອງ​ໄດ້ເລື່ອນ​ໄປ​ສົ່ງຍານ​ອະ​ວະ​ການ​ຂຶ້ນໃນ​ຊ່ວງ​ເວ​ລາ​ຫລາຍກວ່າສອງ​ປີ​ຕໍ່​ໜ້ານີ້. ເພາະ​ສະ​ນັ້ນ, ​ທ່ານ​ສາ​ມາດ​ວາດ​ພາບ​ໄດ້​ວ່າ ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍໄດ້​ຮັບ​ແຮງ​ລະ​ດົມຢ່າງ​ຫລວງ​ຫລາຍ​ໃຫ້​ແກ້​ໄຂ​ໄພ​ຂົ່ມ​ຂູ່​ອັນ​ສຸດ​ທ້າຍ ທີ່​ພວກ​ເຮົາ​ກຳ​ລັງ​ປະ​ເຊີນ​ຢູ່​ນີ້.”

ການ​ລົງ​ໄປ​ຈອດ​ເທິງດາວ​ພະ​ອົງ​ຄານຢ່າງ​ສຳ​ເລັດ​ຜົນ​ໃນ​ປີ 2021 ຈະ​ເປັນ​ຄັ້ງ​ທຳ​ອິດ ສຳ​ລັບອົງ​ການ​ອະ​ວະ​ກາດ​ຂອງ​ຢູ​ໂຣບຫລື ESA ພາຍ​ຫລັງ​ທີ່​ຍານ​ອະ​ວະ​ກາດ​ຕົກໃນ​ຂະ​ນະ​ທີ່​ລົງຢ່ອນ​ຕົວ​ລົງ​ໄປທີ່ນັ້ນ​ໃນ​ປີ 2016 ຜ່ານ​ມາ.

ອົງ​ການ​ອະ​ວະ​ກາດ​ຂອງ​ສະ​ຫະ​ລັດ​ອາ​ຣັບ​ອາ​ເມເຣັ​ສ ຫລື UAE ແນ​ໃສ່​ສົ່ງ​ຍານ​ອະ​ວະ​ກາດລຳ​ອິດ​ຂອງ​ຕົນຂຶ້ນໄປ ​ໃນ​ເດືອນກໍ​ລະ​ກົດໜ້ານີ້. ​ໂດຍ​ຈະ​ທຳການ​ປະ​ຕິ​ບັດ​ງານ​ທີ່​ເອີ້ນ​ວ່າ ຄວາມ​ຫວັງ ຫລື Hope Mission ​ຊຶ່ງການປະຕິ​ບັດ​ງານດັ່ງ​ກ່າວ​ຈະ​ເປັນການ​ສຳ​ຫລວດດາວ​ພະ​ອັງ​ຄານ​ຂອງ​ປະ​ເທ​ດອາ​ຣັບ ແລະ​ອິ​ສ​ລາມ​ຄັ້ງ​ທຳ​ອິດ ທີ່​ໄດ້​ໄປ​ເຖິງ​ດາ​ວ​ພະ​ເຄາະໜ່ວຍນັ້ນ.

ທ່ານ ໄຊ​ຄາ ອາ​ລ ມັ​ສ​ຄາ​ຣີ (Sheikha Al Maskari) ຈາກ​ອົງ​ການ ອະ​ວະ​ກ​າດ UAE ກ່າວ​ວ່າ:
"​ມັນ​ຈະ​ໄປ​ສຶກ​ສາ​ເບິ່ງ​ພາກ​ສ່ວນ​ທີ່​ຢູ່​ຂ້າງ​ລຸ່ມ, ທາງ​ກາງ ແລະ​ສ່ວນ​ເທິງ​ຂອງ​ບັນ​ຍາ​ກາດ​ຢູ່​ໃນ​ດາວ​ພະ​ອັງ​ຄານ ແລະ​ມັນ​ຈະ​ພະ​ຍາ​ຍາມ​ ແລະຈະທຳ​ຄວາມ​ເຂົ້າ​ໃຈ​ວ່າ ອາຍ​ແກັ​ສ​ຫລົບ​ໜີ​ອອກ​ໄປ​ຈາກ​ດາວ​ພະ​ອັງ​ຄານ​ແນວ​ໃດ."

ດາວ​ພະ​ອັງ​ຄານ​ໃນ​ປັດ​ຈຸ​ບັນ​ນີ້ ມີ​ຍານທີ່​ທຳ​ງານ​ຢູ່​ເທິງ​ພື້ນ​ທີ່ ແລະ ​ມີ​ດາວ​ທຽມ 6 ດວງ ​ທີ່​ທຳ​ງານ​ຢູ່. ເທົ່າ​ທີ່​ຜ່ານ​ມາ ມີ​ແຕ່​ສະ​ຫະ​ລັດ​ເທົ່າ​ນັ້ນທີ່ໄດ້​ລົງ​ໄປ​ຍັງ​ດາວ​ພະ​ເຄາະ​ໜ່ວຍນັ້ນ ແລະ​ໄດ້ມີ​ການ​ປະ​ຕິ​ບັດ​ງານ​ຂອງ​ຍານ​ພາ​ຫະ​ນະ​ຢູ່​ທີ່ນັ້ນ ຢ່າງ​ສຳ​ເລັດ​ຜົນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

The first Space Race pit the United States against what was then the Soviet Union for the bragging rights of being first in space travel. The Space Race of the 21st Century is a global quest to land people on Mars. VOA's Arash Arabasadi coasts the cosmos in this look at the space agencies' 2020 plans to research the Red Planet.

Half a century after the moon landing, earthlings plot a new course in the modern Space Race.

Wu Yanhua, China National Space Administration (in MANDARIN:
"We plan to conduct the first Mars exploration around 2020."

Agencies in 2020 plan to hurl robot researchers through about a quarter-billion kilometers of space to investigate Mars ahead of human travel.

NASA plans a mission in July targeting a once-wet river delta searching for clues of ancient microbial life imbeded in stone before bringing the rocks back to Earth in the 2030s.

China's 2020 plans feature both an orbiter and a lander.

Wu Yanhua, China National Space Administration, MAN, MANDARIN:
"Our plan is to finish orbiting, landing and probing, as we did on the moon, in only one trip."

This test at a site outside Beijing simulates landing a craft on Mars, where gravity's pull there is only about one-third as much as on Earth.

The European Space Agency and Russia's Roscosmos joined forces for a mission called ExoMars. They outfitted this rover with a ground-penetrating drill to help study Mars at depth. The team now races to meet an acceptance review in April.

Francois Spoto, ExoMars, European Space Agency:
"If we would be successful with that review, we would be authorized to ship the spacecraft to Baikonur ((Kazakhstan)) for a launch within a window that opens on the 26th of July and closes on 11th of August. Missing that window would mean that we will have to adjourn the launch by more than two years' time. So, you can imagine that we are all very mobilized to resolve the last risks, which we are facing."

A successful landing in 2021 would be a first for ESA after a crash landing in 2016.

The UAE aims to send its first spacecraft in July. Called the Hope Mission, it would be the first Arab and Islamic probe to reach Mars.

Sheikha Al Maskari, UAE Space Agency:
"It's going to study the lower, middle and upper atmosphere of Mars, and it's going to try and understand how the gases escape from Mars."

Mars currently has two functioning spacecraft on the surface and six working satellites. So far, only the United States successfully landed and operated a craft there.

XS
SM
MD
LG