ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ເມສາ ໒໐໒໔

ອົງການນາຊ້າ ຫາທາງເພື່ອເຮັດໃຫ້ພາລະກິດ ການເກັບເອົາຫີນຈາກດາວອັງຄານ ກັບຄືນມາໂລກ ໄວຂຶ້ນແລະຖືກຂຶ້ນກວ່າເກົ່າ


ແຟ້ມພາບ - ພາບຖ່ານນີ້ ເປີດເຜີຍໂດຍ ອົງການ NASA ທີ່ສະແດງໃຫ້ເຫັນດາວອັງຄານ.
ແຟ້ມພາບ - ພາບຖ່ານນີ້ ເປີດເຜີຍໂດຍ ອົງການ NASA ທີ່ສະແດງໃຫ້ເຫັນດາວອັງຄານ.

ອົງການອະວະກາດແລະການບິນຂອງສະຫະລັດ ຫຼື NASA ໃນວັນຈັນວານນີ້ ໄດ້ສົ່ງການຮຽກຮ້ອງອອກໄປເພື່ອໃຫ້ມີຄວາມຄິດທີ່ຈະນຳເອົາກ້ອນຫີນທັງຫຼາຍທີ່ວ່າ ຍານສຳຫຼວດດວງຈັນ Perseverance ໄດ້ເກັມສຳສົມໄວ້ນັ້ນ ກັບຄືນມາໂລກຢ່າງວ່ອງໄວຂຶ້ນ ແລະຖືກກວ່າແຜນການທີ່ວາງໄວ້ໃນປັດຈຸບັນນີ້.

ອົງການນີ້ ໄດ້ຮຽກຮ້ອງເພື່ອຂໍຄວາມຊ່ວຍເຫຼືອຈາກປະຊາຄົມທຸກທົ່ວໜ້າຂອງົນ ແລະ ຜູ້ອື່ນໃດ ທີ່ມີຫົວຄິດສຳລັບພາລະກິດທີ່ຊັບສົນຫຍຸ້ງຍາກດັ່ງກ່າວນີ້.

ໃນການທົບທວນຄືນຂອງພາລະກິດເມື່ອປີກາຍນີ້ ໂດຍຄະນະທົບທວນທີ່ປັນອິດສະຫຼະ ໄດ້ລະບຸວ່າ ພາລະກິດການນຳເອົາຕົວຢ່າງຈາກດາວອັງຄານ ກັບຄືນມາ (Mars Sample Return Mission) ມີຄ່າໃຊ້ຈ່າຍຫຼາຍເກີນໄປ ທີ່ຫຼາຍເຖິງ 11 ຕື້ໂດລາ ແລະ ມີຄວາມເປັນໄປໄດ້ “ເກືອບວ່າສູນ“ ຂອງຮັກສາມື້ວັນເວລາຂອງການເລີ້ມຕົ້ນພາລະກິດ.

ໃນຂະນະທີ່ ພາລະກິດຂອງອົງການ NASA ນັ້ນ ຈະນຳເອົາຫີນຕົວຢ່າງຫຼາຍອັນຈາກໜ່ວຍໂລກພາຍໃນປີ 2040, ຊຶ່ງ ພາລະກິດຂອງຈີນ ໄປຍັງດາວອັງຄານ ແມ່່ນຄາດກັນວ່າ ຈະນຳເອົາພວກຫີນທັງຫຼາຍກັບຄືນມາພາຍໃນປີ 2030 ອີງຕາມສື່ມວນຊົນຂອງທາງການ.

ອົງການ NASA ດຽວນີ້ ກຳລັງຫາທາງເພື່ອ “ແນວຄິດທີ່ນອກເໜືອຈາກປົກກະຕິທີ່ອາດເປັນໄປໄດ້” ຫົວໜ້າຝ່າຍວິທະຍາສາດຂອງອົງການນີ້ ທ່ານນິກໂຄລາ ຟອກສ໌ ໄດ້ກ່າວໃນວັນຈັນວານນີ້. ອົງການຕ້ອງການຈະເກັບອົາພວກຫີນຕົວຢ່າງ ແລະນຳເອົາພວກຫີນເຫຼົ່ານີ້ ກັບຄືນມາຍັງໂລກ ໄວທີ່ສຸດເທົ່າທີ່ເປັນໄປໄດ້. ຫີນທັງຫຼາຍນີ້ ສາມາດສະໜອງ “ຄວາມເຂົ້າໃຈອັນໃໝ່ທີ່ສຳຄັນກ່ຽວກັບຕົ້ນກຳເນີດ ແລະວິວັດທະນາການຂອງດາວອັງຄານ, ລະບົບສຸລິຍະ ແລະຊີວິດຢູ່ໃນໂລກຂອງພວກເຮົາ” ທ່ານຟອກສ໌ ກ່າວ.

NASA put out the call Monday for ideas to bring back the rocks that the Perseverance rover has been collecting more quickly and cheaply than current plans.

The agency is calling for help from its entire community and anyone else with an idea for a less complicated mission.

A review of the mission last year by an independent review board identified the Mars Sample Return Mission as too costly - as much as $11 billion - and “near zero” possibility of maintaining its launch dates.

While NASA’s mission would have rock samples from the planet brought to Earth by 2040, a Chinese mission to Mars is expected to bring back rocks in 2030, according to state media.

NASA is now looking for “out-of-the-box possibilities,” the agency’s head of science Nicola Fox said Monday. The agency wants to grab the rock samples and bring them here as quickly as possible. The rocks can provide “critical new insights into the origins and evolution of Mars, our solar system and life on Earth,” said Fox.

NASA’s current mission plan is complicated with several vehicles needed to travel, gather the samples, blast off into space again, and deposit the samples into another vehicle before landing on Earth.

Stanford professor G. Scott Hubbard, who once led NASA’s Mars program, told The Washington Post, NASA needs a “magic wand solution.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG