ສາມປີຫລັງຈາກສະຫະລັດໄດ້ຍຸດຕິ ໂຄງການຍານອາວະກາດ
ຂົນສົ່ງໄປກັບ ອົງການອາວະກາດຂອງອາເມຣິກາກໍໄດ້ປະກາດ
ໃຫ້ຮູ້ ເມື່ອກາງເດືອນກັນຍາຜ່ານມານີ້ ເຖິງການກັບຄືນໄປຫາ
“ຖ້ຽວບິນຈັດສົ່ງມະນຸດໄປຍັງອາວະກາດ ຈາກຜືນແຜ່ນດິນຂອງ
ສະຫະລັດ” ອີກ. ດາຣາມີລາຍງານວິທະຍາສາດກັບເທັກໂນໂລຈີ
ຂອງພະແນກຮຽນພາສາອັງກິດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ.
ອົງການ NASA ໄດ້ເລືອກເອົາຍານອາວະກາດສອງລຳ ຄືຍານ
Boeing CST-100 ກັບຍານ SpaceX Dragon ລຸ້ນ 2 ເພື່ອ
ໃຫ້ນຳເອົາ ນັກບິນອາວະກາດ ອາເມຣິກັນ ໄປຍັງ ສະຖານີອາ
ວະກາດນາໆຊາດ. ໂຄງການນີ້ຈະສິ້ນເປືອງຄ່າໃຊ້ຈ່າຍ 6800
ລ້ານ ດອລລ່າ.
ຜູ້ບໍລິຫານອົງການ NASA ທ່ານ Charles Bolden ກ່າວວ່າ “ເລື້ອງນີ້ບໍ່ແມ່ນການເລືອກ
ທີ່ງ່າຍໆເລີຍ.” ທ່ານກ່າວວ່າ ການຕັດສິນໃຈເຮັດຈັ່ງຊັ້ນແມ່ນຈະເຮັດໃຫ້ “ການກາງຕໍ່ຂອງພວກເຮົານຳຣັດເຊຍ” ເພື່ອລຳລຽງນັກບິນອາວະກາດອາເມຣິກັນ ໄປຍັງສະຖານີອາວະກາດ ນາໆຊາດນັ້ນ ສິ້ນສຸດລົງ.
ການຕັດສິນໃຈນີ້ໄດ້ມີຂຶ້ນ ຫລັງຈາກທີ່ບໍລິສັດ Boeing, SpaceX ແລະອີກບໍລິສັດນຶ່ງທີ່
ນ້ອຍກ່ວາ ຊື່ Sierra Nevada ໄດ້ໃຊ້ເວລາສີ່ປີ ອອກແບບຍານໂຕຢ່າງຂອງຕົນ ເພື່ອ
ສະເໜີໃຫ້ອົງການ NASA ເລືອກ.
ວີດີໂອ ນຳສະເໜີຍານ CST-100 ຂອງບໍລິສັດ ໂບອິ້ງ:
ຍານ Boeing CST-100
ຍານ Boeing CST-100 ແມ່ນອອກແບບເພື່ອໃຫ້ຂົນສົ່ງຜູ້ໂດຍສານ ໄດ້ຮອດ 7 ຄົນ ຫລືຜູ້ໂດຍສານພ້ອມກັບສິນຄ້າ ໄປຍັງສະຖານີອາວະກາດນາໆຊາດ ຫລື ISS. ບໍລິສັດ Boeing
ໄດ້ສ້າງຍານອາວະກາດ ໃຫ້ອົງການ NASA ມາເປັນເວລາດົນກ່ວາ 40 ປີ. ໂບອິ້ງແມ່ນເປັນບໍລິສັດນຶ່ງໃນຫລາຍໆບໍລິສັດໃຫຍ່ໆ ທີ່ຮ່ວມກັນສ້າງສະຖານີອາວະກາດ.
ວີດີໂອ ນຳສະເໜີ ຍານ Dragon V2 ຂອງບໍລິສັດ SpaceX :
ຍານ SpaceX Dragon V2
ອົງການ NASA ເຄີຍໃຊ້ຍານອາວະກາດ Dragon ຫລື ມັງກອນ ຂອງບໍລິສັດ SpaceX
ມາຕັ້ງແຕ່ປີ 2012 ເພື່ອລຳລຽງສະບຽງໄປ ສົ່ງໃຫ້ສະຖານີອາວະກາດ. SpaceX ເປັນບໍລິສັດ ເອກະຊົນ ທຳອິດທີ່ເຮັດເຊັ່ນນັ້ນ ແຕ່ບໍລິສັດນີ້ໄດ້ເວົ້າຢູ່ຕະຫລອດມາວ່າ ເປົ້າໝາຍຂອງຕົນ ກໍຄືຢາກຈະຂົນສົ່ງມະນຸດ ໄປຍັງອາວະກາດ.
ບໍລິສັດ Boeing ກັບ SpaceX ຈະເປັນເຈົ້າຂອງແລະເປັນຜູ້ດຳເນີນການຍານອາວະກາດ
ນັ້ນ. ຕາມຄຳເວົ້າຂອງອົງການອາວະກາດ ກໍແມ່ນວ່າ: “ເມື່ອໃດທີ່ການພັດທະນາສຳເລັດ
ເສັດສິ້ນລົງ NASA ກໍແມ່ນມີແຜນການ ທີ່ຈະຊື້ການບໍລິການ - ເວົ້າງ່າຍໆ ກໍຄືຈ້າງແທັກຊີ້
ອາວະກາດ ຂີ່ຂຶ້ນໄປວົງໂຄຈອນອ້ອມໂລກ ໃນລະດັບຕ່ຳ.”
ການປະຕິບັດງານຄັ້ງສຸດທ້າຍ ຂອງໂຄງການຍານອາວະກາດ
ຂົນສົ່ງໄປກັບ ຫລື shuttleໄດ້ຍຸດຕິລົງເມື່ອວັນທີ 21 ກໍລະກົດ
ປີ 2011. ຍານອາວະກາດໄປກັບ shuttle ໄດ້ຖືກນຳໃຊ້ເພື່ອ
ລຳລຽງນັກເຫາະອາວະກາດ ແລະອື່ນໆ ຈາກສະຫະລັດແລະ
ປະເທດອື່ນໆ ຂຶ້ນໄປຍັງອາວະກາດ ເປັນເວລາ 30 ປີ. ຫລັງ
ຈາກທີ່ NASA ໄດ້ຢຸດເຊົາໃຊ້ຍານ shuttle ໃນປີ 2011
ສະຫະລັດກໍຕ້ອງໄດ້ຈ່າຍເງິນໃຫ້ຣັດເຊຍ ເພື່ອໃຫ້ນຳເອົານັກ
ບິນອາວະກາດອາເມຣິກັນ ຂຶ້ນໄປແລະກັບລົງມາ ຈາກສະຖາ
ນີອາວະກາດນາໆຊາດ. ຄ່າໃຊ້ຈ່າຍ ແມ່ນປະມານ 70 ລ້ານ
ດອລລ່າ ຕໍ່ນັກບິນອາວະກາດອາເມຣິກັນຄົນນຶ່ງ ສຳຫລັບແຕ່ລະຖ້ຽວບິນ. ມີນັກບິນອາວະ
ກາດອາເມຣິກັນ ຢ່າງນ້ອຍ 4 ຄົນບິນໄປຍັງສະຖານີອາວະກາດ ໃນແຕ່ລະປີ.
NASA ມີແຜນການທີ່ຈະຢຸດເຊົາໃຊ້ ຍານອາວະກາດ Soyuz ຂອງ ຣັດເຊຍ ໃນປີ 2017. NASA ຫວັງວ່າ ພາຫານະໃໝ່ຂອງບໍລິສັດ Boeing ກັບ SpaceX ຈະຂົນສົ່ງມະນຸດ ຂຶ້ນ
ໄປຍັງອາວະກາດໄດ້ ພາຍໃນທ້າຍປີດຽວກັນນັ້ນ.
NASA ກ່າວວ່າ ຕົນໄດ້ສົ່ງຍານອາວະກາດ ຂຶ້ນໂຄຈອນອ້ອມໂລກໃນລະດັບຕໍ່າ ຄືຈາກ
ໜ້າໂລກ ສູງຂຶ້ນໄປຮອດ 2 ພັນຫລັກກິໂລແມັດນັ້ນ ມາຕັ້ງແຕ່ປີ 1962 ແລະມາບັດນີ້ ຕົນ
ຢາກມອບວຽກງານອັນນັ້ນ ໃຫ້ບັນດາບໍລິສັດເອກກະຊົນເຮັດ. NASA ກ່າວວ່າ ການເຮັດ
ເຊັ່ນນັ້ນແມ່ນຈະອຳນວຍໃຫ້ຕົນສາມາດໄດ້ຮັບ “ປະໂຫຍດທາງດ້ານ ການຄົ້ນຄວ້າ ແລະ
ປະສົບປະການ ຫລາຍທີ່ສຸດ ຈາກການລົງທຶນຂອງອາເມຣິກາ ໃສ່ສະຖານີອາວະກາດ
ນາໆຊາດ.”
ວີດີໂອ ກ່ຽວກັບລາຍງານນີ້:
NASA ໃຫ້ຂໍ້ສັງເກດວ່າ ນອກນັ້ນ ຕົນຍັງຈະສາມາດໃຊ້ເວລາຂອງຕົນ ເພື່ອ“ກໍ່ສ້າງຍານ
ອາວະກາດ ແລະຈະຫລວດ ສຳຫລັບການປະຕິບັດງານໃນເຂດອາວະກາດເລິກໆ ອັນ
ໂຮມທັງສົ່ງໄປຍັງດາວພະອັງຄານ ໃນຊຸມປີ 2030 ນັ້ນນຳ” ຊຶ່ງການເດີນທາງເຫລົ່ານັ້ນ
ອາດຮວມທັງການໄປລົງຈອດເທິງໜ້າ ດາວນົບພະເຄາະນ້ອຍ asteroids ນຳ. ມີລາຍ
ງານຂ່າວວ່າ ອົງການ NASA ກຳລັງວາງແຜນຈະສົ່ງຍານອາວະກາດ ໄປສຳຫລວດ
ເຂດອາວະກາດເລິກໆ ໃນຖ້ຽວບິນທົດລອງ ໃນເດືອນທັນວາຈະມາເຖິງນີ້.
ແລະນັ້ນກໍຄືລາຍງານ ວິທະຍາສາດແລະເທັກໂນໂລຈີ ຂອງວີໂອເອ ພະແນກຮຽນພາສາ
ອັງກິດ ຫລື VOA Learning English.
ຄຳສັບຈາກລາຍງານນີ້ ທີ່ເຮົາຈະສອນທ່ານ ກໍມີ:
astronaut - a-s-t-r-o-n-a-u-t – ແປວ່າ ນັກບິນອາວະກາດ
private - p-r-i-v-a-t-e – ແປວ່າ ເອກະຊົນ
transport - t-r-a-n-s-p-o-r-t – ແປວ່າ ຂົນສົ່ງ ຫລື ລຳລຽງ
research - r-e-s-e-a-r-c-h – ແປວ່າ ການຄົ້ນຄ້ວາ
International Space Station ປະກອບດ້ວຍສາມຄຳສັບ ຄື:
International - I-n-t-e-r-n-a-t-i-o-n-a-l ແປວ່າ ນາໆຊາດ ຫລື ສາກົນ ຫລື ລະຫວ່າງປະເທດ
Space – S-p-a-c-e ແປວ່າ ອາວະກາດ
Station – S-t-a-t-i-o-n ແປວ່າ ສະຖານີ
International Space Station ແປວ່າ ສະຖານີອາວະກາດນາໆຊາດ ຫລືສາກົນ ເອີ້ນຫຍໍ້ວ່າ ISS ຊຶ່ງທ່ານສາມາດຫລຽວຂຶ້ນເບິ່ງຢູ່ເທິງຟ້າໄດ້ ມັນຈະສົ່ງແສງສະຫວ່າງຄືກັນກັບດາວ ແຕ່ບໍ່ລະຍິບລະຍັບຄືດາວ.
ຟັງລາຍງານພາສາອັງກິດຊ້າໆ:
Three years after the United States ended the space shuttle program,
the American space agency today announced the return of “human
space flight to U.S. soil.”
NASA has chosen two spaceships, the Boeing CST-100 and SpaceX Dragon version 2, to bring American astronauts to the International Space Station. The program will cost $6.8 billion.
NASA administrator Charles Bolden said “this wasn’t an easy choice.” He said the decision will “end our reliance on Russia” to transport American astronauts to the International Space Station.
The decision followed four years of work by Boeing, SpaceX and a smaller company called Sierra Nevada.
The Boeing CST-100 is designed to transport up to seven passengers or a mixed load to the International Space Station. Boeing has built spaceships for NASA for more than 40 years. It was one of the main builders of the space station.
NASA has used the SpaceX Dragon spaceship since 2012 to carry supplies to the space station. It is the first private company to do so. But it has always said its goal is to transport humans into space.
Boeing and SpaceX will own and operate the spaceship. In the space agency’s words, “once development is complete, NASA plans to buy a service -- simply put, like getting a taxi ride to low-Earth orbit.”
The final space shuttle mission ended July 21, 2011. Shuttles had been used to carry astronauts and others from the United States and other countries into space for 30 years. After NASA stopped using the shuttles in 2011, it was forced to pay Russia to carry American astronauts to and from the International Space Station. The flight costs about $70 million for each American astronaut. At least four American astronauts fly to the space station every year.
NASA plans to stop using the Russian Soyuz spaceship in 2017. The agency hopes the new Boeing and SpaceX vehicle will transport humans to space by the end of that year.
NASA says it has been visiting low-Earth orbit since 1962 and it wants
to give that work to private companies. NASA says that will permit it to get “the most research and experience out of America’s investment in
the International Space Station.” And, NASA notes, it will also be able
to spend its time on “building spacecraft and rockets for deep space missions, including flights to Mars in the 2030s.” Those trips may also include landings on asteroids. NASA is reportedly planning to send a deep-space exploration spaceship on a test flight in December.
VOA’s Christopher Cruise wrote this story for Learning English. Material from NASA and the Associated Press was used in this report. Hai Do and Caty Weaver were the editors.
_______________________________________________________________
Words from This Story
astronaut – n. a person who travels in space
private – adj. of or about a person or group that is secret; opposite public
transport – v. to move goods or people from one place to another
research – n. a careful study to discover correct information
Now it’s your turn to use these Words in This Story. In the comments section, write a sentence using one of these words and we will provide feedback on your use of vocabulary and grammar.