ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂື່ອນນ້ຳເທີນ 2 ລົດປະລິມານ ການປ່ອຍນ້ຳ ອອກຈາກເຂື່ອນ ລົງສູ່ແມ່ນ້ຳເຊບັ້ງໄຟ


 ພາຍຸເຊິ່ນກາ (Son Ca) ໄດ້ພັດເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້
ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່
ພາຍຸເຊິ່ນກາ (Son Ca) ໄດ້ພັດເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່

ເຂື່ອນນ້ຳເທີນ 2 ລົດປະລິມານການປ່ອຍນ້ຳອອກຈາກເຂື່ອນ ລົງສູ່ແມ່ນ້ຳເຊບັ້ງໄຟ
ເພື່ອຫລຸດຜ່ອນຜົນກະທົບ ຈາກໄພນ້ຳຖ້ວມ ໃນພື້ນທີ່ໃຕ້ເຂື່ອນ້ຳເທີນ 2 ໃນແຂວງ
ຄຳມ່ວນ ແລະ ສະຫວັນນະເຂດ.

ທ່ານດຸສິດ ພົມມະຈັນ ຜູ້ອຳນວຍການໂຄງການເຂື່ອນໄຟຟ້ານ້ຳເທີນ 2 ຢືນຢັນວ່າ
ປະລິມານນ້ຳຝົນ ທີ່ຕົກລົງມາຢ່າງຕໍ່ເນື່ອງ ເຮັດໃຫ້ປະລິມານນ້ຳເຕັມຄວາມຈຸ ແລະ ລົ້ນອ່າງໂຕ່ງຂອງເຂື່ອນນ້ຳເທີນ 2 ນັບແຕ່ເດືອນສິງຫາ ເປັນຕົ້ນມາແລ້ວ ຊຶ່ງເມື່ອ
ປະກອບກັບພື້ນທີ່ໃນເຂດຕອນລຸ່ມຂອງເຂື່ອນນ້ຳເທີນ 2 ກໍຄືເຂດແຂວງຄຳມ່ວນ
ແລະ ສະຫວັນນະເຂດ ນັ້ນ ກໍກຳລັງປະເສີນກັບໄພນ້ຳຖ້ວມ ຢ່າງກວ້າງຂວາງດ້ວຍ
ແລ້ວ ຈຶ່ງເຮັດໃຫ້ຄະນະຜູ້ບໍລິຫານເຂື່ອນນ້ຳເທີນ 2 ມີຄຳສັ່ງໃຫ້ຢຸດການເດີນເຄື່ອງຈັກ
ຜະລິດກະແສໄຟຟ້າ ເປັນການຊົ່ວຄາວ ເພື່ອຈະໄດ້ບໍ່ຕ້ອງປ່ອຍນ້ຳ ລົງໄປຊ້ຳຕື່ມ ໃນ
ພື້ນທີ່ໃຕ້ເຂື່ອນດັ່ງກ່າວ.

ພາຍຸເຊິ່ນກາ (Son Ca) ໄດ້ພັດເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່ ແລະໄດ້ສ້າງຄວາມເສຍຫາຍແກ່ ຂົວແຫ່ງນຶ່ງ
ພາຍຸເຊິ່ນກາ (Son Ca) ໄດ້ພັດເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່ ແລະໄດ້ສ້າງຄວາມເສຍຫາຍແກ່ ຂົວແຫ່ງນຶ່ງ

ທັງນີ້ ໂດຍນ້ຳທີ່ຖືກປ່ອຍອອກຈາກເຂື່ອນນ້ຳເທີນ 2 ໃນໄລຍະນີ້ ຈຶ່ງເປັນພຽງປະລິ
ມານນ້ຳ ທີ່ມີການລົ້ນຈາກອ່າງໂຕ່ງເທົ່ານັ້ນ ກໍຄືລະດັບນ້ຳທີ່ສູງເກີນກວ່າ 538 ແມັດ
ສູງກວ່າ ລະດັບນ້ຳທະເລ ຊຶ່ງປະລິມານນ້ຳໃນອ່າງໂຕ່ງກໍໄດ້ເກີນລະດັບສູງສຸດດັ່ງກ່າວ
ນັບຈາກວັນທີ 15 ກັນຍາ ເປັນຕົ້ນມາ ດັ່ງທີ່ ທ່ານດຸສິດ ໄດ້ໃຫ້ການຊີ້ແຈງວ່າ:

“ເຂື່ອນໄຟຟ້ານ້ຳເທີນ 2 ຂອງເຮົາ ລະແມ່ນວ່າ ນ້ຳໄດ້ເຕັມອ່າງນາກາຍເຮົາ ຮອດ
538 ລະດັບສູງສຸດຫັ້ນ ຕັ້ງແຕ່ວັນທີ 15 ຕອນກາງຄືນ ແລະເຮົາກະໄດ້ເລີ່ມເປີດ
ປະຕູນ້ຳ ເພື່ອລະບາຍນ້ຳອອກ ໃນປັດຈຸບັນນີ້ ເຮົາກະເປີດຢູ່ 500 ແມັດກ້ອນຕໍ່
ວິນາທີ ແລະຄາດວ່າ ຈະເປີດລັກຊະນະແບບນີ້ຫັ້ນ ຈົນກວ່າລະດັບນ້ຳຈະກັບ
ສູ່ລະດັບປົກກະຕິ ທີ່ 538.”

ທັງນີ້ ໂດຍໃນຊ່ວງທ້າຍເດືອນກໍລະກົດ ຫາຕົ້ນເດືອນສິງຫາ ທີ່ຜ່ານມາ ພາຍຸເຊິ່ນກາ
(Son Ca) ໄດ້ພັດເຂົ້າມາໃນລາວ ແລະເກີດຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້
ເກີດນ້ຳຖ້ວມ ນ້ຳໄຫລຊຸແຮງ ແລະດິນເຈື່ອນໃນຫຼາຍພື້ນທີ່ ອັນໄດ້ສົ່ງຜົນກະທົບຕໍ່
ປະຊາຊົນ ລາວ 255,000 ກວ່າຄົນ ໃນເຂດ 860 ບ້ານ ໃນ 53 ເມືອງ ທີ່ຂຶ້ນກັບ 14
ແຂວງ ຄື ຜົ້ງສາລີ ຫົວພັນ ຫລວງນ້ຳທາ ຊຽງຂວາງ ອຸດົມໄຊ ໄຊຍະບູລີ ວຽງຈັນ
ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ຈຳປາສັກ ສາລະວັນ ເຊກອງ ແລະ ອັດຕະປື
ໂດຍສະເພາະ ແຂວງຄຳມ່ວນ ຊຶ່ງເປັນທີ່ຕັ້ງຂອງເຂື່ອນນ້ຳເທີນ 2 ແລະ ບາງພື້ນທີ່
ຂອງແຂວງສະຫວັນນະເຂດ ທີ່ຢູ່ເຂດໃຕ້ເຂື່ອນນ້ຳເທີນ 2 ນັ້ນ ຖືເປັນເຂດທີ່ໄດ້ຮັບ
ຜົນກະທົບຮຸນແຮງທີ່ສຸດ ເພາະມີປະລິມານນ້ຳ ທີ່ຖືກປ່ອຍຈາກເຂື່ອນລົງມາເພີ່ມຕື່ມ
ດ້ວຍນັ້ນເອງ.

ນ້ຳທີ່ຖືກປ່ອຍອອກຈາກເຂື່ອນນ້ຳເທີນ 2 ທີ່ຕັ້ງຢູ່ໃນແຂວງຄຳມ່ວນ
ນ້ຳທີ່ຖືກປ່ອຍອອກຈາກເຂື່ອນນ້ຳເທີນ 2 ທີ່ຕັ້ງຢູ່ໃນແຂວງຄຳມ່ວນ

ທັງນີ້ ລັດຖະບານລາວ ໄດ້ໃຫ້ການຊ່ອຍເຫຼືອເບື້ອງຕົ້ນ ແກ່ປະຊາຊົນລາວ ທີ່ໄດ້ຮັບ
ຜົນກະທົບຈາກໄພທຳມະຊາດຄັ້ງຫລ້າສຸດນີ້ແລ້ວ ຄິດເປັນມູນຄ່າລວມຫຼາຍກວ່າ
976 ລ້ານກີບ ຊຶ່ງເປັນການບັນເທົາທຸກ ແລະແກ້ໄຂສະພາບການສຸກເສີນເທົ່ານັ້ນ
ເພາະວ່າ ຜົນກະທົບຍັງໄດ້ເກີດຂຶ້ນກັບ ພື້ນຖານໂຄງລ່າງຢ່າງກວ້າງຂວາງ ທັງເສັ້ນ
ທາງຄົມມະນາຄົມ-ຂົນສົ່ງ ລະບົບໄຟຟ້າ ນ້ຳປະປາ ສຸກສາລາ ໂຮງຮຽນ ວັດ ທີ່ຢູ່
ອາໄສ ແລະອື່ນໆ ທີ່ລວມເຖິງພື້ນທີ່ການກະເສດ ແລະລະບົບຄອງຊົນລະປະທານ
ດ້ວຍ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການຜະລິດດ້ານກະສິກຳ ແລະສະບຽງອາຫານໃນລາວ
ຢ່າງຫລີກລ່ຽງບໍ່ໄດ້ ເຊັ່ນດຽວກັນ.

ທັງນີ້ ໂດຍອີງຕາມລາຍງານຂອງກະຊວງກະສິກຳ ແລະປ່າໄມ້ ລະບຸວ່າ ພາຍຸເຊິ່ນກາ
ເຮັດໃຫ້ເນື້ອທີ່ນາຂອງກະເສດຕະກອນລາວ ເສຍຫາຍໄປຫລາຍກວ່າ 37,800 ເຮັກຕາ
ສັດລ້ຽງປະເພດງົວ ຄວາຍ ໝູ ແບ້ ແລະສັດປີກ ຫລາຍກວ່າ 23,500 ໂຕ ທີ່ສູນຫາຍ
ໄປກັບກະແສນ້ຳ ແລະອື່ນໆ ຄິດເປັນຄວາມເສຍຫາຍຫລາຍກວ່າ 55.5 ຕື້ກີບ ທັງກໍຍັງ
ຈະສົ່ງຜົນກະທົບຕໍ່ການສົ່ງອອກພືດຜົນໄປຕ່າງປະເທດອີກດ້ວຍ.

ກະຊວງກະສິກຳ ແລະປ່າໄມ້ ລາຍງານວ່າ ໃນລະດູການປະຈຳປີ 2016 ກະເສດ
ຕະກອນ ທົ່ວປະເທດລາວ ມີຜົນຜະລິດເຂົ້າໃນປະລິມານລວມ 4 ລ້ານກວ່າໂຕນ ມີເນື້ອທີ່ປັກດຳນາປີ ແລະນາແຊງລວມທັງໝົດ 975,215 ເຮັກຕາ ແຕ່ກໍສາມາດສົ່ງ
ຜົນຜະລິດ ເຂົ້າໄປຕ່າງປະເທດໄດ້ພຽງ 21,000 ໂຕນເທົ່ານັ້ນ ທັງຍັງຄາດວ່າ ຈະລົດ
ລົງເປັນ 20,000 ໂຕນໃນປີ 2017 ນີ້ ເພາະຜົນກະທົບຈາກໄພນ້ຳຖ້ວມດັ່ງກ່າວ.

XS
SM
MD
LG