ອະດີດນາຍົກລັດຖະມົນຕີມາເລເຊຍ ທ່ານນາຈິບ ຣາຊັຄ ໄດ້ປະເຊີນໜ້າກັບຄຳຖາມ
ໃນວັນອັງຄານມື້ນີ້ ຈາກຄະນະກຳມາທິການ ຕໍ່ຕ້ານການສໍ້ລາດບັງຫຼວງ ທີ່ເປັນ
ພາກສ່ວນນຶ່ງຂອງການສືບສວນໃໝ່ເຂົ້າໃນຂ່າວສໍ້ໂກງເງິນຫຼາຍ ພັນລ້ານໂດລາ ທີ່ພົວ
ພັນກັບກອງທຶນພັດທະນາຂອງປະເທດ ກໍຄື 1MDB ນັ້ນ.
ປະທານຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ທ່ານ ໂມຮາມັດ ຊູກຣີ ອັບດູລ
ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ທ່ານໄດ້ຮຽກຕົວທ່ານນາຈິບ ມາສອບປາກຄຳ,
ແຕ່ວ່າ ທ່ານຈະບໍ່ຖືກຈັບກຸມ ໃນວັນອັງຄານມື້ນີ້.
ຄະນະສືບສວນ ຕ້ອງການທີ່ຈະຮູ້ກ່ຽວກັບເງິນ 10 ລ້ານ ໂດລາ ໃນການໂອນຜ່ານທາງທະນາຄານ ຈາກສາຂານຶ່ງຂອງກອງທຶນ 1MDB ໄປຍັງ ບັນຊີສ່ວນຕົວຂອງທ່ານນາຈິບ.
ການໂອນເງິນທີ່ວ່ານີ້ ແມ່ນພາກສ່ວນນຶ່ງຂອງກະຊວງຍຸຕິທຳສະຫະລັດ ທີ່ກ່າວຫາວ່າ
ເງິນຈຳນວນ 4 ພັນ 5 ຮ້ອຍລ້ານ ທີ່ທ່ານນາຈິບ ໄດ້ລັກຂະໂມຍໄປຈາກກອງທຶນດັ່ງກ່າວ.
ທ່ານນາຈິບ ໄດ້ປະຕິເສດ ຕໍ່ການກະທຳຜິດໃດໆ.
ຂ່າວນອງນັນທີ່ວ່ານີ້ ໄດ້ມີບົດບາດເຂົ້າໃນການເສຍໄຊຂອງລັດຖະບານ ທີ່ປົກຄອງ
ປະເທດມາເປັນເວລາດົນນານ ໃນການເລືອກຕັ້ງທົ່ວປະເທດ ໃນຕົ້ນເດືອນນີ້ ທີ່ເຮັດ
ໃຫ້ເປັນການກັບຄືນມາຂອງອະດີດຜູ້ນຳ ທ່ານມະຫາເທຍ ໂມຮາມັດ ຂຶ້ນສູ່ອຳນາດ. ທ່ານມະຫາເທຍ ໄດ້ປະຕິຍານວ່າ ຈະເປີດຫຼັກຖານໃໝ່ ກ໋ຽວກັບໃນຄະດີຄວາມຂອງ
ກອງທຶນ 1MDB ນີ້ຕື່ມ.
ທ່ານຊູກຣີ ຍັງໄດ້ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ໃນປີ 2015 ໃນຂັ້ນຕົ້ນຂອງການ
ສືບສວນເຂົ້າໃນຄະດີດຽວກັນນີ້ ທີ່ໄດ້ປະເຊີນໜ້າກັບ “ການຕໍ່ສູ້” ການອັບອາຍຂາຍ
ໜ້າ ແລະວ່າ ພວກເຫັນເຫດການ ແມ່ນຖືກອູ້ມໄປ.
ກະຊວງຍຸຕິທຳ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ ຕົນໄດ້ຕິດຕາມເຮັດວຽກ
ກ່ຽວກັບເຈົ້າໜ້າທີ່ມາເລເຊຍ ແລະຕົນແມ່ນໝາຍໝັ້ນທີ່ຈະເຮັດໃຫ້ແນ່ນອນວ່າ
ລະບົບການເງິນຂອງສະຫະລັດ ແມ່ນບໍ່ໄດ້ຖືກຂົ່ມຂູ່ ໂດຍພວກສໍ້ລາດບັງຫຼວງ
ພວກທີ່ຈະຊຸກເຊື່ອງສົມບັດທີ່ເນົ່າເໝັນນີ້.
Former Malaysian Prime Minister Najib Razak faced questions Tuesday from an anti-graft commission as part of a new probe into a multibillion-dollar scandal involving the country's development fund, 1MDB.
Anti-Corruption Commission chief Mohamad Shukri Abdull said at a news conference that he had summoned Najib for questioning, but that he would not be arrested Tuesday.
Investigators want to know about a $10 million bank transfer from a unit of 1MDB to Najib's bank account. The transaction is a small part of what the U.S. Justice Department alleges is $4.5 billion Najib helped steal from the fund.
Najib has denied any wrongdoing.
The scandal played a role in the defeat of his long-ruling coalition in national elections earlier this month that returned former leader Mahathir Mohamad to power. Mahathir pledged to open a new probe into the 1MDB scandal.
Shukri also said Tuesday that in 2015, during an earlier investigation into the same allegations, he faced "frightening" harassment and that witnesses were abducted.
The Justice Department said in a statement it looks forward to working with Malaysian authorities and is committed to ensuring the U.S. financial system is not threatened by corrupt people who want to hide ill-gotten wealth.