ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສຫລ ແລະ ການາດາ ຈະຈັດ ການເຈລະຈາ ດ້ານການຄ້າ ລຸນຫຼັງ ສຫລ ໄດ້ບັນລຸ ຂໍ້ຕົກລົງ ກັບເມັກຊິໂກ


ທຸງຊາດ ການາດາ, ເມັກຊິໂກ ແລະ ສະຫະລັດ ຢູ່ດ້ານຫຼັງ ຂອງແທ່ນກ່າວຄຳປາໄສ ກ່ອນກອງປະຊຸມ ຖະແຫຼງຂ່າວ ໃນພິທີປິດ ການເຈລະຈາຮອບທີ 7 ຂອງ ອົງການ NAFTA, ທີ່ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 5 ມີນາ, 2018.
ທຸງຊາດ ການາດາ, ເມັກຊິໂກ ແລະ ສະຫະລັດ ຢູ່ດ້ານຫຼັງ ຂອງແທ່ນກ່າວຄຳປາໄສ ກ່ອນກອງປະຊຸມ ຖະແຫຼງຂ່າວ ໃນພິທີປິດ ການເຈລະຈາຮອບທີ 7 ຂອງ ອົງການ NAFTA, ທີ່ນະຄອນຫຼວງ ເມັກຊິໂກ ຊີຕີ້, ປະເທດ ເມັກຊິໂກ. 5 ມີນາ, 2018.

ບັນດານັກເຈລະຈາຈາກປະເທດ ການາດາ ແລະ ສະຫະລັດ ຈະຈັດ ການເຈລະຈາໃນ
ລາຍລະອຽດ ກ່ຽວກັບ ການຄ້າໃນນະຄອນຫຼວງ ວໍຊິງຕັນ ໃນຂະນະທີ່ເຂົາເຈົ້າພະຍາ
ຍາມເຮັດຂໍ້ຕົກລົງສະບັບໃໝ່ ເພື່ອສັບປ່ຽນຂໍ້ຕົກລົງການຄ້າເສລີໃນອາເມຣິກາເໜືອ
ຫຼື NAFTA.

ການເຈລະຈາດັ່ງກ່າວໄດ້ມີຂຶ້ນຫຼັງຈາກ ສະຫະລັດ ກັບ ເມັກຊິໂກ ໄດ້ເຫັນດີນຳກັນ ໃນ
ຂໍ້ຕົກລົງການຄ້າສອງຝ່າຍໃນສັບປະດານີ້ ໃນຂະນະ ດຽວກັນ ກໍໄດ້ເປີດທາງໃຫ້
ການາດາ ເຂົ້າຮ່ວມ ແລະ ຮັກສາໄວ້ ໃນສິ່ງທີ່ເປັນ ສາຍພົວພັນການຄ້າສາມຝ່າຍ ທີ່ມີ
ມາດົນກວ່າ 20 ປີແລ້ວນັ້ນ.

ລັດຖະມົນຕີການຕ່າງປະເທດ ການາດາ ທ່ານນາງ ຄຣິສເຕຍ ຟຣີແລນ ໄດ້ພົບປະກັບ
ຜູ້ຕາງໜ້າທາງດ້ານການຄ້າ ສະຫະລັດ ທ່ານ ໂຣເບີດ ໄລໄຕເຊີ ໃນວັນອັງຄານວານນີ້
ໃນສິ່ງທີ່ທ່ານນາງເວົ້າວ່າ ເປັນການເຈລະຈາເບື້ອງຕົ້ນ “ທີ່ມີໝາກຜົນຫຼາຍ” ກ່ອນການ
ເຈລະຈາ ລະ ຫວ່າງທັງສອງຝ່າຍທີ່ມີຄວາມສະເພາະເຈາະຈົງກວ່ານີ້ ຈະຈັດຂຶ້ນໃນວັນ
ພຸດມື້ນີ້.

ທ່ານນາງ ຟຣີແລນ ໄດ້ເວົ້າວ່າ ຂໍ້ມູນບາງຢ່າງ ກ່ຽວກັບ ຂໍ້ຕົກລົງລະ ຫວ່າງ ສະຫະລັດ
ກັບ ເມັກຊິໂກ ນັ້ນ, ໂດຍສະເພາະສິ່ງທີ່ທ່ານນາງ ໄດ້ເອີ້ນວ່າ “ການຍິນຍອມຄັ້ງໃຫຍ່”
ຂອງ ເມັກຊິໂກ ກ່ຽວກັບ ກົດລະບຽບ ແຮງງານດ້ານລົດຍົນ ແລະ ແຫຼ່ງອາໄຫຼ່ຕ່າງໆນັ້ນ,
ໄດ້ເຮັດໃຫ້ ການາດາ ມີຄວາມຮູ້ສຶກໃນແງ່ບວກ ກ່ຽວກັບ ການເຈລະຈາໃນ ວໍຊິງຕັນ.

ທ່ານນາງໄດ້ເວົ້າວ່າ “ການທີ່ ເມັກຊິໂກ ສາມາດເຮັດບາງສິ່ງທີ່ຂ້າພະ ເຈົ້າຄິດວ່າ ມັນ
ຄົງຈະຍາກສຳລັບ ເມັກຊິໂກ ແລະ ການຍິນຍອມດັ່ງ ກ່າວນັ້ນ ໄດ້ເປັນເງື່ອນໄຂໃຫ້
ພວກເຮົາ ໄດ້ມາເຮັດການເຈລະຈາທີ່ມີ ປະສິດທິຜົນຢູ່ທີ່ນີ້.”

ມັນຍັງບໍ່ທັນຊັດເຈນວ່າ ສະຫະລັດ ແລະ ການາດາ ຈະແກ້ໄຂຂໍ້ຂັດ ແຍ້ງທີ່ມີມາດົນ
ນານ ກ່ຽວກັບ ພາສີລົດຍົນ ແລະ ຜະລິດຕະພັນນົມ ທີ່ໄດ້ມີມາຢ່າງຕໍ່ເນື່ອງຜ່ານການ
ເຈລະຈາຂອງອົງການ NAFTA ຫຼາຍເດືອນ ຫຼືບໍ່.

ທ່ານນາງ ຟຣີແລນ ຍັງມີກຳນົດທີ່ຈະພົບປະກັບບັນດາເຈົ້າໜ້າທີ່ການຄ້າຂອງ ເມັກຊິ
ໂກ ເຊິ່ງຕອນນີ້ຍັງຢູ່ທີ່ນະຄອນຫຼວງ ວໍຊິງຕັນ.

ລາຍລະອຽດຂັ້ນສຸດທ້າຍ ຂອງຂໍ້ຕົກລົງລະຫວ່າງສະຫະລັດກັບເມັກຊິໂກ ແມ່ນຍັງບໍ່
ທັນສຳເລັດເທື່ອ, ແຕ່ທ່ານ ໄລໄຕເຊີ ໄດ້ກ່າວວ່າ ທ່ານເຊື່ອວ່າຂໍ້ຕົກ ລົງຊົ່ວຄາວດັ່ງ
ກ່າວ ແມ່ນໄຊຊະນະສຳລັບສອງປະເທດ ເຊິ່ງມັນຈະສ້າງວຽກງານເພີ່ມເຕີມໃຫ້ຊາວ
ສວນ ແລະກຳມະກອນອື່ນໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG