ສະມາຊິກສະພາແຫ່ງຊາດຢືນຢັນວ່າ ມີປະຊາຊົນ ລາວ ທີ່ທຸກຍາກເພີ່ມຂຶ້ນອີກ ເພາະຜົນກະທົບຈາກໄພພິບັດທຳມະຊາດທີ່ເກີດຂຶ້ນທຸກປີ ໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ ໄພແລ້ງທີ່ຮຸນແຮງຫຼາຍຂຶ້ນນັບມື້.
ທ່ານ ຄຳວອນ ວຸດທະວົງ ສະມາຊິກສະພາແຫ່ງຊາດຈາກແຂວງຫົວພັນ ຖະແຫຼງຢືນຢັນວ່າການທີ່ປະຊາຊົນ ລາວ ປະເຊີນກັບໄພພິບັດທຳມະຊາດທີ່ເກີດຂຶ້ນທຸກປີໂດຍສະເພາະແມ່ນໄພນ້ຳຖ້ວມ ແລະ ໄພແລ້ງທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນນັບມື້ນັ້ນ ໄດ້ສົ່ງຜົນກະທົບເຮັດໃຫ້ມີປະຊາຊົນ ລາວ ທີ່ຍາກຈົນເພີ່ມຂຶ້ນດ້ວຍເຊັ່ນກັນ ໂດຍສຳລັບໃນແຂວງຫົວພັນ ທີ່ນອກຈາກຈະຕ້ອງປະເຊີນກັບໄພພິບັດທຳມະຊາດແລ້ວ ກໍຍັງຕ້ອງປະເຊີນກັບໄພທີ່ເກີດຈາກການກະທຳຂອງປະຊາຊົນບັນດາເຜົ່າອີກດ້ວຍ ສະນັ້ນຈຶ່ງເຊື່ອວ່າອັດຕາຄວາມຍາກຈົນໃນແຂວງຫົວພັນ ໄດ້ເພີ່ມຂຶ້ນເປັນເກີນກວ່າ 14 ເປີເຊັນຂອງຈຳນວນປະຊາກອນທັງໝົດພາຍໃນແຂວງຫົວພັນແລ້ວໃນປັດຈຸບັນນີ້ ດັ່ງທີ່ທ່ານ ຄຳວອນ ໄດ້ຖະແຫຼງຢືນຢັນວ່າ
"ອັດຕາຄວາມທຸກຍາກຂອງປະຊາຊົນຢູ່ແຂວງຫົວພັນ ປັດຈຸບັນຍັງ 14 ເປີເຊັນກວ່າ ແຕ່ບໍ່ທັນລວມປີ 2019 ນີ້ມັນຈະທຸກຕື່ມເທົ່າໃດ ເພາະວ່າມັນຍັງມີຫຼາຍເຫດການເກີດຂຶ້ນຫວ່າງເດືອນແລ້ວນີ້ກະ 30 ປາຍຄອບຄົວຢູ່ບ້ານບຸກເບື້ອງຫັ້ນກໍຖືກໄຟໄໝ້ໝົດ ກໍໝາຍວ່າ 30 ປາຍຄອບຄົວນີ້ກະເປັນ 30 ປາຍຄອບຄົວທີ່ທຸກຕື່ມ."
ສ່ວນທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ແລະ ໂຄສົກລັດຖະບານ ລາວ ໄດ້ຢືນຢັນວ່າ ໄພພິບັດທຳມະຊາດໃນປີ 2019 ທີ່ມີທັງໄພນ້ຳຖ້ວມ, ລົມພາຍຸ, ຟ້າຜ່າ, ດິນເຈື່ອນ, ໄຟປ່າ ແລະ ສັດຕູພືດຊະນິດຕ່າງໆນັ້ນໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຫຼາຍກວ່າ 579,000 ຄົນໃນເຂດ 2,072 ບ້ານຂອງ 112 ເມືອງໃນ 13 ແຂວງ ປະກອບດ້ວຍແຂວງຜົ້ງສາລີ, ຫຼວງພະບາງ, ໄຊຍະບູລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ຈຳປາສັກ, ແລະ ເຊກອງ ໂດຍໄພທຳມະຊາດດັ່ງກ່າວຍັງເຮັດໃຫ້ມີຜູ້ເສຍຊີວິດ 28 ຄົນ ແລະ ສູນຫາຍໄປ 7 ຄົນອີກດ້ວຍ.
ທາງດ້ານກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານວ່າການຈັດຕັ້ງປະຕິບັດຂອງກອງທຶນຫຼຸດຜ່ອນຄວາມທຸກຍາກໃນຊ່ວງປີ 2003-2018 ທີ່ຜ່ານມາ ໄດ້ເຮັດໃຫ້ປະຊາຊົນ ລາວ ຫຼາຍກວ່າ 6 ແສນຄົນຈາກຈຳນວນປະຊາຊົນ ລາວ ທີ່ຍາກຈົນທັງໝົດ 853,000 ກວ່າຄົນໃນເຂດ 1,820 ບ້ານທີ່ໄດ້ຮັບປະໂຫຍດຈາກການໄດ້ຊົມໃຊ້ພື້ນຖານໂຄງລ່າງຕ່າງໆເຊັ່ນ ຂົວທາງ, ໂຮງຮຽນ, ສຸກສາລາ ແລະ ລະບົບນ້ຳສະອາດ ເປັນຕົ້ນ ດັ່ງທີ່ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ການຢືນຢັນວ່າ
"ກອງທຶນຫຼຸດຜ່ອນຄວາມທຸກຍາກກະໄດ້ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມທຸກຍາກຢູ່ໃນ 1,820 ບ້ານ ຊຶ່ງໄດ້ເຮັດໃຫ້ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງຫຼາຍກວ່າ 600,000 ຄົນຂອງຈຳນວນປະຊາກອນທຸກຍາກ 853,000 ຄົນໃນທົ່ວປະເທດທີ່ໄດ້ຊົມໃຊ້ສິ່ງອຳນວຍຄວາມສະດວກທີ່ສ້າງຂຶ້ນໃໝ່ ແລະ ໄດ້ຮັບການສ້ອງແປງ ຊຶ່ງໄດ້ສະແດງອອກຄື ຂົວຊົນນະບົດ 35 ແຫ່ງ, ເສັ້ນທາງ 154 ເສັ້ນ ຍາວ 852.37 ກິໂລແມັດ ອັນນີ້ແມ່ນທາງລັດກັບປະຊາຊົນພ້ອມກັນເຮັດ ໂຮງຮຽນປະຖົມ 318 ແຫ່ງ, ສຸກສາລາ 14, ນ້ຳລິນ 236 ແຫ່ງ."
ສ່ວນເຈົ້າໜ້າທີ່ຂອງທະນາຄານໂລກປະຈຳ ສປປ ລາວ ເປີດເຜີຍວ່າ ກ່ອງທຶນຫລຸດຜ່ອນ ຄວາມຍາກຈົນໃນລາວ ໄດ້ຮັບການສະໜັບສະໜູນງົບປະມານໃນມູນຄ່າເຖິງ 54 ລ້ານໂດລາ ສຳລັບພັດທະນາພື້ນຖານໂຄງຮ່າງຕ່າງໆ ເພື່ອແກ້ໄຂບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນເຂດຊົນນະບົດໃນຊ່ວງປີ 2017-2019 ໂດຍສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນ ລາວ ໄດ້ 12,011 ຄອບຄົວ ລົບລ້າງຄວາມຍາກຈົນໄດ້ຢ່າງສິ້ນເຊີງໃນ 200 ບ້ານ ສ້າງຕັ້ງບ້ານ ພັດທະນາໄດ້ເພີ້ມຂຶ້ນເປັນ 4,138 ບ້ານ ແລະ ພັດທະນາບ້ານໃຫຍ່ເປັນຕົວເມືອງນ້ອຍ ໃນຊົນ ນະບົດເພີ້ມຂຶ້ນຈາກ 45 ເປັນ 56 ເມືອງ ແຕ່ກໍຍັງມີປະຊາຊົນລາວ ທີ່ຍາກຈົນອີກຫຼາຍກວ່າ
65,000 ຄອບຄົວ ຫຼື 5.34 ເປີເຊັນຂອງຄອບຄົວທັງໝົດ ທີ່ລັດຖະບານລາວ ຕ້ອງລົບລ້າງໃຫ້ ໄດ້ຕາມແຜນການ.
ສ່ວນຄະນະກຳມະການນະໂຍບາຍການພັດທະນາຂອງສະພາເສດຖະກິດ ແລະ ສັງຄົມ ແຫ່ງ ສະຫະປະຊາຊາດ ໄດ້ຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ 2 ໃນ 3 ເງື່ອນໄຂ ອັນເປັນເກນມາດຕະຖານຂອງການຫລຸດພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ຄືເກນມາດຕະຖານຂັ້ນຕ່ຳຂອງຍອດລາຍຮັບແຫ່ງຊາດ (GNI) ແລະ ດັດຊະນີຊັບ ສິນມະນຸດ (HAI) ທີ່ລັດຖະບານລາວ ປະຕິບັດໄດ້ ເມື່ອປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມ ອ່ອນໄຫວທາງເສດຖະກິດ (EVI) ເຊິ່ງຄາດວ່າ ລາວຈະຫລຸດພົ້ນຈາກສະພາບດ້ອຍພັດທະນາ ໄດ້ໃນປີ 2024.