ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫຼີເໜືອ ທົດລອງລູກສອນໄຟໄລຍະໄກ ທີ່ຖືກອອກແບບ ເພື່ອຫຼີກລ່ຽງການປ້ອງກັນ


ອົງການວິທະຍາສາດການປ້ອງກັນ ດຳເນີນການທົດລອງລູກສອນໄຟນຳວິຖີໄລຍະໄກໃນ ເກົາຫຼີເໜືອ, ດັ່ງທີ່ສະແດງໃຫ້ເຫັນໃນພາບທີ່ຖືກສະໜອງໃຫ້ໂດຍອົງການຂ່າວສູນກາງເກົາຫຼີ ຂອງ ເກົາຫຼີເໜືອ (KCNA) ໃນວັນທີ 13 ກັນຍາ 2021.
ອົງການວິທະຍາສາດການປ້ອງກັນ ດຳເນີນການທົດລອງລູກສອນໄຟນຳວິຖີໄລຍະໄກໃນ ເກົາຫຼີເໜືອ, ດັ່ງທີ່ສະແດງໃຫ້ເຫັນໃນພາບທີ່ຖືກສະໜອງໃຫ້ໂດຍອົງການຂ່າວສູນກາງເກົາຫຼີ ຂອງ ເກົາຫຼີເໜືອ (KCNA) ໃນວັນທີ 13 ກັນຍາ 2021.

ເກົາຫຼີເໜືອ ໄດ້ທຳການທົດລອງລູກສອນໄຟຄັ້ງທຳອິດຂອງເຂົາເຈົ້າໃນຮອບປະມານ 6 ເດືອນ. ລູກສອນໄຟນຳວິຖີໄລຍະໄກທີ່ຖືກຍິງຂຶ້ນດັ່ງກ່າວອາດໃຫ້ ເກົາຫຼີເໜືອ ມີວິທີໃໝ່ເພື່ອຫຼີກລ່ຽງລະ ບົບປ້ອງກັນລູກສອນໄຟຂອງ ປະເທດທີ່ຢູ່ໃກ້ຄຽງຂອງເຂົາເຈົ້າ, ດັ່ງທີ່ນັກຂ່າວວີໂອເອ ບິລ ກາລໂລ ມີລາຍງານຈາກນະຄອນຫຼວງ ໂຊລ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ ທ່ານໃນອັນດັບຕໍ່ໄປ.


ເກົາຫຼີເໜືອ ເວົ້າວ່າ ເຂົາເຈົ້າໄດ້ທົດລອງ ລູກສອນໄຟນຳວິຖີໄລຍະໄກທີ່ຖືກພັດທະນາຂຶ້ນໃໝ່ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ.

ເກົາຫຼີໃຕ້, ເຊິ່ງປົກກະຕິຈະຕິດຕາມ ແລະ ລາຍງານການຍິງລູກສອນໄຟຂອງ ເກົາຫຼີເໜືອ ຫຼັງຈາກມັນໄດ້ເກີດຂຶ້ນນັ້ນ, ບໍ່ໄດ້ໃຫ້ຄຳເຫັນຈົນຮອດວັນຈັນວານນີ້. ນັ້ນໄດ້ກໍ່ໃຫ້ມີຄຳຖາມຕ່າງໆ ກ່ຽວກັບວ່າ ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ກວດພົບການທົດລອງລູກສອນໄຟນັ້ນ ຫຼືບໍ່.

ຢູ່ກອງປະຊຸມຖະແຫຼງຂ່າວ, ໂຄສົກກອງທັບ ເກົາຫຼີໃຕ້ ໄດ້ກ່າວວ່າລັດຖະບານ ໂຊລ ແມ່ນກຳລັງເຮັດວຽກຢ່າງໃກ້ຊິດກັບ ວໍຊິງຕັນ ເພື່ອດຳເນີນການວິເຄາະຂອງການຍິງຈະຫຼວດດັ່ງກ່າວຢ່າງຖີ່ຖ້ວນ.

ລູກສອນໄຟຄຣູສຫຼືລູກສອນໄຟນຳວິຖີບິນໃນລະດັບທີ່ຂ້ອນຂ້າງຕໍ່າ ແລະ ສາມາດນຳທາງການບິນ. ນັ້ນຈະອະນຸຍາດໃຫ້ມັນບິນຢູ່ໃຕ້ ຫຼື ອ້ອມລະບົບເຣດ້າປ້ອງກັນລູກສອນໄຟ.

ບັນດານັກວິເຄາະເວົ້າວ່າ ລູກສອນໄຟດັ່ງກ່າວປາກົດວ່າມີລັກສະນະຄ້າຍຄືກັບລູກສອນໄຟ ໂທມາຮອກ ຂອງ ສະຫະລັດ, ເຊິ່ງແມ່ນລູກສອນໄຟນຳວິຖີທີ່ສາມາດຕິດຫົວລະເບີດນິວເຄລຍໃສ່ ແລະເດີນທາງໃນໄລຍະປະມານ 1,600 ກິໂລແມັດ.

ເກົາຫຼີເໜືອ ໄດ້ແນະນຳວ່າລູກສອນໄຟດັ່ງກ່າວ ແມ່ນສາມາດຕິດຫົວລະເບີດ ນິວເຄລຍໃສ່ໄດ້, ເຖິງແມ່ນມັນຈະຍັງບໍ່ແນ່ນອນວ່າ ເກົາຫຼີເໜືອ ມີຫົວລະເບີດນິວເຄລຍທີ່ນ້ອຍພໍຈະຕິດໃສ່ມັນຫຼືບໍ່.

ແນວໃດກໍຕາມ, ລູກສອນໄຟດັ່ງກ່າວແມ່ນອົງປະກອບທີ່ອັນຕະລາຍອີກອັນນຶ່ງ ໃນຄັງອາວຸດຂອງ ເກົາຫຼີເໜືອ, ເຊິ່ງໄດ້ຂະຫຍາຍອອກຢ່າງຫຼວງຫຼາຍນັບຕັ້ງແຕ່ປີ 2019, ເວລາທີ່ເຂົາເຈົ້າໄດ້ສືບຕໍ່ ທຳການທົດລອງອາວຸດຄັ້ງໃຫຍ່.

ມະຕິຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດໄດ້ຫ້າມ ເກົາຫຼີເໜືອ ບໍ່ໃຫ້ເຮັດກິດຈະ ກຳທີ່ປະກອບມີລູກສອນໄຟຂີປະນາວຸດ, ເຊິ່ງອາດບິນໄດ້ໄກກວ່າລູກສອນໄຟນຳວິຖີ.

ດ້ວຍການທົດລອງລູກສອນໄຟນຳວິຖີ, ເຊິ່ງມະຕິດັ່ງກ່າວບໍ່ໄດ້ຫ້າມນັ້ນ, ບັນດານັກວິເຄາະເວົ້າວ່າ ເກົາຫຼີເໜືອ ປາກົດວ່າຈະທົດລອງວ່າມັນສາມາດບິນໄປໄກຊໍ່າໃດ ໂດຍປາສະຈາກການທ້າທາຍໃນການຕອບໂຕ້ທີ່ສຳຄັນຈາກ ສະຫະລັດ.

ທ່ານ ຢາງ ມູ-ຈິນ ນັກວິເຄາະທີ່ມີຫ້ອງການຕັ້ງຢູ່ນະຄອນຫຼວງ ໂຊລ ໄດ້ກ່າວວ່າ ທ່ານຄາດວ່າ ເກົາຫຼີເໜືອ ຈະດຳເນີນການສະແດງອຳນາດທາງທະຫານເພີ່ມເຕີມໃນບໍ່ເທົ່າໃດອາທິດຈະມາເຖິງນີ້. ແຕ່ທ່ານເວົ້າວ່າທ່ານບໍ່ຄາດວ່າຈະມີທ້າທາຍທີ່ສຳຄັນໃດໆທີ່ຈະລ່ວງລະເມີດມາດຕະການລົງ ໂທດຂອງສະຫະປະຊາຊາດ.

ເກົາຫຼີເໜືອ ແມ່ນໄດ້ຜິດຫວັງທີ່ ສະຫະລັດ ບໍ່ໄດ້ຫຼຸດຜ່ອນມາດຕະການລົງໂທດໃນລະຫວ່າງການເຈລະຈາກສອງປີໃນປີ 2018 ແລະ 2019. ນັກວິເຄາະຫຼາຍຄົນສົງໄສວ່າ ເກົາຫຼີເໜືອ ຈະບໍ່ເອົາບາດກ້າວໃດໆທີ່ສ່ຽງຕໍ່ການເຮັດໃຫ້ເສດຖະກິດ ແລະ ການທູດຖືກໂດດດ່ຽວຕື່ມອີກ.

ສຳລັບນຶ່ງປີເຄິ່ງທີ່ຜ່ານມາ, ເກົາຫຼີເໜືອ ໄດ້ວາງມາດຕະການກັກບໍລິເວນໂຣກລະບາດທີ່ເຄັ່ງຄັດທີ່ສຸດໃນໂລກ, ຈົນເຮັດໃຫ້ເສດຖະກິດຂອງເຂົາເຈົ້າຖືກທຳລາຍ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG