ເກົາຫລີເໜືອໄດ້ເລີ້ມກະກຽມສຳລັບກອງປະຊຸມສຸດຍອດຄັ້ງທີສອງ ລະຫວ່າງຜູ້ນຳກິມ ຈົງ ອຶນ ຂອງປະເທດນັ້ນ ກັບປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ, ອີງຕາມລາຍງານຂອງອົງການຂ່າວລັດຖະບານເກົາຫລີເໜືອ.
ທ່ານ ທຣຳ ໄດ້ສົ່ງຈົດໝາຍສະບັບນຶ່ງ ໄປຫາທ່ານ ກິມ ນຳຮອງປະທານປະເທດຂອງເກົາຫລີເໜືອ, ທ່ານ ກິມ ຢົງ ໂຊລ, ຊຶ່ງເປັນຄົນນຶ່ງໃນບັນດາເຈົ້າໜ້າທີ່ຂັ້ນສູງສຸດຂອງປະເທດດັ່ງກ່າວ ທີ່ໄດ້ພົບປະກັບທ່ານທຣຳ ຢູ່ໃນທຳນຽບຂາວ ໃນອາທິດແລ້ວນີ້.
"ທ່ານ ກິມ ກ່າວຍ້ອງຍໍປະທານາທິບໍດີທຣຳ ຢ່າງສູງ ທີ່ເພິ່ນຕັດສິນໃຈອັນເດັດດ່ຽວ ແລະມີຄວາມປາດຖະໜາດີ," ນັ້ນຄືຄຳເວົ້າຢູ່ລາຍງານຂອງອົງການຂ່າວດັ່ງກ່າວ ໂດຍໄດ້ກ່າວເພີ້ມອີກວ່າ ພຽງຢາງຈະ "ລໍຄອຍດ້ວຍໃຈຈົດຈໍ່ ແລະເຊື່ອໝັ້ນ ແລະ ພ້ອມກັນກັບສະຫະລັດ, ຈະກ້າວໄປເທື່ອລະກ້າວ ສູ່ເປົ້າໝາຍ ທີ່ທັງສອງປະເທດ ຈະບັນລຸນຳກັນ."
ລາຍງານຂ່າວດັ່ງກ່າວ ບໍ່ໄດ້ເວົ້າຢ່າງເຈະຈົງວ່າ ເປົ້າໝາຍເຫລົ່ານັ້ນ ແມ່ນຫຍັງກັນແທ້. ແຕ່ວ່າ ທ່ານ ທຣຳຢາກຈະເຫັນວ່າ ເກົາຫລີເໜືອລົບລ້າງອາວຸດນີວ ເຄລຍດ້ວຍຕົນເອງ ໃນຂະນະທີ່ທ່ານ ກິມ ຢາກໃຫ້ຍົກເລີກ ການລົງໂທດຂອງສາກົນຕໍ່ປະເທດຕົນເສຍກ່ອນ ເພື່ອໃຫ້ທ່ານສາມາດປັບປຸງເສດຖະກິດ ທີ່ຊຸດໂຊມຢ່າງແຮງຂອງເກົາຫລີເໜືອນັ້ນ.
ທ່ານ ກິມ ແລະທ່ານ ທຣຳໃຫ້ສັນຍານຳກັນວ່າ ຈະປະຕິບັດງານເພື່ອກ້າວໄປເຮັດໃຫ້ "ແຫລມເກົາຫລີປອດອາວຸດນີວເຄລຍ" ຢູ່ໃນກອງປະຊຸມສຸດຍອດຄັ້ງທຳອິດຂອງພວກເພິ່ນຢູ່ສິງກະໂປ ໃນເດືອນມິຖຸນາຜ່ານມານັ້ນ. ແຕ່ວ່າ ບໍ່ມີຝ່າຍໃດເວົ້າຢ່າງເຈາະຈົງເລີຍວ່າ ເປົ້າໝາຍນັ້ນຈະບັນລຸໄດ້ແບບໃດ ແລະເທົ່າທີ່ຜ່ານມາ ກໍມີຄວາມກ້າວໜ້າ ແຕ່ພຽງເລັກໜ້ອຍ ທີ່ຈະກ້າວໄປເຖິງຈຸດນັ້ນ.
ເກົາຫລີເໜືອຍັງເປັນປະເທດທີ່ມີອຳນາດດ້ານອາວຸດນີວເຄລຍຢູ່ ແລະສະຫະລັດ ກໍຍັງບໍ່ທັນໄດ້ຜ່ອນຜັນ ການລົງໂທດໃດໆເທື່ອ.
ສ່ວນເວລາ ແລະສະຖານທີ່ຂອງກອງປະຊຸມສຸດຍອດຄັ້ງທີສອງນີ້ ຍັງບໍ່ທັນໄດ້ປະກາດໃຫ້ຮູ້ເທື່ອ ແຕ່ວ່າ ປະທານາທິບໍດີ ທຣຳ ໄດ້ເວົ້າວ່າ ມັນອາດຈະມີຂຶ້ນໃນເດືອນກຸມພາ ຈະມາເຖິງນີ້.
North Korea has started preparing for a second summit between leader Kim Jong Un and President Donald Trump, the North's official news agency says.
Trump sent a letter to Kim through North Korean vice chairman Kim Yong Chol, one of the country's highest-ranking officials who met with Trump at the White House last week.
"Kim spoke highly of President Trump for expressing his unusual determination and will," the news agency reported adding that Pyongyang will "wait with patience and good faith and together with the U.S., advance step by step toward the goal to be reached by the two countries."
The report did not specify what those goals are. But Trump would like to see North Korea rid itself of its nuclear weapons while Kim wants international sanctions lifted so he can work on improving the North's moribund economy.
Kim and Trump promised to work toward the "denuclearization of the Korean peninsula" at their first summit in Singapore in June. But neither side specified how that goal will be met and little progress toward getting there has been made so far.
North Korea is still a nuclear power and the U.S. has not eased any of the sanctions.
The time and place for the second summit has yet to be announced, but President Trump has said it will probably happen in February.