ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ເປັນ​ຫົວ​ຂໍ້ ຂອງກອງ​ປະ​ຊຸມສຸດຍອດ​ອາ​ຊຽນ ​ໃນ​ຂະ​ນະ​ທີ່​ບັນ​ຫາ​ໂລກ​ປົກ​ຄຸມ


ໜ່ວ​ຍຮັກ​ສາ​ຄວ​າມ​ປອດ​ໄພ ກຳ​ລັງ​ລາດ​ຕະ​ເວນ ຢູ່ນອກກອງ​ປະ​ຊຸມສຸດຍອດ ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ASEAN ທີ່​ນະ​ຄອນ​ພະ​ນົມ​ເປັນ ວັນ​ທີ 9 ພະ​ຈິກ 2022
ໜ່ວ​ຍຮັກ​ສາ​ຄວ​າມ​ປອດ​ໄພ ກຳ​ລັງ​ລາດ​ຕະ​ເວນ ຢູ່ນອກກອງ​ປະ​ຊຸມສຸດຍອດ ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ASEAN ທີ່​ນະ​ຄອນ​ພະ​ນົມ​ເປັນ ວັນ​ທີ 9 ພະ​ຈິກ 2022

ບັນ​ດາ​ຜູ້​ນຳ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ທີ່ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ຫລວງ​ກຳ​ປູ​ເຈຍ ​ໃນ​ວັນ​ພະ​ຫັດ​ມື້​ນີ້ ປະ​ເຊີນ​ກັບ​ການ​ທ້າ​ທາຍ​ເພື່ອ​ພະ​ຍາ​ຍາມທີ່​ຈະຫຼຸດ​ຜ່ອນ ການ​ເພີ້ມ​ຄວາ​ມ​ຮຸນ​ແຮງ​ຢູ່​ໃນ​ມຽນ​ມາ ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ທະ​ຫາ​ນຂອງ​ປະ​ເທດດັ່ງ​ກ່າວ ​ບໍ່ສະ​ແດງໃຫ້​ເຫັນ​ຮ່ອງຮອຍ​ໃດໆ ຕໍ່ການ​ປະ​ຕິ​ບັດ​ຕາມແຜນ​ສັນ​ຕິ​ພາບ​ຂອງ​ກຸ່ມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ປະ​ເທດ​ສະມາຊິກ ຂອງ​ສະມາຄົມ​ບັນດາ​ປະ​ເທດ​ຊາດ ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື ASEAN ໃນ​ຂະ​ນະ​ທີ່​ວໍ​ຊິງ​ຕັນ ແລະ​ປັກ​ກິ່ງ ​ພວມ​ຊອກ​ສະ​ແຫວງ​ຫາ​ອິດ​ທິ​ພົນ​ເພີ້ມ​ຂຶ້ນ​ໃນ​ຂົງ​ເຂດເອ​ເຊຍ​ປາ​ຊິ​ຟິກ. ​ເພື່ອ​ເປັນ​ການ​ກະ​ກຽມ​
ກອງ​ປະ​ຊຸມ​ຂອງ​ກຸ່ມຈີ 20 ຢູ່ໃນ​ທີ່​ເກາະ​ບາ​ຫລີ ປະ​ເທດອິນ​ໂດ​ເນ​ເຊຍ ​ທີ່​ຕິດ​ຕາມ​ມາ​ຫລັງ​ຈາກ​ນັ້ນ​ ແລະ​ຄາດ​ວ່າ​ຈະ​ເຂົ້າ​ຮ່ວມ​ທັງ​ປະ​ທານ​ປະ​ເທດ​ຈີນ ທ່ານສີ ຈິນ​ຜິງ ​ແລະ​ອາດ​ເປັນ​ໄປ​ໄດ້ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານ ວ​ລາດີ​ເມຍ ປູ​ຕິນ ​ແລະ​ຫຼັງ​ຈາກນັ້ນ ​ແມ່​ນ​ກອງ​ປະ​ຊຸມການຮ່ວມ​ມື​ທາງ​ເສດ​ຖະ​ກິດ​ໃນ​ເອ​ເຊຍ​ປາ​ຊິ​ຟິກ ຫຼື APEC ທີ່​ບາງກອກ.

ນອກ​ຈາກ​ມຽນ​ມາ​ແລ້ວ ກອງ​ປະ​ຊຸມ​ສີ່​ມື້ຄາດ​ວ່າ​ຈະ​ເນັ້ນ​ໜັກ​ໃສ່​ການ​ຂັດ​ແຍ້ງ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ​ການ​ຟື້ນ​ໂຕ​ຄືນ​ຈາກ​ການລະ​ບາດຂອງ​ໂຄວິດ ການ​ຄ້າ​ໃນ​ຂົງ​ເຂດ ແລະ​ການ​ປ່ຽນ​ແປງຂອງດິນ​ຟ້າ​ອາ​ກາດ.​

ທັງ​ທ່ານ​ສີ ແລະ​ທ່ານ​ປູ​ຕິນ ຄາດ​ວ່າ​ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ສົນ​ທະ​ນາ​ ​ຂອງ ASEAN ຫລື​ພົວ​ພັນ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກ ແຕ່​ຄິດ​ວ່າ ​ທັງ​ຈີນ ແລະ​ຣັດ​ເຊຍ ຈະ​ສົ່ງຜູ້​ຕາງ​ໜ້າ​ລະ​ດັບ​ສູງ
ທີ່​ນຳ​ພາ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານຫ​ລີ ເກີ້​ຈຽງ ແລະ​ອາດ​ເປັນ​ໄປ​ໄດ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ເຊີ​ເກ ຣາ​ວ​ຣອ​ຟ.

ສິ່ງ​ທີ່​ກຳ​ລັງ​ປາ​ກົດ​ໂຕ​ ສຳ​ລັບກອງ​ປະ​ຊຸມ ASEAN ​ກອງ​ປະ​ຊຸມ​ກຸ່ມ G-20 ແລະ APEC ກໍແມ່ນ​ການ​ຮຸກ​ຮານ​ຂອງຣັດ​ເຊຍ​ເຂົ້າ​ໄປ​ໃນຢູ ​ເຄ​ຣນ ​ແລະຕິດ​ຕາ​ມມາ​ດ້ວຍການ​ຊອກ​ຫາ​ຕະ​ຫລ​າດ​ໃໝ່ສຳ​ລັບ​ແຫລ່ງພະ​ລັງ​ງ​ານຂອງ​ຕົນ ພ້ອມ​ທັງຕ່ອງ​ໂສ້​ອຸບ​ປະ​ທານ ແລະ​ບັນ​ຫາ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ ໃນ​ການ​ເພີ້ມ​ການ​ກໍ່​ກວນ​ຂອງ​ຈີນ​ຕໍ່​ໄຕ້​ຫວັນ ແລະການເພີ້ມຄວາມ​ເຄັ່ງ​ຕືງ​ຢູ່​ໃນ​ແຫລມ​ເກົາ​ຫລີ.

​ໂດຍ​ການ​ເຂົ້າ​ຮວ​ມກອງ​ປະ​ຊຸມ​ສຸດຍອດ ASEAN ​ດ້ວຍ​ຕົນ​ເອງ ທ່ານ​ໄບ​ເດັນ ຈະ​ມີ​ຄວາມ​ສ​າ​ມາດ​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ​ຊາວ​ອາ​ເມ​ຣິ​ກັນ ແລະ​ຍັງສະ​ແດງ​ໃຫ້​ເຫັນ​ການ​ທົບ​ທວນ​ຄວາມໝັ້ນ​ໝາຍ​ໃໝ່​ຂອງວໍ​ຊິງ​ຕັນ​ຕໍ່​ຂົງ​ເຂດ ທີ່​ທ່ານ​ໂທ​ມັ​ສ ດາ​ນຽ​ລ ຜູ້​ຊ່ຽວ​ຊາ​ນ​ຢູ່​ສະ​ຖາ​ບັນ​ຍຸດ​ທະ​ສາດ ແລະ​ການ​ສຶກ​ສາ​ສາ​ກົນ​ຂອງ​ມາ​ເລ​ເຊຍ ໄດ້​ກ່າວ.

​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ບໍ່ໄດ້​ເຂົ້າຮ່ວມ​ກອງ​ປະ​ຊຸມ​ສຸດຍອດ ຫລັງ​ຈາ​ກ​ປີ 2017 ແລະ​ໄດ້​ອອກ​ຈາກກອງ​ປະ​ຊຸມປີ 2017 ແຕ່​ຕອນ​ຕົ້ນ ກ່ອນ​ການ​ເລີ້​ມ​ກອງ​ປະ​ຊຸມ​ສຸດຍອດ​ເອ​ເຊຍ​ຕາ​ເວັນ​ອອກທີ່​ເປັນກະ​ແຈຍຸດ​ທະ​ສາດ​ໃນ​ການ​ສົນ​ທະ​ນາ​ທີ່ສຳ​ຄັນ​ຂອງ​ຂົງ​ເຂດ ປ່ອຍ​ໃຫ້​ເວ​ລາ​ນັ້ນ ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ເຣັກ ທິ​ລ​ເລິ​ສັນ ເປັນ​ຜູ້​ຕາງ​ໜ້າ​ທ່ານ.

Southeast Asian leaders convene in the Cambodian capital Thursday, faced with the challenge of trying to curtail escalating violence in Myanmar while the country's military-led government shows no signs of complying with the group's peace plan.

U.S. President Joe Biden will be on hand for the Phnom Penh summit of the Association of Southeast Asian Nations, which comes as Washington and Beijing are increasingly jockeying for influence in the Asia-Pacific region. It sets the stage for the Group of 20 meetings in Bali, Indonesia, that immediately follow and are expected to include Chinese President Xi Jinping and possibly Russian President Vladimir Putin, then the Asia Pacific Economic Cooperation forum in Bangkok.

In addition to Myanmar, the four-day meetings are expected to focus on ongoing disputes in the South China Sea, pandemic recovery issues, regional trade and climate change.

Neither Xi nor Putin is expected to attend the ASEAN talks or the parallel East Asia Summit, though both China and Russia are thought to be sending high-level delegations headed by Prime Minister Li Keqiang and possibly Foreign Minister Sergey Lavrov.

Looming large over ASEAN, the G-20 and APEC are the Russian invasion of Ukraine, and Russia's consequent search for new markets for its energy resources, as well as resulting supply chain and food security issues, China's increasingly aggressive saber-rattling over Taiwan, and rising tension in the Korean Peninsula.

By attending the ASEAN summit in person, Biden will be able to push American interests and also visibly demonstrate Washington's renewed commitment to the region, said Thomas Daniel, an expert with Malaysia's Institute of Strategic and International Studies.

Former U.S. President Donald Trump skipped the summits after 2017 and left the 2017 meetings early, before the plenary session of the East Asia Summit, a key regional strategic dialogue, leaving then-Secretary of State Rex Tillerson to stand in for him.

XS
SM
MD
LG