ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ສູງ​ສຸດ ມຽນ​ມາ ຈະ​ຕັດ​ສິນ ​ການ​ຂໍ​ອຸ​ທອນ ຂອງ​ນັກ​ຂ່າວ ​ທີ່​ຖືກ​ຈັບ​ເຂົ້າ​ຄຸກ


ຕຳຫຼວດ​ຍ່າງ​ກັບ​ນັກ​ຂ່າວຣອຍ​ເຕີ ທ້າວ ຈໍ ໂຊ ໂອ ແລະ ທ້າວ ວາ ໂລນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຮອດ​ສານ ໃນ​ນະ​ຄອນ ຢາ​ງ​ກຸ້ງ, 20 ສິງ​ຫາ, 2018.
ຕຳຫຼວດ​ຍ່າງ​ກັບ​ນັກ​ຂ່າວຣອຍ​ເຕີ ທ້າວ ຈໍ ໂຊ ໂອ ແລະ ທ້າວ ວາ ໂລນ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ຮອດ​ສານ ໃນ​ນະ​ຄອນ ຢາ​ງ​ກຸ້ງ, 20 ສິງ​ຫາ, 2018.

ສານ​ສູງ​ສຸດ​ຂອງ ມຽນ​ມາ ໄດ້​ຕົກ​ລົງ​ທີ່​ຈະ​ທຳ​ການ​ຕັດ​ສິນ​ ໃນ​ວັນ​ອັງ​ຄານ​ວານນີ້ ກ່ຽວ​
ກັບ ການຂໍອຸທອນໂດຍນັກຂ່າວຣອຍເຕີ ສອງຄົນ ຜູ້ທີ່ຖືກຕັດສິນຂັງຄຸກ 7 ປີສຳລັບ
ການອອກຂ່າວ ກ່ຽວກັບ ການໃຊ້ຄວາມຮຸນແຮງ ຄຸກຄາມຊາວມຸສລິມ ໂຣຮິງຢາ ໂດຍ
ມຽນມາ.

ຜູ້​ພິ​ພາກ​ສາ ໂຊ ແນງ ໄດ້​ເລື່ອນ​ຄະ​ດີອອກ​ໄປ ໂດຍບໍ່​ໄດ້​ກຳ​ນົດ​ວັນເວ​ລາ​ສຳ​ລັບ​ການ​
ຕັດສິນ, ແຕ່ການຕັດສິນໃຈໃນວັນອັງວານຄານນີ້ໝາຍຄວາມວ່າ ທະນາຍຄວາມຂອງ
ພວກນັກຂ່າວ ແລະ ຜູ້ພິພາສານັ້ນ ຈະພົບປະກັນອີກຄັ້ງນຶ່ງ.

ຜູ້​ພິ​ພາກ​ສາ​ອາດ​ເຫັນ​ພ້ອມ​ກັບ​ການ​ຂໍ​ອຸ​ທອນ ຖ້າ​ທ່ານ​ພິ​ຈາ​ລະ​ນາ​ວ່າ ຂັ້ນ​ຕອນ​ທາງ​
ກົດໝາຍໄດ້ຖືກລະເມີດໂດຍສານຊັ້ນຕົ້ນ. ຖ້າການລະເມີດດັ່ງກ່າວໄດ້ມີຂຶ້ນແທ້, ການ
ຕັດສິນຂອງສານຊັ້ນຕົ້ນກໍຈະຍົກເລີກ, ເຮັດໃຫ້ມີຄວາມເປັນໄປໄດ້ວ່າພວກນັກຂ່າວ
ນັ້ນ ຈະຖືກປ່ອຍເປັນອິດສະຫຼະ, ຫຼຸດເວລາການຂັງຄຸກຂອງເຂົາເຈົ້າລົງ, ຫຼື ປະເຊີນ
ກັບການດຳເນີນການທາງກົດໝາຍຄັ້ງໃໝ່, ອີງຕາມການກ່າວຂອງທະນາຍຄວາມນັກ
ຂ່າວ, ທ່ານ ຄິນ ໂມງ ຊໍ. ທ່ານໄດ້ອ້າງ 13 ເຫດຜົນ ເຊິ່ງທ່ານເຊື່ອວ່າ ຂັ້ນຕອນທາງ
ກົດໝາຍ ໄດ້ຖືກລະເມີດ.

ນັກ​ຂ່າວ​ທັງ​ສອງ​ນັ້ນ ​ຖືກ​ຕັດ​ສິນວ່າ​ມີ​ຄວາມ​ຜິດ ກ່ຽວ​ກັບ ການ​ລະ​ເມີດ​ກົດ​ໝາຍ​ຄວາມ
ລັບທາງການຂອງ ມຽນມາ. ການຕັດສິນໂທດຂອງເຂົາເຈົ້າ ໄດ້ຖືກກ່າວປະນາມໂດຍ
ກຸ່ມປົກປ້ອງສິດທິມະນຸດທັງຫຼາຍ, ລັດຖະບານປະເທດຕາເວັນຕົກ ແລະ ອົງການຂ່າວ
ສາກົນ. ນັກຂ່າວທັງສອງ ຖືກຂັງຄຸກນັບຕັ້ງແຕ່ເຂົາເຈົ້າຖືກຈັບກຸມໃນເດືອນທັນວາປີ
2017, ໃນຂະນະທີ່ທຳການສືບສວນສອບສວນ ກ່ຽວກັບ ການສັງຫານໝູ່ຊາວມຸສລິມ
ໂຣຮິງຢາ ໂດຍທະຫານ ມຽນມາ. ໂທດຂອງເຂົາເຈົ້າໄດ້ສ້າງຄວາມກົດດັນໃສ່ຜູ້ນຳ
ມຽນມາ ແລະ ເຈົ້າຂອງລາງວັນໂນແບລ ທ່ານນາງ ອອງ ຊານ ຊູ ຈີ, ຜູ້ທີ່ໄດ້ເຂົ້າກຳອຳ
ນາດໃນປີ 2016 ໃນລະຫວ່າງການປ່ຽນການປົກຄອງຈາກທະຫານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG