ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ພົນລະເຮືອນ ຄົນທຳອິດ ຂອງມຽນມາ ສາບານໂຕ ເຂົ້າຮັບຕຳແໜ່ງ ເປັນປະມຸກ ຂອງປະເທດ


Myanmar Swears In Civilian Head of State
please wait

No media source currently available

0:00 0:00:47 0:00

ປະມຸກທີ່​ເປັນພົນລະ​ເຮືອນ​ຄົນ​ທຳ​ອິດຂອງ​ມຽນມາ​ໄດ້​ສາບານ​
ໂຕ​ເຂົ້າຮັບ​ຕຳ​ແໜ່ງໃນ​ຮອບ​ຫ້າ​ທົດ​ສະ​ວັດ​ກວ່າໆ.

ທ່ານ Htin Kyaw ອາຍຸ 70 ປີ ​ໄດ້​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ
​ໃນ​ວັນ​ວັນພຸດມື້ນີ້ ​ໃນ​ພິທີ​ທີ່​ຈັດ​ຂຶ້ນເປັນ​ເວລາ​ສັ້ນໆ ຕໍ່ໜ້າ​ກອງ​
ປະຊຸມ​ຮ່ວມ ​ຂອງສະພາ ​ໂດຍ​ໃຫ້ຄຳ​ໝັ້ນສັນຍາ​ວ່າ ຈະ​ຈົງ​ຮັກ
​ພັກດີຕໍ່​ສາທາລະນະ​ລັດແຫ່ງ​ສະຫະພາບ​ມຽນມາ. ຮອງ​ປ​ະທາ​
ນາ​ທິບໍດີ ​ທັງ​ສອງທ່ານ Myint Swe ​ແລະ​ ທ່ານ Henry Van
Tio ກໍ​ໄດ້​ຮ່ວມ​ສາບານ​ໂຕ ​ຄຽງ​ຂ້າງ ​ທ່ານ HtinKyaw.

ການ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ທ່ານ Htin Kyaw ​ແມ່ນ​
ຂີດ​ໝາຍ ​ຂອງ​ການສິ້ນສຸດ​ລົງ​ ຢ່າງ​ເປັນ​ທາງ​ການ ​ໃນ​ການ​ປົກຄອງ​ເປັນ​ບາງ​ສ່ວນຂອງ​
ພວກ​ທະຫານ ​ຢູ່​ໃນ​ມຽນມາທີ່​ຢ້ອນ​ຄືນ​ໄປຫາ ປີ 1962. ທ່ານ​ໄດ້​ເຂົ້າຮັບ​ຕຳ​ແໜ່​ງແທນ​
ທ່ານ​ເທ​ນ​ເຊ​ນອະດີດ​ນາຍ​ພົນ​ທີ່ໄດ້​ເຂົ້າຮັບ​ໜ້າ​ທີ່​ໃນ​ປີ 2011 ​ເວລາ​ພວກ​ຜູ້ນຳ​ທະຫານ​
ມອບອຳນາດ​ການ​ປົກຄອງ​ໃຫ້​ແກ່​ລັດຖະບານ​ເຄິ່ງພົນລະ​ເຮືອນແລະ​ຊຸກຍູ້​ໃຫ້​ມີ​ການປະ
ຕິ​ຮູບທາງດ້ານ​ການ​ເມືອງ​ແລະ​ເສດຖະກິດ.

​ໃນ​ຄຳ​ປາ​ໄສ​ເຂົ້າຮັບ​ຕຳ​ແໜ່​ງນັ້ນ ປະທານາທິບໍດີ​ຄົນ​ໃໝ່​ ໄດ້​ປະຕິຍານ​ວ່າ ຈະ​ປ່ຽນ​ແປງ​
ລັດຖະທຳ​ມະນູນ​ສະບັບ​ປັດຈຸບັນ ​ໃຫ້​ກາຍ​ເປັນ​ລັດຖະທຳ​ມະນູນ ​ທີ່​ເປີດກວ້າງ ອ້າ​ແຂນ​
ຮັບ​ເອົາ​ມາດຕະຖານ ​ປະຊາທິປະ​ໄຕ​ ຢ່າງ​ເຕັມທີ່ ລັດ​ຖະທຳ​ມະນູນ ທີ່​ຮ່າງ​ຂຶ້ນ​ໂດຍ​ພວກ​ທະຫານ ກ່ອນ​ທີ່​ຈະ​ມີ ​ການ​ມອບ​ໂອນ​ອຳນາດ​ນັ້ນ ​ໃຫ້ການ​ຄ້ຳປະກັນ​ວ່າ ພວກ​ທະຫານ​
ຕ້ອງ​ກຳ​ບ່ອນ​ນັ່ງ 25 ​ເປີ​ເຊັນ​ຢູ່​ໃນ​ສະພາ​ທັງ​ສອງພ້ອມ​ກັບ​ຕຳ​ແໜ່​ງລັດຖະມົນຕີທີ່ສຳຄັນ ​
ເຊັ່ນ​ກະຊວງ​ບພາຍ​ໃນ​ແລະ​ປ້ອງ​ກັນປະ​ເທດ.

ທ່ານນາງອອງຊານ ຊູຈີ (ກາງ)​ ຈັບມືກັບນາຍພົນ Min Aung Hlaing ຫລັງຈາກພິທີໂອນອຳນາດ ປະທານາທິບໍດີ ທີ່ນະຄອນຫຼວງເນປີດໍ.
ທ່ານນາງອອງຊານ ຊູຈີ (ກາງ)​ ຈັບມືກັບນາຍພົນ Min Aung Hlaing ຫລັງຈາກພິທີໂອນອຳນາດ ປະທານາທິບໍດີ ທີ່ນະຄອນຫຼວງເນປີດໍ.

ລັດຖະທຳ​ມະນູນ​ຍັງ​ໄດ້​ຫ້າມ​ບໍ່​ໃຫ້​ທ່ານ​ນາງ​ອອງຊານ ຊູ​ຈີ ຜູ້ນຳ​ປະຊາທິປະ​ໄຕຂອງ​ມຽນ
ມາເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ ຍ້ອນ​ຂໍ້​ກຳນົດ​ທີ່​ຫ້າມ​ບໍ່​ໃຫ້​ບຸກຄົນ​ໃດ​ກໍ​ຕາມທີ່​ມີ​
ສາມີ, ພັນ​ລະ​ຍາຫລື​ລູກ​ເປັນ​ຊາວ​ຕ່າງປະ​ເທດ ​ເຂົ້າກຳ​ຕຳ​ແໜ່ງດັ່ງກ່າວ​ໄດ້. ມື້ລາງ​ສາມີ​
ແລະ​ລູກ​ຂອງ​ທ່ານ​ນາງ​ອອງຊານ​ ຊູ​ຈີ​ ​ແມ່ນ​ເປັນຄົນ​ສັນຊາດ​ອັງກິດ.

​ແຕ່​ທ່ານ​ນາງ​ອອງຊານ​ ຊູ​ຈີ ຜູ້​ທີ່​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ໄດ້ປະຕິຍານ​
ວ່າ ຈະ​ປົກຄອງ​ມຽນມາ ຜ່ານ​ທ່ານ Htin Kyaw ​ເພື່ອນ​ຮ່ວມ​ຊັ້ນຮຽນ ​ແຕ່​ສະ​ໄໝ​ຍັງ​ເປັນ​
ເດັກນ້ອຍ​ແລະ​ຜູ້​ທີ່​ທ່ານ​ນາງ​ໄວ້​ເນື້ອ​ເຊື່ອ​ໃຈ​ມາ​ເປັນ​ເວລາ​ດົນນານ.​ ນອກ​ນັ້ນ ທ່ານ​ນາງ​
ຍັງ​ຈະ​ເປັນສະມາຊິກ​ຜູ້​ນຶ່ງໃນ​ຈຳນວນ​ລັດຖະມົນຕີ 18 ທ່ານຂອງ​ປະທານາທິບໍດີ​ຄົນ​ໃໝ່
ແລະ​ຄາດ​ວ່າ​ທ່ານ​ນາງ​ຈະ​ເຂົ້າກຳ​ຕຳ​ແໜ່​ງລັດຖະມົນຕີ​ການ​ຕ່າງປະ​ເທດກະຊວງ​ສຶກສາ
ພະລັງງານ​ແລະ​ລັດຖະມົນຕີ​ປະຈຳ​ທຳນຽບປະທານາທິບໍດີ​ນຳ​ດ້ວຍ.

ການ​ເລືອກ​ເອົາ​ທ່ານ Htin Kyaw ​ເປັນ​ປະທານາທິບໍດີ ເມື່ອ​ວັນ​ທີ 15 ມີນາຜ່ານ​ມາແມ່ນ​
ຜົນ​ສະຫລຸບ​ທີ່​ຮູ້​ກັນ​ລ່ວງ​ໜ້າ​ໜ້າໃນ​ຂະນະ​ທີ່​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ
​ໄດ້​ຮັບ​ໄຊຊະນະ ​ຢ່າງ​ຖ້ວມ​ລົ້ນ ເພື່ອ​ເຂົ້າຄວບ​ຄຸມ​ ທັງ​ສອງ​ສະພາ​ມຽນມາ​ ໃນ​ການ​ເລືອກ​
ຕັ້ງຄັ້ງປະຫວັດສາດ​ເມື່ອ​ເດືອນ​ພະຈິກ​ທີ່ຜ່ານ​ມາ.

Myanmar Politics
please wait
Embed

No media source currently available

0:00 0:02:19 0:00

XS
SM
MD
LG