ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ດີ້ນຮົນ ໃນການສະກັດກັ້ນການ ລະບາດຂອງໂຄວິດ-19 ຂະນະທີ່ມີ ການຂາດເຂີນອອກຊີເຈນຢູ່ນີ້


ຄົນຖືບັ້ງອອກຊີເຈນເປົ່າ ຢືນລໍຖ້າຢູ່ນອກສະຖານີເຕີມອອກຊີເຈນຢູ່ໃນເມືອງ Pazundaung ໃນນະຄອນຢ່າງກຸ້ງຂອງມຽນມາ, ວັນທີ 11 ກໍລະກົດ 2021
ຄົນຖືບັ້ງອອກຊີເຈນເປົ່າ ຢືນລໍຖ້າຢູ່ນອກສະຖານີເຕີມອອກຊີເຈນຢູ່ໃນເມືອງ Pazundaung ໃນນະຄອນຢ່າງກຸ້ງຂອງມຽນມາ, ວັນທີ 11 ກໍລະກົດ 2021

ບັນດາເຈົ້າໜ້າທີ່ກ່າວວ່າມຽນມາ ກຳລັງປະສົບກັບກໍລະນີຄົນເປັນໂຄວິດ-19 ເພີ່ມສູງຂຶ້ນເຊິ່ງພາໃຫ້ຂາດເຂີນອອກຊີເຈນທີ່ຜູ້ປ່ວຍໂຄວິດ-19 ຕ້ອງການຢ່າງຫຼວງຫຼາຍນັ້ນ.

ທ້າວໂຊ ວິນ (Soe Win), ຜູ້ອາໄສຢູ່ນະຄອນຢ່າງກຸ້ງ, ເມືອງໃຫຍ່ທີ່ສຸດຂອງ ມຽນມາ ໄດ້ກ່າວຕໍ່ອົງການຂ່າວເອພີວ່າ "ອອກຊີເຈນແມ່ນຫາຍາກກວ່າເງິນ" ອີກ. ທ່ານຢືນລຽນແຖວຢູ່ເປັນເວລາຫົກຊົ່ວໂມງແລ້ວເພື່ອພະຍາຍາມທີ່ຈະຮັບ ປະກັນວ່າ ມີອອກຊີເຈນສຳລັບໃຫ້ແມ່ຕູ້ຂອງລາວທີ່ກຳລັງປ່ວຍມີອາການຂອງໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດມາຈາກໄວຣັສໂຄໂຣນານັ້ນ.

ກະຊວງສາທາລະນະສຸກໃນວັນເສົາຜ່ານມານີ້ ໄດ້ລາຍງານວ່າມີກໍລະນີຄົນຕິດ ເຊື້ອໃໝ່ທີ່ໄດ້ຮັບການຢັ້ງຢືນແລ້ວຈຳນວນ 4,377 ຄົນ ໃນຈໍານວນທັງໝົດ 188,752 ຄົນ. ຂໍ້ມູນກ່ຽວກັບການສັກວັກຊີນແມ່ນບໍ່ຈະແຈ້ງ, ແຕ່ປະກົດວ່າ 3.2 ເປີເຊັນຂອງປະຊາຊົນ 55 ລ້ານຄົນໃນປະເທດນັ້ນ ໄດ້ຮັບການສັກຢາປ້ອງກັນໄວຣັສໂຄໂຣນາຄົບແລ້ວ, ອີງຕາມອົງການຂ່າວເອພີ.

ໃນປີກາຍນີ້, ປະເທດດັ່ງກ່າວສາມາດຮັກສາການລະບາດຂອງໂຄວິດ-19 ໃຫ້ຢູ່ພາຍໃຕ້ການຄວບຄຸມໄດ້ ດ້ວຍຂໍ້ຈຳກັດທີ່ເຂັ້ມງວດວາງອອກໂດຍຜູ້ນຳພົນລະເຮືອນ, ທ່ານນາງອອງຊານ ຊູຈີ, ພ້ອມທັງການນຳໃຊ້ວັກຊີນຈາກອິນເດຍແລະຈີນ.

ແຕ່ຢ່າງໃດກໍ່ຕາມ, ທ່ານນາງອອງຊານ ຊູຈີ ຖືກທະຫານປົດລົງຈາກຕຳແໜ່ງໃນເດືອນກຸມພາຜ່ານມາ, ແລະນັບແຕ່ນັ້ນມາປະຊາຊົນກໍລັ່ງເລໃຈທີ່ຈະໄປໂຮງໝໍທະຫານ. ນອກນັ້ນ, ຫລັງຈາກທ່ານນາງອອງຊານ ຊູຈີ ໄດ້ຖືກປົດອອກຈາກ ຕຳແໜ່ງ, ຜູ້ຊ່ຽວຊານດ້ານການແພດກາຍເປັນອົງປະກອບອັນສຳຄັນຂອງການ ເຄື່ອນໄຫວພົນລະເຮືອນທີ່ບໍ່ເຊື່ອລັດຖະບານຂອງປະເທດທີ່ໄດ້ຮຽກຮ້ອງໃຫ້ປະ ຊາຊົນບໍ່ໃຫ້ໄວ້ເນື້ອເຊື່ອໃຈໃນການດູແລປິ່ນປົວເຂົາເຈົ້າຢູ່ໃນມືຂອງລັດຖະບານທີ່ບໍ່ມີຊື່ສຽງດີນັ້ນ.

ຢູ່ປະເທດບັງກລາແດັສທີ່ເປັນປະເທດເພື່ອນບ້ານນັ້ນ ໄດ້ສ້າງສະຖິຕິໃນເລື້ອງ ຈໍານວນຄົນຕິດເຊື້ອໃໝ່ໃນວັນພະຫັດແລ້ວນີ້ ແລະໃນວັນສຸກ ມື້ຕໍ່ມານັ້ນກໍ່ໄດ້ສ້າງສະຖິຕິໃນຈໍານວນຜູ້ເສຍຊີວິດຍ້ອນຕິດພະຍາດໂຄວິດ-19, ອີງຕາມສູນຂໍ້ມູນດ້ານໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮອບກິນສ໌.

ເຖິງຢ່າງໃດກໍ່ຕາມ, ຜູ້ອຳນວຍໃຫຍ່ຝ່າຍບໍລິການດ້ານສາທາລະນະສຸກຂອງລັດຖະບານໄດ້ກ່າວໃນວັນອາທິດວານນີ້ວ່າ ປະຊາຊົນ 230 ຄົນໄດ້ເສຍຊີວິດໄປ, ເຊິ່ງຫລາຍກວ່າຈໍານວນ 212 ຄົນ ຂອງວັນສຸກນັ້ນອີກ. ປະເທດໃນຂົງ ເຂດເອເຊຍໃຕ້ທີ່ມີປະຊາຊົນ 160 ລ້ານຄົນແຫ່ງນັ້ນ ມີຜູ້ເປັນພະຍາດນີ້ທີ່ໄດ້ຮັບການຢືນຢັນແລ້ວຫລາຍກວ່າ 1 ລ້ານກໍລະນີ ນັບແຕ່ເລີ້ມມີການລະບາດ ຢ່າງໜັກຂອງພະຍາດນີ້ເປັນຕົ້ນມາ.

ເພື່ອສະກັດກັ້ນການເພີ່ມຂຶ້ນຂອງການລະບາດຂອງພະຍາດນີ້ ບັງກລາແດສໄດ້ປິດບ້ານປິດເມືອງ ຫລືລອກດາວ ນັບຕັ້ງແຕ່ຕົ້ນເດືອນນີ້ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG