ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ມຽນມາ ກຳນົດໃຫ້ ວັນທີ 8 ພະຈິກ ເປັນວັນເລືອກຕັ້ງ ແຫ່ງຊາດ


ຜູ້ນຳພັກສັນນິບາດເພື່ອປະຊາທິປະໄຕ ມຽນມາ ທ່ານນາງ Aung San Suu Kyi ກ່າວຄຳປາໄສ ໃນລະຫວ່າງ ພິທີ ສະເຫຼີມສະຫຼອງ ວັນເສລີ ດ້ານການຂ່າວໂລກ ໃນນະຄອນ Yangon, ວັນທີ 3 ພຶດສະພາ 2015.
ຜູ້ນຳພັກສັນນິບາດເພື່ອປະຊາທິປະໄຕ ມຽນມາ ທ່ານນາງ Aung San Suu Kyi ກ່າວຄຳປາໄສ ໃນລະຫວ່າງ ພິທີ ສະເຫຼີມສະຫຼອງ ວັນເສລີ ດ້ານການຂ່າວໂລກ ໃນນະຄອນ Yangon, ວັນທີ 3 ພຶດສະພາ 2015.

ມຽນມາປະກາດວ່າ ການເລືອກຕັ້ງແຫ່ງຊາດຂອງປະເທດ
ທີ່ມີການຄອງຄອຍ ຖ້າມາເປັນເວລາດົນນານແລ້ວນັ້ນ ຈະ
ມີຂຶ້ນໃນວັນທີ 8 ພະຈິກ ທ້າຍປີນີ້.

ວັນເວລາດັ່ງກ່າວ ແມ່ນໄດ້ຮັບການຢືນຢັນໃນວັນພຸດມື້ນີ້
ໂດຍຜູ້ອຳນວຍການ ຄະນະກຳມາທິການເລືອກຕັ້ງ ຂອງ
ສະຫະພາບ ທ່ານ U Thaung Hlaing ອີງຕາມລາຍງານ
ຂອງວີໂອເອ ພະແນກພາສາມຽນມາ.

ເປັນທີ່ຄາດກັນວ່າ ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ
ພາຍໃຕ້ການ ນຳພາຂອງທ່ານນາງອອງຊານ ຊູຈີ ຍັງຈະສືບຕໍ່
ໄດ້ຮັບຄະແນນສຽງສະໜັບສະໜຸນຢ່າງແຂງຂັນ ຢູ່ໃນການເລືອກຕັ້ງດັ່ງກ່າວ.

ແຕ່ທ່ານນາງອອງຊານ ຊູຈີ ຈະບໍ່ສາມາດລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີໄດ້
ຫລັງຈາກສະພາແຫ່ງຊາດ ທີ່ຄອບງຳໂດຍພວກທະຫານ ໃນເດືອນແລ້ວນີ້ ໄດ້ປະຕິເສດ
ຕໍ່ຮ່າງກົດໝາຍປະຕິຮູບ ລັດຖະທຳມະນູນ.

ຮ່າງກົດໝາຍສະບັບນີ້ ຈະເຮັດໃຫ້ອຳນາດໃນການໃຊ້ສິດຢັບຢັ້ງ ຂອງພວກທະຫານ
ສິ້ນສຸດລົງ ຊຶ່ງຈະເຮັດໃຫ້ເປັນການງ່າຍຂຶ້ນໃນການທີ່ຈະປ່ຽນແປງລັດຖະ ທຳມະນູນ.

ພາຍໃຕ້ກົດໝາຍລັດຖະທຳມະນູນ ສະບັບປັດຈຸບັນນີ້ ກອງທັບມຽນມາແມ່ນໄດ້ ຮັບການ
ຄ້ຳປະກັນ ໃຫ້ມີບ່ອນນັ່ງ 25 ບ່ອນຢູ່ໃນສະພາ ຊຶ່ງເປັນການພຽງພໍທີ່ ຈະຂັດຂວາງຕໍ່
ການປ່ຽນແປງໃດໆກໍຕາມ ກ່ຽວກັບລັດຖະທຳມະນູນ ທີ່ຕົນບໍ່ມັກ.

ລັດຖະທຳມະນູນມຽນມາໄດ້ຫ້າມ ບໍ່ໃຫ້ບຸກຄົນໃດກໍຕາມ ທີ່ມີລູກເປັນຊາວຕ່າງ ປະເທດ
ລົງສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີໄດ້. ທ່ານນາງອອງ-ຊານ ຊູຈີ ຊຶ່ງມີລູກ
ເປັນຊາວອັງກິດ ແມ່ນບໍ່ມີສິດ ທີ່ຈະເຂົ້າກຳຕຳແໜ່ງດັ່ງກ່າວ.

ການຕັດສິນໃຈທີ່ວ່ານີ້ ແມ່ນເບິ່ງກັນວ່າເປັນການຖອຍຫລັງສຳລັບການປ່ຽນແປງ ທາງ
ດ້ານການເມືອງຢູ່ໃນມຽນມາ ຊຶ່ງເລີ້ມຂຶ້ນໃນປີ 2011 ເວລາພວກທະຫານ ທີ່ປົກຄອງ
ປະເທດມາເປັນເວລາຫຼາຍທົດສະວັດ ໄດ້ມອບອຳນາດໃຫ້ແກ່ລັດຖະບານ ທີ່ສ່ວນໃຫຍ່
ປະກອບດ້ວຍພົນລະເຮືອນ.

XS
SM
MD
LG